Friday 5 January 2018

ຮີດສິບສອງຄອງສິບສີ່ ມີຫຍັງແດ່?

1. ຮີດສິບສອງຄອງສິບສີ່

ພາບປະກອບ
   ຮີດ​ແລະຄອງມີ​ຄວາມ​ໝາຍ​ໃກ້​ຄຽງ​ກັນ ​ແຕ່​ບໍ່​ແມ່ນ​ອັນ​ດຽວ​ກັນ. ຄຳ​ວ່າ ຮີດ ​ແມ່ນ​ໝາຍ​ເຖິງ​ສິ່ງ​ທີ່​ໄດ້​ປະພຶດ​ປະຕິບັດ​ກັນ​ມາ​ເປັນ​ເວລາ​ດົນ​ນານ, ສ່ວນ​ຄຳ​ວ່າ ຄອງ ໝາຍ​ເຖິງ​ກົດຫຼື​ແນວທາງ​ທີ່​ວາງ​ໄວ້​ເພື່ອ​ປະຕິບັດ​ຕາມ. ​ເມື່ອ​ເຮົາ​ເອົາ ຮີດ ​ແລະ ຄອງ ມາ​ລວມ​ເຂົ້າກັນ ຈະ​ກາຍ​ເປັນ​ຄຳ​ວ່າ​ ຮີດຄອງ ທີ່​ມີ​ຄວາມ​ໝາຍວ່າ: “​ແນວທາງ​ການ​ປະ​ພຶດປະຕິບັດ​ທີ່​ສືບ​ທອດ​ກັນ​ມາ​ເປັນ​ເວລາ​ດົນ​ນານ”.

    “ຮີດ​ສິບ​ສອງ​ຄອງ​ສິບ​ສີ່ ​ແມ່ນ​ແນວທາງ​ການ​ປະພຶດ​ປະຕິບັດ​​ ທີ່​ເຈົ້າຟ້າ​ງຸ່ມມະຫາລາດ ​ໄດ້​ກຳນົດ​ຂຶ້ນ ພາຍຫຼັງທີ່​ທ້ອນ​ໂຮມບັນດາ​ຫົວ​ເມືອງ​ລາວ​ເຂົ້າ​ເປັນ​ອານາຈັກ​ລ້ານ​ຊ້າງ​ເອກະພາບ. ຈຸດປະສົງ​ກໍ​ແມ່ນ​ເພື່ອ​​ໃຫ້​ປະຊາ​ຊົນ​ທີ່​ເຊື່ອ​ຖື​ຜີ​ສາງ​ນາງ​​ໄມ້​ທີ່​ ງົມງວາຍ ​ໃຫ້​ມານັບຖື​ສາສະໜາ​ພຸດ ​ໂດຍ​ມີ​ແນວທາງປະຕິບັດ ຄື ຮີດ​ສິບ​ສອງ​ຄອງ​ສິບ​ສີ່​ແທນ.

     ຄອງ​ສິບ​ສີ່
     ຄອງ​ສິບ​ສີ່​ໝາຍ​ເຖິງ​ຂໍ້​ກຳນົດ 14 ຂໍ້ ທີ່​ປະຊາຊົນ​ລາວ​ເຮົາ ​ຖື​ເປັນ​ທຳນຽມ​ປະຕິບັດ​ມາຕັ້ງ​ແຕ່​ດົນ​ນານ ​ແລະ​ໃນ​ປັດຈຸບັນ​ກໍ​ຍັງ​ເຊື່ອ​ຖື​ຢູ່ ​ແຕ່​ອາດ​ຈະ​ບໍ່​ເຂັ້ມງວດ ຫຼືບາງ​ຂໍ້​ ​ໃນ​ບາງ​ທ້ອງ​ຖິ່ນ​ກໍ​ປ່ອຍ​ວາງ​ໄປ​ແລ້ວ. ຄອງ​ສິບ​ສີ່​ມີ​ຄື:
     ຮີດ​ສິບ​ສອງ
   ໃນ​ແຕ່ລະ​ເດືອນ​ຂອງ​ປີ​ໜຶ່ງ ຈະ​ມີ​ການ​ເຮັດບຸນ​ປະ​ເພນີ​ຂອງ​ພຸດທະ​ສາສະ​ນິກະ​ຊົນ​ທີ່​ແຕກ​ຕ່າງ​ກັນ​ໄປ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ສິ່ງ​ສັກສິດ ທີ່​ຊ່ວຍ​ໃຫ້​ຕົນ​ເອງ​ມີ​ຊີວິດການ​ເປັນ​ຢູ່​ທີ່​ດີ. 

2. ຮີດສິບສອງຄອງສິບສີ່ ມີຫຍັງແດ່? 

