Wednesday 20 March 2019

ສັນທະ ແລະ ຕັນຫາ ໃນພຸດທະສາສນາແຕກຕ່າງກັນແນວໃດ? ໂດຍ Sakhone the learner

ເນື່ອງຈາກຊ່ວງທີ່ຜ່ານມາໄດ້ໄປບວດແລະອ່ານໜັງສືທຳມະ ແລ້ວພົບປະເດັນນີ້ເລີຍຢາກເອົາມາເລົ່າຕໍ່:

- ຄວາມຢາກຂອງຄົນເຮົາມີສອງດ້ານຄື: ຄວາມຢາກເຊິງລົບ ແມ່ນ ຕັນຫາ ແລະ  ຄວາມຢາກເຊິງບວກ ແມ່ນ ສັນທະ.
- “ຕັນຫາ(Tanha)“ ຄື ການໄດ້ສະໜອງຄວາມຢາກໃຫ້ຕົນເອງມີຄວາມສຸກ ຄວາມສຸກທີ່ຕົກເປັນທາດສຳຜັດທັງ6 (ຫູ ຕາ ດັງ ໜັງ ລິ້ນ ໃຈ) ປົນເປີຕົວເອງຈົນຂາດສະຕິ ເຊິ່ງເກີດມາຈາກ ”ກິເລດ(Kilesa / Greed)” ຄື ຢາກໄດ້ ຢາກມີ ຢາກທຳລາຍ. ບາງຄົນເລີຍມັກເອີ້ນຕິດໆປາກກັນວ່າ “ກິເລດຕັນຫາ”.
- “ສັນທະ (Chanda)” ເປັນຄວາມຢາກທີ່ຕ່າງຈາກຕັນຫາ ຄື ເກີດຈາກແຮງຈູງໃຈໃຝ່ສ້າງສັນ ຢ່າງມີສະຕິ(Sati / Consciousness) ແລະ ປັນຍາ(Wisdom), ມີຄວາມຢາກສ້າງສັນສິ່ງດີໆ, ຊ່ວຍເຫຼືອເກື້ອກູນ, ເຮັດງານອະດິເລກແລ້ວມີຄວາມສຸກ.
2

  ຫຼັງຈາກໄດ້ອ່ານຄວາມໝາຍແລ້ວ ເຮົາລອງມາເບິ່ງຕົວຢ່າງ
- ຄົນທີ່ຢາກຮຽນຕໍ່ໂທເພາະຕັນຫາ ແມ່ນຄິດວ່າຈົບຕີແລ້ວນ້ອຍໜ້າຄົນອື່ນ, ຮູ້ສຶກໂຕເອງມີປົມດ້ອຍ, ຢາກເປັນທີ່ຊື່ນຊົມຍິນດີຂອງຄົນອື່ນ, ເປັນປັນຍາຊົນເບິ່ງແລ້ວຄືມີການສຶກສາສູງໃນສາຍຕາຂອງສັງຄົມ, ມີກຽດ, ມີໜ້າມີຕາໃນສັງຄົມ, ໄປຮຽນຕາມກະແສສັງຄົມ ດັ່ງສຳນວນທີ່ວ່າ: “ປະລິນຍານິຍົມ”
- ສ່ວນຄົນທີ່ຢາກໄປຮຽນໂທເພາະສັນທະແມ່ນ ເພື່ອຢາກໃຊ້ເປັນເຄື່ອງມືໃນການພັດທະນາ, ໃຝ່ຫາຄວາມເປັນເລີດທາງວິຊາການ, ເພີ່ມພູນສິ່ງທີ່ຮຽນມາ ມາສ້າງປະໂຫຍດ, ເອົາມາໃຊ້ໃນວຽກບໍ່ພຽງແຕ່ເຮັດວຽກພໍຜ່ານໆ, ຕ້ອງຮູ້ຈິງ ຊ່ຽວຊານຈິງ ສະຫຼຸບແລ້ວກໍ່ຄື: “ເຮັດໃຫ້ດີຂຶ້ນ”

