Tuesday 3 April 2018

ຄວາມເປັນມາຂອງນາງສັງຂານ (ປີໃໝ່ລາວ)


ພະຍາກະບິນລະພົມ ທ້າສະໝອງລອງປັນຍາ ກັບ ທ່ານນັກປາດຜູ້ຮຽນຈົບໄຕເພດ(ຄວາມຮູ້ຂັ້ນສູງສາມຢ່າງ ໂຫລາສາດ, ຄຸລຸສາດ ແລະ ພາສາສາດ) ຄື:ທຳມະບານກຸມມານແຕ່ປາງກ່ອນບຸດຊາຍເສດຖີຄົນນຶ່ງຊື່ວ່າ: ທຳມະບານກຸມານຮຽນຈົບວິຊາໄຕເພດ(ຄວາມຮູ້ຂັ້ນສູງສາມຢ່າງ ໂຫລາສາດ,ຄຸລຸສາດ ແລະ ພາສາສາດ)ເປັນນັກປາດຜູ້ມີປັນຍາສະຫຼາດຫຼັກແຫຼມເໜືອກວ່າເພື່ອນມະນຸດດ້ວຍກັນ ສາມາດຮູ້ຮອດພາສາສັດຕ່າງໆໃນນັ້ນລວມທັງພາສານົກ.ເມື່ອມີຄົນມາຖາມປັນຫາໃດ ບໍ່ວ່າຄະຕິໂລກ ຫຼື ຄະຕິທຳ ເຂົາສາມາດແກ້ໄດ້ໝົດ,ຄວາມຊ່າລືກ່ຽວກັບທຳມະບານມີສະຕິປັນຍາແຫຼມຄົມ ສາມາດແກ້ບັນຫາໄດ້ຢ່າງບໍ່ຂ້ອງບໍ່ຄາຊື່ສຽງດັ່ງກ່າວໄດ້ດັງກ້ອງໄປຮອດພະພົມຢູ່ສວງສະຫວັນ. ຕອນນັ້ນມີພະພົມອົງນຶ່ງຊຶ່ງເປັນເຈົ້າແຫ່ງພົມ ແລະ ເທວະດາທັງຫຼາຍ ຊື່ວ່າ:ພະຍາກະບິນລະພົມ, ເມື່ອຊາບຊື່ສຽງດັ່ງກ່າວ ຈຶ່ງຢາກທົດສອບຄວາມຮູ້ຂອງທຳມະບານກຸມມານລອງເບີ່ງ ຈຶ່ງໄດ້ເຫາະລົງມາຍັງໂລກມະນຸດ ແລະ ໄດ້ພົບກັບທຳມະບານກຸມມານຢູ່ຫໍປະສາດ 7 ຊັ້ນ ຊຶ່ງອາໄສຢູ່ຄົນດຽວ.ພະຍາກະບິນລະພົມໄດ້ຖາມທຳມະບານກຸມມານ 3 ຂໍ້ຄື: ສິລິຂອງຄົນຢູ່ໃສ? ໃນຕອນເຊົ້າ, ຕອນສວາຍ ແລະ ຕອນແລງ.(ສິລິ ແມ່ນຈຸດສຳຄັນຂອງຮ່າງກາຍ) ພະຍາກະບິນລະພົມບໍ່ທັນໃຫ້ທຳມະບານກຸມມານຕອບທັນທີແຕ່ພັດວ່າ ອີກ 7 ວັນ ຈະລົງມາຟັງຄຳຕອບ ໂດຍໄດ້ວາງເງື່ອນໄຂໄວ້ວ່າ ຖ້າຕອບບໍ່ໄດ້ທຳມະບານຈະຖຶກຕັດຄໍ ແລະ ໃນທາງກົງກັນຂ້າມ ຖ້າຕອບໄດ້ຕົນເອງກໍຈະຍອມໃຫ້ຕັດຄໍເຊັ່ນກັນ.



