Monday 18 December 2017

ເຮັດບຸນ-ຕັກບາດຢາດນໍ້າ " ໄດ້ບຸນແທ້ບໍ່?

   - ເຮັດບຸນ-ຕັກບາດຢາດນໍ້າ " ໄດ້ບຸນແທ້ບໍ່?

ພຣະ ດຣ ອນິລມານ(พระ ดร.อนิลมาน) ໄດ້ກ່າວເຖິງວິທີການເຮັດບຸນ ທີ່ຖືກຕ້ອງຕາມລັກສາສະໜາວ່າ ຖ້າຈະເຮັດບຸນແລ້ວໃຫ້ໄດ້ບຸນ
ພາບຈາກ: napasorn1781.blogspot.com
   ທຳອິດເຮົາຕ້ອງຮູ້ວ່າ ບຸນແປວ່າຫຍັງ ຕາມພາສາປາລີ ບຸນແມ່ນ ການຊໍາລະລ້າງຈິດໃຈໂດຍໃຊ້ທໍາມະ ເຮັດໃຫ້ຈິດໃຈປາສະຈາກກິເລດ ໂລບ ໂກດ ຫຼົງໄດ້ ນັ້ນຄືບຸນ ດັ່ງນັ້ນ ການເຮັດບຸນ ຄືການທີ່ຫຼຸດກິເລດທັງປວງ

   ດັ່ງນັ້ນ ການໃສ່ບາດ ທີ່ຖືກຕ້ອງ ຕ້ອງບໍ່ໃສ່ເພາະ "ຫວັງ" ຫຼືຕ້ອງການສິ່ງຕອບແທນ ແຕ່ໃສ່ເພາະເຫັນຄວາມສໍາຄັນຂອງເພາະ ຢາກໃຫ້້ພຣະມີສຸຂະພາບດີ ຢາກ   "ໃຫ້"  ພຣະມີອາຫານສັນ ນັ້ນຄື "ການແບ່ງປັນ"  ຊຶ່ງມັນແມ່ນການຫຼຸດກິເລດ ຄື ຄວາມໂລບ

   ທຸກມືື້ນີ້ເວລາຄົນໃສ່ບາດ ຈະອະທິຖານແລ້ວ ອະທິຖານອີກ ໃສ່ແລ້ວໆ ກໍ່ຖ້າຂໍພອນ ຈາກພຣະອີກ ກາຍເປັນວ່າເຮັດບຸນ 30 ບາດ(ໄທ) ນັ້ນ ກາຍເປັຮຄວາມໂລບ ຕ້ອງການຂໍອະນິສົງ ທີ່ໄດ້ຈາກການໃສ່ບາດທຸກໆຢ່າງ ຊຶງແມ່ນການເຮັດບຸນທີ່ບໍ່ເຂົ້າໃຈ ກັບກາຍເປັນຍິ່ງເພື່ອກິເລດ ເພື່ອຄວາມໂລບ ຄວາມລົງຕື່ມອີກ
 ດັ່ງນັ້ນ; ຫາກທຸກຄົນເຂົ້າໃຈ ແລະຕ້ອງການພອນຈາກພຣະ ຄືຢາກໄດ້ອາຍຸ ວັນນະ ສຸຂະ ພະລະ ທຸກຄົນກໍ່ຄວນສ້າງເຫດແຫ່ງການໄດ້ມາດ້ວຍສິ່ງເຫຼົ່ານັ້ນ ໄດ້ດ້ວຍຈາກຕົນເອງ ບໍ່ຕ້ອງມາຂໍຈາກພຣະ ເພາະພຣະມີນ້າທີ່່ຕັກເຕືອນ ທຸກສິ່ງຢ່າງເກີດຂື້ນໄດ້ຍ້ອນມີເຫດ ແລະຜົນ ເປັນປັດໃຈ ເທົ່ານັ້ນ

    ສ່ວນການ ຢາດນໍ້າຫຼັງໃສ່ບາດນັ້ນ ເພາະເຮົາໃຊ້ນໍ້າເປັນສື່ສັນຍາລັກໃນການອຸທິດສ່ວນບຸນກຸສົນ ໃຫ້ຜູ້ທີ່ລວ່ງລັບໄປແລ້ວ ແລະຈະໄດ້ຮັບສ່ວນອະນຸໂມທະນານັ້ນ ຊຶ່ງການໃສ່ບາດທີ່ຖືກຕ້ອງ ຄືບໍ່ຕ້ອງໄປຫວັງຜົນ ເພາະການຫຼຸດຄວາມໂລບ ແລະເປັນການຫຼຸດກິເລດ

    ນອກຈາກນັ້ນ ຍັງມີກິເລດໂຕທີ່ສອງ ຄື ຄວາມໂກດ ທີ່ເຮົາຈະຕ້ອງຮູ້ຈັກການໃຫ້ອະໄພ ຊຶ່ງເປັນສິິ່ງທີ່ຍາກກວ່າການໃຫ້ສິ່ງຂອງ ເພາະຄວາມຈິງການໃຫ້ອະໄພບໍ່ໄດ້ເປັນການໃຫ້ຄົນອື່ນ ແຕ່ເປັນການໃຫ້ກັບໂຕເອງ ເພາະການໃຫ້ອະໄພໃນຄວາມເປັນຈິງເກີດຈາກເຮົາສ້າງເງື່ອນໄຂ ຫຼືສິ່ງແວດລ້ອມຂອງຕົວຕົນເພື່ອໃຫ້ເຮົາປອດໄພ ບໍ່ຕ້ອງພົບກັບອັນຕະລາຍຕ່າງໆ
ດັ່ງນັ້ນ ພຣະພຸດທະເຈົ້າ ບອກໄວ້ວ່າ ການໃຫ້ທັມມະ ຄືການໃຫ້ປັນຍາ ຊະນະການໃຫ້ທັງປວງ ເພາະຖ້າເຮົາມີປັນຍາ ຄວາມໂລບ ໂກດ ຫຼົງ ທັງປວງນີ້ ເຮົາກໍ່ສາມາດຂ້າໄດ້

      ເຖິງຢ່າງໃດກໍ່ຕາມ ພິທີກໍາເປັນພຽງ ກຸສະໂລບາຍ ຂອງບັນພະບຸລຸດ ເພື່ອໃຫ້ມີການກະກຽມຄວາມພ້ອມທີ່ເຮັດໃຫ້ເຮົາຕ້ອງປະຕິບັດຕາມວ່າ ໃນພິທີກໍາຕ້ອງເຮັດແນວໃດແດ່ ແຕ່ກໍ່ບໍ່ໄດ້ມາຍວ່າພິທີກໍາບໍ່ມີຄວາມສໍາຄັນຫຍັງເລີຍ ແຕ່ເພາະເປັນ ກຸສະໂລບາຍ ຂອງບັນພະບຸລຸດທີ່ໃຫ້ໄວ້ ສໍາລັບຄົນທີ່ຫຍາບ ຄົນທີ່ບໍ່ເຂົາໃຈ ແຕ່ຖ້າເຮົາເຂົ້າໃຈທັ້ງໝົດນັ້ນກໍ່ບໍ່ຈໍາເປັນກໍໄດ້.

Saturday 28 October 2017

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ 
ພາບຈາກ: theconversation.com
1.     ຄວາມຮັກ ຮັກສາທຸກສິ່ງ
     ຄວາມກຽດຊັງ ບໍ່ອາດສິ້ນສຸດໄດ້ດ້ວຍຄວາມກຽດຊັງ ແຕ່ສິ້ນສຸດໄດ້ດ້ວຍຄວາມຮັກອັນເປັນກົດຊົ່ວນິລັນ

     2.   ສິ່ງທີ່ເຈົ້າເຮັດ ອະທິບາຍຕົວຕົນໄດ້ດີກວ່າສິ່ງທີ່ເຈົ້າເວົ້າ
    ຄົນເຮົາບໍ່ອາດຖືກຍົກຍ້ອງວ່າເປັນຜູ້ມີປັນຍາເພາະເວົ້າຫຼາຍ ແຕ່ຖ້າເຂົາມີຄວາມສະຫງົບ ມີຄວາມຮັກ ແລະ ບໍ່ມີຄວາມຫວາດກົ້ວ ເຂົາຜູ້ນັ້ນກໍ່ສົມຄວນຖືກເອີ້ນວ່າເປັນຜູ້ມີປັນຍາ, ໝາຈະບໍ່ຖືກພິຈາລະນາວ່າເປັນໝາທີ່ດີໄດ້ ພຽງເພາະມັນເຫົ່າເກັ່ງ ດັ່ງນັ້ນ ເຂົາຜູ້ນັ້ນກໍ່ຈະບໍ່ຖືກພິຈາລະນາວ່າເປັນຄົນດີເພາະເວົ້າເກັງເຊັ່ນດຽວກັນ.

