Monday 1 January 2018

ຄວາມເປັນມາ, ຈຸດມຸ່ງໝາຍ, ປະເພດ ແລະ ປະໂຫຍດຂອງການໄຫວ້ພຣະສູດມົນ

1.  ຄວາມເປັນມາ ແລະ ຈຸດມຸ່ງໝາຍການໄຫວ້ພຣະສູດມົນ

    ສະໄໝກ່ອນ ການຮຽນການສອນທັມ ຍັງບໍ່ມີການບັກທຶກເປັນລາຍລັກອັກສອນ ກໍ່ເລີຍອາໄສການທ່ອງຈຳ ແລ້ວມາສາທະຍາຍພ້ອມກັນເປັນໝູ່ຄະນະເພື່ອທົບທວນ ຖ້າຕົກຫຼົ່ນຕົວໜຶ່ງ ຫຼື ຈຳບໍ່ໄດ້ວັກໜຶ່ງ ກໍ່ຈະສູດສາທະຍາຍບໍ່ເຂົ້າໝູ່ ຮູ້ວ່າຜິດທັນທີ ສະນັ້ນ ຈຶ່ງຜິດພາດບໍ່ໄດ້ ຄາດເຄື່ອນບໍ່ໄດ້ ເພື່ອສະດວກຕໍ່ການສາທະຍາຍ ຈຶ່ງແບ່ງເປັນກຸ່ມໆ ຄື ອາຈານນີ້ເກັ່ງນິກາຍໃດໃນພຣະໄຕຣປິດົກ ຈະເປັນທີຄະນິກາຍ ມັດຊິມະນິກາຍ ຫຼື ຂຸທທກະນິກາຍ ຕາມລຳດັບ (ສັງຄີຕິ/ສັງຄາຍະນາ ແປວ່າການສູດພ້ອມກັນ) ວິທີນີ້ ຈຶ່ງເປັນການຊົງຈຳຮັກສາພຣະພຸດທະພຈນ໌ ໄດ້ດີທີ່ສຸດ ແຕ່ຖ້າ ເປັນການຂຽນບັນທຶກອາດຕົກຫຼົ່ນໄດ້ທີລະຕົວ ສອງຕົວ ນານໆເຂົ້າອາດຜິດພາດເປັນວົງກວ້າງຂຶ້ນເລື້ອຍໆ ເໝືອນກັບການຄັດລອກຕຳລາຢາ ຈະຕົກຫຼົ່ນໄປເລື້ອຍໆ ລອກ 7 ຄັ້ງ ກິນແລ້ວຕາຍກັນພໍດີ ພາຍຫຼັງ ປະມານ ພ.ສ 500 ຈຶ່ງມີການບັນທຶກເປັນອັກສອນ ຄົນບູຮານຈຶ່ງຖືກັນເປັນຈິງເປັນຈັງວ່າ ສ້າງອັກສອນທັມມະ 1 ຕົວ ເທົ່າກັບການສ້າງພຣະພຸດທະຮູບ 1 ອົງ ແຕ່ໃນທາງກົງກັນຂ້າມ ການທຳລາຍ ຫຼື ທຳໃຫ້ຄາດເຄື່ອນ 1 ຕົວອັກສອນ ເທົ່າກັບທຳລາຍພຣະພຸດທະຮູບ 1 ອົງ ເຊັ່ນດຽວກັນ.
    ສະນັ້ນແລ້ວ ການສາທະຍາຍເພື່ອທົບທວນນີ້ ຈຶ່ງເປັນແບບແຜນໃນການໄຫວ້ພຣະ ສູດມົນ ໂດຍເປັນກິດຈະວັດຂຶ້ນມາໃນພາຍຫຼັງ ການໄຫວ້ພຣະສູດມົນ ບໍ່ມີໃນຄັ້ງພຸດທະກາລ ມີຂຶ້ນມາໃນພາຍຫຼັງກໍ່ຈິງ ແຕ່ການໄຫວ້ພຣະສູດມົນໃນປັດຈຸບັນ ມີການກະທຳຕາມແບບພຸດທະກາລລວມຢູ່ດ້ວຍ ນັ້ນຄືການສາທະຍາຍທັມ
ພຣະສົງກະກຽມໄຫວ້ພຣະ ສູດມົນ ທີ່ວັດດົງສະຫວາດ

