Saturday 29 July 2017

ແນວຄິດ ມຸມມອງ ກ່ຽວກັບພຣະພຸດທະສາສະນາ ຫຼື ສາສນາພຸດ

    ແນວຄິດມຸມມອງຂອງແຕ່ລະຄົນເປັນທີ່ແຕກຕ່າງ ຕາມປະສົບການຂອງຕົນທີ່ເຈີ ບວກກັບສິ່ງທີ່ໄດ້ສຶກສາ ແລະ ສະພາບແວດລ້ອມດຶງດູດ ໃຫ້ເປັນໃຫ້ເຊື່ອຕ່າງກັນຫຼາຍໆເລື່ອງ ລວມທັງເລື່ອງສາສນາ ພຸດທະສາສະນາ ເປັນສາສະນາ ທີ່ເນັ້ນໃຫ້ການສຶກສາ ແລະ ການສະແຫວງຫາປັນຍາເພີ່ມຂື້ນໄປເລື້ອຍໆ ບໍ່ເນັ້ນໃຫ້ຢຸດຢູ່ທີ່ເຊື່ອຢ່າງດຽວ ໝາຍຄວາມວ່າ ເຊື່ອ ແລ້ວຕ້ອງໄດ້ປະຕິບັດອີກ(ແຕ່ສໍາລັບຜູ້ບໍ່ເຊື່ອ ກະມາປະຕິບັດຫຼື ທົດລອງໄດ້ແລ້ວຈຶ່ງເຊື່ອ.
    ເພາະມີກຸ່ມຄົນທີ່ຍັງຄິດວ່າ ພຸດທະສາສນາເປັນເລື່ອງງົມງວາຍ ເວົ້າເລື່ອງຂອງຂັງ ຂອງດີສິ່ງທີ່ເຈົ້າເຫັນແບບນັ້ນ  ບໍ່ແມ່ນພຸດທະສາສນາເລີຍ ມັນເປັນພຽງເປືອກເທົ່ານັ້ນແລະສິ່ງທີ່ເຈົ້າຄິດວ່າເຈົ້າຮູ້ ບາງເທື່ອກໍຍັງເປັນພຽງແຕ່ເປືອກເທົ່ານັ້ນ.
    ສິ່ງທີ່ຂ້ອຍຈະບອກກໍຄື ທັມມະເປັນຂອງທຸກຄົນ ບໍ່ໄດ້ຈຳກັດສະເພາະຄົນໃດຄົນນຶ່ງ ຖ້າໃຜສຶກສາແລ້ວ ປະຕິບັດແລ້ວ ຈະເກີດຜົນກັບທຸກຄົນ...ບໍ່ມີຈຳແນກ ບໍ່ມີຍົກເວັ້ນ
ຫຼາຍຄົນຄືກັນທີ່ຄິດວ່າ ທັມມະເປັນເລື່ອງໜ້າເບື່ອ ແຕ່ທັມມະເປັນພື້ນຖານຂອງທຸກສິ່ງທີ່ເຮົາຮຽນຮູ້ ທັມມະເປັນເປັນພື່ນຖານຂອງຫຼັກສູດຕຳລາທີ່ເຮົາຮຽນ ໃນມະຫາວິທະຍາໄລຕ່າງໆທົ່ວໂລກ ພຽງແຕ່ເວົ້າແຕກຕ່າງກັນໄປ ໃຊ້ສັບແຕກຕ່າງກັນໄປ ແຕ່ເວົ້າເນື້ອໃນດຽວກັນ.
    ພຣະພຸດທະເຈົ້າເປັນແບບຢ່າງ ເລື່ອງຄວາມອົດທົນ ແລະໄຝ່ຮູ້ ເພື່ອກ້າວໄປສູ່ຄວາມສໍາເລັດທີ່ຍິ່ງໃຫຍາ ແລະ ທ່ານກໍຍັງເປັນແບບຢ່າງທີ່ເລີດ ເລື່ອງການເວົ້າໃນທີ່ຊຸມຊົນ ແລະການສອນ ບຸກຄົນເຊິ່ງມີພື້ນຖານທີ່ແຕກຕ່າງກັນໄປ
ຖ້າເຈົ້າຄິດວ່າ ທັມມະເປັນເລື່ອງໜ້າເບື່ອ ແລະຄິດວ່າເປັນຂອງສະເພາະຜູ້ເຖົ້າແລ້ວ ຢາກໃຫ້ເຈົ້າລອງມາສຶກສາທັມມະລອງເບິ່ງ ແລ້ວເຈົ້າຈະຮູ້ວ່າ
ທຸກສິ່ງລວມມີຢູ່ໃນນັ້ນ ບໍ່ວ່າເຈົ້າຈະຕ້ອງການຫຍັງ
ໂດຍສະເພາະ ການໃຊ້ຊີວິດ ແມ້ກະທັ້ງວິທີການກ້າວໄປສູ່ຄວາມສໍາເລັດກໍມີ ເຊິ່ງຢູ່ຫົວຂໍ້ "ອິດທິບາດ 4" ຄື ສັນທະ, ວິຣິຍະ, ຈິດຕະ ແລະ ວິມັງສາ, ຫຼື ການສ້າງພູມຄຸ້ມກັນໃຫ້ເດັກ ທາງດ້ານອາລົມ ແລະ ແມ່ນແຕ່ຜູ້ໃຫຍ່ກໍ່ນິຍົມປະຕິບັດກັນ ຄືການເຮັດສະມາທິ, ຢູ່ຫຼາຍໆ ປະເທດໃນຕາເວັນຕົກ ສອນກັນເປັນລະບົບຢູ່ ໂຮງຮຽນ ເພາະທັມມະຂອງ ພຣະພຸດທະເຈົ້າ ໃຊ້ໄດ້ກັບທຸກຍຸກສະໄໝ ແລະ ທຸກຊັ້ນຄົນ.
    ເມື່ອເຈົ້າສຶກສາທັມມະແລ້ວ ເຈົ້າຈະຮູ້ວ່າ ມີຫຼາຍສິ່ງທີ່ເຈົ້າຍັງບໍ່ຮູ້ ແລະ ປະທັບໃຈແນ່ນອນ

- ເນື້ອບົດຕົ້ນສະບັບມາຈາກເພຈ: Genui ຄິດໃຫຍ່(ເສືອ ສີວິໄລ)

Friday 28 July 2017

ຄວາມໝາຍ, ຄວາມເປັນມາຂອງຍອດຊໍ່ຟ້າ ແລະ ອານິສົງຂອງການສ້າງຍອດຊໍ່ຟ້າ

      ຍອດຊໍ່ຟ້າໝາຍເຖິງ ຊໍ່ທີ່ຍືດຂື້ນໄປເທິງທ້ອງຟ້າເປັນສັນຍາລັກແຫ່ງການບູຊາພຣະຣັຕນະຕຣັຍ ແລະຈຳພວກ ເທພ ເທິງສວັນຊັ້ນຟ້າ, ຍອດຊໍ່ຟ້າ ເປັນຈຸດສູງສຸດຂອງສີມ ເປັນເຄື່ອງໝາຍແຫ່ງການຄົບອົງປະກອບທາງອາຄານສຳຄັນຂອງສາສນາ. ຍອດຊໍ່ຟ້າຈະນຳໃຊ້ປະດັບສະເພາະ ພຣະຣາຊວັງ ສີມາ ວິຫານແລະສິ່ງກໍ່ສ້າງອື່ນໆ ບາງປະເພດ ໃນວັດ ເທົ່ານັ້ນ
     
