Thursday 10 August 2017

ທິດທັງຫົກ(6) ໃນຄໍາສອນຂອງພຸດທະສາສນາໝາຍເຖິງຫັຍງ? ແລະ ມີຫຍັງແດ່?

ໜັງສື ທິດທັງຫົກ(6) ເປັນໜັງສືທັມມະເຫຼັ້ມທໍາອິດໃນຊີວິດ ທີ່ອັດຕະມາ ໄດ້ອ່ານຕັ້ງແຕ່ບວດ ເປັນຈົວນ້ອຍໆ ແລະ ຈົນປັດຈຸບັນກະຍັງຈື່ມາຕລອດ ເຖິງວ່າຈະບໍ່ຈື່ເນື້ອຄວາມໄດ້ທັງໝົດ ແຕ່ຍັງພໍຈໍາໄດ້ຄວາມໝາຍບາງສ່ວນ, ທິດທັງ6 ໃນທາງພຸດທະສາສນາ ບໍ່ໄດ້ໝາຍເທິງ ທິດໃຕ້-ເໜືອ-ຕາເວັນອອກ-ຕາເວັນຕົກ ຫຼື ທິດອື່ນໆ ໃນແບບພູມສາດ ແຕ່ເປັນການຕີຄວາມໝາຍ ໃນແບບສະເພາະທີ່ບໍ່ຄືສາສນາໃດ ແລະ ເປັນການໃຫ້ຄວາມໝາຍໃນເຊີງປັດສະຍາ ຕີອອກມາທຽບໃສ່ ຄົນອ້ອມຂ້າງ ທີ່ເຮົາຕ້ອງພົບເຈີໃນປັດຈຸບັນ, ກວມລວມເອົາຄົນທຸກລະດັບ ຕັ້ງແຕ່ຄົນຮັບໃຊ້ ທາສ ກັມມະກອນ ຮອດພຣະຣາຊາ ຜູ້ປົກຄອງປະເທດ, ແລ້ວເອົາມາທຽບໃສ່ ທິດທັງ6. ບາງຄົນເຫັນຫົວຂໍ້ຄັ້ງແລກ ແມ່ນຈະຄິດໄປວ່າ ເປັນທິດໃຕ້-ເໝືອ ຫຼື ທິດອື່ນ ແຕ່ໃນທາງພຸດ ພຣະພຸດທະເຈົ້າໄດ້ຕີຄວາມໝາຍ ແລະ ທຽບຄວາມອອກມາດັ່ງນີ້:

- ທິດເບື້ອງລຸ່ມ ປຽບເໝືອນຄົນຮັບໃຊ້ ຫລື ກັມມະກອນດັ່ງນີ້:
1. ສິ່ງທີ່ຄົນຮັບໃຊ້ ຫລືກັມມະກອນຄວນປະຕິບັດຕໍ່ເຈົ້ານາຍ 5 ປະການ ຄື:
1.1. 
ຕື່ນເດິກໄປເຮັດວຽກກ່ອນເຈົ້ານາຍ,ໄປວຽກໄປການໃຫ້ທັນເວລາ.
1.2. 
ເວລາເລີກງານໃຫ້ເລີກຕາມຫລັງເຈົ້ານາຍ,ບໍ່ລັກເມືອກ່ອນໂມງເລີກການ.
1.3. 
ເຈົ້ານາຍໃຫ້ສິ່ງຂອງອັນໃດຈຶ່ງເອົາ,ບໍ່ລັກເອົາຂອງເຈົ້ານາຍ ຫລືຂອງຫ້ອງການ ຂອງສ່ວນລວມ.
1.4. 
ເຮັດວຽກໃຫ້ດີທີ່ສຸດ.
1.5. 
ເອົາກຽດຕິຄຸນອັນດີຂອງເຈົ້ານາຍໄປລໍ່າລື.
2. ເຈົ້ານາຍ ຄວນປະຕິບັດຕໍ່ຄົນຮັບໃຊ້ ຫລືກັມມະກອນ ດ່ັງນີ້:
2.1.
ໃຊ້ໃຫ້ເຮັດວຽກຕາມກຳລັງຄວາມສາມາດ.
2.2.
ແບ່ງອາຫານການກິນແລະໃຫ້ລາງວັນ.
2.3.
ເບິ່ງແຍງປິ່ນປົວຍາມເຈັບເປັນ.
2.4.
ແບ່ງປັນອາຫານທີ່ພິເສດໃຫ້ກິນ ຫລື ໃຫ້ຂອງພິເສດ.
2.5.
ວັນຢຸດ,ວັນງານສຳຄັນກໍ່ຢຸດໃຫ້ພັກຜ່ອນຕາມໂອກາດ.
- ທິດເບື້ອງຊ້າຍ ປຽບເໝືອນ ຫມູ່ເພື່ອນ ມິຕສະຫາຍ ດ່ັງນີ້:
1. ສິ່ງທີ່ຄວນປະຕິບັດຕໍ່ມິຕສະຫາຍ 5 ປະການ ຄື:
1.1. 
ດ້ວຍການແບ່ງປັນວັດຖຸສິ່ງຂອງ,ຄວາມຄິດ ຄຳແນະນຳ.
1.2. 
ເວົ້າຈາມ່ວນ ດີ ມີປະໂຫຍດ.
1.3. 
ປະພຶດຕົນໃນສິ່ງທີ່ເປັນປະໂຫຍດ.
1.4. 
ວາງຕົນໃຫ້ສະເໝີກັນ ບໍ່ຍົກຕົນ ຫລືຖ່ອມຕົນເກີນໄປ.
1.5. 
ບໍ່ເວົ້າຈາໃນສິ່ງທີ່ຈະແຕກຄວາມສາມັກຄີກັນ.
2. ເມື່ອມິຕສະຫາຍທີ່ດີຄວນປະຕິບັດຕໍ່ກັນ 5 ປະການ.
2.1.
ປົກປ້ອງຮັກສາເພື່ອນມິດຜູ້ປະໝາດແລ້ວ.
2.2.
ປົກປ້ອງຮັກສາຊັບຂອງມິດຜູ້ປະໝາດແລ້ວ.
2.3.
ເປັນທີ່ເພິ່ງແກ່ມິດເມື່ອມີພັຍ.
2.4.
ບໍ່ທອດຖິ້ມໃນຍາມມີອັນຕຣາຍ.
2.5.
ນັບຖືສະມາຊິກໃນວົງຕະກູນຂອງມິຕ.