2.  ປະເພດບົດສູດມົນມີ 3 ປະເພດໃຫຍ່ໆ ຄື

      1. ເປັນພຣະພຸດທະພຈນ໌

       ເປັນຄຳສອນໂດຍກົງຈາກພຣະໄຕຣປິດົກ ຍິ່ງສາທະຍາຍແປໄປດ້ວຍ ຍ່ອມນຳໄປສູ່ຄວາມເຂົ້າໃຈຊາບຊຶ້ງ ເປັນຄະຕິເຕືອນໃຈ ເຊັ່ນ:
      - ມັງຄະລະສູຕ (ອະເສວະນາ ຈະ ພາລານັງ...) ມີໃຈຄວາມວ່າ ການບໍ່ຄົບຫາສະມາຄົມกับຄົນພາລ ການຄົບຫາສະມາຄົມສະເພາະບັນດິດ ການບູຊາບຸກຄົນທີ່ຄວນບູຊາ ເປັນມຸງຄຸນອັນສູງສູດ ເປັນຕົ້ນ
       - ໂອວາທະປາຕິໂມກຂ໌ ມີໃຈຄວາມເວົ້າເຖິງແກ່ນຄຳສອນ 3 ຫຼັກໃຫຍ່ ຄື ການບໍ່ທຳບາບທັ້ງປວງ ການບຳເພັງກຸສົນໃຫ້ເຖິງພ້ອມ ແລະການທຳຈິຕໃຈໃຫ້ຜ່ອງໃສ ເປັນຕົ້ນ.

     2. ບົດສັນລະເສີນພຣະຣັຕນະໄຕຣ

      ໄດ້ແກ່ ພຸດທະຄຸນ ທັມມະຄຸນ ສັງຄະຄຸນ (ອິຕິປິ ໂສ ພະຄະວາ...) ເພື່ອເປັນອະນຸສສະຕິ ລະນຶກເຖິງຄຸນຂອງພຣະພຸດທະເຈົ້າ ພຣະທັມ ພຣະສົງ ຈັດເປັນກັມມະຖານຢ່າງໜຶ່ງໃນກັມມະຖານ 40 ປະການ ເອີ້ນວ່າ ອະນຸສສະຕິກັມມະຖານ.

     3. ບົດອວຍໄຊໃຫ້ພອນ 

     ເຊັ່ນ (ພະວະຕຸ ສັພພະມັງຄະລັງ...) ເປັນບົດສູດທີ່ຮຽບຮຽງຂຶ້ນມາພາຍຫຼັງ ເປັນບົດສູດທີ່ສະແດງເຖິງຄວາມປາດຖະໜາດີ ມີເມຕຕາຕໍ່ກັນ ແປກໍ່ຈະໄດ້ໃຈຄວາມວ່າ ຂໍສິ່ງທີ່ເປັນມຸງຄຸງທັ້ງປວງຈົ່ງມີແກ່ທ່ານ ຂໍເທວດາຈົ່ງຄຸ້ມຄອງປົກປັກຮັກສາທ່ານ ເປັນຕົ້ນ (ແຕ່ບົດສູດປະເພດນີ້ ລະວັງຈະກາຍເປັນການສູດມົນອ້ອນວອນໄປ).
ພຣະສົງ ແລະ ຍາໂຍມ ກຳລັງໄຫວ້ພຣະບາງ