ຄວາມຈິງແລ້ວ ຍັງບໍ່ມີຜູ້ໃດສາມາດອະທິບາຍທີ່ມາຂອງຍອດຊໍ່ຟ້າໄດ້ຢ່າງຄົບຖ້ວນແລະຮູບຮ່າງ ໜ້າຕາຍອດຊໍ່ຟ້າກໍມີຕ່າງໆ ກັນແລ້ວແຕ່ວ່າເປັນຂອງພູມິພາກໃດເຊັ່ນ ບາງແຫ່ງປັ້ນເປັນຮູບສັດທຳມະດາຫຼືເປັນສັດຫິມະພານກໍໄດ້ ຢ່າງໃດກໍຕາມມີຄົນພຍາຍາມອະທິບາຍຮູບລັກສະນະແລະຄວາມໝາຍຍອດຊໍ່ຟ້າໄວ້ຕ່າງກັນ ດັ່ງນີ້: 
ພາບຍອດຟ້າ

      -
ຮູບເໝືອນຫົງຫຼືນົກໃນເທພນິຍາຍໝາຍເຖິງ ແດນສວັນທັງຫົກຊັ້ນ ຊຶ່ງເປັນການປະສົມຄໍາລະຫວ່າງຄຳວ່າ ຍອດ ຊໍ່ແລະຟ້າ ຍອດໝາຍເຖິງ ສູງສຸດ ຊໍ່ໝາຍເຖິງ ພວງ ສ່ວນຟ້າໝາຍເຖິງ ສ່ວນທາງເທິງຫຼືແດນສວັນ
      -
ສິ່ງທີ່ຍືດອອກໄປ ໝາຍເຖິງການຍືດອອກໄປສູ່ແດນສວັນ
      -
ຮູບຫົວນາກຢູ່ເຄິ່ງກາງສັນຫຼັງຄາ ມັກຈະມີປາສາດອົງນ້ອຍໆ ຫຼືເສດຕະສັດຕັ້ງຢູ່ ໝາຍເຖິງ ເຂົາພຣະສຸເມຣຸ ແລະນ້ຳຈະຕ້ອງໄຫຼຈາກຈຸດນີ້ ຊຶ່ງນຳໃຊ້ຮູບນາກຫຼືມັງກອນເປັນສັນຍາລັກ
     
ສະລຸບແລ້ວ ຄວາມໝາຍທີ່ແທ້ຈິງຂອງຍອດຊໍ່ຟ້າ ໜ້າຈະເປັນນາກເພາະມີຄວາມກ່ຽວຂ້ອງເຖິງ ເຫດການທີ່ໄດ້ ເກີດ ຂື້ນໃນຣະບົບພູມຈັກວານກລ່າວຄື ການຕໍ່ສູ້ລະຫວ່າງພຣະຍາອິນກັບນາກເທິງເຂົາພຣະສຸເມຣຸ ຊຶ່ງທຳໃຫ້ນາກຕ້ອງ ຜ່າຍແພ້ ແລະປ່ອຍໃຫ້ນ້ຳໄຫຼລົງມາຫຼໍ່ລ້ຽງຊີວິຕບົນໂລກ
     
ໃນສມັຍນຶ່ງ ພຣະຍາອິນໃນອະດີດຊາດເປັນມະນຸດໃນໝູ່ບ້ານອະຈະລະຄາມ ແຄວ້ນມະຄົດ ນາມວ່າ ມັກຄະມານົບ ມັກບຳເພັນປະໂຫຽດແກ່ສາທາຣະນະຊົນເປັນປະຈຳ ໂດຍຕັ້ງຄະນະຜູ້ບຳເພັນສາທາຣະນະປໂຍດຈຳນວນ 33 ຄົນ ເຊັ່ນ ສ້າງຫົນທາງໃຫ້ຄົນສັນຈອນໄປມາ ຖາງສະຖານທີ່ຮົກຮ້າງຫວ່າງເປົ່າໃຫ້ເປັນສວນອຸທຍານສະຖານທີ່ພັກຜ່ອນ ສ້າງສາລາ ແຄມທາງ ຫ້ອງນ້ຳ ປູກຕົ້ນໄມ້ໃຫ້ມີຮົ່ມ ຂຸດນ້ຳສ້າງໃຫ້ປະຊາຊົນໄດ້ໃຊ້ໃນລະດູແລ້ງ
     
ກາລຜ່ານມາ ມັກຄະມານົບພ້ອມດ້ວຍບໍຣິວານໄດ້ສ້າງສາລາຫຼັງໃຫຽ່ໄວ້ໃຫ້ຜູ້ຄົນໄດ້ພັກຜ່ອນ ມີຫ້ອງປະຊຸມ ສວນດອກໄມ້ ຫ້ອງນ້ຳ ສະນ້ຳ ເປັນຕົ້ນ ພວກເຂົາໄດ້ເຊິນຊວນຄົນທັງຫຼາຍມາສ້າງຮ່ວມກັນດ້ວຍ ຊຶ່ງມັກຄະມານົບ ຜູ້ເປັນຫົາໜ້າມີພັລຍາ 4 ຄົນ ນາມວ່າ ສຸນັນທາ ສຸຈິດຕາ ສຸທັມມາ ສຸຊາດາ ໜຶ່ງໃນ 4 ຄົນນີ້ ຜູ້ມີປັນຍາດີນາມວ່າ ສຸທັມມາ ໄດ້ຫານາຍຊ່າງເຮັດ ຍອດຊໍ່ຟ້າ ສາລາໃຫຽ່ນີ້ ຈັດກຽມໄມ້ແກະສລັກຍອດຊໍ່ຟ້າເກັບເຊື່ອງໄວ້ຮຽບຮ້ອຍແລ້ວ ເມື່ອເວລາຕິດຍອດຊໍ່ຟ້າປາກົດວ່ານາຍຊ່າງໄດ້ລືມໄປ ເພາະໄມ້ທີ່ກຽມເຮັດຍອດຊໍ່ຟ້າຍັງບໍ່ທັນແຫ້ງພໍ ຈິ່ງຕົກລົງກັນວ່າ ຕ້ອງໄປຫາຊື້ຍອດຊໍ່ຟ້າໃຫ້ໄດ້ແລະເມື່ອທຸກຄົນໄປ ເຫັນຍອດ ຊໍ່ຟ້າທີ່ນາງສຸທັມມາກຽມໄວ້ແລ້ວ ນາງກໍ່ມອບຍອດຊໍ່ຟ້ານັ້ນ ໃຫ້ໂດຍຍໍ່ຄິດມູລຄ່າແຕ່ປະການໃດ ທຸກຄົນຈິ່ງຮັບເອົາ ຍອດຊໍ່ຟ້າ ນັ້ນມາຕິດສຳເຣັດຮຽບຮ້ອຍດີແລ້ວ ສາລາຫຼັງນີ້ຈຶ່ງມີຊື່ວ່າ ສາລາສຸທັມມາ ປາກົດສູ້ສາຍຕາຂອງຜູ້ຄົນທີ່ມາໃຊ້ບໍຣິການ
     
ດ້ວຍຄຸນງາມຄວາມດີທີ່ທຸກຄົນຮ່ວມກັນບຳເພັນມາ ສິ້ນຊີວິຕແລ້ວກໍ່ໄດ້ໄປເກີດເປັນເທພໃນ ສວັນ ໂດຍຫົວໜ້າ ນາມວ່າ ມັກຄະມານົບກໍ່ໄດ້ເກີດເປັນພຣະຍາອິນຫຼືທ້າວສັກກະເທວະຣາຊໃນສວັນຊັ້ນດາວະດິງ
     
ສ່ວນນາງສຸທັມມາ ເມື່ອສິ້ນຊີວິຕແລ້ວໄດ້ໄປເກີດເປັນເມັຽຂອງພຣະຍາອິນແລະສາລາຫຼັງນັ້ນກໍ່ນຳຂື້ນມາມີຊື່ວ່າ ສາລາ ສຸທັມມາ ເປັນສາລາປະດັບປະດາໄປດ້ວຍແກ້ວ 7 ປະການ ມີແທ່ນປະທັບຂອງພຣະຍາອິນຢ່າງສວຍງາມ ສາລາຫຼັງນີ້ເປັນ ສະຖານທີ່ປະຊຸມຂອງເທວະດາເອີ້ນວ່າ ເທວະສະພາຫຼືທັມມະສະພາຫຼືສຸທັມມາສະພາ
     