- ທິດເບື້ອງຫຼັງ ປຽບເໝືອນ ພັນລະຍາ ແລະ ສາມີ ດ່ັງນີ້:
1. ສິ່ງທີ່ສາມີຄວນປະຕິບັດຕໍ່ພັນລະຍາ 5 ປະການ ຄື:
1.1. 
ຍົກຍ້ອງໃຫ້ກຽດ ນັບຖືວ່າເປັນເມຍ.
1.2. 
ບໍ່ດູຖູກດູໝິ່ນພັນລະຍາ.
1.3. 
ຊື່ສັດຕໍ່ກັນບໍ່ປະພຶດນອກໃຈ.
1.4. 
ມອບຄວາມເປັນໃຫຍ່ຢູ່ໃນເຮືອນໃຫ້ພັນລະຍາ.
1.5. 
ໃຫ້ຂອງພິເສດ ເຄື່ອງປະດັບໃນໂອກາດຕ່າງໆ.
2. ສິ່ງທີ່ພັນລະຍາຄວນປະຕິບັດຕໍ່ສາມີ 5 ປະການ ຄື:
2.1. 
ເຮັດວຽກການງານ ຕົກແຕ່ງຈັດແຈງດີ.
2.2. 
ສົງເຄາະເອື້ອເຟື້ອຄົນຂ້າງຄຽງຂອງສາມີ ດີ.
2.3. 
ບໍ່ນອກໃຈສາມີ.
2.4. 
ຮັກສາຊັບທີ່ສາມີຫາມາໄດ້ໄວ້ໃຫ້ດີ.
2.5. 
ດຸໝັ່ນຂຍັນໃນວຽກງານທັງປວງ.
- ທິດເບື້ອງໜ້າ ປຽບເໝືອນ ພໍ່ແມ່ ດັ່ງນີ້:
1. ສິ່ງທີ່ພໍ່ແມ່ຄວນປະຕິບັດຕໍ່ລູກ 5 ປະການ ຄື:
1.1. 
ຫ້າມບໍ່ໃຫ້ລູກເຮັດຄວາມຊົ່ວທັງປວງ.
1.2. 
ສອນໃຫ້ລູກຕັ້ງໝັ້ນຢູ່ໃນຄວາມດີ.
1.3. 
ສົ່ງເສີມໃຫ້ມີການສຶກສາທີ່ດີ.
1.4. 
ໃຫ້ມີຄູ່ຄອງ(ພັນລະຍາຫລືສາມີ)ທີ່ດີ.
1.5. 
ມອບຊັບມໍຣະດົກໃຫ້ເມື່ອເວລາສົມຄວນ.
2. ສິ່ງທີ່ລູກຄວນປະຕິບັດຕໍ່ພໍ່ແມ່ 5 ປະການ ຄື:
2.1. 
ພໍ່ແມ່ລ້ຽງດູເຮົາມາແລ້ວ ເຮົາຄວນລ້ຽງດູເພິ່ນຕອບແທນ.
2.2. 
ເຮັດວຽກງານແທນພໍ່ແມ່.
2.3. 
ຮັກສາຊື່ສຽງວົງຕະກູນບໍ່ໃຫ້ເສື່ອມເສັຍ.
2.4. 
ປະພຶດຕົນເປັນຄົນດີໃຫ້ສົມຄວນທີ່ພໍ່ແມ່ຈະມອບຊັບມໍຣະດົກໃຫ້ສືບຕະກູນຕໍ່ໄປ.
2.5. 
ເມື່ອພໍ່ແມ່ສິ້ນຊີວິດໄປແລ້ວເຮົາຈະເຮັດບຸນອຸທິສໃຫ້ເພິ່ນ.
- ທິດເບື້ອງຂວາ ປຽບເໝືອນ ຄູອາຈານ ດັ່ງນີ້:
1. ສິ່ງທີ່ຄູຄວນປະຕິບັດຕໍ່ລູກສິດ 5 ປະການ.
1.1. 
ແນະນຳດີ.
1.2. 
ໃຫ້ການສຶກສາທີ່ດີ.
1.3. 
ບອກສອນວິຊາໃຫ້ໂດຍສິ້ນເຊີງ ບໍ່ມີປິດບັງ.
1.4. 
ຍ້ອງຍໍໃຫ້ປະກົດຕໍ່ໜ້າໝູ່ເພື່ອນ.
1.5. 
ປົກປ້ອງຄຸ້ມຄອງອັນຕລາຍໃນທິດທັງປວງ.
2. ສິ່ງທີ່ລູກສິດຄວນປະຕິບັດຕໍ່ຄູອາຈານ 5 ປະການ.
1.1. 
ດ້ວຍການລຸກຂຶ້ນຕອນຮັບ ຈັດຂອງຕ້ອນຮັບຕາມຄວາມເມາະສົມ ເຊັ່ນນໍ້າດື່ມເປັນຕົ້ນ.
1.2. 
ໄປປະຕິບັດຄອຍຮັບໃຊ້.
1.3. 
ເຊື່ອຟັງຄຳແນະນຳສັ່ງສອນຕັກເຕືອນ.
1.4. 
ປະຕິບັດອຸປະຖາກດູແລ.
1.5. 
ທຳການສຶກສາສີລະປະວິທະຍາດ້ວຍຄວາມເຄົາຣົພ.