     ກ. ຮີດ​ສິບ​ສອງ​ປະກອບ​ມີ:
       1. ​ເດືອນ​ຈຽງ (​ເດືອນ​ໜຶ່ງ) ບຸນ​ນິມົນ​ພະສົງ​ເຂົ້າກຳ
       2. ​ເດືອນ​ຍີ່ (​ເດືອ​ນສອງ) ​ເຮັດບຸນ​ລານ​ເຂົ້າ ຫຼືບຸນຄຸນ​ເຂົ້າ, ບາງ​ທ້ອງ​ຖິ່ນ​ຍັງ​ເອີ້ນ​ວ່າ ບຸນ​ກອງ​ເຂົ້າກໍ​ມີ.
       3. ​ເດືອນ​ສາມ ​ເຮັດບຸນ​ເຂົ້າຈີ່
       4. ​ເດືອນ​ສີ່ ​ເຮັດບຸນ​ພະ​ເວດ
       5. ​ເດືອນ​ຫ້າ ​ເຮັດບຸນ​ສົງ​ພະ ຫຼືບຸນປີ​ໃໝ່​ລາວ
       6. ​ເດືອນ​ຫົກ ​ເຮັດບຸນ​ບັ້ງ​ໄຟ
       7. ​ເດືອນ​ເຈັດ ​ເຮັດບຸນ​ບ້ານ ຫຼືບຸນ​ລ້ຽງ​ຜີ​ມະ​ເຫ​ສັກ​ຫຼັກ​ເມືອງ
       8. ​ເດ​ືອນ​ແປ​ດ ບຸນ​ເຂົ້າພັນ​ສາ
       9. ​ເດືອນ​ເກົ້າ ບຸນ​ຫໍ່​ເຂົ້າປະດັບ​ດິນ
      10. ​ເດືອນສິບ ບຸນ​ຫໍ່​ເຂົ້າສະຫຼາກ
      11. ​ເດືອນ​ສິບ​ເອັດ ບຸນ​ອອກ​ພັນ​ສາ
      12. ​ເດືອນ​ສິບ​ສອງ ບຸນ​ທອດ​ກະຖິນ
ພະສົງ ແລະ ຍາດໂຍມກຳລັງປະກອບພິທີບຸນເດືອນ7(ບຸນຊໍາຮະ ຫຼື ຊໍາລະ)


    
ຂ. ຄອງ​ສິບ​ສີ່
ປະກອບ​ມີ:

      1. ຢ່າ​ຢຽບ​ເງົາ​ຂອງ​ພະສົງ ຫຼືຜູ້​ມີ​ສິນ​ບໍລິສຸດ
      2. ຢ່າ​ເອົາ​ອາຫານ​ເຫຼືອ ຫຼື​ເງື່ອນ​ໄປ​ໃຫ້​ພະສົງ​ສັນ
      3. ຢ່າ​ເສບ​ກາ​ມະ​ຄຸນ​ໃນ​ມື້​ວັນ​ສິນ, ວັນ​ເຂົ້າພັນ​ສາ, ວັນ​ມາຄະ​ບູຊາ, ວັນ​ວິສາຂະບູຊາ ແລ​ະ ວັນ​ກຸດ​ສົງການ​ຢ່າງ​ເດັດຂາດ.
    4. ​ເມື່ອ​ພະສົງ​ກາຍ​ມາ​ໃຫ້​ນັ່ງລົງ, ນົບ​ມື​​​ໄຫວ້ ​​​ແລ້ວຈຶ່ງ​ຄ່ອຍ​ຍ່າງ​ກາຍ ຫຼືຈຶ່ງຄ່ອຍ​ລົມ​ນຳ​ເພິ່ນ.
     5. ມື້​ພະສົງ​ເຂົ້າກຳ​ໃຫ້ມີດ​ອກ​ໄມ້​ທູບ​ທຽນ ແລະ​​ ເຄື່ອງ​ບໍລິຂານ​ໄປ​ທານ​ຮ່ວມ​ເພິ່ນ.
     6. ກ່ອນ​ຈະ​ເຂົ້ານອນ​ໃຫ້​ອາບນ້ຳ ຫຼືລ້າງ​ຕີນ​ເສຍ​ກ່ອນ
    7. ​ເມື່ອ​ເຖິງ​ວັນ​ສິນ​ດັບ​-ສິນ​ເພັງໃຫ້​ເຮັດບຸນ​ໃສ່​ບາດ ຫຼືນິມົນ​ພະສົງ​ມາ​ສູດ​ມຸງ​ຄຸນ​ເຮືອນ.
     8. ​ເມື່ອ​ເຖິງ​ວັນ​ສິນ​ເພັງ​ໃຫ້​ແຕ່ງຂັນ​ດອກ​ໄມ້ ທູບ​ທຽນ ໄປ​ສົມ​ມາ​ຜົວ​ຂອງຕົນ
     9. ​ເມື່ອ​ພະສົງ​ສາມະ​ເນນ​ມາ​ບິນທະບາດ ຢ່າ​ໃຫ້​ເພິ່ນ​ຄອຍ​ຖ້າ, ​ເວລາ​ປ່ອນ​ບາດ​ຢ່າ​ໃຫ້​ມື​ຊູນ​ບາດ ຫຼືຊູນ​ຖືກ​ພະສົງ​ສາມະ​ເນນ, ຍາມ​ປ່ອນ​ບາດ​ຢ່າ​ໃສ່​ໝວກ, ​ຢ່າ​ເອົາ​ຜ້າ​ປົກ​ຫົວ, ຢ່າ​ໃສ່​ເກີບ, ຢ່າ​ອຸ້ມ​​ເດັກນ້ອຍ, ຢ່າ​ຖື​ມີດ​ຖື​ພ້າ ຫຼືຢ່າ​ຖື​ອາວຸດ​ໃດໆ.
    10. ​ເມື່ອ​ຮອດ​ວັນ​ສິນ 8 ຄໍ່າ, 14 ຫຼື 15 ຄໍ່າ ​ໃຫ້​ພາກັນ​ສົມ​ມາ​ກ້ອນ​ເສົ້າ, ​ແມ່ຂັ້ນ​​ໄດ ​ແລະ​ປະຕູ​ເຮືອນ.(ປັດຈຸບັນ ຢູ່​ຊົນນະບົດ​ບາງ​ບ່ອນ​ຍັງ​ປະຕິບັດ​ຢູ່).
    11. ກ່ອນ​ຈະ​ຂຶ້ນ​ເຮືອນ​ໃຫ້​ລ້າງ​ຕີນ​ສາກ່ອນ.
    12. ​ໃຫ້​ພາກັນ​ເຮັດ​ຮົ້ວອ້ອມ​ວັດ​ແລະ​ບ້ານ​ເຮືອນ​ຂອງ​ຕົນ​ໃຫ້​ດີ.
    13. ​ເມື່ອ​ເຖິງ​ລະດູ​ການ​ເກັບ​ກ່ຽວ​ຜົນລະ​ປູກ ຢ່າ​ຟ້າວ​ກິນ​ກ່ອນ ໃຫ້​ເອົາ​ໄປ​​ເຮັດ​ບຸນ​ໃຫ້​ທານ​ແກ່​ຜູ່ມີ​ສິນ​ກ່ອນ ​ແລ້ວ​ຈຶ່ງ​ຄ່ອຍ​ກິນ.(ຕົວຢ່າງ: ຍາມ​ເຂົ້າ​ໃໝ່ ກໍ​ເອົາ​ໄປ​ບູຊາ ຫຼື​ໃສ່​ບາດ​ກ່ອນ, ​ແລ້ວ​ຈຶ່ງ​ຄ່ອຍ​ກິນ).
   14. ຢ່າ​ພາກັນ​ລັກ​ໂລບ​ຕາຊິງ, ຢ່າ​ພາກັນ​ຈ່າຍ​ເງິນ​ແດງ​ແປງ​ເງິນ​ຄວ່າງ, ຢ່າ​ກ່າວ​ຄຳ​ຫຍາບຊ້າ​ ກ້າ​ແຂງ ຕໍ່​ກັນ​ແລະ​ກັນ.