ດັ່ງນັ້ນ ທ່ານພຸທສາສະນິກະຊົນທັງຫຼາຍໄດ້ຮ່ວມສ້າງແລ້ວບໍ່ມີຊື່ທີ່ພັດທະສີມາ ທີ່ສາລາ ທີ່ກຸດຕິວິຫານກໍ່ດີ ກໍ່ຢ່າໄປສົນໃຈ ເຣື່ອງຊື່ ໃຫ້ສົນໃຈເຣຶ່ອງສັດທາເປັນສິ່ງສຳຄັນ ສັດທາເຮົາມີແລ້ວ ເຮົາບໍຣິຈາກແລ້ວ ເຮົາເຮັດແລ້ວ ຊື່ໃນເມືອງມະນຸດຈະເປັນຊື່ ຜູ້ໃດກໍ່ຕາມ ແຕ່ໃນສ່ວນອານິສົງສ໌ທຸກຄົນຍ່ອມໄດ້ເຊັ່ນດຽວກັນ


  • ອານິສົງສ໌ຂອງການສ້າງຍອດຊໍ່ຟ້າ
      (1) ຊື່ວ່າທ່ານໄດ້ຝັງຂຸມຊັບໄວ້ໃນພຣະພຸທສາສນາ ເພາະຊັບຄືບຸນນີ້ໂຈຣລັກເອົາໄປບໍ່ໄດ້ ແລະຜູ້ຝັງຂຸມຊັບໄວ້ໃນ ພຣະພຸທສາສນານີ້ ຍ່ອມໄດ້ຮັບອານິສົງສ໌ໃນເບື້ອງຕົ້ນ 6 ປະການຄື ເປັນຜູ້ມີຜິວພັນງົດງາມ (ສຸວັນນະຕາ) ມິສຽງມ່ວນ (ສຸສະຣະຕາ) ມີຊວດຊົງງາມ (ສຸສັນຖານັງ) ເປັນຜູ້ມີຮູບງາມ (ສຸຣູປະຕາ) ມີຄວາມເປັນໃຫຽ່ (ອາທິປັຈຈັງ) ແລະມີບໍຣິວານ (ປະຣິວາໂຣ)
      (2)
ຊື່ວ່າທ່ານເປັນຜູ້ມີສ່ວນໃນການສ້າງພັດທະສີມາ ກຸຕິ ວິຫານໃຫ້ແລ້ວສົມບູນ ມິຄວາມສວຍງາມ ໜ້າເບິ່ງໜ້າຊົມ ຊື່ນຕາຊື່ນໃຈແກ່ຜູ້ໄດ້ເຫັນ
      (3)
ຊື່ວ່າທ່ານໄດ້ບຸນກຸສົນອັນຍິ່ງໃຫຽ່ ອັນເປັນສຸພະນິມິດໃຫ້ທ່ານໄປເກີດໃນສວັນ ຫຼັງຈາກມໍຣະນາກາລແລ້ວ
      (4)
ຊື່ວ່າທ່ານເປັນຜູ້ມີສັດທາ ບໍຣິຈາກຊັບເພື່ອບໍາຣຸງພຣະພຸທສາສນາ


- ຄັດຈາກ: ຄວາມຮູ້ເບື້ອງຕົ້ນກ່ຽວກັບພັດທະສີມາ ຂອງເວບໄຊທັມມະພຣະລາວ
- website: http://www.dhammalao.com

ພັດທະສີມາ ຫຼື ສິມ ໝາຍເຖິງຫຍັງ? ມີຈັກປະເພດ? ນິມິດໝາຍເຖິງຫຍັງ? ມີຈັກປະການ? ແລະ ລູກນີມິດມີຈັກລູກ ມີຫຍັງແດ່?

ພັດທະສີມາ ຫຼືສິມ ມາຈາກຄຳວ່າ ສີມາ ຊຶ່ງເປັນພາສາບາລີໝາຍເຖິງ ເຂດແດນທີ່ພຣະສົງຄ໌ກຳນົດໄວ້ເປັນບ່ອນປະຊຸມ ຂອງພຣະສົງຄ໌ , ພຣະທັມປິດົກ (ປ.ອ.ປຍຸຕໂຕ) ກ່າວວ່າ ສີມາ ໝາຍເຖິງເຂດກຳນົດຄວາມພ້ອມພຽງຂອງພຣະສົງຄ໌ ເຂດທີ່ພຣະສົງຄ໌ຕົກລົງໄວ້ ສຳຫຼັບພິກຂຸທັງຫຼາຍທີ່ຢູ່ພາຍໃນເຂດນັ້ນຈະຕ້ອງທຳສັງຄະກັມຮ່ວມກັນ ແລະ ວັຈນານຸກົມພຸທສາດ ສະບັບປະມວນທັມໃຫ້ຄຳ ຈຳກັດຄວາມສີມາວ່າ: ກໍາແພງ, ເຂດ, ແດນ ເຊັ່ນ ເຂດບ້ານ, ແດນນາ, ຊຶ່ງກົງກັບພາສາອັງກິດວ່າ boundary, limit, precinct, consecrated area.
ສະຫຼຸບແລ້ວ ພັດທະສີມາຫຼືສີມ ໝາຍເຖິງ ເຂດແດນ ຫຼືອານາເຂດທີ່ໄດ້ກຳນົດຂື້ນເພື່ອໃຊ້ໃນກິດຈະກັມຂອງພຣະສົງຄ໌ ຊຶ່ງຕ້ອງທຳໃນພັດທະສີມາ ຫຼືສີມເທົ່ານັ້ນ
ພຸທສາສະນິກະຊົນຄວນມີຄວາມຮູ້ໃນເຣື່ອງ ສີມາ ແລະ ນິມິດ ຊຶ່ງສີມາແປວ່າເຂດຫຼືແດນ ເໝືອນກັບເສົາຫິນ ເປັນເຄື່ອງບອກ ເຂດແດນຂອງຊາວບ້ານທົ່ວໄປນັ້ນເອງ ຕາມພຣະວິນັຍສີມາຫຼືພັດທະສີມາ ມີຢູ່ 2 ປະເພດໃຫຽ່ໆ ຄື:
ພາບສິມ ທີ່ວັດສີເມືອງ, ນະຄອນຫຼວງ
(ພາບຈາກເນັດ)
 1.     ພັດທະສີມາ :  ເຂດ ຫຼືແດນທີ່ພຣະສົງຄ໌ກໍານົດເອົາເອງ ໂດຍຈັດຕັ້ງລູກນິມິດ ແປວ່າ ເຄື່ອງໝາຍຊຶ່ງ ມີຫີນ ເປັນຕົ້ນ ວາງໄວ້ເປັນຈຸດໆ 4 ທິດຫຼື 8 ທິດກໍໄດ້ ສ່ວນຫຼາຍນິຍົມໃຊ້ລູກນິມິດນອກສີມາ 8 ໝ່ວຍ ກາລຕໍ່ມາໄດ້ເພີ່ມ ລູກນິມິດ ເຄິ່ງກາງ ສີມາອີກ 1 ໜ່ວຍ ຊຶ່ງມີພຣະພຸດທານຸຍາດໃຫ້ສົງຄ໌ກໍານົດຂນາດສີມາຕາມຄວາມຈຳເປັນ ບໍ່ນ້ອຍຫຼືບໍ່ໃຫຽ່ ເກີນໄປ ຂນາດນ້ອຍ ສຸດໃຫ້ພຣະສົງຄ໌ເຂົ້ານັ່ງຫັດຖະບາດ (ຄືນັ່ງຕົວຊື່ເດ່ແຂນອອກໄປຈັບຕົວຄົນອື່ນໄດ້) ໄດ້ບໍ່ໜ້ອຍກວ່າ 21 ອົງ ເພາະການທຳ ສັງຄະກັມບາງຢ່າງຕ້ອງມີຈຳນວນພຣະສົງຄ໌ 21 ອົງ ເຊັ່ນ ສູດອັພພານ (ສູດປະກາດໃຫ້ພຣະສົງຄ໌ຜູ້ຕ້ອງອາບັຕສັງຄາທິເສສ ເມື່ອຮັບໂທດດ້ວຍການຢູ່ກັມຕາມເວລາ ທີ່ປົກປິດໄວ້ບວກກັບ ການຢູ່ມານັດ ເພື່ອກຽມຕົວເປັນພຣະສົງຄ໌ຜູ້ມີສີລບໍຣິສຸດອີກ ຫົກຄືນ) ແຕ່ຫາກຈະທຳສີມາໃຫຽ່ມີພຣະພຸດທານຸຍາດ ຂນາດກວ້າງບໍ່ເກີນ 3 ໂຍດ (ມາດຕາແທກທາງຍາວຕາມແບບພາສາ ບາລີ ໂຍດນຶ່ງເທົ່າກັບ 16 ກ.ມ.ຫຼື 200 ເສັ້ນ) ຖ້າເກີນຂນາດກໍານົດນີ້ຖືວ່າໃຊ້ບໍ່ໄດ້ (ສີມາວິບັດ) ພັດທະສີມານີ້ແບ່ງອອກເປັນ 4 ປະເພດ ໄດ້ແກ່