- ທິດເບື້ອງເທິງ ປຽບເໝືອນ ພຣະສົງສາມະເນນ, ສະມະນະ, ນັກບວດ ດັ່ງນີ້:
1. ສິ່ງທີ່ຄວນປະຕິບັດຕໍ່ພຣະສົງສາມະເນນ,ສະມະນະ,ນັກບວດ 5 ປະການ.
1.1. 
ປະຕິບັດຕໍ່ເພິ່ນດ້ວຍຄວາມອ່ອນນ້ອມມີເມຕຕາທາງກາຍ.
1.2. 
ປະຕິບັດຕໍ່ເພິ່ນດ້ວຍວານາອ່ອນນ້ອມ ມີເມຕຕາ.
1.3. 
ປະຕິບັດຕໍ່ເພິ່ນດ້ວຍຄວາມອ່ອນນ້ອມມີເມຕຕາທາງໃຈ.
1.4. 
ໃຫ້ການຮັບຕ້ອນດ້ວຍຄວາມຍິນດີ(ບໍ່ອັດປະຕູດ້ວຍການບໍ່ຕ້ອນຮັບ).
1.5. 
ຢູ່ໃກ້ຊິດ ຄອຍຖວາຍສິ່ງທີ່ຄວນຖວາຍ.
2. ພຣະສົງສາມະເນນ,ສະມະນະ ຫລືນັກບວດ ຄວນໃຫ້ການອະນຸເຄາະ 6 ະການ.
2.1. 
ຫ້າມບໍ່ໃຫ້ເຮັດຄວາມຊົ່ວທັງປວງ.
2.2. 
ສອນໃຫ້ຕັ້ງໝັ້ນຢູ່ໃນຄວາມດີ.
2.3. 
ອະນຸເຄາະດ້ວຍຈິຕໃຈອັນງົດງາມ.
2.4. 
ໃຫ້ຟັງທັມອັນຍິ່ງໆຂຶ້ນໄປທີ່ຍັງບໍເຄີຍໄດ້ຟັງ.
2.5. 
ອະທິບາຍສິ່ງທີ່ໄດ້ຟັງມາແລ້ວໃຫ້ເເຈ່ມແຈ້ງ.
2.6. 
ບອກທາງໄປສະຫວັນໃຫ້.
ຖ້າອ່ານຈົບ ຈະເຫັນໄດ້ວ່າ ພຽງແຕ່ທັມມະໝວດດຽວ ກໍ່ຄວບຄຸມ ເກືອບທຸກຊັ້ນຄົນ ທັງໃນອາດີດ ແລະ ປັດຈຸບັນ

No comments:

Post a Comment

ຫົວຂ້ທີ່ໂດດເດັ່ນ

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ  ພາບຈາກ: theconversation.com 1.      ຄວາມຮັກ ຮັກສາທຸກສິ່ງ      ຄວາມກຽດຊັງ ບໍ່ອ...

ໂພສທີ່ຖືກອ່ານຫຼາຍທີ່ສຸດ