     3.    ເຄັດລັບການມີຄວາມສຸຂະພາບທີ່ດີຄືການໃຊ້ຊີວິດຢູ່ກັບປັດຈຸບັນ
    ຢ່າມົ້ວແຕ່ຄວໍ່າຄວນຫາແຕ່ອາດີດ ຢ່າມົ້ວແຕ່ຝັນເຖິງອານາຄົດ ຈົ່ງເບີ່ງຄວາມຄິດຢູ່ກັບປັດຈຸບັນ ເຄັດລັບຂອງສຸຂະພາບທັ້ງກາຍ ແລະ ໃຈທີ່ດີຄື ການບໍ່ນັ່ງໂສກເສົ້າກັບອາດີດ ຫຼື ກັງວົນກ່ຽວກັບອານາຄົດ ຈົນເກີນໄປ ແຕ່ຄືການໃຊ້ຊີວິດຢູ່ກັບປັດຈຸບັນຢ່າງມີຄວາມສະຕິ ແລະ ດ້ວຍຄວາມຕັ້ງໃຈຈິງ.

     4.    ຄົນທີ່ຕື່ນຮູ້ ຄືຄົນທີ່ເຫັນຕົວຕົນຂ້າງໃນ
    ຫົນທາງບໍ່ໄດ້ຢູ່ເທິງທ້ອງຟ້າ ແຕ່ຢູ່ໃນຫົວໃຈຂອງເຮົາ

     5.    ຄໍາເວົ້າມີພະລັງໃນການຮັກສາ ແລະ ທຳລາຍ
    ຄໍາເວົ້າທັ້ງຫຼາຍມີພະລັງໃນການທຳລາຍ ແລະ ຮັກສາ ເມື່ອຄໍາເວົ້ານັ້ນເປັນຄວາມຈິງ ແລະ ອ່ອນໂຍ່ນ ກໍ່ຈະປ່ຽນແປງໂລກຂອງເຮົາໄດ້.

     6.    ປ່ອຍມັນໄປແລ້ວມັນຈະເປັນຂອງເຈົ້າຕະຫຼອດກາລ
    ເຈົ້າຈະສູນເສຍສິ່ງນັ້ນໆ ກໍ່ຕໍ່ເມື່ອເຈົ້າຍຶດຕິດ

     7.    ບໍ່ມີໃຜຍ່າງເທິງເສັ້ນທາງຂອງເຈົ້າໄດ້
    ບໍ່ມີໃຜຊ່ວຍເຮົາໄດ້ນອກຈາກຕົວເຮົາ ບໍ່ມີໃຜສາມາດ ແລະ ບໍ່ມີໃຜອາດເຮັດໄດ້ ເຮົາຈຶ່ງຕ້ອງເດີນທາງໄປຕາມທາງຂອງເຮົາ.

     8.    ການແບ່ງປັນມັນບໍ່ໄດ້ເຮັດໃຫ້ເຈົ້າມີຄວາມສຸກລົດໜ້ອຍລົງ
     ທຽນນັບພັນ ສາມາດຈູດໄດ້ໂດຍທຽນເຫຼັ້ມດຽວ ແລະ ຊີວິດຂອງທຽນຈະບໍ່ມີມື້ສັ້ນລົງ ດັ່ງນັ້ນຄວາມສຸກບໍ່ມີວັດຫຼຸດລົງໄດ້ດ້ວຍການແບ່ງປັນ

     9.    ຈົ່ງມີນໍ້າໃຈກັບທຸກຄົນ
     ຈົ່ງເລືອກອ່ອນໂຍນກັບເດັກ ເຫັນໃຈກັບຄົນມີອາຍຸ ມີນໍ້າໃຈກັບຄົນທີ່ດິ້ນຮົນ ແລະ ອົດທົນກັບຄົນທີ່ອ່ອນແອ ແລະ ຜິດພາດໃນຊີວິດເຮົາ ບາງຄັ້ງເຈົ້າອາດໄດ້ພົບເຈີກັບສິ່ງເຫຼົ້່ານີ້ ຈົ່ງເຫັນໃຈກັບທຸກຄົນ ບໍ່ວ່າຈະຄົນລວຍ ຫຼື ຈົນ ທຸກຄົນກໍ່ລ້ວນແລ້ວແຕ່ທໍລະມານຄີືກັນ ບາງຄົນທຸກຫຼາຍ ບາງຄົນທຸກໜ້ອຍ ຈົ່ງສອນຄງາມຈິງ 3 ຢ່າງນີ້ກັບທຸກຄົນ ຈິດໃຈກ້ວາງຂວາງ ຄໍາເວົ້າທີ່ອ່ອນໂຍນ ແລະ ຊີວິດທີ່ຊ່ວຍຫຼືອ ແລະ ຫົວໃຈ ຄືສິ່ງທີ່ປ່ຽນແປງມະນຸດສະທັມ.

     10.  ຢ່າເຊື່ອໃນທຸກສິ່ງທີ່ຖືກບອກໃຫ້ເຊື່ອ
     ຢ່າເຊື່ອໃນສິ່ງຕ່າງໆໂດຍງ່າຍພຽງເພາະໄດ່ຍິນມາ ເພາະຄໍາເວົ້າ ແລະ ຂ່າວລືເຫຼົ່ານັ້ນຖືກສົ່ງຕໍ່ມາໂດຍຄົນຫຼາກລາຍ ຢ່າເຊື່ອສິ່ງຕ່າງໆໂດຍງ່າາຍພຽງເພາະເຈົ້າຄົ້ນພົບມັນໃນໜັງສືທົ່ວໄປ ຢ່າເຊື່ອໃນສິ່ງທີ່ຄູ ຫຼື ຄົນເຖົ້າຄົນແກ່ບອກມາພຽງເທົ່ານັ້ນ ຢ່າເຊື່ອໃນປະເພນີ ເພາະມັນຖືກສືບທອດຕໍ່ມາຈາກຄົນຫຼາຍລຸ້ນ ແຕ່ຈົ່ງເຊື່ອຈາກການສັງເກດ ແລະ ວິເຄາະ ເມື່ອເຈົ້າຄົ້ນພົບສິ່ງທີ່ສົມເຫດສົມຜົນ ຊຶ່ງນໍາໄປສູ່ສິ່ງທີ່ດີ ແລະ ເປັນປະໂຫຍດແກ່ຜູ້ຄົນ ຄ່ອຍຍອມຮັບມັນ ແລະ ໃຊ້ຊີວິດໄປຕາມຂໍ້ເທັດຈິງນັ້ນ.

     11.   ສິ່ງທີ່ຄິດສາມາດເປັນຈິງໄດ້
    ສິ່ງທີ່ເຮົາເປັນຄືຜົນລັບຂອງຄວາມຄິດ ຊຶ່ງຄົ້ນພົບໃນຄວາມຄິດ ແລະ ຖືກສ້າງຂື້ນໂດຍຄວາມຄິດຂອງເຮົາ ຖ້າເຮົາເວົ້າ ຫຼື ສະແດງອອກດ້ວຍຄວາມຄິດບໍ່ດີ ຄວາມທກທໍລະມານກໍ່ຈະຕິດຕາມໄປ ຄືກັບວົງທີ່ໝຸນຕາມຮອຍຕີນຂອງສັດທີ່ລາກລົດ ແຕ່ຖາເຮົາເວົ້າ ຫຼື ສະແດງອອກດ້ວຍຄວາມຄິດດີໆ ຄວາມສຸກກໍ່ຈະຕິດຕາມໄປຄືກັບເງົາທີ່ບໍ່ເຄີຍຈາງຫາຍໄປ.

     12.  ປົດປ່ອຍຄວາມຢ້ານ
     ຄວາມລັບຂອງຊີວິດຢູ່ຄື ການບໍ່ຫວາດກົ້ວ ຢ່າຢ້ານໃນສິ່ງທີ່ເຈົ້າຈະກາຍເປັນ ຢ່າໃຊ້ຊີວິດຂື້ນຢູ່ກັບໃຜຕະຫຼອດ ມີແຕ່ຊ່ວງເວລາທີ່ເຈົ້າປະຕິເສດນັ້ນທີ່ຈະຊ່ວຍເຈົ້າເປັນອິດສະລະ.

     13.  ຄວາມຈິງຈະເປີດເຜີຍຕົວເອງສະເໝີ
     3 ສິ່ງທີ່ບໍ່ສາມາດປິດຫຼົ້ບໄວ້ໄດ້ດົນນານຄື ດວງຕາເວັນ, ດວງຈັນ ແລະ ຄວາມຈິງ.