      (ກ) ຂັນທະສີມາຄື ສີມາຂນາດນ້ອຍທີ່ສົງຄ໌ກໍານົດຜູກສະເພາະໂຮງອຸໂບສົດທີ່ຢູ່ໃນມະຫາສີມາ ໂດຍມີວັດຖຸປະສົງເປັນ ເຄື່ອງຂັ້ນແດນ (ສີມັນຕຣິກ) ລະຫວ່າງມະຫາສີມາກັບຂັນທະສີມາ ເພື່ອບໍ່ໃຫ້ສີມາທັງ 2 ຄາບກ່ຽວກັນ

      (ຂ) ມະຫາສີມາຄື ສີມາທີ່ທ່ານກໍານົດຜູກທົ່ວບໍຣິເວນວັດ

      (ຄ) ສີມາ 2 ຊັ້ນ ໝາຍເຖິງ ມະຫາສີມາກັບຂັນທະສີມາໃນວັດດຽວກັນ
      (ງ) ນະທີປາຣສີມາຄື ສີມາທີ່ສົມມຸດກວມຝັ່ງນໍ້າທັງ 2 ໂດຍເປີດແມ່ນໍ້າໄວ້ກາງສີມາຊະນິດນີ້ ຊົງພຣະພຸດທານຸຍາດ ໃຫ້ສົມມຸດ ໄດ້ສະເພາະໃນເຂດທີ່ມີເຮືອໄປມາຢູ່ສເມີ

2.    ອະພັດທະສີມາ : ເຂດຫຼືແດນທີ່ພຣະສົງຄ໌ບໍ່ໄດ້ກໍານົດເອົາເອງ ຊຶ່ງທາງຣາຊການ ເຈົ້າໜ້າທີ່ບ້ານເມືອງກໍານົດໄວ້ໃນ ສມັຍກ່ອນພຣະສົງຄ໌ໃຊ້ເປັນເຂດປະຊຸມສົງຄ໌ ເພື່ອທຳສັງຄະກັມຊົ່ວຄາວ ແຕ່ສົງຄ໌ບໍ່ມີກຳມະສິດເອົາເປັນຂອງສົງຄ໌ຢ່າງຖາວອນ ເນື່ອງຈາກບໍ່ຮູ້ວ່າ ທາງຣາຊການຈະຍຶດຄືນເມື່ອໃດ ສມັຍນີ້ຈຶ່ງບໍ່ນິຍົມໃຊ້ອະພັດທະສີມາ

      ໃນການສ້າງພັດທະສີມານັ້ນນິຍົມໃຫ້ດ້ານໜ້າຂອງສີມາປິ່ນໄປທາງທິດຕະເວັນອອກ ຊຶ່ງມີຄວາມເຊື່ອວ່າ ເປັນ ທິດມຸງຄຸນ ຕາມທີ່ພຣະພຸທເຈົ້າຊົງປະທັບຕຣັສຮູ້ ໂດຍປິ່ນພຣະພັກໄປທາງທິດຕະເວັນອອກແລະເປັນທິດທີ່ ດວງຕະເວັນ ເຣິ່ມຂື້ນສູ່ທ້ອງຟ້າ ສ່ອງແສງສວ່າງລົງສູ່ຜືນແຜ່ນດິນ ຈະເຮັດໃຫ້ອາວາສຫຼືອາຮາມເຂດແຫ່ງນັ້ນເປັນມຸງຄຸນສະຖານ ຢ່າງໃດກໍ່ຕາມ ຫາກຕ້ອງການ ສ້າງພັດທະສີມາຈຳເປັນຕ້ອງເບິ່ງສະຖານທີ່ແລະຄວາມເໝາະສົມ ດ້ວຍເຫດຜົນດັ່ງກ່າວ ຈຶ່ງມີຫຼາຍວັດບໍ່ວ່າໃນເມືອງລາວຫລື ໃນປະເທດອື່ນທີ່ນັບຖືພຣະພຸທສາສນາໄດ້ສ້າງພັດທະສີມາ ໂດຍໃຫ້ດ້ານໜ້າ ຂອງສີມປິ່ນໄປໃນທິດທີ່ແຕກຕ່າງກັນ

  ນິມິດ ແປວ່າ ເຄື່ອງໝາຍຫຼືວັດຖຸທີ່ໃຊ້ເປັນເຄື່ອງໝາຍເຂດແຫ່ງສີມາ ພຣະພຸດທະເຈົ້າກຳນົດໄວ້ມີ 8 ປະການຄື (1) ພູເຂົາ (2) ສິລາ (ຫິນ) (3) ປ່າໄມ້ (4) ຕົ້ນໄມ້ (5) ໂພນປວກ (6) ຫົນທາງ (7) ແມ່ນໍ້າ (8) ສະນໍ້າ ຊຶ່ງນິມິດເຫຼົ່ານີ້ມີຢູ່ຕາມທໍາມະຊາດ ເຮັດໃຫ້ການກໍານົດເຂດແດນທໍາສັງຄະກັມ ປະຊຸມສົງຄ໌ເຮັດໄດ້ຍາກແລະມັກຄາດເຄື້ອນເຊັ່ນ ຫາກໃຊ້ຕົ້ນໄມ້ເປັນເຄື່ອງໝາຍ ບອກເຂດແດນ ເມື່ອຕົ້ນໄມ້ນັ້ນຫັກຂົ່ນລົງຫຼືຕາຍໄປ ກໍ່ຈະເຮັດໃຫ້ເຂດແດນທີ່ອາໃສຕົ້ນໄມ້ນັ້ນເປັນເຄື່ອງໝາຍຈະຄາດເຄື້ອນໄປ
ກາລຕໍ່ມາ ຈຶ່ງໄດ້ກໍານົດນິມິດປະເພດນຶ່ງຂື້ນແທນ ຊຶ່ງເປັນການສ້າງຫຼືເຮັດຂື້ນເຊັ່ນ ຂຸດບໍ່ນໍ້າ ຄັນຄູນໍ້າ ສະນໍ້າ ແລະ ກ້ອນຫິນ ໂດຍສະເພາະກ້ອນຫິນເປັນທີ່ນິຍົມກັນຫຼາຍເພາະໝັ້ນຄົງ ທົນທານແລະເຄື້ອນຍ້າຍໄດ້ຍາກ ຕໍ່ມາເມື່ອເທກໂນໂລຍີມີຄວາມ ກ້າວໜ້າມາກຂື້ນ ຈຶ່ງມີການເຮັດ (ປະດິດ) ກ້ອນຫິນໃຫ້ເປັນໜ່ວຍມົນໆ ປະມານເທົ່າ ບາຕຂອງພຣະສົງຄ໌ເປັນ ເຄື່ອງໝາຍ ຂື້ນແທນ ເອີ້ນວ່າ ລູກນິມິດ ດັ່ງທີ່ເຫັນຢູ່ໃນປັດຈຸບັນ ເມື່ອມີລູກນິມິດ ເປັນເຄື່ອງໝາຍບອກເຂດແດນ ຕໍ່ມາຈຶ່ງມີພິທີກັມ ເອີ້ນວ່າການ ຝັງລູກນິມິດ ຂື້ນ

