Monday 1 January 2018

ເປັນຕ້ອງຫຍັງສູດມົນຂ້າມປີ ມີປະໂຫຍດຫຍັງແດ່? ໂດຍ ພຣະມະຫາຂາວ

1.  ເປັນຫຍັງ ຈຶ່ງຕ້ອງສູດມົນຂ້າມປີ ?

ພາບຈາກເພຈ ໜ້າຂ່າວຊາວພຸດ

       ການຈັດງານຕ້ອງໃຊ້ທຶນ ລວບລວມທຶນ ເພື່ອຈະຈັດງານ ຮອງຮັບຄົນເປັນຫຼາຍຮ້ອຍ ຫຼືເປັນພັນ ຈຶ່ງມີຄົນບາງກຸ່ມທີ່ເປັນມິດສາທິດຖິວ່າ ເປັນຫຍັງຕ້ອງເສຍເງິນກັບພິທີບໍ່ມີສາຣະແບບນີ້ ແທນທີ່ຈະເອົາໄປພັດທະນາໂຄງສ້າງພື້ນຖານ ເຊັ່ນ ຖະໜົນຫົນທາງ ການຂົ່ນສົ່ງມວນຊົນ ເປັນຫຍັງບໍ່ເອົາໄປຈັດການແກ້ໄຂປັນຫາຄວາມຍາກຈົນ ຄວາມເລື່ອມລຳ້ທາງສັງຄົມ ຄົນຈະມີຄວາມສຸກກວ່າບໍ່ ຫາກມີຖະໜົນຫົນທາງທີ່ດີ ຄົນຈະມີຄວາມສຸກກວ່າບໍ່ ຫາກໂຮງໝໍມີເຄື່ອງມືແພດພ້ອມສຳຫຼັບຄົນໄຂ້ ທຸກຄົນເອົາແຕ່ນັ່ງສູດມົນ ແຕ່ຄວາມເລື່ອມລຳ້ທາງເສດຖະກິດກໍ່ຍັງມີຢູ່ ປັນຫາຄວາມຍາກຈົນກໍ່ຍັງມີຢູ່
ນີ້ ຄື ພວກເຮົາກຳລັງຈະຫຼຸດທອນປັນຫາທີ່່ຊັບຊ້ອນທາງສັງຄົມແມ່ນບໍ່?
ນີ້ ຄື ການວາງຢາກ່ອມປະສາດແກ່ສັງຄົມ ແມ່ນບໍ່? (ຄຳນີ້ຮູ້ສຶກຄຸ້ນໆ)

ຕອບ
     ນັ້ນເປັນການຍັດຍຽດວ່າ ການສູດມົນຂ້າມປີເປັນການແກ້ໄຂປັນສັງຄົມທຸກດ້ານ ເໝືອນກັບບອກວ່າ ຢາພາລາຂະໜານດຽວແກ້ໄດ້ທຸກໂລກພະຍາດ? ເຊິ່ງມັນເປັນໄປບໍ່ໄດ້ ປັນຫາສັງຄົມອື່ນໆ ກໍ່ແກ້ໄຂປັນຫາກັນໄປຕາມວາລະອື່ນໆ ປັນຫາສັງຄົມ ເສດຖະກິດ ກໍ່ໃຫ້ເປັນພາລະຂອງຝ່າຍບ້ານເມືອງໄປ ຢ່າເອົາມາຍັດຍຽດໃສ່ການສູດມົນ ເພາະການສູດມົນໃນເທດສະກາລປີໃໝ່ນັ້ນ ຫຼັກໃຫຍ່ໃຈຄວາມກໍ່ເພື່ອຫຼຸດການດື່ມສຸຣາຢາເມົາ ຫຼຸດອຸບັດຕິເຫດ ນັ່ນເອງ ທາງວັດວາສາສະນາ ທຳໜ້າທີ່ອົບຮົມສີລທັມ ປູກຈິຕໃຕ້ສຳນຶກທີ່ດີ ເພາະນີ່ຕ້ອງກິນຢາຄົນລະຂະໜານກັນ ເພື່ອໃຫ້ເໝາະກັບໂລກພະຍາດ.