ດັ່ງນັ້ນ, ຕາມການຕົກລົງນີ້ໃນເຈັດມື້ຂ້າງໜ້າ ລະຫວ່າງ ພະຍາ ກະບິນລະພົມ ກັບ ທຳມະບານກຸມມານຈະຕ້ອງມີຜູ້ໜຶ່ງຖຶກຕັດຄໍ, ຫຼັງຈາກພະຍາກະບິນລະພົມກັບໄປແລ້ວ ທຳມະບານກຸມມານຕ້ອງໄດ້ໃຊ້ສະໝອງຢ່າງໜັກເພື່ອຊອກຫາຄຳຕອບ ແຕ່ກໍ່ຊອກບໍ່ເຫັນ,ບໍ່ມີຄຳພີດີກາເຫຼັ້ມໃດເລີຍທີ່ກ່າວເຖິງຄຳວ່າສິລິຂອງຄົນ,ວັນເວລາລ່ວງເລີຍໄປ 6 ມື້ ນັບແຕ່ທຳມະບານກຸມມານຕັ້ງໜ້າຄົ້ນຄວ້າຫາຄຳຕອບຈົນບໍ່ມີເວລາພັກຜ່ອນຫຼັບນອນ ຫຼື ກິນເຂົ້າກິນນ້ຳ ເຮັດໃຫ້ຕົນໂຕເຂົາຈ່ອຍຜອມລ່າເຫຼືອງ ເຫຼືອແຕ່ໜັງຫຸ້ມດູກ.ເມື່ອຮູ້ໂຕວ່າຈະຕ້ອງຖຶກຕັດຄໍແນ່ນອນແລ້ວ ທຳມະບານ ກຸມມານ ຈິ່ງຕັດສິນໃຈຄັ້ງສຸດທ້າຍວ່າ:(ເຮົາເປັນຄົນລະດັບນັກປາດມີຊື່ສຽງກັງວານກ້ອງ ໂລກ ຜູ້ໜຶ່ງ ຊິໄປຍອມໃຫ້ຕັດຄໍປະຈານໃຫ້ເສຍຊື່ສຽງເຮັດຫຍັງ, ແໜງສູ້ໄປຕາຍເອງດີກວ່າ).ຂະນະນັ້ນເປັນເວລາຄ່ຳມືດແລ້ວ ທຳມະບານກຸມມານພາຮ່າງກາຍອັນຈ່ອຍຜອມຍ່າງໂຊ ຊັກໂຊເຊລົງຈາກຫໍປະສາດ 7 ຊັ້ນ ມຸ້ງໜ້າເຂົ້າປ່າ ເມື່ອເຫັນວ່າຈະຍ່າງຕໍ່ໄປບໍ່ໄຫວ ເຂົາຈຶ່ງໂຍບນັ່ງລົງກ້ອງຕົ້ນຕານຕົ້ນໜຶ່ງ ໂດຍຄິດວ່າຄວາມອິດເມື່ອຍ ແລະ ຄວາມຫິວທີ່ເພີ້ມຂຶ້ນຊັກໄຊ້ ນັ້ນຈະເຮັດໃຫ້ເຂົາຈົບຊີວິດລົງຢູ່ສະຖານທີ່ແຫ່ງນີ້,ແຕ່ສະຫວັນໄດ້ເປັນໃຈທຳມະບານກຸມມານຢູ່ເທິງຕົ້ນຕານລຳນັ້ນມີແຮ້ງສອງຜົວເມຍອາໄສຢູ່ ຕອນເດິກສະຫງັດຄືນນັ້ນແຮ້ງສອງຜົວເມຍ ໄດ້ລົມ ກັນກ່ຽວກັບແຜນການຈະໄປກິນອາຫານໃນມື້ອື່ນໂດຍເມຍຖາມຜົວວ່າ ມື້ອື່ນຈະໄປຫາກິນ ທາງໃດ?.

