Wednesday 4 July 2018

ລວມ 39 ພຸດທະສາສະໜາສຸພາສິດ "ໝວດເບື້ອງຕົ້ນ" (ໝວດທີ່ 1)




1.             ຕົນເປັນທີ່ເພິ່ງຂອງຕົນ
2.             ປັນຍາຍ່ອມປະເສີດກວ່າຊັບ
3.             ຄົນຂະຫຍັນ ຍ່ອມຫາຊັບໄດ້
4.             ຄົນໂງ່ ຄົນພານບໍ່ຄວນເປັນຜູ້ນໍາ
5.             ຊະນະຕົນນັ້ນ ປະເສີດກວ່າ
6.             ເວົ້າຈາແບບໃດ ໃຫ້ເຮັດໄດ້ແບບນັ້ນ
7.             ຄໍາຈິງເປັນສິ່ງບໍ່ຕາຍ
8.            ການກູ້ໜີ້ເປັນທຸກໃນໂລກ
9.             ບັນດິດ ຍ່ອມເຝິກຕົນ
10.         ຜູ້ໃຫ້ຍ່ອມ ເປັນທີ່ຮັກ
11.         ຈົ່ງເຕືອນຕົນ ດ້ວນຕົນເອງ
12.         ຄວາມສຸກອື່ນ ຍິ່ງກວ່າຄວາມສະຫງົບບໍ່ມີ
13.         ບິດາມານດາເປັນບູຣະພາຈານຂອງບຸດ
14.         ຄົນເຫັນແກ່ຕົວ ເປັນຄົນສົກກະປົກ
15.         ຄວາມມີສະຕິ ປ້ອງກັນສິ່ງໂຫດຮ້າຍໄດ້
16.         ຄົນໂກດ ຍ່ອມຂ້າໄດ້ແມ່ນແຕ່ມານດາຂອງຕົນ
17.         ຟັງດ້ວຍດີ ຍ່ອມໄດ້ປັນຍາ
18.        ເມື່ອຄົຍຄົນດີກວ່າຕົນ ຕົນເອງກໍ່ດີຂື້ນມາທັນທີ
19.         ຢູ່ຮ່ວມກັບຄົນຊົ່ວ ຍ່ອມມີແຕ່ຄວາມທຸກ
20.        ຄົນກຽດຄ້ານ ຍ່ອມບໍ່ພົບຄວາມສຸກ
21.         ສັດໂລກ ຍ່ອມເປັນໄປຕາມກໍາ
22.        ຄວາມເປັນເພື່ອນບໍ່ມີໃນໝູ່ຄົນພານ
23.        ຜູ້ເຝິກຕົນໄດ້ເປັນຜູ້ປະເສີດສຸດໃນໝູ່ມະນຸດ
24.        ຊະນະຄວາມໂກດ ດ້ວຍຄວາມບໍ່ໂກດ
25.        ວາຈາຂອງຄົນຍ່ອມສ່ອງເຫັນນໍ້າໃຈ
26.        ນັກປາດວ່າ ມີຊີວິດຢູ່ດ້ວຍປັນຍາປະເສີດທີ່ສຸດ
27.        ຄວາມປະໝາດເປັນທາງແຫ່ງຄວາມຕາຍ
28.        ຜູ້ໃຫ້ຍ່ອມຜູກມິດໄວ້ໄດ້
29.        ຖ້າຈະທໍາໃດ ກໍ່ໃຫ້ທຳດ້ວຍໃຈ
30.        ທັມມະຍ່ອມຮັກສາຜູ້ປະພຶດທັມ
31.         ຄວາມຊົ່ວເມື່ອເຮັດລົງໄປແລ້ວ ຍ່ອມເດືອດຮ້ອນພາຍຫຼັງ
32.        ຄົນລ່ວງທຸກໄດ້ ເພາະຄວາມພຽນ
33.        ບິດາມານດາ ເປັນພົມຂອງລູກ
34.        ຄົບຄົນດີ ຍ່ອມຈະເລີນ
35.        ທັມທີ່ປະພຶດດີແລ້ວ ຍ່ອມນໍາສຸກມາໃຫ້
36.        ຄວາມກະຕັນຍູກະຕະເວທີ ເປັນເຄື່ອງໝາຍຂອງຄົນດີ
37.        ຄວາມພ້ອມພຽງຂອງໝູ່ຄະນະ ຍ່ອມນໍາສຸກມາໃຫ້
38.        ຄວາມອັດທົນ ນໍາສຸກມາໃຫ້
39.        ເມດຕາ ເປັນເຄື່ອງຄໍ້າຈູນໂລກ

