Thursday 27 December 2018

ຄວາມຫຼົງຂອງພຣະ ແລະ ຄວາມສັບສົນຂອງຍາດໂຍມ ໃນພຸດທະສາສນາ

"ເມື່ອຄູບາບາງອົງ ແລະ ຍາດໂຍມບາງທ່ານສັບສົນ"

ຈິງໆ ແລ້ວຫຼັກພຸດສາສນາແມ່ນບໍ່ມີຄວາມເຊື່ອ ເລື່ອງມີພະເຈົ້າແບບໜຶ່ງອົງດຽວ ທີ່ເປັນອົງປະທານ ແລະ ມອບສິ່ງນັ້ນ ສິ່ງນີ້ໃຫ້ ຕາມຄຳຮ້ອງຂໍ ຫຼືຕັ້ງໃຈມອບໃຫ້ຂອງພະເຈົ້າ ຄືກັບຍາດໂຍມຊາວຄຣີສຕຽນ ແລະ ຊາວອິສລາມ. ຄົນລາວພຸດຈຶ່ງບໍ່ມັກໄດ້ອ້າງເຖິງການມອບຂອງຂວັນຈາກພະເຈົ້າ(ຈິງໆກໍ່ເຊື່ອວ່າບໍ່ມີພະເຈົ້າ) ຖ້າອ້າງກໍ່ຈະເວົ້າວ່າ "ທີ່ທຳມະຊາດມີຢູ່ແລ້ວ" ແທນຄຳວ່າ "ພະເຈົ້າມອບໃຫ້"ຕົວຢ່າງ: #ຖ້າຈະເວົ້າວ່າ ="ມະນຸດທຸກຄົນມີພອນສະວັນ ທີ່ເປັນຂອງຂັວນຈາກພະເຈົ້າໃນໂຕຢູ່ແລ້ວ ພຽງແຕ່ຄົ້ນຫາມັນໃຫ້ເຈີ #ເຮົາກໍປ່ຽນເປັນ = "ມະນຸດທຸກຄົນມີຄວາມສາມາດ/ມີພະລັງ/ມີພອນສະຫວັນ ໃນໂຕຂອງໃຜລາວໂດຍທຳມະຊາດຢູ່ແລ້ວ ພຽງແຕ່ຄົ້ນຫາມັນໃຫ້ເຈີ" ແບບນີ້ເປັນຕົ້ນ.

ອີກປະເດັນໜຶ່ງຄື ວັນທີ່ 24ທັນວາ ລັດກຳນົດເປັນວັນ ຄຄ ກະໜ້າແປກຢູ່ເປັນຫຍັງລັດ ບໍ່ກຳນົດເອົາຊ່ວງປີໃຫມ່ລາວ ເພາະເປັນວັນພັກຂອງຄົນລາວໂດຍແທ້ ແລະ ເນື້ອແທ້ຈິງ ຄົນລາວກະພັກຜ່ອນ ທ່ຽວຫຼິ້ນ ແລະ ກັບໄປລວມຍາດ ຢາມພໍ່ແມ່ ຢາມຄອບຄົວແທ້ ຕາມທີ່ເຫັນ ບໍ່ວ່າຢູ່ໃສທີ່ເຮົາໄປ ຄົນສ່ວນຫຼາຍຈະໄປຢາມ ຄຄ ໃນຊ່ວງປີໃຫມ່ ສ່ວນໂຕແລ້ວຄິດວ່າ ພັກລັດກຳນົດອອກມາໂດຍບໍ່ເບີ່ງເງື່ອນໄຂທາງດ້ານວັດທະນະທຳ ເນື້ອແທ້ຕົວຈິງຄົນລາວເລີຍ ຕາມບໍລິບົດ ຄວາມຈິງຕາມສະພາບຂອງວັດທະນະທຳ ຄວາມເຊື່ອ ແລະ ທີ່ເຄີຍເຫັນມາ ຄວນເປັນຊ່ວງປີໃຫມ່ຕາມປະຕິທິນລາວ ຈະເໝາະສົມກວ່າ.

ສ່ວນວັນຄຣີສມາສ ເປັນວັດທະນະທຳຂອງຊາວຕາເວັນຕົກ ແລະ ຂອງຊາວຄຣີສຕຽນ ແຕ່ຊາວພຸດລາວ ທີ່ບໍ່ຮູ້ ບໍ່ເຂົ້າໃຈ ແລະ ບໍ່ສົນໃຈ ກໍສະຫຼອງນຳເພິ່ນ ບໍ່ເວົ້າຫຼາຍໄປໄກຂະໜາດ ແມ່ນແຕ່ຄູບາອາຈານ ກະຍັງເອົານຳເພິ່ນ ສະແດງເຖິງຄວາມອ່ອນແອ ແລະ ຄວາມບໍ່ເຂົ້າໃຈຂອງຊາວພຸດເອງ(ມື້ກ່ອນ ມີທັງຄູບາ ແລະ ຍາດໂຍມສົ່ງ merry christmas (Xmas)ມາໃຫ້ຄູບາ) ຄູບາເອງກະຄິດຢູ່ວ່າ ຕົກລົງຄູບາອາຈານເຫຼົ່ານັ້ນ ຮູ້ຫຍັງຢູ່ບໍ ຫຼື ແນວໃດ ເພາະວັນທີ່ 25ທັນວາ ຖ້າຈື່ບໍ່ຜິດ ແມ່ນເປັນວັນປະສູດ ຫຼື ວັນເກີດຂອງພະເຢຊູ ທີ່ເປັນສາສະດາຂອງຊາວຄຣີສ.  ຖ້າເປັນຍາດໂຍມກະພໍເຂົ້າໃຈຢູ່ ອາດບໍ່ເຂົ້າໃຈ ຫຼື ສະຫຼອງໄປນຳໜູ່ຄູ່ ຢູ່ຕາມໂຮງຮຽນ ບໍລິສັດ ຫຼືທີ່ອື່ນໆ ແຕ່ນີ້ເປັນພຣະ ເປັນຄູບາ ເອົາຫຍັງຫຼາຍຂະໜາດພະຍັງບໍ່ຮູ້ເລື່ອງແລ້ວ. ສ່ວນອົງທີ່ຮູ້ກໍ່ບໍ່ມັກສະແດງອອກ ເພາະເກງໃຈຍາດໂຍມ ແລະ ເຄົາລົບຕໍ່ພີ່ນ້ອງຄຣີສຕຽນ ດຽວກະຫາວ່າເປັນພຸດແບບສຸດໂຕ້ງ ຕໍ່ຕ້ານພີ່ນ້ອງຕ່າງສາສນາ ເພາະເປັນມື້ທີ່ສຳຄັນຫຼາຍສຳລັບເຂົາເຈົ້າ. ແຕ່ສ່ວນໂຕແລ້ວເປັນວັນທີ່ໃຜກໍສາມາດສະຫຼອງໄດ້ຕາມສິດພື້ນຖານໃຜລາວ ແຕ່ສຳລັບຊາວພຸດ ໂດຍສະເພາະຄູບາອາຈານຢູ່ວັດ ລວມທັງທິດຊຽງ ຄວນເປັນແບບຢ່າງເປັນຜູ້ເລີ່ມຕົ້ນ

ແຕ່ສຳລັບຊາວພຸດແລ້ວ ວັນວິສາຂະບູຊາ(ວັນເກີດ, ຕັດສະຮູ້ ແລະ ປະຣິນິບພານຂອງ ພຣະພຸດທະເຈົ້າ ຢູ່ເດືອນ6ລາວ), ວັນມາຄະບູຊາ(ມື້ປະກາດພຣະສາສນາ ຊ່ວງເດືອນ3ລາວ), ວັນອາສາລະຫະບູຊາ ຫຼື ວັນປະຖົມມະເທດສະນາ(ເຂົ້າພັນສາ  ມື້ທີ່ພຣະພຸດທະເຈົ້າເທດສະນາກັນແລກຫຼັງຕັດສະຮູ້ ເດືອນ8ລາວ) ແລະ ວັນເທໂວໂລຫະນະ(ເດືອນ11ລາວ) ຊຶ່ງ 4ວັນນີ້ ແມ່ນເປັນວັນທີ່ສຳຄັນທີ່ສຸດ.