     14.  ຄວບຄຸມຄວາມຄິດ ບໍ່ເຊັ່ນນັ້ນຄວາມຄິດຈະຄວບຄຸມເຈົ້າ
     ຄວາມສຸກຂອງການມີສຸຂະພາບດີນັ້ນນໍາພາຄວາມສຸກມາສູ່ຄອບຄົວ ເພື່ອຈະນໍາຄວາມສະຫງົບສຸກມາໃຫ້ທຸກຄົນ ເຈົ້າຕ້ອງເຝິກຝົນ ແລະ ຄວບຄຸມຄວາມຄິດໃຫ້ໄດ້ ຖ້າເຮົາສາມາດຄວບຄຸມຄວາມຄິດໄດ້ເຮົາກໍ່ຈະພົບຫົນທາງແຫ່ງຄວາມຮູ້ແຈ້ງ ປັນຍາ ແລະ ຕຸນນະທັມ ຈະມາຫາເຮົາເອງໂດຍທັມມະຊາດສິ່ງທີ່ຈະພາເຮົາໄປສູ່ຫົນທາງແຫ່ງຄວາມຊົ່ວຮ້າຍ ຄື ຄວາມຄິດຂອງເຮົາເອງ ບໍ່ແມ່ນສັດຕູ

     15.  ຈົ່ງສົງໄສໃນຄວາມແຕກແຍກ ແລະ ເຊື່ອໃນຄວາມເປັນໜຶ່ງດຽວ
     ບໍ່ມີຫັຍງທີ່ໜ້າຢ້ານກົ້ວເທົ່າກັບນິໄສແຫ່ງຄວາມສົງໄສ ຄວາມສົງໄສແຍກຜູ້ຄົນອອກຈາກກັນ ຄວາມສົງໄສຄືຍາພິດທີ່ທຳລາຍມິດຕະພາບ ແລະ ທຳລາຍຄວາມເພິ່ງພໍໃຈໃນຄວາມສໍາພັນ ເປັນໜາມທີ່ລົບກວນ ແລະ ສ້າງຄວາມເຈັບປວດ ແລະ ດາບສອງຄົມທີ່ປິດຊີວິດໄດ້.

     16.  ບໍ່ມີໃຜໄດ້ຮັບຄວາມຮັກຈາກເຈົ້າ ຫຼາຍກວ່າຕົວເຈົ້າເອງ
     ບໍ່ວ່າເຈົ້າຈະຄົ້ນຫາຄົນທີ່ສົມຄວນໄດ້ຮັບຄວາມຮັກ ແລະ ເພິ່ງພໍໃຈຈາກເຈົ້າຫຼາຍກວ່າຕົວເຈົ້າເອງ ຜ່ານໄປອີກຈັກເທົ້່າໃດຈັກກະວານ ເຈົ້າກະບໍ່ພົບຄົນໆນັ້ນຢູ່ດີ ຕົວເຈົ້າ ຄືຄົນດຽວໃນຈັກກະວານນີ້ເທົ່ານັ້ນທີ່ສົມຄວນໄດ່ຮັບຄວາມຮັກ ແລະ ຄວາມເພິ່ງພໍໃຈຈາກຕົວເຈົ້າເອງ.

      17.  ການຮູ້ຈັກຜູ້ອື່ນຄືປັນຍາ ການຮູ້ຈັກຕົວເອງຄືຮູ້ແຈ້ງ
      ການຊະນະຕົວເອງນັ້ນດີກວ່າຊະນະຂ້າເສິກນັບພັນ ເພາະໄຊຊະນະນັ້ນຈະເປັນຂອງເຈົາເອງ ບໍ່ມີໃຜພາກມັນໄປໄດ້ບໍ່ວ່າຈະນາງຟ້າ ຫຼື ຊາຕານ ສະຫວັນ ຫຼື ນາລົກກໍຕາມ. 

     18.  ຈິດວິນຍານບໍ່ແມ່ນຄວາມຟຸມເຟື້ອຍ ແຕ່ຄືສິ່ງຈໍາເປັນ
     ທຽນໄຂບໍ່ອາດຈູດໄດ້ໂດຍບໍ່ມີໄຟ ຄົນເຮົາກໍ່ບໍ່ອາດໃຊ້ຊີວິດຢູ່ໄດ້ຫາກໄຮ້ຈິດວິນຍານ

     19.  ແທນຄວາມອິດສາດ້ວຍຄວາມຊື່ນຊົມ
     ຢ່າອິດສາຄຸນຄ່າອັນດີງາມຂອງຜູ້ອື່ນ ແຕ່ຈົ່ງຊື່ນຊົມ ແລະ ຮັບສິ່ງດີໆນັ້ນມາສູ່ຕົນເອງ

     20. ຊອກຫາຄວາມສະຫງົບພາຍໃນຕົວເອງ
     ຄວາມສະຫງົບນັ້ນມາຈາກພາຍໃນ ຢ່າຄົ້ນຫາໂດຍປາສະຈາກມັນ

     21.  ປ່ວຍວາງການຍຶດຕິດ
     ເພື່ອໃຊ້ຊີວິດຢ່າງບໍ່ເຫັນແກ່ໂຕ ເຮົາຕ້ອງບໍ່ນັບຫຍັງເປັນຂອງເຮົາເລີຍ ເຖິງແມ່ນວ່າຈະຢູ່ໃນທາມກາງຄວາມອຸດົມສົມບູນ

     22. ເລືອກຄົບຫມູ່ຢ່າງສະຫຼາດ
     ໝູ່ທີ່ບໍ່ຈິງໃຈ ຫຼື ໝູ່ທີ່ຮ້າຍກາດນັ້ນນ່າກັ້ວກວ່າສັດປ່າອີກ ສັດປ່າອາດທຳລາຍຮ່າງການຂອງເຈົ້າ ແຕ່ເພື່ອນທີ່ຮ້າຍກາດນັ້ນຈະທຳລາຍຈິດໃຈເຈົ້າ

     23. ຫົນທາງໄປສູ່ຄວາມສຸກນັ້ນບໍ່ມີຈິງ
     ຄວາມສຸກຕ່າງຫາກຄື ຫົນທາງ ບໍ່ມີທາງເດີນໄປສູ່ຄວາມສຸກ. ຄວາມສຸກຄື ທາງເດີນ

     24. ເລີກແບ່ງແຍກ
     ເທິງທ້ອງຟ້າບໍ່ມີຄວາມແຕກຕ່າງລະຫວ່າງຕາເວັ້ນອອກ ຫຼື ຕາເວັນຕົກ ຜູ້ຄົນສ້າງຄວາມແຕກຕ່າງໃຫ້ກັບຄວາມຄິດ ແລະ ເຊື່ອ ວ່າສິ່ງເຫຼົ່ານັ້ນເປັນຈິງ

     25.  ຄວາມຮັກ ຊີວິດ ແລະ ການປ່ອຍວາງ
     ໃນທ້າຍທີີ່ສຸດແລ້ວ ສິ່ງທີ່ສໍໍາຄັນທີ່ສຸດ ຄືເຈົ້າສາມາດຮັກໄດ້ດີພຽງໃດ ເຈົ້າໃຊ້ຊີວິດໄດ້ເຕັມທີ່ພຽງໃດ ເຈົ້າປ່ວຍວາງໄດ້ຫຼາຍປານໃດ

ສໍາລັບທ່ານເດ ຂໍ້ໃດຄືຄໍາຕອບທີ່ມັນແມ່ນສໍາລັບຕົວເຈົ້າ ແລະ ບົດຮຽນທີ່ໃດທີ່ເຈົ້າໄດ້ຮຽນຮູ້ແດ່ ແລະ ຖືກກັບ 1ໃນ 25 ຂໍ້ນີ້