-ເຖິງວ່າຂ້ອຍຈະບໍ່ໄດ້ຮຽນປະລິນຍາໂທເທື່ອ ແຕ່ກໍ່ສົນໃຈປະເດັນນີ້ຢູ່ ເພາະທີ່ຜານມາກໍ່ໃຊ້ກັບທຶນແລກປ່ຽນໄລຍະສັ້ນຄື ຂ້ອຍຈະເບິ່ງທີ່ theme ຫົວຂໍ້ທີ່ຈະສົນທະນາ ແລະ ຈະເອົາຄວາມຮູ້ນັ້ນມາພັດທະນາຕົນເອງແນວໃດ ເອົາໄປໃຊ້ປະໂຫຍດແນວໃດເປັນຫຼັກ ຫຼາຍກວ່າປະເທດທີ່ຈະໄປ(ເພາະບໍ່ໄດ້ເນັ້ນວ່າໄປຫຼິ້ນ ບາງເທື່ອພໍ່ກໍ່ຖາມວ່ປະເທດນີ້ໄດ້ໄປແລ້ວຕວົະ?ຂ້ອຍກໍ່ຍັງຢາກໄປເພາະຫົວຂໍ້ ຫຼື ໝູ່ກໍ່ຊວນສະໝັກທຶນທີ່ໄດ້ໄປປະເທດຄັກໆແຕ່ກໍ່ປະຕິເສດໄປ ແຕ່ຖ້າຫົວຂໍ້ທີ່ສົນໃຈຈັດຢູ່ປະເທດຄັກໆກໍ່ຈະດີ ຮາຮາ)  ສະນັ້ນຈະເຫັນວ່າຄວາມຮູ້ທີ່ຂ້ອຍໄດ້ຂ້ອຍກໍ່ຈະເອົາມາເລົ່າເປັນblog ບາງເທື່ອກໍ່ເອົາຕໍ່ຍອດມາສ້າງກິດຈະກຳຕ່າງໆ.
- ບົດຄວາມນີ້ ບໍ່ໄດ້ຈະບອກວ່າເຮົາເຮັດຕາມຕັນຫາມັນເປັນສິ່ງທີ່ຜິດ100% ແຕ່ຈຸດປະສົງແມ່ນຢາກເຕືອນສະຕິທົບທວນໂຕເອງເບິ່ງວ່າ ທີ່ “ເຮົາຢາກໄປຮຽນຕໍ່ໂທ ຫຼື ເຮັດສິ່ງໃດກໍ່ຕາມ ເພາະສາເຫດໃດກັນແທ້(ຕັນຫາ ຫຼື ສັນທະ)?”
- ຖ້າວ່າເຂົ້າໃຈຜິດພາດປະການໃດກໍ່ຂໍໂທດຂໍອະໄພ ບາງແຫຼ່ງຂໍ້ມູນກໍ່ບອກວ່າ ສັນທະກໍ່ເປັນປະເພດໜຶ່ງນອນຢູ່ໃນຕັນຫາ ບາງຂໍ້ມູນກໍ່ບອກແຕກຕ່າງອອກໄປ ສ່ວນຂໍ້ມູນສ່ວນໃຫຍ່ຈາກບົດຄວາມນີ້ມາຈາກ👇🏻
Cr: ໜັງສືໄທຊື່ວ່າ:” ກິເລດເມເນດເມັ້ນ Kilesa Management” ຂອງພຣະອາຈານວໍ ວັດຊະລະເມທີ

ຫົວຂ້ທີ່ໂດດເດັ່ນ

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ  ພາບຈາກ: theconversation.com 1.      ຄວາມຮັກ ຮັກສາທຸກສິ່ງ      ຄວາມກຽດຊັງ ບໍ່ອ...

ໂພສທີ່ຖືກອ່ານຫຼາຍທີ່ສຸດ