ລູກນິມິດທັງ 9 ລູກນັ້ນ ຈຳນວນ 1 ລູກເປັນນິມິດເອກຕັ້ງຢູ່ກາງສີມາ ເພື່ອເປັນການຖວາຍບູຊາພຣະພຸທເຈົ້າ ສ່ວນຈຳນວນ 8 ລູກ ຈະຖືກຈັດໃຫ້ຢູ່ຕາມທິດຕ່າງໆ ໂດຍຮອບສີມາເອີ້ນວ່າ ທິດທັງ 8 ມີຄວາມໝາຍເປັນມຸງຄຸນຄື ເປັນອົງແທນພຣະອໍຣະຫັນ ສາວົກ ຊຶ່ງການຝັງລູກນິມິຕຈຳນວນ 8 ລູກນັ້ນນິຍົມຝັງຫ່າງຈາກຕົວສີມາປະມານ 2-4 ແມັດ ລູກນິມິດ 9 ລູກນັ້ນ ມີຄວາມໝາຍດັ່ງນີ້: 
ລູກນິມິດທີ່ໃຊ້ໃນພິທີຝັງລູກນິມິດ
(ພາບຈາກເນັດ)
1.     ນິມິດລູກເອກ : ເປັນລູກທີ່ມີຄວາມສໍາຄັນຫຼາຍ ຖືເປັນປະທານຂອງລູກນິມິດທັງໝົດຈະຝັງໄວ້ບໍຣິເວນໃຈກາງສີມາ (ສະບືສິມ) ໂດຍອ້ອມດ້ວຍລູກນິມິດອີກ 8 ລູກ ຊຶ່ງເປັນການຖວາຍບູຊາພຣະພຸທເຈົ້າ ຜູ້ເປັນສາສດາຂອງພຣະພຸທສາສນາ ເປັນພຣະປະມຸກແຫ່ງສົງຄ໌ ເປັນການອັນເຊີນ ແລະບູຊາພຣະເກດ ເທພຜູ້ຮັກສາສະຖານທີ່ສ່ວນກາງຂອງສີມາ.
2.    ທິດຕະເວັນອອກ (ບູຣະພາ) : ລູກທີ່ຢູ່ດ້ານໜ້າຂອງສີມາ ຖືເປັນລູກນິມິດບໍຣິວານທີ່ມີຄວາມໂດດເດັ່ນເປັນພິເສດ ເປັນລູກທຳອິດທີ່ເລີ້ມນັບ ດັ່ງນັ້ນ ຈຶ່ງປຽບນິມິດລູກນີ້ເໝືອນປະຖົມສາວົກຂອງພຣະພຸດທະເຈົ້າຄື ພຣະອັນຍາໂກນທັນຍະ ພຣະອັຄຣະສາວົກຜູ້ໄດ້ຮັບຍົກຍ້ອງວ່າ ເປັນເອຕທັຄຄະຜູ້ຮູ້ຣາຕີກາລນານຄື ມີຄວາມຮູ້ຫຼາຍ ຜ່ານໂລກມາຫຼາຍ ການຝັງລູກນິມິດໄວ້ດ້ານນີ້ ເພື່ອເປັນການບູຊາພຣະອັນຍາໂກນທັນຍະ ເປັນການອັນເຊີນແລະບູຊາພຣະຈັນ ເທພຜູ້ຮັກສາສະຖານທີ່ສ່ວນດ້ານໜ້າຂອງສີມາ.
3.    ທິດຕະເວັນອອກສ່ຽງໃຕ້ (ອາຄະເນ) : ຢູ່ດ້ານໜ້າຝັ່ງຂວາຂອງສີມາ ການຝັງລູກນິມິດໄວ້ທາງທິດນີ້ເພື່ອບູຊາ ພຣະມະຫາກັສປະເຖຣະ ພຣະອັຄຣະສາວົກຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະຜູຊົງທຸດົງ ກາລຕໍ່ມາໄດ້ເປັນປະທານສົງຄ໌ ທຳສັງຄາຍະນາ ເປັນການອັນເຊີນແລະບູຊາພຣະອັງຄານ ເທພຜູ້ຮັກສາສະຖານທີ່ທາງດ້ານທິດ ຕະເວັນອອກສ່ຽງໃຕ້ ຂອງສີມາ ອີກອົງນຶ່ງ.
4.    ທິດໃຕ້ (ທັກສິນ) : ເປັນລູກນິມິດທີ່ຢູ່ທາງດ້ານຂວາຂອງສີມາ ເປັນການບູຊາພຣະສາຣີບຸຕ ພຣະອັຄຣະສາວົກຝ່າຍຂວາ ຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະຜູ້ເລີດໃນທາງປັນຍາ ເປັນການອັນເຊີນແລະບູຊາພຣະພຸດ ເທພຜູ້ຮັກສາ ສະຖານທີ່ ດ້ານທິດໃຕ້ຂອງສີມາ.
5.    ທິດຕະເວັນຕົກສ່ຽງໃຕ້ (ຫໍຣະດີ) : ທິດດ້ານຫຼັງຝັ່ງຂວາຂອງສີມາ ການຝັງລູກນິມິດທາງດ້ານນີ້ ເພື່ອບູຊາພຣະອຸບາລີ ເຖຣະ ພຣະອັຄຣະສາວົກຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະຜູ້ເລີດໃນທາງວິນັຍ ເປັນການອັນເຊີນແລະບູຊາພຣະເສົາ ຊຶ່ງເປັນເທພນຶ່ງໃນນົພເຄາະທັງ 9 ຄື ເທພຜູ້ດູແລຮັກສາສະຖານທີ່ດ້ານຕະເວັນຕົກສ່ຽງໃຕ້ຂອງສີມາ.
6.    ທິດຕະເວັນຕົກ (ປະຈິມ) : ເປັນລູກນິມິດທີ່ຝັງຢູ່ດ້ານຫຼັງຂອງສີມາ ເປັນເຄື່ອງໝາຍຂອງເງົາ ຊຶ່ງປຽບໄດ້ກັບພຣະເຖຣະ ທີ່ເປັນພຸດທະອຸປຖາກ ຄອຍເຝົ້າຕິດຕາມຮັບໃຊ້ພຣະພຸດທະອົງເໝືອນເງົາຕາມຕົວ ດັ່ງນັ້ນ ການຝັງລູກນິມິດທາງທິດນີ້ເພື່ອ ເປັນການບູຊາ ພຣະອານົນເຖຣະ ພຣະອັຄຣະສາວົກຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະຜູ້ເລີດໃນທາງພະຫຸສູດແລະ ເປັນມະຫາພຸດທະອຸປຖາກແດ່ພຣະພຸດທະເຈົ້າ ແລະອັນເຊີນບູຊາພຣະພະຫັດ ເທພຜູ້ຮັກສາທິດຕະເວັນຕົກ.
7.    ທິດຕະເວັນຕົກສ່ຽງເໜືອ (ພາຍັບ) : ການຝັງລູກນິມິດທີ່ຢູ່ດ້ານຫຼັງຝັ່ງຊ້າຍຂອງສີມານີ້ ເປັນການບູຊາ ພຣະຄວັມປະຕິເຖຣະ ພຣະອັຄຣະສາວົກຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະຜູ້ເລີດໃນທາງລາບສັກຣະແລະຮູບງາມ ແລະອັນເຊີນບູຊາພຣະຣາຫູ ຊຶ່ງເປັນເທພປະຈຳທິດນີ້.
8.    ທິດເໜືອ (ອຸດອນ) : ລູກນິມິດທີ່ຝັງທາງດ້ານນີ້ ຖືວ່າເປັນລູກທີ່ສໍາຄັນອີກລູກນຶ່ງ ຊຶ່ງຢູ່ດ້ານຊ້າຍຂອງສີມາ ເພື່ອເປັນ ການບູຊາ ພຣະໂມຄຄັລລານະ ພຣະອັຄຣະສາວົກຝ່າຍຊ້າຍຂອງພຣະພຸດທະເຈົ້າຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະ ຜູ້ເລີດໃນທາງສະແດງລິດ ແລະອັນເຊີນບູຊາພຣະສຸກ ເທພຜູ້ຮັກສາປະຈຳທິດນີ້.
9.    ທິດຕະເວັນອອກສ່ຽງເໜືອ (ອີສານ) : ລູກນິມິດທີ່ຝັງຢູ່ດ້ານໜ້າຝັ່ງຊ້າຍຂອງສີມາທາງທິດ ເໜືອນີ້ ເປັນເຄື່ອງໝາຍ ແຫ່ງຄວາມຜູກພັນ ມີຜົນທາງດ້ານຈິຕໃຈ ຖືເປັນທິດສຸດທ້າຍເພື່ອເປັນການບູຊາ ພຣະຣາຫຸນເຖຣະ ຊຶ່ງເປັນພຣະໂອຣົສ ຂອງເຈົ້າຊາຍສິດທັດຖະ ພຣະອັຄຣະສາວົກຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະຜູ້ເລີດ ໃນທາງການສຶກສາ ແລະອັນເຊີນ ບູຊາພຣະອາທິດ ເທພຜູ້ຮັກສາປະຈຳທິດນີ້.
ພາບລູກນິມິດເອກ ທີ່ໃຊ້ຝັງໃຈການສິມ
(ພາຍຈາກເນັດ)
ໃນງານບຸນຕິດທອງຝັງລູກນິມິຕ ນິຍົມໃສ່ປື້ມຂຽນຫຼືແຜ່ນທອງ ສໍຂຽນ ເຂັມ ດ້າຍ ລົງໃນຂຸມດ້ວຍ ເພາະມີຄວາມ ເຊື່ອວ່າ ຫາກຜູ້ທຳບຸນຂຽນຂໍ້ຄວາມທີ່ອະທິຖານລົງປື້ມຂຽນຫຼືແຜ່ນທອງ ຈະມີຄວາມຈຳດີ ບໍ່ຫຼົງລືມງ່າຍ ສ່ວນເຂັມມີຄວາມໝາຍວ່າ ຈະມີປັນຍາແຫຼມຄົມ ດ້າຍໝາຍເຖິງ ຄວາມຕໍ່ເນື່ອງມີຊີວິຕຍືນຍາວແລະ ການຕິດທອງ ລູກນິມິຕ ເພື່ອໃຫ້ກາຍຜ່ອງໃສຜິວພັນ ສວຍງາມ ນອກຈາກນີ້ຜູ້ມີຈິຕສັດທາຈະນຳຂອງມີຄ່າໃສ່ລົງໄປໃນຂຸມດ້ວຍເຊັ່ນ ແກ້ວແຫວນເງິນທອງ ເພາະຖືວ່າເປັນການຝາກ ວັດຖຸເຫຼົ່ານີ້ໄວ້ໃນພຣະພຸທສາສນາ ເມື່ອສິ້ນຊີວິຕແລ້ວຈະໄດ້ໄປເກີດໃນ ພົບພູມທີ່ດີ ມີຊັບສົມບັດແກ້ວແຫວນ ເງິນທອງ ໂດຍສ່ວນຫຼາຍນິຍົມນຳຂອງມີຄ່າໃສ່ລົງໄປໃນຂຸມນິມິຕລູກເອກ ຊຶ່ງເປັນຈຸດສູນກາງຂອງສີມາຈະມີຄວາມປອດໄພ ຈາກ ຄົນລັກຂະໂມຍຂຸດຂື້ນມາ ເນື່ອງຈາກ ເມື່ອຝັງລູກນິມິຕແລ້ວຈະ ຖົມດິນໃຫ້ແໜ້ນໜາ ເທປູນຊີມັງບໍຣິເວນດ້ານໃນຂອງສີມາ ຫຼືສີມໃນບາງວັດຈະປູກະເບື້ອງ(tiles)ອີກຊັ້ນຫນຶ່ງ

