Tuesday 6 March 2018

ຄາຖາຄົນລວຍ ໂດຍ Alex Phamisith


ໃນບ້ານເມືອງເຮົາມີຄວາມເຊື່ອຖືດ້ານວີຊາອາຄົມ ມົນດຳກັນຫລາຍແລະເລື່ອງນີ້ກໍ່ເປັນເລື່ອງໃກ້ໂຕຂ້າພະເຈົ້າ ຂ້າພະເຈົ້າເອງຈື່ງຂໍມາເລົ່າສູ່ຟັງ ທຸກໆມື້ຕອນຢາມນ້ອຍຂ້າພະເຈົ້າຈະໄດ້ຍິນຫມູ່ຂອງພໍ່ມາຖາມເລື່ອງຄາຖາອາຄົມກັບພໍ່ ເພາະທ່ານເປັນຄົນມັກສະສົມຂອງເກົ່າບວກກັບທ່ານເອງເປັນຄົນທີ່ປະສົບຜົນສຳເລັດດ້ານເລື່ອງຄ້າຂາຍເປັນຢ່າງສູງ ເມື່ອຫມູ່ຖາມພໍ່ຂ້າພະເຈົ້າກໍ່ຈະຕອບວ່າບໍ່ມີ ຫມູ່ຫລາຍຄົນກໍ່ຈະບໍ່ເຊື່ອ ຫລາຍຄົນຄິດວ່າພໍ່ຂ້າພະເຈົ້າຂີ້ຖີ່ວີຊາ ຫລາຍຄົນເວົ້າຖາກຖາງວ່າລວຍແລ້ວລືມຫມູ່ ບາງຄົນມາຂໍຊື້ຂອງດີນຳ ສະນັ້ນຂ້າພະເຈົ້າເລີຍອົດບໍ່ໄດ້ເລີຍຢາກເອົາຄາຖາທີ່ພໍ່ຂ້າພະເຈົ້າຖືມາເປັນເວລາກວ່າ 30ປີມາເຜີຍແຜ່ສູ່ສັງຄົມໃຫ້ຮັບຊາບໂດຍທີ່ບໍ່ຄິດຄ່າຄູແຕ່ຢ່າງໃດ ກ່ອນອ່ານຄາຖາໃຫ້ຕັ້ງຈິດອາຖິຖານແລະກ່າວຄຳວ່າ “ສາທຸ ສາທຸ ສາທຸ“ ແລ້ວນົບ ຖ້າພ້ອມແລ້ວເລີ່ມເລີຍ:


1.  “ດຸຫມັ້ນ” ຄວາມດຸຫມັ່ນຄືຄວາມຕັ້ງໃຈ ແລະຄວາມດຸຫມັ່ນກໍ່ຈະກໍ່ໃຫ້ເກີດຄວາມພາກພຽນ ຫລາຍຄົນຢາກລວຍແຕ່ຕື່ນສວຍແບບນີ້ຄາຖາເຊື່ອມກ່ອນແລ້ວ

2. “ ຮຽນຮູ້ເພີ່ມຕື່ມຢູ່ເລື້ອຍໆ” ຄາຖານີ້ແບບດຽວກັນກັບເຮົາເຫັນຢູ່ຫນັງທີ່ຮອດວັນສິນໃຫຍ່ຕ້ອງເຂົ້າຫ້ອງພະຈົ່ມມົນ ແຕ່ຍຸກປະຈຸບັນເພື່ອບໍ່ໃຫ້ຄາຖາເຊື່ອມໃຫ້ທ່ານຫມັ່ນເຂົ້າຮ້ານປື້ມ ຊອກປື້ມມາອ່ານເດືອນລະເທື່ອ ຫລືອ່ານຫຍັງທີ່ມີຄວາມຮູ້ຕໍ່ຕົນເອງ

3. “ເຮັດວຽກເກີນເວລາ” ພໍ່ຂ້າພະເຈົ້າເຮັດວຽກມື້ລະ ລະ 14ຊົ່ວໂມງເປັນເວລາຫລາຍກວ່າ 20ປີ ອອກໄປຄ້າຂາຍແຕ່4ໂມງເຊົ້າກັບບ້ານ6ໂມງແລງ ຄາຖານີ້ຈະນຳທ່ານເປັນຄົນລຳ່ລວຍໃນທີ່ສຸດ

4. “ ເບີ່ງໂອກາດໃຫ້ເປັນ” ຄາຖານີ້ເປັນຄາຖາທີ່ເວົ້າງ່າຍເຂົ້າໃຈຍາກເພາະໂອກາດເຂົ້າມາໃນຊີວິດມັນບໍ່ໄດ້ຮ້ອງມານຳສາຍລົມ ແຕ່ມັນມາຈາກຄວາມພາກພຽນຂອງ 3ຂໍ້ທາງເທີງບວກກັບປະສົບການຂອງຜູ້ປະຕິບັດ

5. “ມີຈິດອາສາ” ຫລາຍຄົນອາດງົງເນາະວ່າມັນແປວ່າຫຍັງຫມາຍຄວາມວ່າເຮົາຕ້ອງເປັນຄົນໃຈກວ້າງ ຄ່ອຍຮຽນຮູ້ສີ່ງອ້ອມຂ້າງບໍ່ຕ້ອງຕັ້ງແງ່ວ່າເຮົາຈະໄດ້ຫຍັງກ່ອນລົງມືເຮັດ ອາສາເຮັດຊ່ວຍສັງຄົມ ອາສາເຮັດຊ່ວຍສະມາຄົມ ເຄີຍເຫັນຫນັງບໍ່ທີ່ພະເອກຈະໄດ້ວິຊາມາຕ້ອງອາສາໄປເປັນລູກສິດອາຈານເຮັດນັ້ນເຮັດນີ້ໃຫ້ອາຈານສຸດທ້າຍໄດ້ວິຊາດີ

ນັ້ນຄື 5ຂໍ່ຫລື 5ຄາຖາທີ່ພໍ່ຂ້າພະເຈົ້າປະຕິບັດຕົນແຕ່ຍັງຫນຸ່ມນ້ອບຈົນຮອດປະຈຸບັນ ຢ່າລືມວ່າຄວາມລວຍມັນບໍ່ມີທາງລັດ ຢາກໄດ້ຕ້ອງພາກພຽນ ແລະນີ້ຄື “ຄາຖາຄົນລວຍ”

 ຂອບໃຈເຈົ້າຂອງບົດ
Source: https://m.facebook.com/story.php?story_fbid=10155514260588348&id=668988347

ຫົວຂ້ທີ່ໂດດເດັ່ນ

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ  ພາບຈາກ: theconversation.com 1.      ຄວາມຮັກ ຮັກສາທຸກສິ່ງ      ຄວາມກຽດຊັງ ບໍ່ອ...

ໂພສທີ່ຖືກອ່ານຫຼາຍທີ່ສຸດ