#Basic_of_Buddhism
ຂໍ້ມູນຈາກ: http://variety.teenee.com

Monday 4 September 2017

ເລື່ອງການໃຫ້ທານ ແລະ ຜົນບຸນຂອງການໃຫ້ທານ ໃນບຸນເຂົ້າສະຫຼາກ

   ໃນສະໄໝໜຶ່ງຂອງພຣພຸດທະເຈົ້າໄດ້ສະເດັດ ໄປພາຣານາສີ ໃນຕອນນັ້ນມີສາມີ ແລະ ພັນລະຍາທຸກຍາກຄູ່ໜຶ່ງ ປະກອບອາຊີບຕັດຟືນຂາຍຂາຍ ແຕ່ກໍ່ເປັນຜູ້ເຫຼືອມໃສໃນພຣະພຸດທະສາສນາຫຼາຍ
   ມາມື້ໜຶ່ງຜູ້ເປັນສາມີກໍ່ໄດ້ປຶກສາກັບພັນລະຍາຕົນວ່າ ເຮົາຍາກຈົນໃນປັດຈຸບັນນີ້ເປັນເພາະບໍ່ເຄີຍເຮັດບຸນ-ໃຫ້ທານ ຮັກສາສິນຕັ້ງແຕ່ອາດີດເລີຍ ດັ່ງນັ້ນ ຈຶ່ງຄວນທີ່ເຮົາຈັກໄດ້ເຮັດບຸນກຸສົນ ອັນຈັກເປັນທີ່ເພິ່ງຂອງຕົນໃນພົບຊາດໜ້າ ພັນລະຍາໄດ້ຟັງດັ່ງນັ້ນແລ້ວ ກໍ່ເຫັນດີນໍາ, ມາວັນໜຶ່ງທັງສອງໄດ້ພາກັນເຂົ້າປ່າເກັບຜັກຟືນມາຂາຍໄດ້ຊັບແລ້ວ ນໍາໄປແລ້ວປ່ຽນເອົາຫມໍ້ເຂົ້າ 1 ໃບ, ຫມໍ້ແກງ 1 ໃບ, ອ້ອຍຍ 4 ລໍາ, ກ້ວຍ 4 ໜ່ວຍ ແລ້ວກໍ່ນໍາມາຈັດແຈງໄວ້ເປັນລະບຽບ ແລ້ວກໍ່ນໍາອອກໄປວັດ ເພື່ອຖວາຍເປັນສະຫຼາກ ພັດຕາຫານ ພ້ອມອຸບາສົກ ອຖບາສິກາຄົນອື່ນໆ ສາມີ ພັນລະຍາຄູ່ນັ້ນ ໄດ້ຈັບສະຫຼາກຖືກພິກຂຸອົງໜຶ່ງ ແລ້ວກໍ່ມີຈິດໃຈຊື່ນຍິນດີ ຈຶ່ງນ້ອມພັດຕາຫານຂອງຕົນເຂົ້າໄປຖວາຍ ສໍາເລັດແລ້ວ ກໍ່ໄດ້ຫຼັ່ງນໍ້າຢາດໃສ່ແຜ່ນປັດຖະພີແລ້ວຕັ້ງຄວາມປາຖະໜາ ດ້ວຍຜົນທານທັ້ງນີ້ ຂ້າພະເຈົ້າເກີດໃນພົບໃດທ ຂື້ນຊື່ວ່າຄວາມຍາກຈົນເຂັ້ນໃຈ ຢ່າໄດ້ເກີດມີແກ່ຂ້າພະເຈົ້າທັງສອງເຖິດ ຂໍໃຫ້ຂ້າພະເຈົ້າທັ້ງສອງເປັນຜູ້ມັ່ງຄັ່ງ ສົມບູນພຽບພ້ອມດ້ວຍຊັບສົມບັດ ແລະ ມີລິດເດດ ໃນປາຣະພົບໜ້ານັ້ນເຖິດ”.

   ເມື່ອສອງສາມີ ພັນລະຍາ ນັ້ນ ຢູ່ພໍສົມຄວນແກ່ອາຍຸໄຂແລ້ວ ກໍ່ດັບຊີບວາຍຊົນ ໄປຕາຍສະພາບຂອງສັງຂານ ດ້ວຍອານິສົງແຫ່ງສະຫຼາກພັດຕາທານ ຈຶ່ງໄດ້ໄປເກີດເປັນເທພະບຸດ ເທພທິດາ ໃນດາວະດຶງສະຫວັນ ສະເຫວີຍສົມບັດທິບຢູ່ໃນວິມານທອງອັນຜຸດຜ່ອງໂສຕາການ ພ້ອມໄປດ້ວຍແສນສຸຣາງນາງເທພອັກສອນລ້ອມເປັນບໍລິວານ ມີນາມວ່າ ສະຫຼາກພັດຕາເທພະບຸດເທພທິດາ
ແລະ ເມື່ອຈຸຕິຈາກສະຫວັນແລ້ວກໍ່ໄດ້ລົງມາເກີດເປັນກະສັດໃນເມືອງພາຣານາສີ ມີນາມວ່າພຣະເຈົ້າສັດທາດິດສະ ສະເຫວີຍຣາຊະສົມບັດຢູ່ 84,000 ປີ ຄັນເບື່ອໜ່າຍຈຶ່ງສະເດັດອອກບັນພະຊາ ຄັນສູນສິ້ນຊີວາລົງແລ້ວກໍ່ໄດ້ໄປເກີດໃນພົມມະໂລກ ແລະ ຕໍ່ມາກໍ່ໄດ້ມາອຸບັດເປັນ ພຣະຕະຖາຄົດຂອງເຮົານັ້ນເອງ.


    ນີ້ຄືອານິສົງແຫ່ງການຖວາຍສະຫຼາກພັດຕາ ນັບວ່າຍິ່ງໃຫຍ່ໄພສານຍິ່ງໜັກ ສາມາດອຳສຸກສະຫວັດດີແກ່ຜູ້ບໍາເພັນທັ້ງຊາດມະນຸດ ແລະ ສະຫວັນ ໃນທີ່ສຸດເຖິງຄວາມເປັນພຣະພຸດທະເຈົ້າໄດ້.

ເບີ່ງຄວາມເປັນມາໃນຢູ່ທູບ


Tuesday 29 August 2017

ອົງປະກອບທີ່ສໍາຄັນຂອງ ສາສນາພຸດ ຫຼື ພຸດທະສາສນາ ມີຫຍັງແດ່?

   ສາສນາພຸດ ກໍ່ເຊັ່ນດຽວກັນກັບທຸກໆ ສາສນາໃນໂລກທີ່ມີຄວາມເປັນມາ ແລະ ຕ້ອງດຳລົງຄົງຕົວສືບຕໍ່ໄປນານເທົ່າທີ່ອົງປະກອບຂອງສາສນາສາມາດຂັບເຄື່ອນໄປຢ່າງເປັນລະບົບ ແລະ ປະສານສໍາພັນກັນໄປຢ່າງດີ ມີປະສິດທິພາບ ແລະ ຄຸນນະພາບ ໂດຍທົ່ວໄປແລ້ວສາສນາທຸກສາສນາ ຈະຕ້ອງມີອົງປະກອບສໍາຄັນຢູ່ 4 ຢ່າງດ້ວຍກັນ, ສໍາລັບພຸດທະສາສນາຂອງເຮົານັ້ນ ແມ່ນມີດັ່ງນີ້:
1.)ຫຼັກທັມຄໍາສອນ ຫຼື ພຣະທັມ ເຊິ່ງເປັນຄໍາສອນຂອງອົງສົມເດັດສັມມາສັມພຸດທະເຈົ້າ ທີ່ປະກົດຢູ່ໃນພຣະຄໍາພີ ທີ່ຊື່ວ່າ ພຣະໄຕຣປີດົກ, ທີ່ບັນດາພຣະອະຣິຍະສົງເຈົ້າໃນຍຸກຕ່າງໆໄດ້ບັນທຶກ ຄັດລອກສືບທອດກັນມາ ຈົນມາເຖິງຍຸກປັດຈຸບັນ ຄໍາສອນດັ່ງກ່າວ ຍັງຄົງດຳລົງ ແລະ ເປັນຈິງສະເໝີມາ, ພຣະໄຕຣປີດົກ ແບ່ງອອກເປັນ 3 ພາກສ່ວນຫຼັກໆ ປະກອບດ້ວຍ ພຣະວິນັຍປີດົກ, ພຣະສຸດຕັນຕະປິດົກ(ຫຼື ພຣະສູດ) ແລະ ພຣະອະພິທັມ, ເນື້ອໃນຄໍາສອນຂອງພຸດທະສາສນາ ລວມໆແລ້ວ ແມ່ນແນ່ໃສ່ຜົນສາມປະການຄື 1.​ ສອນໃຫ້ລະເວັ້ນຈາກການກະທຳຄວາມຊົ່ວທັງປວງ,  2. ແນະແນວທາງໃຫ້ປະຕິບັດຕົນໄປທາງທີ່ດີ ແລະ 3.​ ຄື ສອນໃຫ້ໝັ່ນເຝິກຈິດໃຈໃຫ້ຜ່ອງໃສ ຫຼື ສະຫຼຸບ ກໍ່ຄືໃຫ້ລະເວັ້ນກຳຊົ່ວ ສ້າງຄວາມດີ ແລະ ທຳຈິດໃຈໃຫ້ຜ່ອງໃສ.
ພາບ ຕູ້ເກັບມ້ຽນໜັງສືພຣະໄຕຣປີດົກ
 2.)ພຸດທະບໍລິສັດ ແມ່ນບັນດາບຸກຄະລາກອນໃນພຣະພຸດທະສາສນາ ເອີ້ນວ່າ ພຸດທະສາສະນິກກະຊົນ ເຊິ່ງປະກອບມີ ພິກຂຸ(ຄູບາ, ຈົວ), ພິກຂຸນີ(ພຣະຜູ້ຍິງ,ຈົວຜູ້ຍິງ) ອຸປະສົກ(ພໍ່ອອກ) ແລະ ອຸບາສິກາ(ແມ່ອອກ) ລວມກັນເຮົາເອີ້ນວ່າ ພຸດທະບໍລິສັດທັງ4, ແຕ່ລະສ່ວນເຮັດໜ້າທີ່ຕ່າງກັນ ໂດຍມີເປົ້າໝາຍຫຼັກຢ່າງດຽວກັນຄື ທະນຸບໍາລຸງ ແລະ ສືບທອດພຣະພຸດທະສາສນາເປັນສໍາຄັນ, ພຸດທະບໍລິສັດ4 ເປັນພາກສ່ວນຜູ້ຂັບເຄື່ອນພຸດທະສາສນາທີ່ສໍາຄັນ ເປັນຜູ້ທະນຸບໍາລຸງ, ເສີມຂະຫຍາຍ, ປະຕິບັດ ຕາມຫຼັກທັມຄໍາສອນ ແລະ ເລື່ອງອື່ນໆ, ພຸດທະບໍລິສັດທັງ4ນີ້ ລ້ວນແລ້ວແຕ່ມີການພົວພັນຢ່າງສະນິດແໜ້ນ ມີບົດບາດ ແລະ ມີໂອກາດໄດເຂົ້າເຖິງຈຸດສູງສຸດຫຼັກທັມຄໍາສອນໄດ້ເທົ່າກັນ ແລະ ສະເໝີພາບກັນທັງນັ້ນ.
ພາບ: ພໍ່ອອກ ແທ່ອອກໃສ່ບາດ ທີ່ເມືອງຫຼວງ
 3.)ພຸດທະພິທີກຳ ໝາຍເຖິງພິທີກຳຕ່າງໆຂອງສາສະນາພຸດ ເປັນຮູບແບບການປະຕິບັດໃນລະດັບຕ່າງໆໃນຍາມເຮັດບຸນກັນເຊັ່ນ: ການສູດມົນເພື່ອລະນຶກເຖິງຄຸນພຣະສີລັດຕະນະໄຕຣ, ການປະຕິບັດເພື່ອເຮັດໃຫ້ຈິດໃຈສະຫງົບ, ລະເວັ້ນຈາກການກະທຳຄວາມຊົ່ວ ໂດຍຕັ້ງໃຈກະທຳຄວາມດີ, ພິທີກໍາທີ່ສໍາຄັນ ເຊັ່ນ ພິທີອຸປະສົມບົດ, ພິທີເຮັດບຸນເນື່ອງໃນໂອກາດຕ່າງໆ. ໂອກາດວັນສໍາຄັນທາງພຣະພຸດສາສນາ ເຊັ່ນ ວັນມາຄະບູຊາ, ວັນອາສາລະຫະບູຊາ(ບຸນເຂົ້າພັນສາ), ບຸນວິສາຂະບູຊາເປັນຕົ້ນ. ສາສນາພິທີ ສາມາດສ້າງຄວາມັກຄີຝູງຊົນ ໃຫ້ເປັນໜຶ່ງໃຈດຽວກັນ, ບົ່ງບອກເຖິງຄວາມເປັນເອກະລັກຂອງຊາດທາງດ້ານຮີດຄອງ-ປະເພນີ-ວັດທະນະທຳ ສະນັ້ນ; ສາສະນາພິທີ ຈຶ່ງມີຄວາມສໍາຄັນ ທັງພາຍໃນ ແລະ ພາຍນອກໄປດ້ວຍກັນ.
ພາບ ພຣະສົງກຳລັງໄຫວ້ພຣະ ສູດມົນຮ່ວມກັນ