ທີ່ມາ:​ວີກີພີເດຍ

Wednesday 3 January 2018

ທັມມະສຳລັບການຄອງເຮືອນ ຄອງຮັກ ແລະ ສ້າງຄອບຄົວທີ່ຮົ່ມເຢັນເປັນສຸກໄດ້ໃນອະນາຄົດ(ສະມະຊີວິທັມ4)


   ໃນພຸທທະສາສນານັ້ນມີຫຼັກທັມຫຼາຍຂໍ້ສຳຫຼັບການຄອງເຮືອນເຊັ່ນ: ຄະຣາວາສທັມ,ອທິດຖານທັມ,ອະຣິຍະວັຕ ແລະ ສະມະຫຼືສົມຊີວິທັມ…..ເປັນຕົ້ນ ແຕ່ແອດມິນຈະນຳເອົາຫຼັກການຄອງເຮືອນທີ່ຊືວ່າ ສະມະຊີວິທັມ4 ຊາຍໜຸ່ມຍິງ ສາວຄູ່ໃດກໍ່ຕາມມີຄຸນສົມບັດໃນຫຼັກທັມສີ່ປະການນີ້ສະເໝີຫຼືໄກ້ຄຽງກັນ ກໍ່ມີໂອກາດສູງຫຼາຍທີ່ຈະເປັນຄູ່ຮັກທີ່ປະສົບຄວາມສຳເລັດໃນການຄອງເຮືອນຄອງຮັກແລະສ້າງ ຄອບຄົວທີ່ຮົ່ມເຢັນເປັນສຸກໄດ້ໃນອະນາຄົດ 

1. ມີຄວາມເຊື່ອສະເໝີກັນ(ສະມະສັທທາ) 

   ມີລະບົບຄວາມເຊື່ອຄວາມສັດທາທີ່ເປັນໄປໃນທາງດຽວກັນທີ່ສະເໝີຫຼືໄກ້ຄຽງກັນ ເຊັ່ນ: ສັດທາໃນສາສນາດຽວກັນສັດທາໃນລະບົບເຫດຜົນດຽວກັນຕະຫຼອດເຖິງສັດທາ ໃນວິຖີ ຊີວິດແບບດຽວກັນ…ເປັນຕົ້ນ
ພາບປະກອບ

2. ມີສິນສະເໝີກັນ(ສະມະສີລາ) 

    ມີສິນສະເໝີກັນ ມີຄວາມປະພຶດສິເໝີກັນ ຖ້າສິນບໍ່ສະເໝີກັນແລ້ວ ກໍ່ຈະທຳໃຫຄວາມເຄົາຣົບເຊິ່ງກັນແລະກັນເປັນ ໄປໄດ້ຍາກ ຫຼືທຳໃຫ້ການເຫັນຄຸນຄ່າຂອງກັນແລະກັນໜ້ອຍລົງ ເມື່ອຕ່າງຝ່າຍ ຕ່າງບໍ່ເຄົາຣົບໃນຄຸນຄ່າແລະສັກສີຂອງກັນແລະກັນ ເວລາຈະຄິດຈະເວົ້າຫຼືເຮັດ ຫຍັງກໍ່ຕາມ ກໍ່ຈະບໍ່ເກງກົວແລະເຄົາຣົບກັນ ກໍ່ເປັນເປັນເຫດໃຫ້ເກີດຄວາມຜິດໃຈ ແລະແຕກແຍກໃນກາຮຄອງເຮືອນ ຄອງຮັກໄດ້ງ່າຍດາຍໃນທີ່ສຸດ


3. ມີຄວາມເສຍສະຫຼະສະເໝີກັນ(ສະມະຈາຄາ)

    ຄຳວ່າເສຍສະຫຼະສະເໝີກັນໃນທີ່ນີ້ ໝາຍຄວາມວ່າ ທັງສອງຈະຕ້ອງເສຍສະຫຼະ ກິເລສສ່ວນຕົວຂອງຕົວເອງຖີ້ມໄປຫຼືຖີ້ມອັດຕາ ຢ່າຖືເຈົ້າຖືຂ້ອຍ ໃຫ້ຖີ້ມຄວາມເປັນ ເຈົ້າເປັນຂ້ອຍແລ້ວລວມກັນເປັນເຮົາສອງ ເມື່ອຈະກ້າວໄປຄືເຮົາສອງຈະກ້າວໄປ ພ້ອມໆກັນບໍ່ວ່າຈະລຳບາກເທົ່າໃດ ເມື່ອຕ່າງຝ່າຍຕ່າງບໍ່ຖືຕົນເປັນໃຫຍ່ ກໍ່ຈະເກີດ ຄວາມເຫັນອົກເຫັນໃຈເຊິ່ງກັນແລະກັນ ແລະນັ້ນຈະທຳໃຫ້ທັງຄູ່ສາມາດປະຄັບປະ ຄອງຄວາມຮັກຂອງກັນແລະກັນໄດຢ່າງຍືນຍາວ
ພາບປະກອບ