Monday 2 July 2018

ລວມ 40 ພຸດທະສາສະໜາສຸພາສິດ "ໝວດຄວາມສຸກ" (ໝວດທີ 2)


1.             ຜູ້ຈະເລີນເມດຕາດີແລ້ວ ຫຼັບ ແລະຕື່ນຍ່ອມເປັນສຸກ.
2.             ຄວາມສຸກອື່ນ ຍິ່ງກວ່າຄວາມສະຫງົບໃຈບໍ່ມີ
3.             ການບໍ່ບຽດບຽນກັນ ເປັນສຸກໃນໂລກ
4.             ການສະແດງສັດຈະທັມ ນໍາຄວາມສຸກມາໃຫ້
5.             ນິບພານປັນສຸກຢ່າງຍິ່ງ
6.             ລະເຫດທຸກໄດ້ ເປັນສຸກໃນທີ່ທັ້ງປວງ
7.             ຄວາມດີ ໂຈນລັກບໍ່ໄດ້
8.            ຄົນເຮົານີ້ ຖ້າມີອັນເຮັດຊົ່ວລົງໄປແລ້ວ ກໍ່ຢ່າເຮັດຄວາມຊົ່ວນັ້ນຊໍ້າອີກ
9.             ບາບບໍ່ມີ ແກ່ຜູ້ບໍ່ທໍາ
10.         ຄວາມຊົ່ວ ບໍ່ເຮັດເສຍເລີຍຈະດີກວ່າ
11.         ຄວາມດີເຮັດໄວ້ ຈະດີກວ່າແລ
12.         ຢ່າດູໝິ່ນຄວາມຊົ່ວວ່າເລັກນ້ອຍ ວ່າຈັກບໍ່ມີຜົນມາເຖິງຕົນ
13.         ສັດໂລກ ຍ່ອມເປັນໄປຕາມກໍາ
14.         ເຮັດດີ ໄດ້ດີ ເຮັດຊົ່ວ ໄດ້ຊົ່ວ
15.         ທັມມະນັ້ນແລ ຍ່ອມຮັກສາຜູ້ປະພຶດທັມ
16.         ທັມທີ່ປະພຶດດີແລ້ວ ຍ່ອມນໍາເຊິງຄວາມສຸກ
17.         ຜູ້ອິ່ມໃນທັມ ຍ່ອມນອນເປັນສຸກ
18.        ກັມບໍ່ດີ ຍ່ອມຈະເຜົາຜານໃນພາຍຫຼັງ
19.         ການສ້າງສົມຄວາມດີ ນໍາສຸກມາໃຫ້
20.        ການງານທີ່ບໍ່ດີ ແລະ ບໍ່ເປັນປະໂຫຍດແກ່ຕົນນັ້ນເຮັດງ່າຍ
21.         ຄວາມດີ ຄົົນຊົ່ວເຮັດຍາກ
22.        ຄວາມດີ ຄົນດີເຮັດໄດ້ງ່າຍ
23.        ຄວາມຊົ່ວ ຄົນຊົ່ວເຮັດງ່າຍ
24.        ດູກ່ອນພິກຂຸທັງຫຼາຍ ຄໍາວ່າ ບຸນ ນີ້ເປັນຊື່ຂອງຄວາມສຸກ
25.        ເຖິງຄາວຈະສິ້ນຊີບ ບຸນກໍ່ຊ່ວຍໃຫ້ເປັນສຸກ
26.        ເພາະນໍ້າເທື່ອລະເມັດນ້ອຍໆ ຫມໍ້ນໍ້າກ໋ຍັງເຕັມໄດ້