4.)ພຸດທະສະຖານ ແລະ ວັດຖຸສໍາຄັນ, ສະຖານທີ່ສໍາຄັນທາງສາສະນາພຸດ ເຊິ່ງມີ ສັງເວຊະນີຍະສະຖານ ທີ່ເປັນສະຖານທີ່ພຣະພຸດທະເຈົ້າປະສູດ, ຕັດສະຮູ້, ແລະ ປະລິນິບພານ, ວັດ, ໂບດ, ວິຫານ,  ສໍາລັບສາສະນາວັດຖຸຄືໝາຍເຖິງວັດຖຸຕ່າງໆ ທີ່ເປັນຂອງພຸດທະສາສະນາ ທີ່ມີຄວາມສໍາຄັນໄດ້ແກ່ ພຣະໄຕຣປີດົກ, ພຣະພຸດທະຮູບ ຊຶ່ງເປັນສັນຍາລັກຂອງພຣະພຸດທະອົງ ນອກນັ້ນ ກໍ່ມີວັດຖຸມົງຄຸນຕ່າງໆ ຊຶ່ງສ້າງຂື້ນເພື່ອໃຫ້ສາທຸຊົນໄດ້ຍຶດໜ່ຽວ ແລະ ເຕືອນສະຕິ ເພື່ອລະເວັ້ນການກະທຳຄວາມຊົ່ວໂດຍໃຫ້ກະທຳດີ.
ພາບ: ພຸດທະສັງເວຊະນີຍະຖານ ປະເທດອິນເດຍ
ນອກນັ້ນ ຍັງມີສັນຍາລັກຕ່າງໆ ເຊິ່ງກໍ່ເປັນສ່ວນອົງປະກອບທີ່ສໍາຄັນເຊັ່ນດຽວກັນເຊັ່ນ ພາບທັມມະຈັກ, ແລະ ທຸງຫຼາກສີ ເຊິ່ງເປັນສັນຍາລັກ ເຊີ້ງສະເພາະພິເສດ.

ອົງການພຸດທະສາສນາສຳພັນລາວ ແມ່ນອົງການແນວໃດ? ແລະ ປະຫວັດ ຄວາມເປັນມາຂອງແນວໃດ?

ອົງການພຸດທະສາສະນາສຳພັນລາວ ຫລື ມີຊື່ຫຍໍ້ວ່າ ອພສ.(ພາສາອັງກິດ:Lao Buddhist Fellowship Organization) ມີສຳນັກງານສູນກາງ ອພສ ທີ່ເຄື່ອນໄຫວກິດຈະກຳທາງດ້ານສາສະນາ ຢູ່ທີ່ວັດທາດຫລວງເຫນືອ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເປັນອົງການຫນຶ່ງ ທີ່ສ້າງຕັ້ງຂຶ້ນເພື່ອເຄື່ອນໄຫວວຽກງານທາງດ້ານສາສະນາ ສິນລະທຳ ຖືກຕ້ອງຕາມກົດຫມາຍຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນອົງການທີ່ຄຸ້ມຄອງ ພຣະພຸດທະສາສະນາໃນ ສປປ. ລາວ ແລະສາມາດເຄື່ອນໄວເຜີຍແຜ່ຫລັກທັມຄຳສອນໃນທາງພຣະພຸດທະສາສະນາໃຫ້ປະຊາຊົນລາວໃຫ້ຮູ້ ໃນ ບາບ, ບຸນ ຮູ້ຈັກຫລັກຂອງສີລທັມ ແລະຈະຣິຍະທັມຂອງ ອົງສົມເດັດສຳມາສໍາພຸທເຈົ້າຫລາຍຂື້ນ.  
ຮູບພາບ ກາທັມມະຈັກ ສັນຍາລັກແທນ ມັກມີອົງແປດ
ອົງການພຸດທະສາສະນາສໍາພັນລາວ ເປັນອົງການທີ່ມີພາລະບົດບາດ, ສິດ ແລະ ໜ້າທີ່ ໃນການຄຸ້ມຄອງບໍລິຫານ, ເຜີຍແຜ່ສີລະທັມ, ການສຶກສາສົງ, ການບູລະນະກໍ່ສ້າງ, ການຈັດຕັ້ງປະຕິບັດພຣະທັມມະວິໄນ, ເຕົ້າໂຮມຄວາມສາມັກຄີພຸດທະສາສະນິກະຊົນບັນດາເຜົ່າ ແລະ ການພົວພັນສາກົນກ່ຽວກັບສາສນາ ພາຍໃຕ້ຂອບເຂດຄວາມຮັບຜິດຊອບຂອງຕົນ.ພຣະພູດທະສາສະນາໃນປະເທດລາວ ເປັນພຣະພຸດທະສາສະນາແບບເຖຣະວາດ ຫລືມະຫານິກາຍ ເອີ້ນວ່າ ''ພຣະສົງລາວ'' ອົງການດັ່ງກ່າວ ແມ່ນລັດຖະບານລາວ ,ແນວລາວສ້າງຊາດ ແລະ ຊາວສາສະນາສະນິກກະຊົນລາວທົ່ວປະເທດເປັນຜູ້ອຸປະຖຳ.
ການບໍລິຫານຈັດການ ຂອງ ອພສ ແບ່ງອອກເປັນຂັ້ນ ສາຍໄຍຕ່າງໆ ເຊິ່ງເຮັດໜ້າທີ່ປະສານຕໍ່ວຽກງານຈາກສູນກາງໄປທ້ອງຖິ່ນ ໃນການດຳເນີນກິດຈະການງານບຸນສາສນາຕ່າງໆ ເພື່ອໃຫ້ວ່ອງໄວ ທົ່ວເຖິງ ແລະ ມີປະສິດທິພາບ. ນອກນັ້ນກໍ່ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານ ໃຫ້ສອດຄ່ອງກັບລັດຖະທຳມະນູນຂອງສົງ ແລະ ລະບຽບກົດໝາຍຂອງຝ່າຍບ້ານເມືອງ. ຫ້ອງການຂອງ ອພສ ແມ່ນມີຢູ່ທົ່ວປະເທດຕາມລໍາດັບ ແລະແບ່ງອອກເປັນຂັ້ນຕ່າງໆ ມີລະບົບການບໍຣິຫານງານສູນກາງ ອພສ  3 ຄະນະ, 4 ກັມມາທິການ ແລະ 1  ຫ້ອງການສູນກາງ ອພສ.ດັ່ງນີ້:
ຄະນະປະຈຳ ຫ້ອງການແຕ່ລະກຳມາທິການ
1.    ຄະນະປະຈຳສູນກາງ ອພສ.
2.   ປະທານແລະຮອງປະທານ ສູນກາງ ອພສ.
3.   ຄະນະບໍຣິຫານງານສູນກາງ ອພສ.
ກັມມາທິການຕ່າງໆໃນລະບົບສາຍໄຍການບໍລິຫານຂອງ ອພສ
1.     ກັມມາທິການປົກຄອງສົງ
2.    ກັມມາທິການສຶກສາສົງ
3.    ກັມມາທິການເຜີຍແຜ່ສີລທັມແລະປະຕິບັດກັມມາຖານ
4.    ກັມມາທິການສາທາຣະນູປະການ
ຫ້ອງການສູນກາງ ອພສ.