4. ມີປັນຍາສະເໝີກັນ(ສະສະປັນຍາ)

   ມີຄວາມຄິດມີຄວາມສາມາດໃນການໃຊ້ປັນຍາໃຊ້ເຫດຜົນສະເໝີກັນຫຼື ໄກ້ຄຽງກັນ ເມື່ອຈະເວົ້າຈະທຳຈະຄິດກໍ່ຈະເປັນໄປແນວທາງດຽວກັນແລະຈະທຳໃຫ້ງ່າຍຕໍ່ການທຳຄວາມເຂົ້າໃຈ ຖ້າພັນລະຍາເປັນຄົນໃຊ້ປັນຍາເຫດຜົນແຕ່ສາມີມັກໃຊ້ແຕ່ອາລົມ ກໍ່ອາດເປັນເຫດໃຫ້ຜິດໃຈກັນໄດ້ ກົງກັນຂ້າມຖ້າສາມີເປັນຄົນສະຫຼາດໂພດ ແຕ່ພັນລະຍາເປັນຄົນທີ່ຕາມຄວາມຄິດສາມີບໍ່ທັນ ບໍ່ນານຄົນທັງຄູ່ກໍ່ຈະເກີດອາການ “ນໍ້າແຍກສາຍ” ເຊິ່ງຈະນຳໄປສູ່ການແຍກທາງກັນໄດ້ແຕ່ຖ້າສາມີແລະພັນລະຍາມີ ຄວາມຄິດຄວາມອ່ານຢູ່ໃນລະດັບດຽວກັນ ທັງຄູ່ກໍ່ຈະເວົ້າກັນຮູ້ເລື່ອງ ສາມີຄິດພັນ ລະຍາກໍ່ສະໜັບສະໜູນ ກໍ່ຈະກາຍເປັນຄູ່ທີ່ເຕີມເຕັມເຊິ່ງກັນແລະກັນໃນທີ່ສຸດ

    ສະນັ້ນ; ຖ້າທັງຄູ່ມີປັນຍາສະເໝີກັນແລ້ວ ຄິດກໍ່ຄິດໄກ້ຄຽງກັນເວົ້າກໍ່ເວົ້າໄກ້ຄຽງກັນທຳກໍ່ທຳໄກ້ຄຽງ ກັນ ກໍ່ຈະທຳໃຫ້ທຸກຢ່າງເປັນໄປໄດ້ໂດຍງ່າຍ ອຸປະສັກຕ່າງໆ ກໍ່ຈະໄດຮັບກໍ່ຈະໄດ້ຮັບການແກ້ໄຂແລະຜ່ານ ໄປໄດ້ໂດຍໄວ . ແຕ່ເຖິງຢ່າງໃດກໍ່ຕາມ ການເຂົ້າໃຈກັນ ໃຫ້ກຽດກັນ ແລະ ການໃຫ້ອະໄພກັນ ຮ່ວມກັນແກ້ໄຂບັນຫາໄປດ້ວຍກັນກໍ່ເປັນສິ່ງທີ່ຈະນຳທັງສອງໄປສູ່ຄວາມສຳເລັດ ຮັກແພງກັນຍິ່ງໆຂື້ນໄປຕື່ມອີກ.

ຄັດຈາກເພຈ:  ທັມມະພາສຸຂ(ສຸກ)