- ຄັດຈາກ: ຄວາມຮູ້ເບື້ອງຕົ້ນກ່ຽວກັບພັດທະສີມາ ເວບໄຊ: ທັມມະພຣະລາວ
- website: http://www.dhammalao.com/ 

Wednesday 26 July 2017

ສະຖານທີ່ອະນຸຍາດ ແລະ ຫ້າມພິກຂຸຈໍາພັນສາ ມີສະຖານທີ່ແບບໃດແດ່? ແລະ ການເດີນທາງອອກເຂດອາວາດ(ວັດ)ແບບໃດທີ່ເຮັດໃຫ້ພິກຂຸບໍ່ຂາດ ແລະ ຂາດພັນສາ?

ການເຂົ້າຈໍາວັດສາ ຫຼື ພັນສາ ພຣະພຸດທະເຈົ້າຊົງອະນຸຍາດໃຫ້ຈໍາວັດສາພຽງ 3 ເດືອນ ທີ່ເອີ້ນວ່າ ໄຕຮມາດ, ໃນເດືອນທ້າຍລະດູຝົນໜຶ່ງເດືອນເປັນຈີວອນກາລ (ເຊິ່ງຊາວພຸດໄດ້ເຮັດບຸນ ຖວາຍຜ້າສະບົງ ຫຼື ຜ້າຂາວ ທີ່ເຮົາເອີ້ນວ່າ ຜ້າຈໍາພັນສາ ຫຼື ຜ້າຈໍາຍາມຝົນ ຫຼື ຜ້າອາບນໍ້າຝົນ) ເປັນຄາວສະແຫວງຫາຜ້າມາເຮັດຈີວອນຂອງພະສົງ ເພື່ອປ່ຽນຜ້າໄຕຈີວອນໂຕເດີມ.

ສະຖານທີ່ອະນຸຍາດໃຫ້ຈໍາວັດສາ ຕ້ອງເປັນເສນາສະນະ(ທີ່ຢູ່) ທີ່ມີມຸ້ງ ມີທີ່ບັງ ມີບານປະຕູໄຂ ອັດໄດ້ ເຫຼົ່ານີ້ແມ່ນທ່ານອະນຸຍາດໃຫ້ຈໍາວັດສາໄດ້. ທີ່ປະສະຈາກທີ່ມຸງ ທີ່ບັງ ບໍ່ມີບານປະຕູອັດ ໄຂໄດ້, ໂລງຜີ, ໃນຮົ່ມ(ເຊັ່ນກົດພະທຸດົງ, ຫຼື ກຸດຕິທີ່ເປັນຜ້າ ເຊັ່ນ ເຕັ້ນ), ໃນອ່າງນໍ້າ, ໃນໂກນໄມ້, ຫຼື ງ່າໄມ້ ທີ່ເຫຼົ່ານີ້ແມ່ນ ທ່ານຫ້າມບໍ່ໃຫ້ພິກຂຸຈໍາວັດສາ.