    I.      ປະຫວັດຄວາມເປັນມາຂອງ ອົງການພຸດທະສາສນາສໍາພັນລາວ
ໃນປີ ຄ.ສ. 1960 ເມື່ອກະແສແຫ່ງການຕໍ່ສູ້ກູ້ຊາດ ພາຍໃນປະເທດໃນສະໄໝນັ້ນ ໄດ້ສ້າງເງື່ອນໄຂ ແລະເປັນປັດໃຈ ໃຫ້ແກ່ຄະນະສົງທົ່ວປະເທດ ແລະອອກຕົນຍາດໂຍມ ປຶກສາຫາລຶກັນໃນການສ້າງ ຄວາມສາມັກຄີພາຍໃນຊາດສາສະນາ ໃຫ້ມີຂຶ້ນ ເພາະໃນສະໄໝກ່ອນ ປວງຊົນຊາວລາວໃນທົ່ວປະເທດ ຍັງບໍ່ທັນເປັນຫນຶ່ງດຽວ ບໍ່ມີອົງກອນນຳພາ ໃນການສ້າງຄວາມສາມັກຄີ ຕ່າງຝ່າຍຕ່າງສູ້ຕາມກຳລັງຂອງຕົນເອງ ໃນແຕ່ລະເຂດ. ໂດຍມີປະນິທານປະຊາທິປະໄຕ ພາຍໃຕ້ສີລະທັມ ທີ່ວ່າ ພຣະສົງບໍ່ຕັດແຍກອອກຈາກ ອອກຕົນຍາດໂຍມ, ພຣະພຸດທະສາສະນາບໍ່ຕັດແຍກອອກຈາກຊາດ, ສີລະທັມບໍ່ຕັດແຍກອອກຈາກການເມືອງ ຊາດໄດ້ວາງເປົ້າຫມາຍຢ່າງໃດ ພຣະສົງ -ສາມະເນນໄດ້ຖືເອົາເປັນເປົ້າຫມາຍຢ່າງນັ້ນ ພ້ອມກັບຄວບຄູ່ໄປດ້ວຍ ຫລັກພຣະທັມ ວິນັຍ ຍຶດຖື ຄວາມມີສະເຫມີພາກ ທັງທາງດ້ານຄຸນນະທັມແລະຈະຣິຍະທັມ ອັນເປັນຫລັກຄຳສອນໃນທາງພຣະພຸດທະສາສະນາ ດັ່ງນັ້ນ ຕາມຄວາມຮຽກຮ້ອງຂອງສະພາບບ້ານເມືອງ ແລະ ຕາມຄວາມສັດທາ ຂອງສາສະນິກກະຊົນ ອົງການພຸດທະສາສະນາສໍາພັນລາວຈຶ່ງໄດ້ກໍ່ກຳເນີດ ແລະ ໄດ້ເຄື່ອນໄຫວ ສົ່ງເສີມອົບຮົມສີລະທັມໃຫ້ປະຊາຊົນລາວເຮົາ ຕາມນະໂຍບາຍທາງດ້ານຝ່າຍສົງ ແລະ ຝ່າຍພັກລັດ ບ້ານເມືອງສະເໝີມາ

1.   ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດຄັ້ງທີ 1
ຕໍ່ມາເມື່ອອົງການພຸດທະສາສະນາສຳພັນລາວ ໄດ້ດຳເນີນງານການເຄື່ອນໄຫວໄປໃນລະຍະຫນຶ່ງ ຈິ່ງເຫັນວ່າ ລະບົບການຈັດຕັ້ງ ແລະການບໍຣິຫານງານຄວນປັບປຸງມໃຫ້ດີຂຶ້ນກວ່າເກົ່າ ດັ່ງນັ້ນ; ໃນປີ ພ.ສ. 2504 (ຄ.ສ. 1962) ໂດຍໄດ້ເຫັນດີເປັນເອກະພາບ ຈາກສູນກາງແນວລາວຮັກຊາດ ໃຫ້ເປີດກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງການພຸດທະສາສະນາສຳພັນລາວ ໃນວັນທີ 3 ເດືອນ ມິຖຸນາ ຄ.ສ.1962 ທີ່ ວັດໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ ມີພຣະສົງ ເຂົ້າຮ່ວມທັງຫມົດ 160 ອົງ ໂດຍມີ ພຣະອາຈານໃຫຍ່ມະຫາບົວຄຳ ວໍຣະເພັດ ເປັນອົງອາວຸໂສ ມີພັນສາຫລາຍກວ່າ ອົງອື່ນ ກອງປະຊຸມໃຫຍ່ດັ່ງກ່າວ ເຫັນດີ ເປັນເອກະສັນ ແຕ່ງຕັ້ງພຣະສົງ 15 ອົງ ເປັນຄະນະບໍຣິຫານງານຂອງອົງການພຣະພຸດທະສາສະນາສຳພັນລາວ ໃນນັ້ນມີ ຮອງປະທານ 2 ອົງ ພຣະອາຈານມະຫາຄຳຕັນ ເທພບົວລີ ເປັນປະທານອົງການພຸດທະສາສະນາສໍາພັນລາວ ແລະພຣະອາຈານໃຫຍ່ມະຫາບົວຄຳ ວໍລະເພັດ ເປັນປະທານກິດຕິມະສັກ. ສ່ວນທາງດ້ານສູນກາງແນວລາວຮັກຊາດໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນັ້ນ ມີ:
1.   ທ່ານຫນູຮັກ ພູມສະຫວັນ
2.  ທ່ານສິງກະໂປ ສີໂຄດຈຸນລະມະນີ
3.  ທ່ານປ້າເພັຽຄຳສຸກ ວົງວິຈິຕ
4.  ທ່ານເດືອນ ສຸນນະລາດ
ແລະ ອີກຫລາຍໆ ທ່ານ ລວມທັງໝົດ 20 ທ່ານ ກອງປະຊຸມໃຫຍ່ພຣະສົງໃນຄັ້ງນັ້ນໄດ້ ຜ່ານກົດລະບຽບໂຄງສ້າງດຳເນີນງານຢູ່ 7 ຫົວຂໍ້ ສືບຕໍ່ນຳພາພຣະສົງ - ສາມະເນນ ຄຽງຄູ່ກັບແນວລາວຮັກຊາດ ເພື່ອສ້າງຄວາມເປັນເອກະພາບ ສັນຕິພາບ ປະຊາທິປະໄຕ ໃນສັງຄົມລາວໃຫ້ມີຂຶ້ນ ໂດຍນຳຫລັກສີລະທັມທາງພຣະພຸດທະສາສະນາ ນອກຈາກນີ້ ເພື່ອໃຫ້ ຊາດ ແລະສາສະນາ ຄຽງຄູ່ໄປດ້ວຍກັນ ຈຶງປະສົມປະສານກັບນະໂຍບາຍຂອງແນວລາວຮັກຊາດ ເມື່ອກອງປະຊຸມໃຫຍ່ໄດ້ສຳເລັດ ໄດ້ມີມະຕິຕົກລົງ ແບ່ງຫນ້າທີ່ຂອງແຕ່ລະເມືອງ ພາຍໃນ ແຂວງຊຽງຂວາງ ໂດຍແບ່ງເປັນ 5 ຕົວເມືອງ
1.   ເມືອງແປກ
2.  ເມືອງຄຸນ
3.  ເມືອງຄຳ
4.  ເມືອງຫນອງແຮດ
5.  ເມືອງສູ້ຍ
ນອກຈາກນັ້ນ ຍັງໃຫ້ໄປປະຈຳຢູ່ ເມືອງຍົມມະລາດມະຫາໄຊ, ແຂວງຫົວພັນ ແລະອີກຫລາຍໆແຂວງທາງພາກເຫນືອຂອງລາວ ໂດຍຖືເອົາແຂວງຊຽງຂວາງ ແລະແຂວງຫົວພັນເພື່ອເຄື່ອນໄຫວວຽກງານເຜີຍແຜ່ສີລທັມ ໃຫ້ເຂົ້າເຖິງອອກຕົນຍາດໂຍມ