Monday 1 January 2018

ຄວາມເປັນມາ, ຈຸດມຸ່ງໝາຍ, ປະເພດ ແລະ ປະໂຫຍດຂອງການໄຫວ້ພຣະສູດມົນ

1.  ຄວາມເປັນມາ ແລະ ຈຸດມຸ່ງໝາຍການໄຫວ້ພຣະສູດມົນ

    ສະໄໝກ່ອນ ການຮຽນການສອນທັມ ຍັງບໍ່ມີການບັກທຶກເປັນລາຍລັກອັກສອນ ກໍ່ເລີຍອາໄສການທ່ອງຈຳ ແລ້ວມາສາທະຍາຍພ້ອມກັນເປັນໝູ່ຄະນະເພື່ອທົບທວນ ຖ້າຕົກຫຼົ່ນຕົວໜຶ່ງ ຫຼື ຈຳບໍ່ໄດ້ວັກໜຶ່ງ ກໍ່ຈະສູດສາທະຍາຍບໍ່ເຂົ້າໝູ່ ຮູ້ວ່າຜິດທັນທີ ສະນັ້ນ ຈຶ່ງຜິດພາດບໍ່ໄດ້ ຄາດເຄື່ອນບໍ່ໄດ້ ເພື່ອສະດວກຕໍ່ການສາທະຍາຍ ຈຶ່ງແບ່ງເປັນກຸ່ມໆ ຄື ອາຈານນີ້ເກັ່ງນິກາຍໃດໃນພຣະໄຕຣປິດົກ ຈະເປັນທີຄະນິກາຍ ມັດຊິມະນິກາຍ ຫຼື ຂຸທທກະນິກາຍ ຕາມລຳດັບ (ສັງຄີຕິ/ສັງຄາຍະນາ ແປວ່າການສູດພ້ອມກັນ) ວິທີນີ້ ຈຶ່ງເປັນການຊົງຈຳຮັກສາພຣະພຸດທະພຈນ໌ ໄດ້ດີທີ່ສຸດ ແຕ່ຖ້າ ເປັນການຂຽນບັນທຶກອາດຕົກຫຼົ່ນໄດ້ທີລະຕົວ ສອງຕົວ ນານໆເຂົ້າອາດຜິດພາດເປັນວົງກວ້າງຂຶ້ນເລື້ອຍໆ ເໝືອນກັບການຄັດລອກຕຳລາຢາ ຈະຕົກຫຼົ່ນໄປເລື້ອຍໆ ລອກ 7 ຄັ້ງ ກິນແລ້ວຕາຍກັນພໍດີ ພາຍຫຼັງ ປະມານ ພ.ສ 500 ຈຶ່ງມີການບັນທຶກເປັນອັກສອນ ຄົນບູຮານຈຶ່ງຖືກັນເປັນຈິງເປັນຈັງວ່າ ສ້າງອັກສອນທັມມະ 1 ຕົວ ເທົ່າກັບການສ້າງພຣະພຸດທະຮູບ 1 ອົງ ແຕ່ໃນທາງກົງກັນຂ້າມ ການທຳລາຍ ຫຼື ທຳໃຫ້ຄາດເຄື່ອນ 1 ຕົວອັກສອນ ເທົ່າກັບທຳລາຍພຣະພຸດທະຮູບ 1 ອົງ ເຊັ່ນດຽວກັນ.
    ສະນັ້ນແລ້ວ ການສາທະຍາຍເພື່ອທົບທວນນີ້ ຈຶ່ງເປັນແບບແຜນໃນການໄຫວ້ພຣະ ສູດມົນ ໂດຍເປັນກິດຈະວັດຂຶ້ນມາໃນພາຍຫຼັງ ການໄຫວ້ພຣະສູດມົນ ບໍ່ມີໃນຄັ້ງພຸດທະກາລ ມີຂຶ້ນມາໃນພາຍຫຼັງກໍ່ຈິງ ແຕ່ການໄຫວ້ພຣະສູດມົນໃນປັດຈຸບັນ ມີການກະທຳຕາມແບບພຸດທະກາລລວມຢູ່ດ້ວຍ ນັ້ນຄືການສາທະຍາຍທັມ
ພຣະສົງກະກຽມໄຫວ້ພຣະ ສູດມົນ ທີ່ວັດດົງສະຫວາດ

2.  ປະເພດບົດສູດມົນມີ 3 ປະເພດໃຫຍ່ໆ ຄື

      1. ເປັນພຣະພຸດທະພຈນ໌

       ເປັນຄຳສອນໂດຍກົງຈາກພຣະໄຕຣປິດົກ ຍິ່ງສາທະຍາຍແປໄປດ້ວຍ ຍ່ອມນຳໄປສູ່ຄວາມເຂົ້າໃຈຊາບຊຶ້ງ ເປັນຄະຕິເຕືອນໃຈ ເຊັ່ນ:
      - ມັງຄະລະສູຕ (ອະເສວະນາ ຈະ ພາລານັງ...) ມີໃຈຄວາມວ່າ ການບໍ່ຄົບຫາສະມາຄົມกับຄົນພາລ ການຄົບຫາສະມາຄົມສະເພາະບັນດິດ ການບູຊາບຸກຄົນທີ່ຄວນບູຊາ ເປັນມຸງຄຸນອັນສູງສູດ ເປັນຕົ້ນ
       - ໂອວາທະປາຕິໂມກຂ໌ ມີໃຈຄວາມເວົ້າເຖິງແກ່ນຄຳສອນ 3 ຫຼັກໃຫຍ່ ຄື ການບໍ່ທຳບາບທັ້ງປວງ ການບຳເພັງກຸສົນໃຫ້ເຖິງພ້ອມ ແລະການທຳຈິຕໃຈໃຫ້ຜ່ອງໃສ ເປັນຕົ້ນ.

     2. ບົດສັນລະເສີນພຣະຣັຕນະໄຕຣ

      ໄດ້ແກ່ ພຸດທະຄຸນ ທັມມະຄຸນ ສັງຄະຄຸນ (ອິຕິປິ ໂສ ພະຄະວາ...) ເພື່ອເປັນອະນຸສສະຕິ ລະນຶກເຖິງຄຸນຂອງພຣະພຸດທະເຈົ້າ ພຣະທັມ ພຣະສົງ ຈັດເປັນກັມມະຖານຢ່າງໜຶ່ງໃນກັມມະຖານ 40 ປະການ ເອີ້ນວ່າ ອະນຸສສະຕິກັມມະຖານ.

     3. ບົດອວຍໄຊໃຫ້ພອນ 

     ເຊັ່ນ (ພະວະຕຸ ສັພພະມັງຄະລັງ...) ເປັນບົດສູດທີ່ຮຽບຮຽງຂຶ້ນມາພາຍຫຼັງ ເປັນບົດສູດທີ່ສະແດງເຖິງຄວາມປາດຖະໜາດີ ມີເມຕຕາຕໍ່ກັນ ແປກໍ່ຈະໄດ້ໃຈຄວາມວ່າ ຂໍສິ່ງທີ່ເປັນມຸງຄຸງທັ້ງປວງຈົ່ງມີແກ່ທ່ານ ຂໍເທວດາຈົ່ງຄຸ້ມຄອງປົກປັກຮັກສາທ່ານ ເປັນຕົ້ນ (ແຕ່ບົດສູດປະເພດນີ້ ລະວັງຈະກາຍເປັນການສູດມົນອ້ອນວອນໄປ).
ພຣະສົງ ແລະ ຍາໂຍມ ກຳລັງໄຫວ້ພຣະບາງ

