Monday 4 September 2017

ເລື່ອງການໃຫ້ທານ ແລະ ຜົນບຸນຂອງການໃຫ້ທານ ໃນບຸນເຂົ້າສະຫຼາກ

   ໃນສະໄໝໜຶ່ງຂອງພຣພຸດທະເຈົ້າໄດ້ສະເດັດ ໄປພາຣານາສີ ໃນຕອນນັ້ນມີສາມີ ແລະ ພັນລະຍາທຸກຍາກຄູ່ໜຶ່ງ ປະກອບອາຊີບຕັດຟືນຂາຍຂາຍ ແຕ່ກໍ່ເປັນຜູ້ເຫຼືອມໃສໃນພຣະພຸດທະສາສນາຫຼາຍ
   ມາມື້ໜຶ່ງຜູ້ເປັນສາມີກໍ່ໄດ້ປຶກສາກັບພັນລະຍາຕົນວ່າ ເຮົາຍາກຈົນໃນປັດຈຸບັນນີ້ເປັນເພາະບໍ່ເຄີຍເຮັດບຸນ-ໃຫ້ທານ ຮັກສາສິນຕັ້ງແຕ່ອາດີດເລີຍ ດັ່ງນັ້ນ ຈຶ່ງຄວນທີ່ເຮົາຈັກໄດ້ເຮັດບຸນກຸສົນ ອັນຈັກເປັນທີ່ເພິ່ງຂອງຕົນໃນພົບຊາດໜ້າ ພັນລະຍາໄດ້ຟັງດັ່ງນັ້ນແລ້ວ ກໍ່ເຫັນດີນໍາ, ມາວັນໜຶ່ງທັງສອງໄດ້ພາກັນເຂົ້າປ່າເກັບຜັກຟືນມາຂາຍໄດ້ຊັບແລ້ວ ນໍາໄປແລ້ວປ່ຽນເອົາຫມໍ້ເຂົ້າ 1 ໃບ, ຫມໍ້ແກງ 1 ໃບ, ອ້ອຍຍ 4 ລໍາ, ກ້ວຍ 4 ໜ່ວຍ ແລ້ວກໍ່ນໍາມາຈັດແຈງໄວ້ເປັນລະບຽບ ແລ້ວກໍ່ນໍາອອກໄປວັດ ເພື່ອຖວາຍເປັນສະຫຼາກ ພັດຕາຫານ ພ້ອມອຸບາສົກ ອຖບາສິກາຄົນອື່ນໆ ສາມີ ພັນລະຍາຄູ່ນັ້ນ ໄດ້ຈັບສະຫຼາກຖືກພິກຂຸອົງໜຶ່ງ ແລ້ວກໍ່ມີຈິດໃຈຊື່ນຍິນດີ ຈຶ່ງນ້ອມພັດຕາຫານຂອງຕົນເຂົ້າໄປຖວາຍ ສໍາເລັດແລ້ວ ກໍ່ໄດ້ຫຼັ່ງນໍ້າຢາດໃສ່ແຜ່ນປັດຖະພີແລ້ວຕັ້ງຄວາມປາຖະໜາ ດ້ວຍຜົນທານທັ້ງນີ້ ຂ້າພະເຈົ້າເກີດໃນພົບໃດທ ຂື້ນຊື່ວ່າຄວາມຍາກຈົນເຂັ້ນໃຈ ຢ່າໄດ້ເກີດມີແກ່ຂ້າພະເຈົ້າທັງສອງເຖິດ ຂໍໃຫ້ຂ້າພະເຈົ້າທັ້ງສອງເປັນຜູ້ມັ່ງຄັ່ງ ສົມບູນພຽບພ້ອມດ້ວຍຊັບສົມບັດ ແລະ ມີລິດເດດ ໃນປາຣະພົບໜ້ານັ້ນເຖິດ”.

   ເມື່ອສອງສາມີ ພັນລະຍາ ນັ້ນ ຢູ່ພໍສົມຄວນແກ່ອາຍຸໄຂແລ້ວ ກໍ່ດັບຊີບວາຍຊົນ ໄປຕາຍສະພາບຂອງສັງຂານ ດ້ວຍອານິສົງແຫ່ງສະຫຼາກພັດຕາທານ ຈຶ່ງໄດ້ໄປເກີດເປັນເທພະບຸດ ເທພທິດາ ໃນດາວະດຶງສະຫວັນ ສະເຫວີຍສົມບັດທິບຢູ່ໃນວິມານທອງອັນຜຸດຜ່ອງໂສຕາການ ພ້ອມໄປດ້ວຍແສນສຸຣາງນາງເທພອັກສອນລ້ອມເປັນບໍລິວານ ມີນາມວ່າ ສະຫຼາກພັດຕາເທພະບຸດເທພທິດາ
ແລະ ເມື່ອຈຸຕິຈາກສະຫວັນແລ້ວກໍ່ໄດ້ລົງມາເກີດເປັນກະສັດໃນເມືອງພາຣານາສີ ມີນາມວ່າພຣະເຈົ້າສັດທາດິດສະ ສະເຫວີຍຣາຊະສົມບັດຢູ່ 84,000 ປີ ຄັນເບື່ອໜ່າຍຈຶ່ງສະເດັດອອກບັນພະຊາ ຄັນສູນສິ້ນຊີວາລົງແລ້ວກໍ່ໄດ້ໄປເກີດໃນພົມມະໂລກ ແລະ ຕໍ່ມາກໍ່ໄດ້ມາອຸບັດເປັນ ພຣະຕະຖາຄົດຂອງເຮົານັ້ນເອງ.


    ນີ້ຄືອານິສົງແຫ່ງການຖວາຍສະຫຼາກພັດຕາ ນັບວ່າຍິ່ງໃຫຍ່ໄພສານຍິ່ງໜັກ ສາມາດອຳສຸກສະຫວັດດີແກ່ຜູ້ບໍາເພັນທັ້ງຊາດມະນຸດ ແລະ ສະຫວັນ ໃນທີ່ສຸດເຖິງຄວາມເປັນພຣະພຸດທະເຈົ້າໄດ້.

ເບີ່ງຄວາມເປັນມາໃນຢູ່ທູບ


ຫົວຂ້ທີ່ໂດດເດັ່ນ

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ  ພາບຈາກ: theconversation.com 1.      ຄວາມຮັກ ຮັກສາທຸກສິ່ງ      ຄວາມກຽດຊັງ ບໍ່ອ...

ໂພສທີ່ຖືກອ່ານຫຼາຍທີ່ສຸດ