2.   ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດຄັ້ງທີ 2
ກອງປະຊຸມໃຫຍ່ພຣະສົງທົ່ວປະເທດຄັ້ງທີ 2 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນ ວັນທີ 6 ເດືອນ 6 ຄ.ສ. 1976 ທີ່ມະຫາກຸຕິ ວັດທາດຫລວງເຫນືອ ນະຄອນຫລວງວຽງຈັນ ໂດຍມີຜູ້ແທນພຣະສົງເຂົ້າຮ່ວມທັ້ງຫມົດ 79 ອົງ ໃນທົ່ວປະເທດ ຈຸດປະສົງຂອງການປະຊຸມໃຫຍ່ໃນຄັ້ງນີ້ ແມ່ນ: ຍຶດອຳນາດການປົກຄອງສົງໃນລະບອບເກົ່າ ແລະສ້າງຕັ້ງລະບອບໃຫມ່ ແລະສ້າງຕັ້ງອົງປະທານຄະນະສົງຂຶ້ນໃຫມ່ ຄະນະຜູ້ແທນຝ່າຍບ້ານເມືອງມີບຸກຄົນສຳຄັນເຂົ້າຮ່ວມ ດັ່ງນີ້
1.   ສົມເດັດເຈົ້າສຸພານຸວົງ ປະທານປະເທດໃນສະໄໝນັ້ນ
2.  ສົມເດັດເຈົ້າສຸວັນນະພູມມາ ທີ່ປຶກສາລັດຖບານ
3.  ພະຍາພູມມີ ວົງວິຈິຕ ລັດຖະມົນຕີກະຊວງສຶກສາທິການກິລາ ແລະທັມມະການ
4.  ທ່ານມະຫາສຸວັນນະເມທີ ລັດຖະມົນຕີກະຊວງຍຸຕິທັມ
ມີບຸກຄົນສຳຄັນອື່ນອີກ 16 ທ່ານ ທີ່ເຂົ້າຮ່ວມໃນກອງປະຊຸມໃນຄັ້ງນັ້ນ ຄະນະຈັດຕັ້ງໄດ້ ຈະເຣີນພອນ ເຊີນ ພະຍາພູມີ ວົງວິຈິຕ ອອກຄວາມຄິດ ຄວາມເຫັນ ໃນທີ່ປະຊຸມກ່ອນ ແຕ່ທ່ານພະຍາພູມີ ວົງວິຈິຕ ເຊີນສົມເດັດປະທານ ສຸພານຸວົງ ໃຫ້ສະແດງຄວາມຄິດເຫັນກ່ອນ ໃນທີ່ປະຊຸມ ຕໍ່ຈາກນັ້ນຈິ່ງເປັນພະຍາພູມີ ວົງວິຈິຕ ຄະນະຜູ້ແທນໃນທີ່ປະຊຸມໄດ້ຕົກລົງ ເປັນເອກະສັນ ຮັບຮອງເອົາ ເອົາມະຕິ 9 ຂໍ້ ເອີ້ນວ່າ ມະຕິ33” ເນື້ອຫາ ໃນມະຕິ 9 ຂໍ້ນັ້ນ ສະຫລຸບວ່າ ລົບລ້າງພຣະພຸດທະສາສະນາແບບທັມຍຸຕຕິກະນິກາຍ ແລະພຣະພຸດທະສາສະນາແບບມະຫານິກາຍ ຢ່າງສິ້ນເຊີງ ເພື່ອຈະເອົາພຣະພຸດທະສາສະນາທັ້ງ ສອງນິກາຍນີ້ລວມເຂົ້າດ້ວຍກັນ ເອີ້ນວ່າ ຄະນະສົງລາວ ເທົ່ານັ້ນ ອົງການພຸດທະສາສະນາສຳພັນລາວ ເປັນອົງການດຽວທີ່ຈັດຕັ້ງຂຶ້ນ ຖືກຕ້ອງ ຕາມກົດຫມາຍ ເຊິ່ງມີບົດບາດ ຫນ້າທີ່ ໃນການຄຸ້ມຄອງພຣະພຸດທະສາສະນາ ນຳພາພຣະສົງ-ສາມະເນນ ເຜີຍແຜ່ສີລທັມໃຫ້ເຂົ້າເຖິງຊາວບ້ານໃນທົ່ວປະເທດ ແລະພັນທະນາປະເທດຊາດຄ່ຽງຄູ່ໄປດ້ວຍກັນ ໃນການປະຊຸມຄັ້ງນັ້ນໄດ້ເລືອກຄະນະປະທານກິຕຕິມະສັກ 4 ອົງ ຄະນະບໍຣິຫານງານສູນກາງ ອ.ພ.ສ. 30 ອົງ ແລະຄະນະປະຈຳ ອີກ 9 ອົງ ເຊິ່ງແມ່ນພຣະອາຈາຣຍ໌ມະຫາຄຳຕັນ ເທບບົວລີ ເປັນປະທານ ອົງການພຣະພຸດທະສາສະນາສຳພັນລາວ

3.   ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດຄັ້ງທີ 3
ເພື່ອເຮັດໃຫ້ພຣະພຸດທະສາສະນາໃນທົ່ວປະເທດຫມັ້ນຄົງ ແລະອອກຕົນຍາດໂຍມຮູ້ຈັກພຣະພຸດທະສາສະນຫລາຍຂຶ້ນ ຈາກທີ່ເຄີຍນັບຖືຜີສ້າງ ເທວະດາ ໂດຍທົ່ວກັນນັ້ນ ກອງປະໃຫຍ່ຜູ້ແທນພຣະສົງທົ່ວປະເທດຄັ້ງທີ່ສາມ ກໍໄດ້ໄຂຂຶ້ນໃນ ວັນທີ່..... ເດືອນ 9 ປີ ຄ.ສ. 1987 ທີ່ ວັດອູບມຸງ ນະຄອນຫຼວງວຽງຈັນ ໂດຍມີພຣະສົງພາຍໃນ  ແລະຕ່າງປະເທດເຂົ້າຮ່ວມ ແລະມີຜູ້ແທນຝ່າຍບ້ານເມືອງເຂົ້າຮ່ວມ ພະນະທ່ານພູມີ ວົງວິຈິຕ ຮອງປະທານປະເທດ ປະທານສູນກາງແນວລາວສ້າງຊາດເປັນກຽດເຂົ້າຮ່ວມ ພ້ອມທັງປາໄສ ໃນທີ່ປະຊຸມ ຈຸດປະສົງຂອງການປະຊຸມໃນຄັ້ງນີ້ ແມ່ນ ເພື່ອປັບປຸງການຈັດຕັ້ງຂອງ ອົງການພຸດທະສາສະນາ ຂັ້ນຕ່າງໆ ໃຫ້ດີກວ່າເກົ່າ ແລະເສິີມຂະຫຍາຍບົດບາດຂອງພຣະສົງລາວ ໃນການນຳເອົາ ຫຼັກທັມຄຳສັ່ງສອນ ໃນທາງພຣະພຸດທະສາສະນາ ເຂົ້າໄປມີບົດບາດໃນນະໂຍບາຍຂອງພັກ ແລະລັດ ທີ່ໄດ້ວາງອອກ ແລະເຜີຍແຜ່ສີລທັມ ໃຫ້ອອກຕົນຍາດໂຍມໄດ້ເຂົ້າໃຈໃນຫລັກ ທັມຄຳສອນ ທີ່ເປັນຄຸນງາມຄວາມດີ ພ້ອມກັບຮັກສາຄວາມບໍຣິສຸດແຫ່ງພຣະພຸດທະສາສະນາ ເພື່ອບໍ່ໃຫ້ໃຜມາທຳລາຍໄດ້ ຄຽງຄູ່ກັບການພັດທະນາບ້ານເມືອງຕາມນະໂຍບາຍຂອງ ພັກ ລັດ ທີ່ໄດ້ວາງອອກນັ້ນ
ຮູບພາບ ທຸງຫຼາກສີ ທີ່ເປັນສັນຍາລັກ ຂອງພຮະພຸດທະສາສນາ