ສ່ວນວັນອື່ນໆເປັນພຽງຮີດຄອງ ແລະ ວັນສ້າງນ້ຳກະທຳບຸນທົ່ວໄປເທົ່ານັ້ນ ຕາມຫຼັກຊາວພຸດ.

ຂໍພຽງຮູ້ ເຂົ້າໃຈ ໃຈກວ້າງ ບໍ່ສຸດໂຕ້ງ (ເວົ້າແບບການເມືອງບໍ່ຊ້າຍຈັດ ຂວາໂພດ) ບໍ່ວ່າຈະເຮັດຫຍັງ ຢູ່ໃສກະບໍ່ມີໃຜ ທຳລາຍໄດ້ ແລະ ຊີວິດມີສຸກ.

Friday 19 October 2018

ລວມ 49 ພຸດທະສາສະໜາສຸພາສິດ “ໝວດການສຶກສາ” (ໝວດທີ່4)


1.       ຄວາມມີປັນຍາ ຍ່ອມຮູ້ໄດ້ຈາກການສົນທະນາ
2.      ບິດາມານດາເພິ່ງໃຫ້ບຸດຮຽນສີລະປະວິທະຍາ
3.      ສັບພະວິທະຍາ ຄວນຮຽນຮູ້ໃຫ້ມົດ
4.      ປັນຍາ ຍ່ອມເກີດເພາະການເຝິກຝົນ
5.      ປັນຍານັ້ນແລ ປະເສີດກວ່າຊັບ
6.      ຜູ້ຕັ້ງໃຈສຶກສາ ຍ່ອມໄດ້ປັນຍາ
7.      ປັນຍາປຽບເໝືອນເຄື່ອງປະດັບແຫ່ງຄົນ
8.      ປັນຍາ ເປັນແສງສະຫວ່າງໃນໂລກ
9.      ຄົນໂງ່ ມັນຕົກຢູ່ໃນອຳນາດແຫ່ງມານ
10.       ຄົນບໍ່ພິນິດພິຈາລະນາ ເປັນຄົນບໍ່ມີປັນຍາ
11.       ແສງສະຫວ່າງສະເໝີດ້ວຍປັນຍານັ້ນບໍ່ມີ
12.       ຄົນຍ່ອມເຫັນແຈ້ງເນື້ອຄວາມຍ່າງເດັ່ນຊັດດ້ວຍປັນຍາ
13.       ຄົນຍ່ອມບໍລິສຸດດ້ວຍປັນຍາ
14.       ຄົນໄຮ້ປັນຍາ ບໍ່ມີຄວາມພິນິດພິຈາລະນາ
15.       ຂື້ນຊື່ວ່າສີລະປະວິທະຍາ ດີທັ້ງນັ້ນ
16.       ຄົນມີປັນຍາ ເມື່ອເຖິງຄາວຕົກທຸກ ກໍ່ຍັງຫາສຸກໄດ້
17.       ຄົນຮຽນນ້ອຍ ຈະເລີນແຕ່ເນື້ອໜັງມັງສາ
18.      ມີຊີວິດຢູ່ດ້ວຍປັນຍາ ປຣາດກ່າວວ່າປະເສີດສຸດ
19.       ຄົນຮຽນນ້ອຍ ປັນຍາຍ່ອມບໍ່ພັດທະນາ
20.      ປັນຍາເປັນເຄື່ອງປົກຄອງຄົນ
21.       ເພິ່ງພິນິດພິຈາລະນາເລື່ອງລາວ ໂດຍຮອບຄອບ
22.      ຜູ້ຮູ້ຈັກປະໂຫຍດແລ້ວ ຍ່ອມນໍາສຸກມາໃຫ້
23.      ຄົນມີປັນຍາປະເສີດກວ່າ ຄົນໂງ່ທີ່ມີຍົດ
24.      ໃນໝູ່ມະນຸດ ຄົນທີ່ປະເສີດຄືຄົນທີ່ເຝິກແລ້ວ
25.      ຄວາມບໍ່ຮູ້ ເປັນມົນທິນຮ້າຍທີ່ສຸດ
 
ພຮະສົງກຳລັງອ່ານໜັງສື
26.      ເມື່ອອ່ອນປັນຍາ ຊ່ອງທາງວິບັດກໍ່ເກີດໄດ້ມະຫັນ
27.      ບັນດິດບໍ່ສຶກສາ ເພາະຢາກໄດ້ລາບ
28.      ຄົນບໍ່ມີສີລະປະວິທະຍາ ເປັນຢູ່ຍາກ
29.      ຈັກມື້ໜຶ່ງ ຄວາມຮູ້ທີ່ຮຽນມາຈະໃຫ້ປະໂຫຍດ
30.      ຄົນມີປັນຍາ ເຖິງໄຮ້ຊັບ ກໍ່ຍັງດຳລົງຢູ່ໄດ້
31.       ປຣາດກ່າວວ່າປັນຍາ ປະເສີດສຸດ
32.      ປັນຍາເປັນເຄື່ອງກວດສອບສິ່ງທີ່ໄດ້ຮຽນມາ
33.      ຄວາມກຽດຄ້ານ ຍ່ອມບໍ່ພົບທາງແຫ່ງປັນຍາ
34.      ສິ່ງທີ່ຄວນສຶກສາ ກໍ່ຈົ່ງສຶກສາເຖີດ
35.      ບັນດາສິ່ງທີ່ງອກງາມຂື້ນມາ ວິຊາຄວາມຮູ້ປະເສີດສຸດ
36.      ປັນຍາຊ່ວຍໃຫ້ຮູ້ຈັກສິ່ງທີ່ເປັນປະໂຫຍດ
37.      ຄວາມຮູ້ທີ່ຮຽນມາ ເປັນເຄື່ອງພັດທະນາປັນຍາ
38.      ການໃຝ່ສຶກສາ ເປັນເຄື່ອງພັດທະນາຄວາມຮູ້
39.      ເພິ່ງເປັນຄົນມັກ ໄຕ່ຖາມເພື່ອຫາຄວາມຮູ້
40.      ບັນດາສິ່ງທີ່ໂລຍລາ ລ່ວງຫາຍັ້ງຫຼາຍ ຄວາມບໍ່ຮູ້ໝົດໄປໄດ້ເປັນດີທີ່ສຸດ
41.       ຄົນມີປັນຍາຍ່ອມງອກງາມ ດັງພືດໃນນາທີ່ງອກງາມດ້ວຍນໍ້າຝົນ
42.      ຂື້ນຊື່ວ່າສີລະປະວິທະຍາ ບໍ່ວ່າຍ່າງດ້ານໃດໃຫ້ປະໂຍຫດທັ້ງນັ້ນ
43.      ຄົນທີ່ສົມບູນດ້ວຍຄວາມຮູ້ ແລະ ຄວາມປະພຶດເປັນຜູ້ປະເສີດສຸດທັ້ງໃນໝູ່ມະນຸດ ແລະ ເທວະດາ
44.      ເລົ່າຮຽນສໍາເລັດວິທະຍາ ກໍ່ຍ່ອມໄດ້ກຽດ ແຕ່ເຝິກອົບຮົມດ້ວຍຈະຣິຍະທັມແລ້ວຕ່າງຫາກຈຶ່ງຈະສົບສັນຕິສຸກ
45.      ຄົນເຮົາເຖິງມີຊາດກໍາເນີດຕໍ່າ ແຕ່ຫາກຂະຫຍັນຫມັ່ນພຽນ ມີປັນຍາ ປະກອບດ້ວຍອາຈາຣະ ແລະ ສີລ ກໍ່ຮຸ້ງເຮືອງໄດ້ເໝືອນໄຟ ເຖິງຢູ່ໃນຄືນມືດ ກໍ່ສະຫວ່າງສະໄຫວ
46.      ຄວາມໃຝ່ຮຽນສະດັບ ເປັນເຄື່ອງພັດທະນາຄວາມຮູ້, ຄວາມຮູ້ຈາກການຮຽນສະດັບນັ້ນ ເປັນເຄື່ອງພັດທະນາປັນຍາ ບຸກຄົນທີ່ຢູ່ດ້ວຍປັນຍາ ກໍ່ຮູ້ຈັກສິ່ງທີ່ເປັນປະໂຫຍດ ປະໂຫຍດທີ່ຮູ້ຈັກແລ້ວກໍ່ຈະນໍາສຸກມາໃຫ້
47.      ຖ້າບໍ່ມີພຸດທິປັນຍາ ແລະ ບໍ່ໄດ້ສຶກສາລະບຽບວິນັຍ ຄົນທັ້ງຫຼາຍກໍ່ຈະດໍາເນີນຊີວິດທາມກາງຄວາມມືອມິດໃນກາງປ່າ
48.      ອັນຄວາມຮູ້ ຄວນຮຽນທຸກຢ່າງ ບໍ່ວ່າຕໍ່າ ສູງ ຫຼື ປານກາງຄວນຮູ້ຄວາມໝາຍເຂົາໃຈທັ້ງໝົດ ແຕ່ບໍ່ຈໍາເປັນຕ້ອງໃຊ້ທຸກຢ່າງ ມື້ໜຶ່ງຈະເຖິງເວລາທີ່ຄວາມຮູ້ນັ້ນຈະນໍາມາຊຶ່ງປະໂຫຍດ
49.      ຄົນມີປັນຍາ ແມ້ມີປັນຫາ ແລະ ຖືກຜູກມັດຢູ່ ພໍເວົ້າໃນເລື່ອງໃດກໍ່ຫຼຸດໄດ້ໃນເລື່ອງນັ້ນ