3.​  ປະໂຫຍດຂອງການໄຫວ້ພຣະສູດມົນ

     1. ເປັນບໍ່ເກີດແຫ່ງວິມຸຕິ 

       ການສູດສາທະຍາຍທັມນັ້ນ ນອກຈາກເປັນວິທີທວນຄວາມຈຳແລ້ວ ຍັງເປັນວິມຸຕາຍະນະ ຄື ເປັນບໍ່ເກີດແຫ່ງວິມຸຕິ (ຄວາມຫຼຸດພົ້ນ).
     ບໍ່ເກີດແຫ່ງວິມຸຕິນັ້ນມີ 5 ປະການຄື:
          1. ການຟັງທັມ
          2. ການສະແດງທັມ
          3. ການສາທະຍາຍທັມ
          4. ການຄິດນຶກທັມ
        5. ການຈະເລີນພາວະນາທັມ
    ເມື່ອບຸກຄົນຟັງທັມຢູ່ກໍ່ດີ ສະແດງທັມຢູ່ກໍ່ດີ ສາທະຍາຍທັມຢູ່ກໍ່ດີ ໃຈນຶກຄິດຕິຕອງທັມນັ້ນ ເຂົ້າໃຈ ຊາບຊຶ້ງ ແລ້ວເກີດປີຕິປາໂມທຍ໌ ເກີດສະມາທິ (ຈິຕຕັ້ງໝັ້ນ) ເກີດນິພພິທາ (ເບື່ອໜ່າຍ) ເກີດວິຣາຄະ (ຄາຍກຳໜັດ) ແລ້ວນຳໄປສູ່ວິມຸຕິ (ການຫຼຸດພົ້ນ) ເປັນຍຖາພູຕະຍານະທັສສະນະ (ຮູ້ເຫັນຕາມຄວາມເປັນຈິງ) ມີເລື່ອງທີ່ຄູບາອາຈານເລົ່າໃຫ້ຟັງວ່າ ພຣະກັມມະຖານ ຂຶ້ນເທດຕາມວາລະທີ່ໄດ້ຮັບມອບໝາຍ ຂະນະທີ່ກຳລັງເທດໄປໆ ໄດ້ໄລຍະໜຶ່ງ ກໍ່ງຽບໄປເອງ ພໍຄູບາອາຈານໄປເບິ່ງ ກໍ່ເຫັນວ່າທ່ານໄດ້ເຂົ້າສະມາທິໄປແລ້ວ ເພາະຂະນະທີ່ເທດ ນຶກຄິດທັມໄປດ້ວຍ ຈິຕເກີດຄວາມສະຫງົບ ແລ້ວເຂົ້າສະມາທິໄປເລີຍ.

      2.ເພື່ອເປັນການຕຽມຈິຕໃຈກ່ອນນັ່ງສະມາທິ 

    ຖ້າມາແລ້ວນັ່ງສະມາທິແບບປຸບປັບ ຈິຕມັນຍັງວຸ້ນວາຍຢູ່ ສະນັ້ນ ຈຶ່ງຕ້ອງນ້ອມຈິຕໃຫ້ມາສູ່ຄວາມສະຫງົບລະດັບໜຶ່ງກ່ອນດ້ວຍການສູດມົນ ຂະນະທີ່ສູດມົນຈິຕຈົດຈໍ່ ເລື່ອງສະມາທິບໍ່ແມ່ນເລັກນ້ອຍ ຖືວ່າເປັນເລື່ອງໃຫຍ່ ເພາະນີ້ເປັນການເຂົ້າມາເຖິງລະດັບກາງແລ້ວ ຄື ສີລ ສະມາທິ ປັນຍາ

      3. ເພື່ອເປັນການສ້າງຄວາມສາມັກຄີໃນໝູ່ຄະນະ

- ທາງຝ່າຍພຣະສົງ ທັ້ງວັນອາດບໍ່ໄດ້ເຫັນໜ້າກັນ ເພາະຕ່າງຄົນຕ້ອງຮຽນໜັງສື ປີກວິເວກປະຕິບັດທັມ ຫຼື ທຳງານເຜີຍແຜ່ ກໍ່ເລີຍຖືໂອກາດນີ້ມາລວມກັນພົບປະປຶກສາຫາລື ຫຼື ເຈົ້າອະທິການວັດ ມີຫຍັງມາແຈ້ງເພື່ອຊາບ ກໍ່ປະກາດກັນໃຫ້ຮູ້ບ່ອນນັ້ນເລີຍ
- ທາງຝ່າຍຍາດໂຍມ ກໍ່ຈະໄດ້ຟັງທັມຈາກຄູບາອາຈານເປັນຂໍ້ຄິດໃນການດຳເນີນຊີວິດ ຖືເປັນການມາພັກຜ່ອນຈິຕໃຈ ຈາກບ້ານເມືອງທີ່ສັບສົນວຸ້ນວາຍ.

 ໂດຍ... ພຣະມະຫາສິງຫາ ໄຂ່ອຳພອນ (ມະຫາຂາວ)
Cr: ຄັດມາຈາກ ເພຈ ຫນ້າຂ່າວຊາວພຸດ

No comments:

Post a Comment

ຫົວຂ້ທີ່ໂດດເດັ່ນ

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ  ພາບຈາກ: theconversation.com 1.      ຄວາມຮັກ ຮັກສາທຸກສິ່ງ      ຄວາມກຽດຊັງ ບໍ່ອ...

ໂພສທີ່ຖືກອ່ານຫຼາຍທີ່ສຸດ