    ຖາມວ່າ ການສູດມົນກໍ່ດີ ຟັງບົດສູດມົນກໍ່ດີ ເຊິ່ງເປັນພາສາບາລີທີ່ບໍ່ເຂົ້າໃຈ ຈະຊາບຊຶ້ງໃນທັມມະ ຫຼື ໄດ້ຮັບປະໂຫຍດຢ່າງໃດ?

ຕອບ
  ໃນຂະນະທີ່ສູດສາທະຍາຍກໍ່ໄດ້ຍິນສຽງໄປດ້ວຍ ໄດ້ຟັງໄປດ້ວຍ ໃຫ້ຖືວ່າເປັນການກຳໜົດສຽງເປັນອາລົມກັມມະຖານ ນີ້ບໍ່ໄດ້ມຸ່ງຄວາມເຂົ້າໃຈ ແຕ່ມຸ່ງວິປັສສນາກັມມະຖານ ໃຫ້ຕັ້ງສະຕິໄວ້ທີ່ຫູ ເມື່ອສຽງມາກະທົບຫູ ຫຼືຖ້າຟັງຮູ້ເລື່ອງ ແຕ່ບໍ່ຕ້ອງການຄວາມເຂົ້າໃຈ ກຳໜົດໃຫ້ເປັນພຽງອາລົມກັມມະຖານກໍ່ໄດ້ເຊັ່ນດຽວກັນ ໃຫ້ກຳໜົດວ່າ ໄດ້ຍິນໜໍ ໄດ້ຍິນໜໍ ໄດ້ຍິນໜໍ ພ້ອມກັບການພິຈາລະນາວ່າ ສຽງເກີດ ແລະ ດັບໄປ ຢ່າງໃດ ແຍກຮູບ ແຍກນາມ ສຽງທີ່ໄດ້ຍິນເປັນຮູບ ຈິຕທີ່ຮັບຮູ້ເປັນນາມ ເມື່ອເຫັນຄວາມເກີດ-ດັບ ດ້ວຍປັນຍາແລ້ວ ຍ່ອມເຫັນສິ່ງທັ້ງປວງເປັນ ອນິຈຈັງ ທຸກຂັງ ອະນັຕຕາ (ບໍ່ທ່ຽງ ເປັນທຸກ ບໍ່ມີຕົວຕົນ) ຍົກຈິຕຂຶ້ນສູ່ວິປັສສະນາ ຍ່ອມເບື່ອໜ່າຍ ຄາຍກຳໜັດ ຫຼຸດພົ້ນ ເປັນມັຄຜົນ ນິພພານ ຕໍ່ໄປ ນີ້ເປັນເປົ້າໝາຍສູງສຸດໃນພຣະພຸດທະສາສະນາ.
 ພຣະສົງ ແລະ ຍາດໂຍມ ກະກຽມສູດມົນຂ້າມປີ ທີ່ວັດດົງສະຫວາດ

2.  ປະໂຫຍດ ແລະ ເປົ້າໝາຍ ສູດມົນຂ້າມປີ

       1. ເພື່ອເປັນການສະເໜີ ທາງເລືອກ ວ່າຍັງມີຄວາມສຸກທີ່ບໍ່ຈຳເປັນຕ້ອງຊື້ມາດ້ວຍເງິນ ຈາກການຊັອປປີ້ຊ່ວງປີໃໝ່.