Cr: https://www.baanjomyut.com/pratripidok/proverb_buddha/04.html

Thursday 23 August 2018

ຂໍ້ຄິດມຸມມອງຊີວິດ

 ຂໍ້ຄິດມຸມມອງຊີວິດ

"ຖ້າການເຮັດຊົ່ວພຽງຄັ້ງໜຶ່ງຂອງຄົນໜຶ່ງ ສາມາດເປັນກາບາບຕິດໜ້າຜາກໃຫ້ກັບເຂົາຜູ້ເຮັດຜິດນັ້ນໄປ ຕະຫຼອດຊີວິດໄດ້ ແລ້ວເປັນຫຍັງການເຮັດດີຄັ້ງໜຶ່ງຂອງຄົນໜຶ່ງ ຈຶ່ງບໍ່ສາມາດເປັນກາບຸນຕິດຕົວເຂົາຜູ້ເຮັດດີນັ້ນໄປ #ຕະຫຼອດຊີວິດໄດ້"
ຖ້າຄິດກົງກັນຂ້າມ ຄົນທຸກຄົນຄືຄົນບຸນກັນທັ້ງນັ້ນ ຫຼື ເພາະຄົນເຮົາຄິດເຖິງແຕ່ບາບ ຫຼາຍກວ່າບຸນຂອງຄົນອື່ນ

(ມັນແນວຄວາມຄິດຂອງຄົນໂລກສວຍງາມຕ້ອງທຳໃຈ)😁)😃
ພາບຈາກເນັດ

"ບຸນເຮັດໃຫ້ໃຈເບີກບານ ສ່ວນບາບເຮັດໃຫ້ຈິດເສົ້າໜອງ"

ໃຈເບີກບາກຄື ການຊື່ນອົກຊື່ນໃຈຈາກການເຮັດດີ(ບໍ່ແມ່ນຊື່ນອົກຊື່ນໃຈ ຈາກການເຮັດຊົ່ວ ທີ່ເວົ້າແບບນີ້ເພາະເຮົາຈະຊື່ນອົກ ຊື່ນໃຈ ຈາກການເຮັດຊົ່ວໄດ້ຄືກັນ, ແຕ່ຈິງແລ້ວ ໜ້າຈະເອີ້ນວ່າການຫຼົງໃນຄວາມຊົ່ວ ຄືຫຼົງວ່າເຮັດບາບກະມີຄວາມເບີກບານ, ມີຄວາມສຸກ ແລະ ຄວາມຊື່ນໃຈໄດ້ຄືກັນ. ບາງກະວ່າຄວາມພໍໃຈສ່ວນບຸກຄົນ ແຕ່ຢ່າງທີ່ຮູ້ ເຮົາສາມາດຫຼີກລ້ຽງກົດໝາຍໄດ້ ແຕ່ບໍ່ສາມາດຫຼີກລ້ຽງກົດແຫ່ງກັມ ຫຼື ວົງຈອນແຫ່ງການກະທຳນັ້ນໄດ້ຕະຫຼອດໄປ ຄືຖ້າການກະທຳຊົ່ວນັ້ນໄດ້ສໍາເລັດໄປແລ້ວ ປັດໄຈຂອງມັນກໍ່ພ້ອມທີ່ຈະສະສົມ ແລະ ເກີດຜົນໄດ້ທຸກເມື່ອ ໂດຍອາດຈະເກີດຂື້ນໂດຍບໍ່ຮູ້ຕົວໃນເວລາໃດທີ່ແນ່ນອນໃນອານາຄົດກະໄດ້.
ພາບຈາກເນັດ

"ບຸນເປັນໂຕເບີກທາງສູ່ຄວາມສຸກ ບາບເປັນໂຕເປີດທາງໃຫ້ຄວາມທຸກ"

ເຮັດບຸນເບີກບານແຕ່ໜ້າຕາພາຍນອກ ເສົ້າໝອງທຸກພາຍໃນຈິດໃຈ ມັນກະບໍ່ຄຸ້ມທຶນ. ເສຍເວລາ ເສຍຊັບ ແລະ ຄວາມຮູ້ສຶກຊື່ໆ ຫຼື ເວົ້າອີກຢ່າງວ່າຍິ້ມນອກ ຊອກຊໍ້າໃນກະບໍ່ຜິດ #ໄວລຸ້ນໄວແຫ່ງຄວາມຮູ້ສຶກນິຍົມເວົ້າກັນ. ທາງແກ້ ຄືຕ້ອງມີສັດທາ ແລະ ຫາເຫດຜົນມາອ້າງອີງສະນັບສະນູນໃສ່ການເຮັດບຸນດ້ວຍຈະເປັນການດີ. #ຄົນທີ່ມີເຫດຜົນແລະເຮັດບຸນກັບພຣະຈົວຢ່າງໃກ້ຊິດເປັນປະຈຳຈະເຂົ້າໃຈ ແຕ່ຄົນເຫຼົ່ານີ້ຈະມັກເກງໃຈຄົນ.
ພາບຈາກເນັດ
 ພຣະ ບຸນທະວີ ພະດວງເດດ

ເຖິງຈະໂດດດ່ຽວ ກະບໍ່ໄດ້ໝາຍຄວາມວ່າມັນຈະສິ້ນແສງ" ທີ່ເຂົາເວົ້າມັນກະມີຄວາມໝາຍ

"ເຖິງຈະໂດດດ່ຽວ ກະບໍ່ໄດ້ໝາຍຄວາມວ່າມັນຈະສິ້ນແສງ" ທີ່ເຂົາເວົ້າມັນກະມີຄວາມໝາຍ"


ຕາເວັນບໍ່ວ່າຢູ່ໃສ ສະຖານະການແບບໃດ ມັນກະຍັງເປັນຕາເວັນ ທີ່ຍັງສົ່ງແສງສະຫວ່າງໃຫ້ສັບພະສິ່ງ ຢູ່ຕະຫຼອດເວລາຄືເກົ່າ.
ຕາເວັນເຖິງວ່າເຮົາຈະບໍ່ເບີ່ງເຫັນມັນຕະຫຼອດເວລາ ກະບໍ່ໄດ້ໝາຍຄວາມວ່າມັນບໍ່ມີແສງ ພະລັງງານ ຄວາມຮ້ອນ ແລະ ຄວາມທ່ຽງທຳ.
ຕາເວັນເຖິງກະຢູ່ໂດດດ່ຽວເຊັ່ນດຽວກັນກັບຄົນເຮົາຫຼາຍໆຄົນ ແຕ່ມັນກະຍັງມີແສງສະຫວ່າງຢູ່ຕະຫຼອດເວລາ.
ຖ້າທຽບໃສ່ສາສນາ ຄືພຣະສາສດາ ແລະ ຫຼັກຄຳສອນ.
ຖ້າທຽບໃສ່ການປົກຄອງ ຄືຜູ້ນຳ, ທິດສະດີ, ການລົງມື.
ຖ້າທຽບໃສ່ການສຶກສາ ກະຄືຄູບາອາຈານ, ຜູ້ສິດສອນ.
ຖ້າທຽບໃສ່ສັດ ຄືຫົວໜ້າຝູງ.
ຖ້າທຽບໃສຫ້ວຍ, ນ້ຳ, ເຊ ຄືສິ້ນສຸດທີ່ມະຫາສະມຸດ ແລະ ອື່ນໆ