3.​  ປະໂຫຍດຂອງການໄຫວ້ພຣະສູດມົນ

     1. ເປັນບໍ່ເກີດແຫ່ງວິມຸຕິ 

       ການສູດສາທະຍາຍທັມນັ້ນ ນອກຈາກເປັນວິທີທວນຄວາມຈຳແລ້ວ ຍັງເປັນວິມຸຕາຍະນະ ຄື ເປັນບໍ່ເກີດແຫ່ງວິມຸຕິ (ຄວາມຫຼຸດພົ້ນ).
     ບໍ່ເກີດແຫ່ງວິມຸຕິນັ້ນມີ 5 ປະການຄື:
          1. ການຟັງທັມ
          2. ການສະແດງທັມ
          3. ການສາທະຍາຍທັມ
          4. ການຄິດນຶກທັມ
        5. ການຈະເລີນພາວະນາທັມ
    ເມື່ອບຸກຄົນຟັງທັມຢູ່ກໍ່ດີ ສະແດງທັມຢູ່ກໍ່ດີ ສາທະຍາຍທັມຢູ່ກໍ່ດີ ໃຈນຶກຄິດຕິຕອງທັມນັ້ນ ເຂົ້າໃຈ ຊາບຊຶ້ງ ແລ້ວເກີດປີຕິປາໂມທຍ໌ ເກີດສະມາທິ (ຈິຕຕັ້ງໝັ້ນ) ເກີດນິພພິທາ (ເບື່ອໜ່າຍ) ເກີດວິຣາຄະ (ຄາຍກຳໜັດ) ແລ້ວນຳໄປສູ່ວິມຸຕິ (ການຫຼຸດພົ້ນ) ເປັນຍຖາພູຕະຍານະທັສສະນະ (ຮູ້ເຫັນຕາມຄວາມເປັນຈິງ) ມີເລື່ອງທີ່ຄູບາອາຈານເລົ່າໃຫ້ຟັງວ່າ ພຣະກັມມະຖານ ຂຶ້ນເທດຕາມວາລະທີ່ໄດ້ຮັບມອບໝາຍ ຂະນະທີ່ກຳລັງເທດໄປໆ ໄດ້ໄລຍະໜຶ່ງ ກໍ່ງຽບໄປເອງ ພໍຄູບາອາຈານໄປເບິ່ງ ກໍ່ເຫັນວ່າທ່ານໄດ້ເຂົ້າສະມາທິໄປແລ້ວ ເພາະຂະນະທີ່ເທດ ນຶກຄິດທັມໄປດ້ວຍ ຈິຕເກີດຄວາມສະຫງົບ ແລ້ວເຂົ້າສະມາທິໄປເລີຍ.

      2.ເພື່ອເປັນການຕຽມຈິຕໃຈກ່ອນນັ່ງສະມາທິ 

    ຖ້າມາແລ້ວນັ່ງສະມາທິແບບປຸບປັບ ຈິຕມັນຍັງວຸ້ນວາຍຢູ່ ສະນັ້ນ ຈຶ່ງຕ້ອງນ້ອມຈິຕໃຫ້ມາສູ່ຄວາມສະຫງົບລະດັບໜຶ່ງກ່ອນດ້ວຍການສູດມົນ ຂະນະທີ່ສູດມົນຈິຕຈົດຈໍ່ ເລື່ອງສະມາທິບໍ່ແມ່ນເລັກນ້ອຍ ຖືວ່າເປັນເລື່ອງໃຫຍ່ ເພາະນີ້ເປັນການເຂົ້າມາເຖິງລະດັບກາງແລ້ວ ຄື ສີລ ສະມາທິ ປັນຍາ

      3. ເພື່ອເປັນການສ້າງຄວາມສາມັກຄີໃນໝູ່ຄະນະ

- ທາງຝ່າຍພຣະສົງ ທັ້ງວັນອາດບໍ່ໄດ້ເຫັນໜ້າກັນ ເພາະຕ່າງຄົນຕ້ອງຮຽນໜັງສື ປີກວິເວກປະຕິບັດທັມ ຫຼື ທຳງານເຜີຍແຜ່ ກໍ່ເລີຍຖືໂອກາດນີ້ມາລວມກັນພົບປະປຶກສາຫາລື ຫຼື ເຈົ້າອະທິການວັດ ມີຫຍັງມາແຈ້ງເພື່ອຊາບ ກໍ່ປະກາດກັນໃຫ້ຮູ້ບ່ອນນັ້ນເລີຍ
- ທາງຝ່າຍຍາດໂຍມ ກໍ່ຈະໄດ້ຟັງທັມຈາກຄູບາອາຈານເປັນຂໍ້ຄິດໃນການດຳເນີນຊີວິດ ຖືເປັນການມາພັກຜ່ອນຈິຕໃຈ ຈາກບ້ານເມືອງທີ່ສັບສົນວຸ້ນວາຍ.

 ໂດຍ... ພຣະມະຫາສິງຫາ ໄຂ່ອຳພອນ (ມະຫາຂາວ)
Cr: ຄັດມາຈາກ ເພຈ ຫນ້າຂ່າວຊາວພຸດ

ເປັນຕ້ອງຫຍັງສູດມົນຂ້າມປີ ມີປະໂຫຍດຫຍັງແດ່? ໂດຍ ພຣະມະຫາຂາວ

1.  ເປັນຫຍັງ ຈຶ່ງຕ້ອງສູດມົນຂ້າມປີ ?