        2. ເປັນກຸສໂລບາຍອັນສະຫຼາດ ເພື່ອຫຼຸດອຸບັດຕິເຫດ ເພາະການດື່ມສຸຣາຢາເມົາຊ່ວງເວລາປົກກະຕິກໍ່ບໍ່ປານໃດ ແຕ່ຖ້າເປັນເທດສະການປີໃໝ່ແບບນີ້ ການເກີດອຸບັດຕິເຫດກໍ່ຫຼາຍເປັນພິເສດ ສາເຫດຫຼັກກໍ່ມາຈາກການດື່ມແລ້ວຂັບ ເກີດອຸບັດຕິເຫດສະເພາະຄົນດື່ມກໍ່ໄຄຢູ່ ແຕ່ມັນເລີຍເຖີດໄປຕຳຄົນອື່ນທີ່ບໍ່ໄດ້ເມົາ ຮັກສາກົດລະບຽບຈາລະຈອນຢ່າງດີ ຍັງບໍ່ວາຍທີ່ຈະເກີດເຫດ ເກີດການບາດເຈັບ ພິການ ສູນເສຍຄ່າຮັກສາພະຍາບານອີກມະຫາສານ ແລະຈົນເຖິງການສູນເສຍຄົນທີ່ຮັກໄປຢ່າງບໍ່ມີວັນກັບ ແທນທີ່ຈະນັບໜຶ່ງດ້ວຍສັກກະຫຼາດໃໝ່ ເລີ່ມຕົ້ນຊີວິດໃໝ່ ແຕ່ກັບເປັນວ່າ ໄປເກີດໃໝ່ ເລີຍກະມີໃຫ້ເຫັນນັບບໍ່ຖ້ວນ ດັ່ງນັ້ນ ແທນທີ່ຄວນເລີ່ມຕົ້ນຊີວິດໃໝ່ດ້ວຍສະຕິປັນຍາ ແຕ່ກັບເມົາມາຍ ທະເລາະວິວາດ ປະສົບອຸບັດຕິເຫດ ເຈົ້າຢາກເລີ່ມຕົ້ນຊີວິດແບບນັ້ນສັ້ນບໍ?
          3. ໄດ້ຮັບອິດທິພົນພະລັງແຫ່ງຄວາມດີ ທີ່ເກີດຈາກຄົນໝູ່ມາກທີ່ມາລວມໂຕກັນສ້າງທິດທາງຊີວິດດ້ວຍສະຕິປັນຍາ ໃຫ້ລືມເລື່ອງເກົ່າ ລະເລີກການກະທຳເກົ່າທີ່ບໍ່ສ້າງສັນ ຄິດໃໝ່ທຳໃໝ່ ການສ້າງຄຸນງາມຄວາມດີລວມໝູ່ ຈຶ່ງມີພະລັງແລະເກີດຂຶ້ນໄດ້ງ່າຍ ແຕ່...ໃນທາງກົງກັນຂ້າມ ຖ້າໄປກັບໝູ່ທີ່ດື່ມສຸຣາຢາເມົາ ພະລັງຂອງຄົນໝູ່ມາກນັ້ນກໍ່ຊັກພາເຮົາໄປທາງນັ້ນໂດຍບໍ່ຕ້ອງສົງໄສ ເຖິງບໍ່ມັກກິນກໍ່ຕາມ ແຕ່ທຳມະຊາດຂອງມະນຸດ ມີພຶດຕິກຳລອກລຽນແບບຢູ່ໃນຕົວ ສະນັ້ນ ພະລັງຂອງຄົນໝູ່ມາກຈຶ່ງສຳຄັນ.

       ສະນັ້ນມາເຖິດມານັບໜຶ່ງປີໃໝ່ເລີ່ມຕົ້ນຊີວິດໄໝ່ ເລີ່ມຕົ້ນດີ ຊີວິດດີ
               1. ມາລະຊົ່ວທຳດີ ຊ່ວງປີໃໝ່
               2. ມາສະແດງຄວາມຮັກຄວາມໃສ່ໃຈຢ່າງຖືກທາງ
               3. ມາຮ່ວມສ້າງສັມມາທິດຖິ ແລະທຳສະຕິໃຫ້ສຕຣອງ


 ໂດຍ... ພຣະມະຫາສິງຫາ ໄຂ່ອຳພອນ (ມະຫາຂາວ)
Cr: ຄັດມາຈາກ ເພຈ ຫນ້າຂ່າວຊາວພຸດ

No comments:

Post a Comment

ຫົວຂ້ທີ່ໂດດເດັ່ນ

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ  ພາບຈາກ: theconversation.com 1.      ຄວາມຮັກ ຮັກສາທຸກສິ່ງ      ຄວາມກຽດຊັງ ບໍ່ອ...

ໂພສທີ່ຖືກອ່ານຫຼາຍທີ່ສຸດ