ພາບຈາກ The Master Shift
ແລະ "ທີ່ສຳຄັນຖ້າທຽບໃສ່ຄົນທຳມະດາແບບເຮົາ ເຮົາກະເລືອກໄດ້ວ່າ ເຮົາຈະຢູ່ແບບໂດດດ່ຽວທີ່ມີແສງ ຄືຕາເວັນ ຫຼື ຢູ່ແບບໄຮ້ຄ່າ ຄືກັບສາຍຊາກແບັດເຕີຍີ່ຫໍ້ກັອບປີ ທີ່ມີລາຄາຖຶກ ແລະ ບໍ່ມີປະສິດທິພາບເມື່ອຖືກນຳໃຊ້"

ຖ້າມື້ໃດຮູ້ສຶກໂດດດ່ຽວ ສິ້ນຫວັງ ເພາະຖືກຖິ້ມ ຖືກປະ ໃຫ້ຢູ່ຄົນດຽວ ແລະ ຍັງຮູ້ສຶກໂດດດ່ຽວໃຫ້ຄິດເຖິງຕາເວັນ.
ຖ້າມື້ໃດ ຮູ້ສຶກໂດດດ່ຽວ ສິ້ນຫວັງ ບໍ່ສະບາຍໃຈ ທັ້ງໆທີ່ມີທຸກຢ່າງ ໃຫ້ຄິດເຖິງບຸນກຸສົນ ຄຸນຄວາມດີ ໃຫ້ຫາຫຍັງເຮັດຊົດເຊີຍຈິດໃຈຄວາມຮູ້ສຶກນັ້ນ ດ້ວຍການສ້າງຄວາມດີ ແລະ ເຊື່ອຕາມຄຳສອນຂອງພຸດທະສາສນາ.
ຮູ້ທັນເຖິງຄວາມເປັນເຫດ ປັດໃຈ ແລະ ຜົນ ຂອງທຸກຢ່າງວ່າ ມັນມີເກີດ ມີຕັ້ງຢູ່ ແລະ ດັບໄປ ເປັນທຳມະດາ ຢ່າງແນ່ນອນບໍ່ຕ້ອງສົງສັຍ ທຸກຢ່າງເປັນແບບນັ້ນແທ້.

"ຢູ່ໃນວົງການໃດ ຈົ່ງພະຍາຍາມທຳໂຕໃຫ້ເປັນແສງສະຫວ່າງໃນວົງການນັ້ນ"
ຕາມພາລະໜ້າທີ່ນັ້ນ ດ້ວຍຄວາມທ່ຽງທຳ"

ຍ້ອນຫຍັງເຮົາຈຶ່ງໄຫວ້ພຣະສູດມົນ

1. ບາງຄົນ ໄຫວ້ເພາະຕ້ອງການຄວາມສະຫງົບດ້ານຈິດໃຈ.
2. ບາງຄົນ ໄຫວ້ເພາະຂໍພອນໃຫ້ສົມຫວັງ ທີ່ຕັ້ງເປົ້າໄວ້.
3. ບາງຄົນ ໄຫວ້ເພາະເປັນຫ່ວງນຳຮີດຄອງ ປະເພນີ.
4. ບາງຄົນ ໄຫວ້ເພາະມັນເປັນກົດລະບຽບຂອງວັດ.
5. ບາງຄົນ ໄຫວ້ເພາະເພື່ອລະນຶກເຖິງຄຸນພຣະຣັດຕະນະໄຕ.
6. ບາງຄົນ ໄຫວ້ເພາະຢາກລະນຶກ ແລະ ອຸທິດບຸນໃຫ້ຍາດພີ່ນ້ອງ
7. ບາງຄົນ ໄຫວ້ເພາະສ້າງກຸສົນ ບຸນໃຫ້ກັບຕົນເອງ.
8. ບາງຄົນ ໄຫວ້ເພາະໃຫ້ຄົນເຫັນວ່າຕົນເອງເປັນຜູ້ສັດທາທີ່ດີຜູ້ໜຶ່ງຂອງສາສນາ.
9. ບາງຄົນ ໄຫວ້ເພາະຊ່ວຍລະລືມຄວາມທຸກຕ່າງໆໄດ້ ແລະ ຮູ້ສຶກສະບາຍໃຈ ເວລາໄດ້ໄຫວ້.
10. ບາງຄົນ ໄຫວ້ເພາະເພື່ອການສ້າງສັດທາເພີ່ມພູນໃຫ້ຕົນເອງ.
11. ບາງຄົນ ໄຫວ້ເພາະເພື່ອໃຫ້ຄົນອື່ນມີສັດທາຕໍ່ພຣະສາສນາ.
12. ບາງຄົນ ໄຫວ້ເພາະຢາກລະການຖືຕົນ ຖືໂຕ.
13. ບາງຄົນ ໄຫວ້ເພາະບໍ່ມີຄົນໄຫວ້ ຈຳເປັນຕ້ອງໄຫວ້.
14. ບາງຄົນ ໄຫວ້ຕາມພໍ່ແມ່ ເຖົ້າແກ່ ຄູບາອາຈານຊັກຊວນ.
15. ບາງຄົນ ໄຫວ້ເພາະບໍ່ໄດ້ໄຫວ້ມາດົນແລ້ວ.
16. ບາງຄົນ ໄຫວ້ເພາະຢາກຮຽນຮູ້ຮີດຄອງ ແລະ ຄວາມໝາຍຂອງບົດສູດມົນ.
ພາບຈາກອິນເຕີເນັດ

ແລະ ຍັງມີອີກຫຼາຍຄົນໄຫວ້ ຕັ້ງມີໃຈຢາກໄຫວ້ສູດມົນເພາະມີສັດທາ(ຄວາມເຊື່ອແບບອື່ນໆ) ແຕ່ບໍ່ສາມາດອະທິບາຍເວົ້າເປັນເຫດຜົນໄດ້.
ແຕ່ທີ່ສຸດແລ້ວ ບໍ່ວ່າເຮົາຈະໄຫວ້ດ້ວຍເຫດຜົນໃດ ໃຫ້ໄຫວ້ດ້ວຍ ກາຍທີ່ສັງລວມ_ໃຈທີ່ເປັນມິດ_ຄິດໃຫ້ເປັນບວກ_ເຮັດໃຈເບີກບານ ແລະ ດ້ວຍຄວາມໝັ້ນໃຈ ກໍ່ວ່າເປັນບຸນແລ້ວ(ສີນ).
ເພາະໄຫວ້ແລ້ວບໍ່ໄດ້ຄິດຮ້າຍໃຜ ບໍ່ໄດ້ທຳລາຍໃຜ ແລະ ອີກຢ່າງເຮົາຈະໄດ້ເຝິກຄວາມອົດທົນ ອົດກັ້ນ(ຂັນຕິ), ໄດ້ເຝິກໃຊ້ຄວາມຕັ້ງໃຈ ຄວາມໜັກແໜ້ນຕໍ່ສິ່ງທີ່ກຳລັງເຮັດຢູ່(ສະມາທິ), ແລະ ຍັງມີຫຼາຍກວ່ານັ້ນຖ້າມີຄວາມຕັ້ງໃຈແລະ ເຂົ້າໃຈຄວາມໝາຍຂອງບົດໄຫວ້ພຣະ(ປັນຍາ)ເຊັ່ນ:
1. ບົດແຜ່ເມດຕາ ຈະສື່ບອກວ່າເຮົາເປັນຄົນໃຈກວ້າງ (ຂໍແຜ່ບຸນກຸສົນໃຫ້ທຸກໆສິ່ງບໍ່ມີການຍົກເວັ້ນ ບໍ່ວ່າຈະເປັນສັດຕູ, ມິດ, ແລະ ອື່ນໆ;
2. ບົດພິຈາລະນາປັດຈະເວກ.(ຮູ້ພິຈາລະນາເຖິງປັດໄຈຄວາມສຳຄັນພື້ນຖານຂອງຊີວິດຈິງໆ);
3. ບົດພິຈາລະນາສັງຂານ, ບົດກ່າວຄຳສັນລະເສີນພຣະລັດຕະນະໄຕ ແລະ ບົດອື່ນໆ(ຮູ້ເນື້ອແທ້ຂອງສິ່ງທັງປວງ ແລະ ຄຸນຕ່າງໆຂອງພຣະລັດຕະນະໄຕ).
ສະຫຼຸບແລ້ວໄດ້ ສິນ, ຂັນຕິ, ສະມາທິ ແລະ ປັນຍາ
ພາບຈາກໂຄງການເມດຕາທັມ