ການຈໍາວັດສາ ຂອງພິກຂຸ ຕ້ອງຢູ່ທີ່ແຫ່ງດຽວ ພາຍໃນເຂດທີ່ກຳນົດ ຕລອດ 3 ເດືອນ ຈົນພົ້ນຈາກວັນປະວາຣະນາ(ມື້ອອກພັນສາ)ໄປ ຈຶ່ງສາມາດເດີນທາງໄປທີ່ອື່ນໄດ້, ຖ້າມີທຸລະ ຈໍາເປັນແທ້ໆ ຊົງອະນຸຍາດໃຫ້ໄປໄດ້ແຕ່ຕ້ອງກັບມາພາຍໃນ 7 ວັນ, ຖ້າເກີນກຳນົດແມ່ນວັດສາຂາດ(ເວັ້ນແຕ່ຕັ້ງໃຈຈະກັບມາແຕ່ມີອັນຕລາຍຖືວ່າບໍ່ຂາດພັນສາ), ໃນບາລີບໍ່ໄດ້ລະບຸວ່າໄປໄດ້ເທື່ອດຽວ ຫຼື ຫຼາຍເທື່ອ ແຕ່ເພິ່ນກຳນົດອະນຸຍາດໃຫ້ໄປຫຼາຍເທື່ອໄດ້ ສະນັ້ນກໍລະນີນີ້ ຖ້າຫາກໄປໆ - ກັບໆ ມາຫຼາຍໆເທື່ອ ລວມກັນບໍ່ໃຫ້ເກີນ 7 ວັນ ຖ້າເກີນຖືວ່າຂາດພັນສາ.

ສ່ວນເຫດທີ່ ວັດສາຂາດ ຫຼື ພັນສາຂາດ ແຕ່ບໍ່ເປັນອາບັດ ມີຄື:
     1.     ຖືກສັດຮ້າຍ, ໂຈນ, ບຽດບຽນ
     2.    ເສນາສານະ(ທີ່ຢູ່ ຫຼື ວັດ) ຖືກໄຟໄໝ້, ນໍ້າຖ້ວມ
     3.    ເກີດໄພໃຫ້ມີການໂຄຈອນ(ຊາວບ້ານອົບພະຍົບ ໄປນໍາເຂົາກໍ່ສົມຄວນ)
     4.    ອຶດຢາກອາຫານ, ໄພແລ້ງ, ຫຼື ບໍ່ໄດ້ອຸປະຖາກທີ່ຄວນ(ຖ້າຈໍາແທ້ໆຈຶ່ງໂຄຈອນໄດ້)
     5.    ມີໄພຕໍ່ການປະພຶດພົມມະຈັນ(ມີຍິງມາກ່ອມ ຫຼື ຍາດມາວົນລໍ້ໃຫ້ລາສິກຂາ)
     6.    ພະສົງໃນອາວາດອື່ນ(ວັດອື່ນ)ມີການແຕກແຍກ ຕ້ອງເດີນທາງເພື່ອຈະຫ້າມ ຫຼື ເພື່ອຈະຊ່ວນສະໝານສາມັກຄິກັນຄືນ
ພາບມື້ບຸນອອກພັນສາ ຢູ່ຫຼວງພະບາງ
(ພາບຈາກເນັດ)
  - LaoBuddhistMonk ຄັດຫຍໍ້ຈາກໜັງສືວິນັຍມຸຂ ເຫຼັ້ມ2 ສິບັບມາດຕະຖານ ໜ້າ74-78, ຮວບຮວມ ແລະ ຮຽບຮຽງໂດຍ ມະຫາທອງຄໍາ ຫຼ່ຽມບຸນເຮືອງ 

Wednesday 19 July 2017

ວັດຄື ອາລາມພາຍນອກ ຄວາມສັດທາ ແລະ ປະຕິບັດຄື ອາລາມພາຍໃນ

"ວັດ ເປັນອາລາມພາຍນອກ ສໍາລັບເປັນທີ່ຢູ່ຂອງເນື້້ອນາບຸນ ແລະ ຜູ້ປະຕິບັດທຳສ່ວນໜຶ່ງ, ຊາວພຸດຄວນຈະມີວັດພາຍໃນ ຄືວັດພາຍໃນຈິດໃຈຂອງຕົນເອງອີກສ່ວນໜຶ່ງນໍໍາ.  ວັດ ແບບນີ້(ວັດພາຍໃນ) ພະພຸດທະເຈົ້າ ຕັດເອີ້ນວ່າ ທັມມາລາມ ມີສັດທາໃນພະລັດຕະນະໄຕ ຄືພະພຸດ, ພະທັມ, ແລະ ພະສົງ ເປັນພະພຸດປະຕິມາ ເປັນຕູ້ພະທັມ ເປັນພະສົງທີ່ມີຢູ່ໃນໃຈທຸກເມືອ ວັດໃນໃຈນີ້ຈະຕິດຕາມເຮົາໄປທຸກສະຖານທີ່  ຂໍໃຫ້ພາກັນສັດທາຕັ້ງໝັ່ນ ໃນພະລັດຕະນະໄຕ ຈະໄດ້ມີພະພຸດທະປະຕິມາ ເປັນຕູ້ທັມຂອງພະລັດຕະນະໄຕ ທຸກເມື່ອ"


- ພຣະສົມເດັດ ພຣະຍານສັງວອນ(ອະດີດພະສັງຄະລາດແຫ່ງລາຊະອານາຈກໄທຍ)

ພາບພະນັ່ງສະມາທິ
(ພາບຈາກອິນເຕີເນັດ)

ເຮົາໄດ້ຫຍັງຈາກການທຳວັດ, ໄຫວ້ພະ, ສູດມົນ??

   ເຮົາໄດ້ຫຍັງຈາກການທຳວັດ, ໄຫວ້ພະ, ສູດມົນ??

   ເຮົາໄດ້ຫຍັງຈາກການທຳວັດ, ໄຫວ້ພະ, ສູດມົນ? ຖ້າເຈີຄໍາຖາມນີ້ສ່ວນຫຼາຍຈະຕອບວ່າ ໄດ້ບຸນ ເພາະເຮົາກາບໄຫວ້, ກ່າວຄໍາສັນລະເສີນອົງສຳມາສຳພຸດທະເຈົ້າ ຊຶ່ງມີພະພຸດທະຮູບທີ່ເປັນສັນຍາລັກຂອງພະອົງ, ແຕ່ຖ້າຈະໃຫ້ອະທິບາຍຜົນຂອງການທຳວັດ, ໄຫວ້ພະ, ສູດມົນແບບເປັນເຫດຜົນແລ້ວ ຫຼາຍຄົນກໍ່ອາດອະທິບາຍແຕກຕ່າງກັນໄປ ແຕ່ລວມໆແລ້ວເວລາເຮົາທຳວັດ, ໄຫວ້ພະ, ສູດມົນເປັນປະຈໍາ ແລະ ດ້ວຍການສັງລວມກາຍ, ວາຈາ, ໃຈ ແມ່ນມີຄຸນປະໂຫຍດໂດຍກົງດັ່ງນີ້:

   ການທຳວັດ, ໄຫວ້ພະ, ສູດມົນເມືອເຮັດດ້ວຍການສັງລວມລະວັງເຮັດໃຫ້ກາຍ, ວາຈາ, ກິລິຍາມາລະຍາດຮຽບຮ້ອຍ ເປັນປົກກະຕິ ນີ້ຈັດເປັນ ສິນ (ສີລ).
ຂະນະສູດມົນ ຜູ້ສູດຕັ້ງຈິດຈົດຈໍ່ຢູ່ໃນເນື້ອຫາ ແລະ ຄວາມໝາຍຂອງບົດສູດ, ບົດທຳ ເຮັດໃຫ້ຈິດຖິ້ມອາລົມຕ່າງໆ(ແນວຄິດຟຸ້ງຊານຕ່າງໆ) ມາເປັນອາລົມດຽວ ຂະນະນັ້ນເອີ້ນວ່າ: "ສະມາທິ"