ພາບຈາກເພຈ ໜ້າຂ່າວຊາວພຸດ

       ການຈັດງານຕ້ອງໃຊ້ທຶນ ລວບລວມທຶນ ເພື່ອຈະຈັດງານ ຮອງຮັບຄົນເປັນຫຼາຍຮ້ອຍ ຫຼືເປັນພັນ ຈຶ່ງມີຄົນບາງກຸ່ມທີ່ເປັນມິດສາທິດຖິວ່າ ເປັນຫຍັງຕ້ອງເສຍເງິນກັບພິທີບໍ່ມີສາຣະແບບນີ້ ແທນທີ່ຈະເອົາໄປພັດທະນາໂຄງສ້າງພື້ນຖານ ເຊັ່ນ ຖະໜົນຫົນທາງ ການຂົ່ນສົ່ງມວນຊົນ ເປັນຫຍັງບໍ່ເອົາໄປຈັດການແກ້ໄຂປັນຫາຄວາມຍາກຈົນ ຄວາມເລື່ອມລຳ້ທາງສັງຄົມ ຄົນຈະມີຄວາມສຸກກວ່າບໍ່ ຫາກມີຖະໜົນຫົນທາງທີ່ດີ ຄົນຈະມີຄວາມສຸກກວ່າບໍ່ ຫາກໂຮງໝໍມີເຄື່ອງມືແພດພ້ອມສຳຫຼັບຄົນໄຂ້ ທຸກຄົນເອົາແຕ່ນັ່ງສູດມົນ ແຕ່ຄວາມເລື່ອມລຳ້ທາງເສດຖະກິດກໍ່ຍັງມີຢູ່ ປັນຫາຄວາມຍາກຈົນກໍ່ຍັງມີຢູ່
ນີ້ ຄື ພວກເຮົາກຳລັງຈະຫຼຸດທອນປັນຫາທີ່່ຊັບຊ້ອນທາງສັງຄົມແມ່ນບໍ່?
ນີ້ ຄື ການວາງຢາກ່ອມປະສາດແກ່ສັງຄົມ ແມ່ນບໍ່? (ຄຳນີ້ຮູ້ສຶກຄຸ້ນໆ)

ຕອບ
     ນັ້ນເປັນການຍັດຍຽດວ່າ ການສູດມົນຂ້າມປີເປັນການແກ້ໄຂປັນສັງຄົມທຸກດ້ານ ເໝືອນກັບບອກວ່າ ຢາພາລາຂະໜານດຽວແກ້ໄດ້ທຸກໂລກພະຍາດ? ເຊິ່ງມັນເປັນໄປບໍ່ໄດ້ ປັນຫາສັງຄົມອື່ນໆ ກໍ່ແກ້ໄຂປັນຫາກັນໄປຕາມວາລະອື່ນໆ ປັນຫາສັງຄົມ ເສດຖະກິດ ກໍ່ໃຫ້ເປັນພາລະຂອງຝ່າຍບ້ານເມືອງໄປ ຢ່າເອົາມາຍັດຍຽດໃສ່ການສູດມົນ ເພາະການສູດມົນໃນເທດສະກາລປີໃໝ່ນັ້ນ ຫຼັກໃຫຍ່ໃຈຄວາມກໍ່ເພື່ອຫຼຸດການດື່ມສຸຣາຢາເມົາ ຫຼຸດອຸບັດຕິເຫດ ນັ່ນເອງ ທາງວັດວາສາສະນາ ທຳໜ້າທີ່ອົບຮົມສີລທັມ ປູກຈິຕໃຕ້ສຳນຶກທີ່ດີ ເພາະນີ່ຕ້ອງກິນຢາຄົນລະຂະໜານກັນ ເພື່ອໃຫ້ເໝາະກັບໂລກພະຍາດ.

    ຖາມວ່າ ການສູດມົນກໍ່ດີ ຟັງບົດສູດມົນກໍ່ດີ ເຊິ່ງເປັນພາສາບາລີທີ່ບໍ່ເຂົ້າໃຈ ຈະຊາບຊຶ້ງໃນທັມມະ ຫຼື ໄດ້ຮັບປະໂຫຍດຢ່າງໃດ?

ຕອບ
  ໃນຂະນະທີ່ສູດສາທະຍາຍກໍ່ໄດ້ຍິນສຽງໄປດ້ວຍ ໄດ້ຟັງໄປດ້ວຍ ໃຫ້ຖືວ່າເປັນການກຳໜົດສຽງເປັນອາລົມກັມມະຖານ ນີ້ບໍ່ໄດ້ມຸ່ງຄວາມເຂົ້າໃຈ ແຕ່ມຸ່ງວິປັສສນາກັມມະຖານ ໃຫ້ຕັ້ງສະຕິໄວ້ທີ່ຫູ ເມື່ອສຽງມາກະທົບຫູ ຫຼືຖ້າຟັງຮູ້ເລື່ອງ ແຕ່ບໍ່ຕ້ອງການຄວາມເຂົ້າໃຈ ກຳໜົດໃຫ້ເປັນພຽງອາລົມກັມມະຖານກໍ່ໄດ້ເຊັ່ນດຽວກັນ ໃຫ້ກຳໜົດວ່າ ໄດ້ຍິນໜໍ ໄດ້ຍິນໜໍ ໄດ້ຍິນໜໍ ພ້ອມກັບການພິຈາລະນາວ່າ ສຽງເກີດ ແລະ ດັບໄປ ຢ່າງໃດ ແຍກຮູບ ແຍກນາມ ສຽງທີ່ໄດ້ຍິນເປັນຮູບ ຈິຕທີ່ຮັບຮູ້ເປັນນາມ ເມື່ອເຫັນຄວາມເກີດ-ດັບ ດ້ວຍປັນຍາແລ້ວ ຍ່ອມເຫັນສິ່ງທັ້ງປວງເປັນ ອນິຈຈັງ ທຸກຂັງ ອະນັຕຕາ (ບໍ່ທ່ຽງ ເປັນທຸກ ບໍ່ມີຕົວຕົນ) ຍົກຈິຕຂຶ້ນສູ່ວິປັສສະນາ ຍ່ອມເບື່ອໜ່າຍ ຄາຍກຳໜັດ ຫຼຸດພົ້ນ ເປັນມັຄຜົນ ນິພພານ ຕໍ່ໄປ ນີ້ເປັນເປົ້າໝາຍສູງສຸດໃນພຣະພຸດທະສາສະນາ.
 ພຣະສົງ ແລະ ຍາດໂຍມ ກະກຽມສູດມົນຂ້າມປີ ທີ່ວັດດົງສະຫວາດ