ແຕ່ກົງກັນຂ້າມ ຖ້າເຮົາໄຫວ້ແລ້ວເຮັດສິ່ງທີ່ກົງກັນຂ້າມ ຫຼື ໄດ້ສິ່ງທີ່ກົງກັນຂ້າມກັບທີ່ເວົ້າມາຂ້າງເທິງ ໃຫ້ປ່ຽນວິທີຄິດຈະດີສຸດ.
ຖ້າຖາມວ່າ ໄຫວ້ພຣະແລ້ວໄດ້ຫຍັງ? 

ຄໍາຕອບ ຢູ່ທີ່ວ່າ ເຮົາໄດ້ທຳກາຍ ວາຈາ ແລະ ໃຈ ຂອງເຮົາເປັນແບບໃດເວລາໄຫວ້". ແຕ່ຖ້າໄຫວ້ແລ້ວບໍ່ໄດ້ສິ່ງໜຶ່ງ ກະໄດ້ສິ່ງໜຶ່ງເປັນສີ່ງແນ່ນອນຢູ່ແລ້ວ ບໍ່ໄດ້ບວກ ກະລົບ ແລະ ຢ່າເອົາແຕ່ເຊື່ອໆ ຈົນລືມຄຳນວນເຫດຜົນນຳ.
ແລ້ວເຈົ້າໄຫວ້ພຣະສູດມົນເພາະຫຍັງ ແລະ ຄິດວ່າຕົນເອງໄດ້ຫຍັງ?

Monday 13 August 2018

ລວມ 126 ພຸດທະສາສະໜາສຸພາສິດ "ໝວດບຸກຄົນ" (ໝວດທີ່ 3)

1.    ຄົນທີ່ບໍ່ຖືກນິນທາ ບໍ່ມີໃນໂລກ

2.   ຜູ້ມີຄວາມຮູ້ໃນທາງທີ່ດີ ເປັນຜູ້ຈະເລີນ

3.   ຜູ້ກຽດທັມ ເປັນຜູ້ເສື່ອມ

4.   ຜູ້ຊອບທັມ ເປັນຜູ້ຈະເລີນ

5.   ຜູ້ທີ່ເຄົາລົບຜູ້ອື່ນ ເປັນຜູ້ມີຄວາມເຄົາລົບໃນຕົນເອງ

6.   ຄວນທໍາແຕ່ຄວາມຈະເລີນ ຢ່າບຽດບຽນຜູ້ອື່ນ

7.   ຄວາມມີສັດຈະນັ້ນແລ ດີກວ່າລົດທັງຫຼາຍ

8.  ຄົນຍ່ອມເປັນທີ່ກຽດຊັງ ເພາະຢາກໄດ້ເກີນ

9.   ຄົນເມື່ອມີຄວາມໂກດແລ້ວ ມັກຈະເວົ້າເກີນ

10.        ຄົນເມື່ອມີຄວາມຮັກແລ້ວ ມັກຈະເວົ້າເກີນ

11.         ເພິ່ງປ້ອງກັນໄພ ທີ່ຍັງມາບໍ່ເຖິງ

12.        ວິນຍູຊົນຕໍານິ ດີກວ່າຄົນພານສັນລະເສີນ

13.        ຄວາມຄຸ້ນເຄີຍ ເປັນຍາດຢ່າງຍິ່ງ

14.        ຄໍາເວົ້າສັຈຈະ ເປັນວາຈາທີ່ບໍ່ມີມື້ຕາຍ

15.        ບັນພະຊິດທີ່ບໍ່ມີການສັງລວມ ບໍ່ດີ

16.        ສັຕຕະບູລຸດ ບໍ່ມີໃນຊຸມນຸມໃດ ຊຸມນຸມນັ້ນບໍ່ໄດ້ຊື່ວ່າສະພາ

17.        ກະວີເປັນທີ່ອາສັຍແຫ່ງຄາຖາທັ້ງຫຼາຍ

18.       ຜູ້ຟັງມາຫຼາຍ ຕ້ອງພິຈາລະນາເປັນສໍາຄັນ

19.        ມີບາງຄົນໃນໂລກທີ່ຢັບຢັ້ງການກະທໍາດ້ວນຄວາມລະອາຍ

20.       ຄົນຈະປະເສີດ ກໍ່ເພາະການກະທໍາ ແລະ ຄວາມປະພຶດ

21.        ອ່ອນໄປກໍ່ຖືກເຂົາຫມິ່ນ ແຂງໄປກໍ່ມີໄພເວນ

22.       ຄົນໄດ້ກຽດເພາະຄວາມມີສັຈຈະ

23.       ບັນດິດຍ່ອມ ຮັກສາອິນຊີ

24.       ສະມະນະໃນສາສນສານີ້ ບໍ່ເປັນຂ້າເສິກໃນໂລກ

25.       ບັນດິດຍ່ອມບໍ່ສະແດງອາການຂື້ນລົງ

26.       ຜູ້ຂໍຍ່ອມບໍ່ເປັນທີ່ຮັກຂອງຜູ້ທີ່ຖືກຂໍ

27.       ບຸດເປັນທີ່ຕັ້ງຂອງມະນຸດທັ້ງຫຼາຍ

28.      ບັນດິດມີຄວາມບໍ່ເພັ້ງໂທດຜູ້ອື່ນເປັນກຳລັງ

29.       ສະມະນະເພິ່ງຕັ້ງຢູ່ໃນສະພາວະຂອງສະມະນະ

30.       ບໍ່ຄວນຂໍສິ່ງທີ່ຮູ້ວ່າເປັນທີ່ຮັກຂອງເຂົາ

31.        ຄວາມສັນໂດດເປັນຊັບຢ່າງຍິ່ງ

32.       ຄົນຜູ້ມີສະຕິ ມີຄວາມຈະເລີນທຸກເມື່ອ

33.       ຄົນຊື່ຕົງ ບໍ່ເວົ້າຈາພາດຈາກຄວາມຈິງ

34.       ຄົນມີສະຕິ ຍ່ອມໄດ້ຮັບຄວາມສຸກ

35.       ສາມີເປັນເຄື່ອງປາກົດຂອງສະຕີ

36.       ຜູ້ໄຫວ້ຍ່ອມໄດ້ຮັບການໄຫວ້ຕອບ

37.       ຜູ້ທຳສັກກະລະ ຍ່ອມໄດ້ຮັບສັກກະລະ

38.      ບໍ່ຄວນດູ ຫມິ່ນລາບຂອງຕົນ

39.       ຄົນມີສະຕິ ເປັນຜູ້ປະເສີດທຸກວັນ

40.       ຄົນອ່ອນແອ ກໍ່ຖືກເຂົາດູຫມິ່ນ

41.        ມີຍາດຫຼາຍ ຍັງປະໂຫຍດໃຫ້ສໍາເລັດ

42.       ຜູ້ຮັກສາ ຄວນມີສະຕິຮັກສາ

43.       ອະສັຕຕະບຸລຸດ ຍ່ອມເປັນໄປນາລົກ

44.       ຜູ້ບູຊາ ຍ່ອມໄດ້ຮັບການບູຊາ

45.       ສະຕີ ເປັນທັມເຄື່ອງຕື່ນຢູ່ໃນໂລກ

46.       ສະຕິ ເປັນສິ່ງຈໍາເປັນໃນທີ່ທັ້ງປວງ

47.       ຜູ້ໃດບໍ່ເວົ້າເປັນທັມ ຜູ້ນັ້ນບໍ່ແມ່ນສັຕຕະບຸລຸດ

48.      ອະສັຕຕະບຸລຸດ ແມ້ນັ່ງຢູ່ໃນທີ່ນີ້ເອງກໍ່ບໍ່ປະກົດ ເໝືອນກັບລູກສອນທີ່ຍິງໄປກາງຄືນ