4.   ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດຄັ້ງທີ 4-5
ໃນ 5 ປີຕໍ່ມາ ອົງການພຣະພຸດທະສາສະນາ ຫລື ອ.ພ.ສ. ໄດ້ໄຂຂຶ້ນຢ່າງເປັນທາງການອີກຄັ້ງ ທີ່ ສາລາໂຮງທັມ ວັດມະຫາພຸດທະວົງ ໂສກປ່າຫລວງ ໂດຍມີຕົວແທນພຣະສົງໃນທົ່ວປະເທດເຂົ້າຮ່ວມປະຊຸມ ແລະຄະນະຜູ້ແທນຝ່າຍບ້ານເມືອງ ມີ ທ່ານອຸດົມ ຂັນຕິຍະວົງ,  ທ່ານສີສະຫວາດ ແກ້ວບຸນພັນ ກອງປະຊຸມດັ່ງກ່າວໄດ້ມີມະຕິແຕ່ງຕັ້ງ ກັມມາທິການສູນກາງ ອ.ພ.ສ. ໃນນັ້ນ ຄະນະປະຈຳ 9 ອົງ ກັມມາທິການ ກິຕຕິມະສັກ 9 ອົງ ແລະທີ່ສຳຄັນໃນກອງປະຊຸມຄັ້ງນີ້ ແມ່ນກອງປະຊູມໄດ້ມີມະຕິ ແຕ່ງຕັ້ງ 4 ກັມມາທິການ ຄື
1.   ກັມມາທິການປົກຄອງສົງແລະຄຸ້ມຄອງພຣະພຸດທະສາສະນາ
2.  ກັມມາທິການສຶກສາສົງ
3.  ກັມມາທິການເຜີຍແພ່ສີລທັມ ແລະປະຕິບັຕວິປັສສະນາກັມມະຖານ
4.  ກັມມາທິການສາທາລະນູປະການ

5.   ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດຄັ້ງທີ 6
ປີ ຄ.ສ. 2011 ອົງການພຣະພຸດທະສາສະນາ ໄດ້ເປິດກອງປະຊູມໃຫຍ່ຜູ້ແທນພຣະສົງທົ່ວປະເທດຂຶ້ນອີກຄັ້ງ ທີ່ ຫໍທັມມະສະພາ ວັດທາດຫລວງເຫນືອ ນະຄອນຫລວງວຽງຈັນ ຈຸດປະສົງຫລັກຂອງການປະຊຸມໃນຄັ້ງນີ້ ແມ່ນເລືອກຕັ້ງ ປະທານ ອົງການພຣະພຸດທະສາສະນາສຳພັນລາວ ອົງໃຫມ່ ແທນພຣະອາຈາຣຍ໌ໃຫຍ່ມະຫາວິຈິຕ ສິງຫາຣາຊ ປະທານ ສູນກາງ ອ.ພ.ສ. ອົງເກົ່າ ທີ່ໄດ້ມໍຣະນະພາບໄປ ແລະເພື່ອປັບປຸງ ລະບົບການບໍຣິຫານງານ ການຈັດຕັ້ງໃນ 4 ກັມມາທິການໃຫ້ດີເພິ່ມຕື່ມອີກດ້ວຍ. ໂດຍຖືເປັນກຽດເຂົ້າຮ່ວມກອງປະຊຸມຂອງ ພະນະທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕຣີ ແລະລັດຖະມົນຕຣີ ກະຊວງການຕ່າງປະເທດ.

6.   ກອງປະຊຸມໃ ຫຍ່ຜູ້ແທນພຣະສົງທົ່ວປະເທດຄັ້ງທີ 7
ໃນວັນທີ 19-20 ເດືອນ 9 ພ.ສ. 2559 ຄ.ສ. 2016 ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ ສູນການຮ່ວມມືສາກົນ ແລະການຝຶກອົບຮົມ ICTC (International Cooperation and training Center) ຫລັກ 5 ນະຄອນຫລວງວຽງຈັນ ໂດຍມີ ພຣະອັຄຄະມະຫາສັທທັມມະໂຊຕິກະທະຊະ (ຍາທ່ານໃຫຍ່ມະຫາງອນ ດຳຣົງບຸນ) ອົງທີ 5 ແຫ່ງຄະນະສົງລາວ ທົ່ວປະເທດ ເປັນປະທານຝ່າຍພຣະສົງ ເຊິ່ງໄດ້ ຖືກແຕ່ງຕັ້ງກ່ອນຫນ້ານີ້ ເມື່ອວັນທີ 17 ທັນວາ ປີ ຄ.ສ. 2015 ແທນປະທານອົງທີ່ ມໍຣະນະພາບໄປ ຄື ຍາທ່ານໃຫຍ່ມະຫາຜ່ອງ ສະມາເລີກ, ຍາທ່ານມະຫາມີ.... ພຣະສົງທົ່ວປະເທດເຂົ້າຮ່ວມທັງຫມົດ ..... ແລະປະທານຝ່າຍຄະລຶຫັດ ແມ່ນ ທ່ານໄຊສົມພອນ ພົມວິຫານ ນອກຈາກນີ້ຍັງມີປະທານອົງການພຣະພຸດທະສາສະນາ ຈາກ ສ.ສ ຫວຽດນາມ ຄື ພຣະອາຈານໃຫຍ່ທິດທຽນເຍືອນ ແລະທ່ານຫມິງຢີ້ ວັດຫລົວຕິ່ງ ຫລິງຊັນ ສປ. ຈີນ, ມູນນິທິໂພທິຄະຍາ ວິດຊາໄລ ຣາຊະອານາຈັກໄທ ຊຸມນຸມນິສິດ ນັກສຶກສາລາວ ທີ່ໄປສຶກສາຢູ່ໃນ ຣາຊະອານາຈັກໄທ ຈາກທົ່ວປະເທດ ເຂົ້າຮ່ວມອີກດ້ວຍ ເພື່ອໃຫ້ກອງປະຊຸມດຳເນີນໄປຢ່າງມີຄຸນຄ່າ ຈຶ່ງໄດ້ມີການສະແດງຄວາມຄິດ ຄວາມເຫັນໃນທີ່ປະຊຸມ ໂດຍການຕາງຫນ້າຂອງແຕ່ລະ ອົງການ ຫນ່ວຍງານ ທັງພາຍໃນ  ແລະຕ່າງປະເທດ ບໍ່ວ່າຈະເປັນ ຈາກກະຊວງພາຍໃນ ຂຶ້ນປະກອບຄວາມເຫັນໃນຫົວຂໍ້ ການຄຸ້ມຄອງລັດ ຕໍ່ວຽກງານສາສະນາໃນ ສປປ.ລາວ”, ຈາກ ກະຊວງສຶກສາທິການ ສະແດງຄວາມຄິດເຫັນໃນຫົວຂໍ້ ຄວາມສຳຄັນຂອງການສຶກສາສົງໃນປັດຈຸບັນ”, ຈາກກະຊວງຖະແຫລງຂ່າວ ວັດທະນະທັມ ແລະ ທ່ອງທ່ຽວ ສະແດງຄວາມຄິດເຫັນໃນຫົວຂໍ້ ການມີສ່ວນຮ່ວມຂອງພຣະສົງກັບການອະນຸລັກຮັກສາປູຊະນີຍະສະຖານ ແລະ ວັດຖຸບູຮານໃນທາງພຣະພຸດທະສາສະນາຈາກສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ສະແດງຄວາມຄິດເຫັນໃນຫົວຂໍ້ ການມີສ່ວນຮ່ວມຂອງພຣະສົງກັບການສຶກສາອົບຮົມຊາວຫນູ່ມເຍົາວະຊົນລາວຈາກ ສູນກາງສະຫະພັນແມ່ຍິງລາວ ສະແດງຄວາມຄິດເຫັນໃນຫົວຂໍ້ ບົດບາດຂອງແມ່ຍິງລາວກັບການອຸປະຖຳພຣະພຸດທະສາສະນານອກຈາກນີ້ຍັງມີປະທານອົງການພຣະພຸດທະສາສະນາສຳພັນລາວແຂວງອື່ນໆ ທີ່ຂຶ້ນປະກອບຄວາມເຫັນ ມີ ແຂວງສະຫວັນນະເຂດ ສະແດງຄວາມຄິດເຫັນໃນຫົວຂໍ້ ວຽກງານສາທາລະນູປະການ ແລະການເຜີຍແຜ່ສີລທັມທີ່ພົ້ນເດັ່ນພາຍໃນແຂວງສະຫວັນນະເຂດ ໂດຍ ພະອາຈານໃຫຍ່ ມະຫາສົມບູນ ສິຣິປັນໂຍ ປະທານອົງການພຸດທະສາສະນາສໍາພັນລາວແຂວງສະຫວັນນະເຂດ, ປະທານ ອ.ພ.ສ. ແຂວງຫລວງພຣະບາງ, ປະທານ ອ.ພ.ສ. ແຂວງຈຳປາສັກ ແລະຈາກຜູ້ຊົງຄຸນນະວຸທິ ທີ່ໄດ້ເຊີນເຂົ້າມາຮ່ວມອີກ ຫລາຍໆ ທ່ານ
- ຂໍ້ມູນຈາກ ຫ້ອງການສູນກາງ ອພສ ໂດຍ ພຣະ ອຈ ປທ ພູຄໍາ ຮອງຫົວໜ້າຫ້ອງການສູນກາງອພສ

ຫົວຂ້ທີ່ໂດດເດັ່ນ

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ  ພາບຈາກ: theconversation.com 1.      ຄວາມຮັກ ຮັກສາທຸກສິ່ງ      ຄວາມກຽດຊັງ ບໍ່ອ...

ໂພສທີ່ຖືກອ່ານຫຼາຍທີ່ສຸດ