2.  ປະໂຫຍດ ແລະ ເປົ້າໝາຍ ສູດມົນຂ້າມປີ

       1. ເພື່ອເປັນການສະເໜີ ທາງເລືອກ ວ່າຍັງມີຄວາມສຸກທີ່ບໍ່ຈຳເປັນຕ້ອງຊື້ມາດ້ວຍເງິນ ຈາກການຊັອປປີ້ຊ່ວງປີໃໝ່.

        2. ເປັນກຸສໂລບາຍອັນສະຫຼາດ ເພື່ອຫຼຸດອຸບັດຕິເຫດ ເພາະການດື່ມສຸຣາຢາເມົາຊ່ວງເວລາປົກກະຕິກໍ່ບໍ່ປານໃດ ແຕ່ຖ້າເປັນເທດສະການປີໃໝ່ແບບນີ້ ການເກີດອຸບັດຕິເຫດກໍ່ຫຼາຍເປັນພິເສດ ສາເຫດຫຼັກກໍ່ມາຈາກການດື່ມແລ້ວຂັບ ເກີດອຸບັດຕິເຫດສະເພາະຄົນດື່ມກໍ່ໄຄຢູ່ ແຕ່ມັນເລີຍເຖີດໄປຕຳຄົນອື່ນທີ່ບໍ່ໄດ້ເມົາ ຮັກສາກົດລະບຽບຈາລະຈອນຢ່າງດີ ຍັງບໍ່ວາຍທີ່ຈະເກີດເຫດ ເກີດການບາດເຈັບ ພິການ ສູນເສຍຄ່າຮັກສາພະຍາບານອີກມະຫາສານ ແລະຈົນເຖິງການສູນເສຍຄົນທີ່ຮັກໄປຢ່າງບໍ່ມີວັນກັບ ແທນທີ່ຈະນັບໜຶ່ງດ້ວຍສັກກະຫຼາດໃໝ່ ເລີ່ມຕົ້ນຊີວິດໃໝ່ ແຕ່ກັບເປັນວ່າ ໄປເກີດໃໝ່ ເລີຍກະມີໃຫ້ເຫັນນັບບໍ່ຖ້ວນ ດັ່ງນັ້ນ ແທນທີ່ຄວນເລີ່ມຕົ້ນຊີວິດໃໝ່ດ້ວຍສະຕິປັນຍາ ແຕ່ກັບເມົາມາຍ ທະເລາະວິວາດ ປະສົບອຸບັດຕິເຫດ ເຈົ້າຢາກເລີ່ມຕົ້ນຊີວິດແບບນັ້ນສັ້ນບໍ?
          3. ໄດ້ຮັບອິດທິພົນພະລັງແຫ່ງຄວາມດີ ທີ່ເກີດຈາກຄົນໝູ່ມາກທີ່ມາລວມໂຕກັນສ້າງທິດທາງຊີວິດດ້ວຍສະຕິປັນຍາ ໃຫ້ລືມເລື່ອງເກົ່າ ລະເລີກການກະທຳເກົ່າທີ່ບໍ່ສ້າງສັນ ຄິດໃໝ່ທຳໃໝ່ ການສ້າງຄຸນງາມຄວາມດີລວມໝູ່ ຈຶ່ງມີພະລັງແລະເກີດຂຶ້ນໄດ້ງ່າຍ ແຕ່...ໃນທາງກົງກັນຂ້າມ ຖ້າໄປກັບໝູ່ທີ່ດື່ມສຸຣາຢາເມົາ ພະລັງຂອງຄົນໝູ່ມາກນັ້ນກໍ່ຊັກພາເຮົາໄປທາງນັ້ນໂດຍບໍ່ຕ້ອງສົງໄສ ເຖິງບໍ່ມັກກິນກໍ່ຕາມ ແຕ່ທຳມະຊາດຂອງມະນຸດ ມີພຶດຕິກຳລອກລຽນແບບຢູ່ໃນຕົວ ສະນັ້ນ ພະລັງຂອງຄົນໝູ່ມາກຈຶ່ງສຳຄັນ.

       ສະນັ້ນມາເຖິດມານັບໜຶ່ງປີໃໝ່ເລີ່ມຕົ້ນຊີວິດໄໝ່ ເລີ່ມຕົ້ນດີ ຊີວິດດີ
               1. ມາລະຊົ່ວທຳດີ ຊ່ວງປີໃໝ່
               2. ມາສະແດງຄວາມຮັກຄວາມໃສ່ໃຈຢ່າງຖືກທາງ
               3. ມາຮ່ວມສ້າງສັມມາທິດຖິ ແລະທຳສະຕິໃຫ້ສຕຣອງ


 ໂດຍ... ພຣະມະຫາສິງຫາ ໄຂ່ອຳພອນ (ມະຫາຂາວ)
Cr: ຄັດມາຈາກ ເພຈ ຫນ້າຂ່າວຊາວພຸດ

ຫົວຂ້ທີ່ໂດດເດັ່ນ

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ  ພາບຈາກ: theconversation.com 1.      ຄວາມຮັກ ຮັກສາທຸກສິ່ງ      ຄວາມກຽດຊັງ ບໍ່ອ...

ໂພສທີ່ຖືກອ່ານຫຼາຍທີ່ສຸດ