49.       ຜູ້ປະກອບດ້ວຍທັມມະ ແລະ ສັຈຈະນັ້ນແລ ຄວນຄອງຜ້າກາສາວະ

50.       ເພິ່ງຕາມຮັກສາຄວາມສັຈ

51.        ສັຕຕະບຸລຸດ ມີສະຫວັນເປັນທີ່ໄປໃນເບື້ອງໜ້າ

52.       ປຣາດມີກຳລັງບໍລິຫານ ໝູ່ໃຫ້ປະໂຫຍດສໍາເລັດໄດ້

53.       ຄົນມີປັນຍາຊາມ ຍ່ອມແນະນໍາໃນທາງທີ່ບໍ່ຄວນແນະນໍາ

54.       ສັຕຕະບຸລຸດຍິນດີ ໃນການເກື້ອກູນສັຕ

55.       ຜູ້ສະຫງົບ ສະຫງັບ ຍ່ອມຢູ່ເປັນສຸກ

56.       ມານດາ ບິດາ ທ່ານວ່າເປັນພຣົມຂອງລູກ

57.       ສັຕະບຸລຸດ ບໍ່ປາສັຍເພາະໄຄ່ໃນກາມ

58.      ບັນພະຊິດ ທີ່ຂ້າຜູ້ອື່ນ ບຽດບຽນຜູ້ອື່ນ ບໍ່ເປັນທີ່ສະມະນະເລີຍ

59.       ຄົນໂງ່ ມີກຳລັງບໍລິຫານໝູ່ຍ່ອມບໍ່ສໍາເລັດປະໂຫຍດ

60.       ຄົນສະຫຼາດ ຍ່ອມລະບາບ

61.        ເພິ່ງປະພຶດໃຫ້ພໍເໝາະ ພໍດີ

62.       ຊື່ວ່າບັນດິດ ຍ່ອມທຳປະໂຫຍດໃຫ້ສໍາເລັດໄດ້ແລ

63.       ຄົນມີປັນຍາຊາມ ຍ່ອມທໍາຄວາມປະທຸຮ້າຍ

64.       ຖ້າຜູ້ປົກຄອງເປັນຜູ້ຊົງທັມ ປະຊາຊົນທັງປວງກໍ່ເປັນສຸກ

65.       ຄົນແຂງກະດ້າງກໍ່ມີເວນ

66.       ກິ່ນຂອງສັຕຕະບຸລຸດ ຍ່ອມຫອມຫວນທວນລົມໄດ້

67.       ທ່ານຜູ້ເປັນທີ່ເພິ່ງຍ່ອມປະກອບໄປດ້ວຍກະລຸນາຍິ່ງໃຫຍ່

68.      ສາມີ ແລະ ພະຣິຍາຜູ້ສະຫຼາດ ຍ່ອມນັບຖືກັນ ແລະ ກັນ ແລະຄົນທີ່ຄວນເຄົາລົບທັ້ງປວງ

69.       ຜູ້ມີຄວາມດີ ຈົ່ງຮັກສາຄວາມດີຂອງຕົນ

70.       ສາທຸຊົນຍ່ອມຫຼຸດພົ້ນ(ຄວາມທຸກ) ເພາະຄວາມບໍ່ຍຶດໝັ້ນຖືໝັ້ນ

71.        ສັຕຕະບຸລຸດຍ່ອມປະກົດໃນທີ່ໄກ ເໝືອນພູເຂົາຫິມະພານ

72.       ໃນໝູ່ມະນຸດ ຜູ້ເຝິກຕົນແລ້ວເປັນຜູ້ປະເສີດສຸດ

73.       ຄົນມີປັນຍາຍ່ອມແນະນໍາໃນທີ່ຄວນແນະນໍາ

74.       ຄົນໂງ່ຮູ້ສຶກວ່າຕົນໂງ່ ຈະເປັນຜູ້ສະຫຼາດເພາະເຫດນັ້ນ

75.       ບັນດິດທີ່ສົມບູນດ້ວນສິນ ຍ່ອມຮຸ້ງເຮືອງເໝືອນໄປທີ່ສ່ອງທາງສະຫວ່າງ

76.       ບຸລຸດຈະເປັນບັນດິດໃນທຸກສະຖານະການກໍ່ຫາໄດ້ ສະຕີຜູ້ຄິດການໄດ້ສັບໄວກໍ່ເປັນບັນດິດ

77.       ຖ້າທ່ານຢ້ານທຸກ ຖ້າທ່ານບໍ່ຮັກທຸກ ກໍ່ຢ່າເຮັດບາບກັມທັ້ງໃນທີ່ແຈ້ງ ແລະ ທີ່ລັບ

78.      ຊົນເຫຼົ່າໃດສະຫຼາດໃນຂະນົບທັມນຽມບູຮານ ແລະ ປະກອບດ້ວຍຈາຮີດປະເພນີດີ ຊົນເຫຼົ່ານັ້ນຍ່ອມບໍ່ໄປສູ່ທຸກຄະຕິ

79.       ຜູ້ໃດຮີບໃນການທີ່ຄວນຊ້າ ແລະ ຊ້າໃນການທີ່ຄວນຮີບ ຜູ້ນັ້ນເປັນຄົນໂງ່ເຂົາ ຍ່ອມເຖິງທຸກເພາະການຈັດທຳໂດຍບໍ່ແຍບຄາຍ

80.      ຜູ້ໃດທຳກັມຊົ່ວແລ້ວ ລະເສຍໄດ້ ດ້ວນກັມດີ ຜູ້ນັ້ນຍ່ອມຍັງໂລກນີ້ໃຫ້ສະຫວ່າງ ເຫມືອນພຣະຈັນພົ້ນຈາກເມກໝອກສັນນັ້ນ

81.       ຜູ້ໃດລ້ຽງມານດາບິດາໂດຍຊອບທັມ ບັນດິດຍ່ອມສັນລະເສີນຜູ້ນັ້ນໃນໂລກນີ້ ເຂົາລະໄປແລ້ວຍ່ອມບັນເທີງໃນສະຫວັນ

82.      ຜູ້ໃດບໍ່ໂກດ ບໍ່ຜູດໂກດ ບໍ່ລົບຫຼູ່ ເຖິງຄວາມໝົດຈົດ ມີທິດຖີສົມບູນ ມີປັນຍາເພິ່ງຮູ້ວ່າຜູ້ນັ້ນເປັນອະຣິຍະ

83.      ຜູ້ໃດຍົດຍ້ອງຕົນ ແລະ ດູຖູກຜູ້ອື່ນເປັນຄົນຊົ່ວ ເພາະການຖືຕົວເອງ ເພິ່ງຮູ້ວ່າຜູ້ເປັນຄົນຊົ່ວ

84.      ຜູ້ໃດບໍ່ຂ້າເອງ ບໍ່ໃຫ້ຜູ້ອື່ນຂ້າ ບໍ່ຊະນະເອງ ບໍ່ໃຫ້ຜູ່ອື່ນຊະນະ ຜູ້ນັ້ນຊື່ວ່າມີເມດຕາຕໍ່ສັດໂລກທັງປວງ ແລະ ບໍ່ມີເວນກັບໃຜ

85.      ຜູ້ທີ່ມານດາ ບິດາລ້ຽງມາໂດຍຍາກຍ່າງນີ້ ບໍ່ບໍາລຸງມານດາບິດາ ປະພຶດຜິດໃນມາດດາບິດາຍ່ອມເຂົ້າເຖິງນາລົກ

86.      ຄວາມໂກດເກີດຂື້ນແກ່ຄົນໂງ່ເຂົາ ບໍ່ຮູ້ແຈ້ງ ເພາະຄວາມແຂງດີ ເຂົາຍ່ອມຖືກຄວາມໂກດນັ້ນແລເຜົາ

87.      ຜູ້ບໍ່ສັນໂດດດ້ວຍພະຣິຍາຂອງຕົນ ຍ່ອມຊຸກຊົນໃນຍິງແພດສະຫຍາ ແລະ ປະທຸບຮ້າຍພະຣິຍາຂອງຄົນອື່ນ ນັ້ນເປັນເຫດແຫ່ງຄວາມເສື່ອມ

88.      ຄົນທີ່ມີໂຊກ ມີສິນລະປະ ຫຼື ບໍ່ມີສິນລະປະກໍ່ຕາມ ຂົນຂວນຮວບຮວມຊັບໄດ້ໄວ້ເປັນອັນມາກ ສ່ວນຄົນມີໂຊກ ຍ່ອມບໍລິໂພກຊັບເຫຼົາສນັ້ນ.

