Wednesday 10 May 2017

ສິ່ງທີ່ຊາວພຸດເຄົາລົບສູງສຸດແມ່ນຫຍັງ?

ໃນຊີວິດປະຈໍາວັນຂອງຊາວພຸດ ສ່ວນຫຼາຍຈະບໍ່ເຂົ້າໃຈ ແນວທາງແທ້ຈິງ ແລະ ຈຸດປະສົງ ແມ່ນສິ່ງທີ່ຕົນຄວນເຄົາລົບນັບຖື ສູງສຸດແມ່ນຫຍັງ ຍັງບໍ່ຮູ້ ຫຼື ບໍ່ແນ່ໃຈ

ແຕ່ສິ່ງທີ່ຊາວພຸດ ຄວນເຄົາລົບສູງສຸດ ແມ່ນເຮົາເອີ້ນວ່າ ພຣະລັດຕະນະໄຕ, ຄໍາວ່າພຣະລັດຕະນະໄຕ ແມ່ນຫມາຍເຖິງແກ້ວ 3 ປະການ ປະກອບມີ ພຣະພຸດ(ພະພຸດທະເຈົ້າ), ພຣະທຳ(ຄໍາສອນຂອງພະພຸດທະເຈົ້າ ຫຼື ແນວຫຼັກທຳຄໍາສອນຕ່າໆ) ແລະ ພຣະສົງ(ພະສົງ ສາມາເນນ) ແລະ ນອກເໜືອຈາກນັ້ນ ພະພຸດທະເຈົ້າໃຫ້ຊາວບອກສອນໃຫ້ເຊື່ອຖືເລື່ອງ "ກັມ",ຫຼື "ກຳ"
ຮູບພາບກາງທຳມະຈັກ ເປັນສັນຍາລັກທາງພຸດທະສາສນາ
ຂອບໃຈພາບຈາກອິນເຕີເນັດ
ຄໍາວ່າ "ກັມ" ຫຼື "ກຳ" ໝາຍເຖິງການກະທຳ ການເຮັດ ແຕ່ຍັງບໍ່ມີຄວາມໝາຍວ່າດີ ຫຼື ຊົ່ວ ແຕ່ເມືອໃດເຮົາເຮັດດີ ເອີ້ນວ່າ ກຳດີ ຫຼື ກຸສົນ ແລະ ເມືອໃດເຮັດຊົ່ວເອີ້ນວ່າ ກຳຊົ່ວ ຫຼື ອະກຸສົນ ດັ່ງຄໍາສຸພາສິດຊາວພຸດທີ່ກ່າວວ່າ "ເຮັດດີໄດ້ດີ ເຮັດຊົ່ວໄດ້ຊົ່ວ", ສະນັ້ນ; ຜົນທຸກຢ່າງມັນຈຶ່ງເປັນມາຈາກການກະທຳຂອງເຮົາ ເປັນຫຼັກ ເປັນຕົ້ນ ເປັນຕໍ ບໍ່ແມ່ນມີຜູ້ດົນບັນດານ ເສກສັນໃຫ້ ບໍ່ແມ່ນການລໍຄອຍ ຖ້າໃຜມາມອບໃຫ້ ແຕ່ເຮົາຕ້ອງມີຄວາມມຸ້ງມານະ ອົດທົນ ເຮັດສ້າງເອງຫຼາຍໆ ຄໍາສອນນີ້ຍັງເປັນຈິງ ແລະ ພິສູດໄດ້ຕລອດເວລາ ບໍ່ມີໃຜສາມາດລົ້ມລ້າງໄດ້

ໃຫ້ເຊື່ອ ສັດທາ ຂໍ ແຕ່ຕ້ອງເອົາການກະທຳຂອງຕົນນໍາໜ້າສະເໝີ - ພຸດທະສາດ

ຫົວຂ້ທີ່ໂດດເດັ່ນ

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ  ພາບຈາກ: theconversation.com 1.      ຄວາມຮັກ ຮັກສາທຸກສິ່ງ      ຄວາມກຽດຊັງ ບໍ່ອ...

ໂພສທີ່ຖືກອ່ານຫຼາຍທີ່ສຸດ