ຜົວ: ມື້ອື່ນພວກເຮົາບໍ່ຕ້ອງບິນໄປຫາກິນໄກໃຫ້ເມື່ອຍປີກດ໋ອກ ຖ້າກິນຊີ້ນມະນຸດຢູ່ເມືອງນີ້ ແຫລະ.
ເມຍ: ຊິມີຊີ້ນມະນຸດມະນາມາແຕ່ທາງໃດໃຫ້ພວກເຮົາກິນບໍ? ຫລືວ່າຕີເອິກເສືອເພື່ອ ໃຫ້ກາກິນຊັ້ນເບາະ?
ຜົວ: ພະຍາກະບິນລະພົມ ຊິລົງມາຕັດຄໍທຳມະບານກຸມມານ ແລະ ເຮົາຊິໄດ້ກິນຊີ້ນເຂົາ;
ເມຍ: ໄປຕັດຄໍເຂົາເຮັດຫຍັງ?;
ຜົວ: ຕັດລະບໍແນວວ່າຕອບບັນຫາເພີ່ນບໍ່ໄດ້;
ເມຍ: ເພີ່ນຖາມວ່າແນວໃດ? ຍາກແທ້ຫວ໋ະ? ຂັ້ນນັກປາດຄືທຳມະບານກຸມມານກໍ່ຍັງ ຕອບບໍ່ໄດ້ຊັ້ນຫວ໋ະ?
ຜົວ: ມັນຊິຍາກຫຍັງ! ແຕ່ທຳມະບານກຸມມານບໍ່ໄດ້ຮຽນເຖິງກໍ່ເລີຍຕອບບໍ່ໄດ້. ເພີ່ນຖາມ ວ່າ ສິລິ
ຂອງຄົນຢູ່ໃສໃນຕອນເຊົ້າ, ຕອນສວາຍ, ຕອນແລງ?
ເມຍ: ຄັນຊັ້ນເຈົ້າຮູ້ບໍ່ວ່າທັງ 3 ເວລານັ້ນ ສິລິ ຂອງຄົນຢູ່ໃສ?
ຜົວ: ເປັນຫຍັງຊິບໍ່ຮູ້ ງ່າຍຊິຕາຍ
ເມຍ: ຄັນຊັ້ນເວົ້າໃຫ້ຂ້ອຍຟັງແດ່ດູ
ຜົວ: ເວົ້າບໍ່ໄດ້ເດິກດື່ນແລ້ວ ນອນສາ
ເມຍ: ບໍ່! ຄັນເຈົ້າບໍ່ເວົ້າໃຫ້ຂ້ອຍຟັງຂ້ອຍຊິກັ້ນໃຈຕາຍປະເຈົ້າ
ຜົວ: ເວົ້າກະເວົ້າ! ຄືວ່າ ຕອນເຊົ້າ ສິລິ ຂອງຄົນຢູ່ໜ້າ ສະນັ້ນ ຕື່ນເຊົ້າມາເຂົາ ເຈົ້າພາ ກັນສ່ວຍໜ້າລ້າງຕາ,


ຕອນສວາຍຢູ່ໜ້າເອິກ ຄົນທັງຫລາຍຈຶ່ງມັກເອົານ້ຳລູບໜ້າເອິກ ຫລື ລ້າງ ສ່ວຍຕົນໂຕເລົາຄີງ,ຕອນແລງ ສິລິ ແມ່ນຢູ່ຕີນ ເຂົາເຈົ້າຈຶ່ງພາກັນລ້າງຕີນໃຫ້ສະອາດກ່ອນ ຈຶ່ງເຂົ້ານອນ.ດັ່ງໄດ້ກ່າວຕອນຕົ້ນແລ້ວວ່າ ທຳມະບານກຸມມານຮູ້ພາສານົກ ດັ່ງນັ້ນຄຳສົນທະນາຂອງ ແຮ້ງສອງຜົວເມຍ ຈຶ່ງປຽບເໝືອນສິ່ງສັກສິດຊ່ວຍໃຫ້ເຂົາລອດພົ້ນຈາກຄວາມຕາຍຢ່າງປາຕິຫານ. ເຂົາຟ້າວລຸກຈາກກ້ອງຕົ້ນຕານແລ່ນກັບຄືນສູ່ຫໍປະສາດ ດ້ວຍຄວາມສຸກໃຈຢ່າງຫາອັນປຽບບໍ່ໄດ້. ເຊົ້າມື້ຕໍ່ມາຊຶ່ງເປັນມື້ຖ້ວນເຈັດ ເມື່ອໄດ້ຟັງການຕອບບັນຫາທັງສາມຂໍ້ຂອງທຳມະບານກຸມມານ ຢ່າງຖຶກຕ້ອງແລ້ວ ເຮັດໃຫ້ພະຍາກະບິນລະພົມມີຄວາມປະຫຼາດໃຈບໍ່ໜ້ອຍ, ແຕ່ຊິເຮັດແນວໃດໄດ້ ເມື່ອຕົນເອງເອີຍປາກທ້າພະນັນຂັນຕໍ່ຕັດຄໍ ຈຶ່ງຕົກລົງໃຫ້ຕັດ ເພື່ອບໍ່ໃຫ້ເສຍສັດຈະທີ່ຕົນໄດ້ໃຫ້ ໄວ້ກັບມະນຸດຜູ້ໝຸ່ມນ້ອຍຄົນນີ້ ແຕ່ຍ້ອນພະຍາກະບິນລະພົມມີລິດເດດເກ່ງກ້າເໝືອກວ່າເທວະດາ ແລະ ມະນຸດທັງຫຼາຍ ພຽງແຕ່ຫົວຂອງເພີ່ນກໍຈະເຮັດໃຫ້ໂລກມະນຸດພິນາດໄປໄດ້ຖ້າຫາກປ່ອຍ ໃຫ້ຫົວ ແລະ ເລືອດຂອງພະຍາກະບິນລະພົມຕົກລອງດິນມັນຈະເປັນໄຟມະໄລກັນ ໄໝ້ໂລກ, ຖ້າໂຍນຫົວພະຍາກະບິນລະພົມຂຶ້ນສູ່ເວຫາກໍຈະໄໝ້ອາກາດເຮັດໃຫ້ມວນມະນຸດ ແລະ ສັດສາວາສິ່ງໝົດອາກາດຫາຍໃຈ, ຖ້າໂຍນລົງນໍ້າກໍຈະເຮັດແມ່ນໍ້າຄົງຄາມະຫາສະມຸດເຫືອດແຫ້ງ ເກີດໄພພິບັດແຫ້ງແລ້ງ ຂົ່ມຂູ່ມວນມະນຸດໃນທົ່ວໂລກ. ດັ່ງນັ້ນ ເພື່ອຊ່ວຍມວນມະນຸດ ໃຫ້ຫຼຸດ ພົ້ນຈາກໄພພິບັດເຫຼົ່ານັ້ນ ກ່ອນຖຶກຕັດຄໍ ພະຍາກະບິນລະພົມ ຈຶ່ງເອີ້ນເອົາທິດາສາວທັງ 7 ນາງ ມາພົບເປັນການດ່ວນ.
ລູກສາວທັງ 7 ນາງແມ່ນແທນໃຫ້ 7 ວັນ ໃນວັນໜຶ່ງອາທິດຊຶ່ງນາງສາວທັງ 7 ຈະມີພາ ຫະນະປະຈຳຕົວ
ຂອງແຕ່ລະນາສາວຄື:

ນາງ ທຸງສະເທວີ ວັນອາທິດ ພາຫະນະ ຂີ່ ຄຸດ ນາງ ໂຄລະຄະເທວີ ວັນຈັນ ພາຫະນະ ຂີ່ ເສືອໂຄ່ງ
ນາງ ຮາກສະເທວີ ວັນອັງຄານ ພາຫະນະ ຂີ່ ໝູ
ນາງ ມົນທາເທວີ ວັນພຸດ ພາຫະນະ ຂີ່ ມ້າ (ລໍ) ນາງ ກີລີນີເທວີ ວັນພະຫັດ ພາຫະນະ ຂີ່ ຊ້າງ ນາງ ກິມີທາເທວີ ວັນສຸກ ພາຫະນະ ຂີ່ ຄວາຍ ນາງ ມະໂຫທອນ ເທວີ ວັນເສົາ ພາຫະນະ ຂີ່ ນົກຍຸງ
ເມື່ອທັງ 7 ນາງມາພ້ອມໜ້າພ້ອມຕາກັນແລ້ວ ຜູ້ເປັນພໍ່ຈິ່ງສັ່ງຄວາມວ່າ: ຕອນພໍ່ຖຶກຕັດຄໍໃຫ້ພວກລູກເອົາພາຖາດຄຳມາຮອງຮັບ ບໍ່ໃຫ້ເລືອດ ແລະ ຫົວຂອງພໍ່ຕົກລົງດິນ ຈາກນັ້ນໃຫ້ເອົາໄປໄວ້ຢູ່ຖ້ຳເຂົາສຸເມນໂນລາດ.
ເມື່ອເຖິງເດືອນຫ້າ ຟ້າລ່ວງ ຫຼື ກຸດສົງການປີໃດ
ຖ້າສັງຂານລ່ວງຖຶກວັນໃດ ໃຫ້ລູກສາວປະຈຳວັນນັ້ນ ( ຫຼື ນາງສັງຂານ ) ຂີ່ສັດພາຫະນະຂອງຕົນ.

 ທີ່ມາ: http://raosukunfung.com


ຫົວຂ້ທີ່ໂດດເດັ່ນ

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ  ພາບຈາກ: theconversation.com 1.      ຄວາມຮັກ ຮັກສາທຸກສິ່ງ      ຄວາມກຽດຊັງ ບໍ່ອ...

ໂພສທີ່ຖືກອ່ານຫຼາຍທີ່ສຸດ