89.      ຣາຄະ ໂທສະ ແລະ ອະວິຊາ ອັນຜູ້ໃດຫຼຸດພົ້ນແລ້ວ ຜູ້ນັ້ນເປັນຜູ້ຄົງທີ່ ມີສາຍລ່າມຂາດແລ້ວ ບໍ່ມີເຄື່ອງຜູກ ຍ່ອມບໍ່ຕິດໃນທີ່ນັ້ນ

90.       ນໍລະຊົນຜູ້ກຳນັດໃນກາມ ຍິນດີໃນກາມ ໝົກມຸ່ນໃນກາມ ເຮັດບາບທັ້ງຫຼາຍ ຍ່ອມເຂົ້າເຖິງທຸກຄະຕິ

91.        ຜູ້ໃດມັກໂກດ ຜູກໂກດໄວ້ ລົບລູ່ເຂົາດ້ວຍຄວາມຊົ່ວ ມີຄວາມເຫັນວິບັດ ມີມາຍາ ເພິ່ງຮູ້ວ່າຄົນນັ້ນເປັນຄົນຊົ່ວ

92.       ບັນດິດທັ້ງຫຼາຍກ່າວເຖິງຜູ້ນິ່ງທາງກາຍ ນິ່ງທາງວາຈາ ນິ່ງທາງໃຈ ບໍ່ມີອາສາວະ ເຖິງພ້ອມດ້ວຍປັນຍາ ຜູ້ລະສິ່ງທັງປວງໄດ້ວ່າເປັນມຸນີ

93.       ບຸກຄົນບໍ່ຄວນນິຍົມກ່າວຄໍາເທັດ ບໍ່ຄວນທຳຄວາມສະເນ່ຫາໃນຮູບໂສມ ຄວນກຳນົດຮູ້ມານະ ແລະ ປະພຶດງົດເວັ້ນຈາກຄວາມຜຸນຜັນ

94.       ບຸລຸດ ຈະເປັນບັນດິດໃນທີ່ທັ້ງປວງກໍ່ຫາໄດ້ ແມ່ນແຕ່ສະຕີກໍ່ເປັນບັຍດິດ ມີປັນຍາສຽບແຫຼມໃນທີ່ນັ້ນໆ ໄດ້ເໝືອນກັນ

95.       ບັນດິດກ່າວເຖິງຜູ້ມີກາຍສະອາດ ມີວາຈາສະອາດ ມີໃຈສະອາດ ບໍ່ມີອາສາວະ ເປັນທີ່ສິ້ນທຸກທັງປວງ ໂດຍຄວາມເຄົາລົບ

96.       ຕາບໃດທີ່ບາບຍັງບໍ່ໃຫ້ຜົນ ຄົນໂງ່ເຂົາຍັງເຂົ້າໃຈວ່າມີລົດຫວານ ແຕ່ບາບໃຫ້ຜົນເມື່ອໃດ ຄົນໂງ່ເຂົາຍ່ອມປະສົບທຸກເມື່ອນັ້ນ

97.       ຜູ້ເປັນຄົນຂັດເຄື່ອງໜຽວແໜ້ນ ປາຖະໜາລາມົກ ຕະໜີ່ ບໍ່ລະອາຍ ແລະ ບໍ່ຢ້ານບາບ ເພິ່ງຮູ້ວ່າຜູ້ນັ້ນເປັນຄົນຊົ່ວ

98.      ບັນດິດບໍ່ສຶກສາເພາະຍາກໄດ້ລາບ, ບໍ່ຄຸ້ນເຄື່ອງເພາະເສື່ອມລາບ, ບໍ່ຍິນດີຍິນຮ້າຍເພາະຕັນຫາ ແລະ ບໍ່ຕິດໃນລົສທັ້ງຫຼາຍ

99.       ບຸກຄົນຈະເປັນຊົ່ວ ເພາະຊາດກຳເນີດແມ່ນບໍ່ມີ ເປັນຜູ້ປະເສີດເພາະຊາດກຳເນີດແມ່ນບໍ່ມີ ແຕ່ເປັນຄົນຊົ່ວເພາະການກະທຳ ເປັນຜູ້ປະເສີດເພາະການກະທຳ

100.   ຄົນເຫຼົ່າໃດ ອັນເທວະທູດຕັກເຕືອນແລ້ວຍັງປະໝາດຢູ່ ຄົນເຫຼົ່ານັ້ນເຂົ້າເຖິງກາຍອັນບໍ່ດີ ຍ່ອມເສົ້າໂລກສິ້ນກາລະນານ

101.    ບັນດິດຍ່ອມຂັດຂວາງໂຈນຜູ້ນໍາຂອງໄປ ສ່ວນສະມະນະນໍາໄປຍ່ອມເປັນທີ່ຮັກ, ບັນດິດຍ່ອມຍິນດີຕ້ອນຮັບສະມະນະຜູ້ມາເລື້ອຍໆ

102.   ຜູ້ມີປີຊາເມື່ອໄດ້ໂພຄະແລ້ວ ຍ່ອມສົງເຄາະໝູ່ຍາດ, ເພາະການສົງເຄາະນັ້ນ ເຂົາຍ່ອມໄດ້ກຽດລະໄປແລ້ວຍ່ອມບັນເທີງໃນສະຫວັນ

103.   ຜູ້ຖູກມານະຫຼອກລວງ ເສົ້າໝອງຢູ່ໃນສັງຂານ ຖືກລາບ ແລະ ຄວາມເສື່ອມຢໍ່າຢີ ຍ່ອມບໍ່ລຸເຖິງສະມາທິ

104.   ຜູ້ໃດເຫັນສິນ ປັນຍາ ແລິ ສຸຕະໃນຕົນ, ຜູ້ນັ້ນຍ່ອມປະພຶກດປະໂຫຍດຕົນ ແລະ ຜູ້ອື່ນທັ້ງຝ່າຍ

105.   ຜູ້ໃດມີສະຕິສະເພາະໜ້າ ຈະເລີນເມດຕາບໍ່ມີປະໝາດ, ສັງໂຍດຂອງຜູ້ເຫັນຄວາມສິ້ນແຫ່ງອຸປະທິນັ້ນຍ່ອມເບົາບາງ

106.   ຄວາມປາຖະໜາລາມົກ ບໍ່ລະອາຍ ບໍ່ເອື້ອເຟື້ອ ເພາະເຫດໃດ, ເຂົາຍ່ອມສ້າງບາບ ເພາະເຫດນັ້ນ ເຂົາໄປສູ່ອະບາຍເພາະເຫດນັ້ນ

107.   ຜູ້ບໍ່ປະທຸບຮ້າຍມິດ ໄປສູ່ແວ້ນແຄ້ນ ບ້ານ ຫຼື ເມືອງຫຼວງໃດ ກໍ່ຕາມຍ່ອມມີຜູ້ບູຊາໃນທີ່ນັ້ນທັ້ງປວງ