27.        ຄວາມດີທີ່ສ້າງເອງນີ້ແລ ເປັນຊັບສ່ວນຂອງຕົວໂດຍສະເພາະ
28.        ຕາຍເພາະຊອບທັມດີກວ່າ ຢູ່ຍ່າງບໍ່ຊອບທັມຈະມີຄ່າຫຍັງ
29.        ທຳກັມໃດແລ້ວ ບໍ່ຮ້ອນໃຈພາຍຫຼັງ ກັມນັ້ນແລບໍ່ດີ
30.        ຢ່າພຶ່ງສ້າງຄວາມພໍໃຈໃນຄວາມຊົ່ວນັ້ນ ການສັ່ງສົມຄວາມຊົ່ວ ເປັນການກໍ່ຄວາມທຸກ
31.         ການບໍ່ເຮັດຄວາມຊົ່ວທັ້ງປວງ ການບໍາເພັນຄວາມດີໃຫ້ພຽບພ້ອມ ການຊໍາລະຈິດຂອງຕົນໃຫ້ຜ່ອງໃສ ສາມຢ່າງນີ້ ຄືຄໍາສອນຂອງພຣະພຸດທະເຈົ້າ.
32.        ຄົນມີຄວາມຊົ່ວ ຍ່ອມເດືອດຮ້ອນ ເພາະກັມຂອງຕົນ
33.        ບໍ່ໄດ້ແຕ່ຊອບທັມ ດີກວ່າ ໄດ້ແຕ່ບໍ່ຊອບທັມ
34.        ບັນດິດບໍ່ປະກອບຄວາມຊົ່ວ ເພາະເຫັນແກ່ຄວາມສຸກສ່ວນຕົວ.
35.        ບັນດິດນັ້ນ ເຖິງຈະຖືກຄສາມທຸກມາກະທົບ, ເຖິງພາດລົງໄປແລ້ວ ກໍ່ຄົງສະຫງົບຢູ່ໄດ້ ແລະ ບໍ່ລະຖິ້ມທັມເພາະມັກ ຫຼື ຊັງ.
36.        ຊ່າງດອກໄມ້ຮ້ອຍພວງມະໄລໄດ້ຫຼາກຫຼາຍ ຈາກດອກໄມ້ກອງໜຶ່ງ ສັນໃດ, ຄົນເຮົາເກີດມາແລ້ວກໍ່ຄວນສ້າງຄວາມດີງາມໃຫ້ມາກ ສັນນັ້ນ.
37.        ບຸກຄົນໃດໃນການກ່ອນເຄີຍຜິດພາດ ຄັ້ນພາຍຫຼັງເຂົາໄດ້ກັບໂຕບໍ່ປະມາດ ບຸກຄົນນັ້ນຍ່ອມເຮັດໃຫ້ໂລກແຈ່ມໃສ ເໝືອນດັງດວງຈັນ ອັນພົ້ນຈາກເມກໝອກ.
38.        ພຶ້ງສະຫຼະຊັບ ເພື່ອເຫັນແກ່ອະໄວຍະວະ ໃນເມື່ອຈະຮັກສາຊີວິດ ພື້ງສະຫຼະໄດ້ໝົດ ທັ້ງອະໄວຍະວະ, ຊັບ ແລະ ຊີວິດ ໃນເມື່ອຄຳນຶງເຖິງທັມ
39.        ຄວາມດີສ້າງກະທຳໄວ້ ຈະດີກວ່າ

40.        ທັມນັ້ນແລ ຍ່ອມຮັກສາຜູ້ປະພຶດທັມ


ຫົວຂ້ທີ່ໂດດເດັ່ນ

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ  ພາບຈາກ: theconversation.com 1.      ຄວາມຮັກ ຮັກສາທຸກສິ່ງ      ຄວາມກຽດຊັງ ບໍ່ອ...

ໂພສທີ່ຖືກອ່ານຫຼາຍທີ່ສຸດ