   ການມີຄວາມຮູ້ສຶກຕົວທົ່ວພ້ອມ ມີການລະນຶກຕົວຢູ່ສະເໝີ ຊາບຊຶ້ງຢູ່ໃນບົດທຳ ແລະ ເກີດຄວາມເຂົ້າໃຈແຈ່ມແຈ້ງ ໃນຫຼັກຄໍາສອນ ສ່ວນນີ້ເອີ້ນວ່າ  "ປັນຍາ".
ການທຳວັດ, ໄຫວ້ພະ, ສູດມົນ ເມືອຕັ້ງໃຈສຶກສາ ແກ້ໄຂ ປັບປຸງ ປ່ຽນແປງ ຄວາມຄິດຄວາມເຫັນໃຫ້ເປັນໄປຕາມທຳມະທີ່ຮໍ່າຮຽນທ່ອງຈໍາຢູ່ໃນຂະນະນັ້ນ ຈິດໃຈເກີດຄວາມຜ່ອງໃສ ສະຫງົບ ເຢັນ ເປັນສະພາວະທໍາ ເປັນສະພາບຄວາມຮູ້ສຶກ ປະກົດຂື້ນໃນໃຈຂອງເຮົາ ປະກົດການເຊັ່ນນີ້ ກໍ່ຈະະຄ້າຍຄືກັບວ່າເຮົາໄດ້ພົບພະພຸດທະເຈົ້າ ເພາະພະທໍາ ຄືພະພຸດທະເຈົ້າ, ພະພຸດທະເຈົ້າທີ່ແທ້ຈິງ ຄືພະທໍາ ດັ່ງທີ່ທ່ານຕັດໄວ້ວ່າ "ຜູ້ໃດເຫັນທຳ ຜູ້ນັ້ນເຫັນເຮົາ ຕະຖາຄົດ"

   ສະຫຼຸບແລ້ວ ຜູ້ທີ່ຫມັ່ນທຳວັດ, ໄຫວ້ພະ, ສູດມົນ ດ້ວຍການສັງລວມກາຍ, ວາຈາ, ໃຈ ແມ່ນມີຄຸນຢູ່ 3 ຢ່າງຄື: ເຮັດໃຫ້ສີນ, ສະມາທິ, ປັນຍາ ແລະ ປຽບສະເໝືອນການເຂົ້າເຝົ້າພະພຸດທະເຈົ້າ

_LaoBuddhistMonkຄັດຈາກໜັງສືໄຫສ້ພະ, ສູດມົນ

Sunday 16 July 2017

ການທຳວັຕຣ ໝາຍຖິງຫຍັງ?

ການທຳວັຕຣ ໝາຍເຖິງການກະທຳໂດຍຕໍໍ່ເນື່ອງເປັນກິດຈະວັັດເຊິ່ັງເປັນການເຝິກຫັດອັນຈະມີຜົນ ຕໍ່ການປ່ຽນແປງຈິດ, ນິດໄສ ແລະ ເປັນຫົນທາງໃຫ້ເກີດຄຸນທຳ ທີ່ຈະເປັນຄຸນຕໍ່ການດຳລົງຊີວິດ ເຊັ່ນຄວາມຂະຫຍັ່ນ ໝັ້ນພຽນ ຄວາມອົດທົນ ຄວາມສໍາລວມລະວັງ ຄວາມຕັ້ງໝັ່ນແຫ່ງຈິດ ແລະ ຄວາມຮູ້ແຈ້ງໃນສັດຈະທັມເປັນຕົ້ນ

ເນນກຳລັງອານາໄມຂອບວັດ
(ພາບຈາກອິນເຕີເນັດ)

ການສູດມົນ ໄຫ້ວພະ ໝາຍເຖິງຫຍັງ?

ການສູດມົນ ໝາຍເຖິງການສຶກສາຮໍ່າຮຽນ ຄໍາວ່າ "ສຶກສາ"ໃນທາງພະພຸດທະສາສນາ ຄອບຄຸມໄປເຖິງການປະຕິບັດດ້ວຍ ຄືເມືອຍັງບໍ່ຮູ້ກໍ່ຮຽນໃຫ້ຮູ້ ຟັງໃຫ້ຫຼາຍທ່ອງຈາພິຈາລະນາ ສິ່ງທີ່ໄດ້ຮຽນ ລົງຄວາມເຫັນວ່າສິ່ງໃດຖືກຕ້ອງ ສິ່ງໃດດີງາມແລ້ວກໍ່ຕັ້ງໃຈປະຕິບັດຕາມນັ້ນໄປ
ການໄຫວ້ພະ ສວດມົນ ຟັງທັມ ໃນເມືອງບັອດຕັນ ປະເທດເມກາ
(ພາບຈາກອິນເຕີເນັດ)
  ການທຳວັດສູດມົນ ທີ່ຈະໃຫ້ຜົນດີ ແກ່ຜູ້ກະທຳນັ້ນຕ້ອງລະນຶກໃຫ້ຖືກຕ້ອງວ່າ ບໍ່ມ່ນເປັນການບວງສວງ ອ້ອນວອນ ຫຼື ໄປຄິດແຕ່ງຕັ້ງໃຫ້ພະພຸດທະອົງ ຕລອດຈົນພະທັມ ແລະ ພະສົງ ເປັນຜູ້ຮັບຮູ້ ແລະ ເປັນຜູ້ທີ່ຈະບັນດານໃຫ້ ສິ່ງທີ່ຕົນປາຖະໜາ ມັນກາຍເປັນການກະທຳທີ່ງົມງວາຍໄຮ້ເຫດຜົນ ອັນບໍ່ແມ່ນວິໄສທີ່ແທ້ຈິງ ຂອງຊາວພຸດ ການທຳວັດ ສູດມົນ ຄວນທຳໃນລັກສະນະຂອງການພາວະນາ ຄືທຳກຸສົນທຳ ຫຼື ສິ່ງທີ່ຖືກຕ້ອງດີງາມໃຫ້ຈະເລີນຂື້ນ ແລະ ທຳໃຫ້ມີລັກສະນະຂອງການສຶກສາ ເລື່ອງສິນ ສະມາທິ ແລະ ປັນຍາ

ພຸດທະສາສະນາ ຫຼື ສາສນາພຸດເປັນສາສນາ ແນວໃດ?


ພຸດທະສາສນາ ເປັນສາສນາແຫ່ງການກະທຳ ບໍ່ແມ່ນສາສນາແຫ່ງການບວງສວງ ອ້ອນວອນ ບົນບາລ ສານກ່າວ ຫາກແຕ່ເປັນສາດແຫ່ງ ຄວາມຮັກ ຄວາມເມດຕາ ໃຫ້ອາໄພ ໃຫ້ການຊ່ວຍເຫຼືອ ທີ່ສໍາຄັນເປັນສາສນາແຫ່ງປັນຍາ ແລະ ເປັນປັນຍາທີ່ເກີດຈາກການກະທຳ ຕາມຄໍາສັ່ງສອນທີ່ພະພຸດທະເຈົ້າຕັດໄວ້ ຊຶ່ງເປັນຍານີ້ເອງ ຈະເປັນສິ່ງພັດທະນາຈິດໃຈມະນຸດ ໃຫ້ພົ້ນຈາກຄວາມຫຼົງ ຫຼື ອະວິຊາ ອັນເປັນເຫດຂອງຄວາມທຸກທັ້ງປວງຂອງຊີວິດ ເອີ້ນວ່າ "ນິບພານ"

- ຄັດຈາກໜັງສືໄຫວ້ພະ ສວດມົນ ທີ່ຂຽນໂດຍ ພະອານຈານ ຄໍາໄຜ່ ວັດຕາດທອງ
ພະທາດຫຼວງວຽງຈັນ

ຫົວຂ້ທີ່ໂດດເດັ່ນ

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ  ພາບຈາກ: theconversation.com 1.      ຄວາມຮັກ ຮັກສາທຸກສິ່ງ      ຄວາມກຽດຊັງ ບໍ່ອ...

ໂພສທີ່ຖືກອ່ານຫຼາຍທີ່ສຸດ