108.  ຜູ້ມີປັນຍາເຫຼົ່າໃດ ປະກອບດ້ວຍສິນ ຍິນດີໃນຄວາມສະຫງົບດ້ວຍປັນຍາ ຜູ້ມີປັນຍາເຫຼົ່ານັ້ນ ເວັ້ນໄກຈາກຄວາມຊົ່ວແລ້ວ ບໍ່ຕ້ອງເຊືອຜູ້ອື່ນ

109.   ຜູ້ໃດມີຄວາມສັຈ ມີທັມ ມີຄວາມບໍ່ບຽດບຽນ ມີຄວາມສໍາລວມ ແລະ ມີຄວາມຂົ່ມໃຈ ຜູ້ນັ້ນແລຊື່ວ່າຜູ້ມີປັນຍາໝົດ ມົນທິນເຂົາເອີ້ນທ່ານວ່າ ເຖຣະ

110.    ຜູ້ບໍ່ລະເລີງໃນອາລົມທີ່ຊອບໃຈ ບໍ່ປະກອບໃນຄວາມດູຫມິ່ນ ເປັນຜູ້ລະອຽດສຽບແຫຼມ ຍ່ອມບໍ່ເຊື່ອງ່າຍ ບໍ່ໜ່າຍແໜ່ງ

111.     ຜູ້ມີສະຕິຍ່ອມຫຼີກອອກ ຢູ່ໃນທີ່ໃດຄືບ້ານກໍ່ຕາມ ປ່າກໍ່ຕາມ ທີ່ລຸ່ມກໍ່ຕາມ ທີ່ດອນກໍ່ຕາ ທີ່ນັ້ນຍ່ອມເປັນພູມທີ່ໜ້າລື່ນລົມ

112.    ຄົນຊາມປັນຍາໄດ້ຍົດແລ້ວ ຍ່ອມປະພຶດແກ່ການອັນບໍ່ເກີດຄຸນຄ່າແກ່ຕົນ ປະຕິບັດແຕ່ໃນທາງທີ່ບຽດບຽນ ທັ້ງຕົນ ແລະ ຄົນອື່ນ

113.    ເຫດຢ່າງໜຶ່ງ ເຮັດໃຫ້ຄົນໜຶ່ງໄດ້ຮັບການສັນລະເສີນ ເຫດຢ່າງດຽວກັນນັ້ນ ເຮັດໃຫ້ອີກຄົນໜຶ່ງໄດ້ຮັບການນິນທາ

114.    ແຜ່ນດິນນີ້ບໍ່ສາມາດເຮັດໃຫ້ຮຽບຮຽງສະເໝີກັນໝົດໄດ້ສັນໃດ ມະນຸດທັ້ງຫຼາຍຈະເຮັດໃຫ້ສະເໝີເໝືອນກັນໝົດທຸກຄົນບໍ່ໄດ້ສັນນັ້ນ

115.    ຜູ້ທີ່ຖືກນິນທາຢ່າງດຽວ ຫຼື ໄດ້ຮັບການສັນລະເສີນຢ່າງດຽວ ບໍ່ເຄີຍມີມາ ແລ້ວຈັກບໍ່ມີຕໍ່ໄປ ເຖິງຂະນະນີ້ກໍ່ບໍ່ມີ

116.    ຄົນຈະຊື່ວ່າເປັນຜູ້ໃຫຍ່ ພຽງເພາະມີຜົມງອກກໍ່ຫາບໍ່ໄດ້ ເຖິງໄວຂອງເຂົາຈະງ່ອມ ກໍ່ຮຽກວ່າແກ່ລ້າໆ

117.     ສິ່ງດຽວກັນນັ້ນແລດີສໍາລັບຄົນໜຶ່ງ ແຕ່ເສຍສໍາລັບອີກຄົນໜຶ່ງ ເພາະສະນັ້ນສິ່ງໃດໆ ຫາໄດ້ວ່າຈະດີໄປໝົດ ແລະ ກໍ່ບໍ່ມີຈະເາຍໄປໝົດ

118.   ຜູ້ມີປັນຍາເຫຼົ່າໃດ ຂົນຂວາຍໃນຍານຍິນດີໃນຄວາມສະຫງົບ ອັນເກີດຈາກເນກຂັມມະ ເທວະດາທັ້ງຫຼາຍກໍ່ພໍໃຈ ຕໍ່ຜູ້ມີປັນຍາ ຜູ້ຮູ້ດີແລ້ວ ແລະ ຜູ້ມີສະຕິເຫຼົ່ານັ້ນ

119.    ຜູ້ປະກອບຕົນໃນສິ່ງທີ່ບໍ່ຄວນປະກອບ ແລະ ບໍ່ປະກອບຕົນໃນສິ່ງທີ່ຄວນປະກອບ ລະປະໂຫຍດເສຍຖືຕາມໃຈຊອບໃຈ ຍ່ອມເປັນທີ່ຍິ້ມຕໍ່ຜູ້ປະກອບຕົນເນື່ອງໆ

120.   ຜູ້ໃດທໍາ ຣາຄະ ໂທສະ ມານະ ແລະ ມັກຂະ ໃຫ້ຕົກໄປ ເໝືອນທຳໃຫ້ເມັດຜັກກາດຕົກຈາກປາຍເຫຼັ້ກແຫຼມ ເຮົາເອີ້ນຜູ້ນັ້ນວ່າ ພຣາມ

121.    ກະສັດ ພຣາມ ແພດ ສູດ ຈັນທາດ ແລະ ຄົນງານຊັ້ນຕໍ່າທັ້ງປວງ ສະຫງົບສະງ່ຽມແລ້ວ ເຝິກຕົນແລ້ວ ກໍປະຣິນິບພານເໝືອນກັນໝົດ

122.   ພິກຂຸບໍ່ຄວນຫວັ່ນໄຫວເພາະນິນທາ ໄດ້ຮັບການສັນລະເສີນ ກໍ່ບໍ່ຄວນເຫີມໃຈ ເພິ່ງບັນເທົາຄວາມໂລບກັບຄວາມຕະໜີ່ ຄວາມໂກດ ແລະ ຄວາມສໍ່ສຽດສີ

123.   ຂຸມກໍາລັງຂອງຄົນພານຄືການຈ້ອງຫາໂທດຂອງຄົນອື່ນ ຂຸມກໍາລັງຂອງບັນດິດ ຄືການໄຕ່ຕອງໂດຍພິນິດ

124.   ຜູ້ຄອງເຮືອນຂະຫຍັ່ນ ຄືຂໍ້ໜຶ່ງ ມີໂພຄະຊັບແລ້ວແບບປັນຄືຂໍ້ສອງ ເຖິງທີໄດ້ຜົນສົມໝາຍບໍ່ມົວເມົາຄືຂໍ້ສາມ ເຖິງຄາວສູນເສຍປະໂຫຍດບໍ່ໝົດກໍາລັງໃຈຄືຄົບສີ່

125.   ຜູ້ນັ່ງນິ້ງງຽບເຂົາກໍ່ນິນທາ ຄົນເວົ້າຫຼາຍເຂົາກໍນິນທາ ແມ່ນແຕ່ຄົນເວົ້າພໍປະມານເຂົາຍັງນິນທາ ຄົນບໍ່ຖືກນິນທາ ບໍ່ມີໃນໂລກ

126.     ສ່ວນຜູ້ໃດ ເຖິງຈະຕົກແຕ່ງກາຍ ສວມໃສ່ອາພອນ ແຕ່ຫາກປະພຶດຊອບເປັນຜູ້ສະຫງົບ ເຝິກອົບຮົມຕົນແນວແນ່ ເປັນຜູ້ປະພຶດທັມອັນປະເສີດເລີກລະການບຽດບຽນປວງສັດທັ້ງໝົດແລ້ວ ຜູ້ນັ້ນແລ ຈະເອີ້ນວ່າເປັນພຣາມ ເປັນສະຣະນະ ຫຼື ເປັນພິກຂຸໄດ້.

ຫົວຂ້ທີ່ໂດດເດັ່ນ

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ  ພາບຈາກ: theconversation.com 1.      ຄວາມຮັກ ຮັກສາທຸກສິ່ງ      ຄວາມກຽດຊັງ ບໍ່ອ...

ໂພສທີ່ຖືກອ່ານຫຼາຍທີ່ສຸດ