Wednesday 23 May 2018

ເປັນຫຍັງໄຊອິວ ຈຶ່ງເປັນນິຍາຍທີ່ມີອິດທິພົນຂອງຈີນ?

ເພາະວ່າ
1.   ເລື່ອງໄຊອິວ ບໍ່ເປັນພຽງແຕ່ເທບນິຍາຍແຟນຕາຊຮເທົ່ານັ້ນ.
2.   ໄຊອິວ ຄືການອ້າງອີງ ພຣະໄຕປີດົກ ທີ່ຂຽນອອກມາເປັນເຊີງເທບນິຍາຍ
3.   ສັນຍາລັກແຕ່ໂຕລະຄອນ,ແຕ່ລະເຫດ ຄືຄໍາສອນທາງພຸດ
ພຣະຖັງ ໝາຍເຖິງ ສັດທາ, ຈະໄປຊົມພູທະວີບ ຕ້ອງມີສັດທາກ່ອນ,
ເອົາຈິດໄປນໍາຊຶ່ງຈິດຂອງຄົນເຮົາປະກອບດ້ວຍ:
·        ງໍຄົງ ໝາຍເຖິງ ໂທສະ
·       ຕື້ໂປ້ຍກາຍ ໝາຍເຖິງ ໂລພະ, ຄວາມໂກດ
·        ຊົວເຈັ້ງ ໝາຍເຖິງ ໂລພະ, ໂມຫະ
ຫມໍຄົງ ແປງກາຍໄດ້ ເຫາະເຫີນ ເດີນອາກາດໄດ້ ເພາະຫມໍຄົງ ຄືຈິດຂອງຄົນເຮົາທີ່ເປັນລີງ ບໍ່ນິ້ງ
ຄິດໄປເລື້ອຍໆ ດັ່ງນັ້ນ ຖ້າເຮົາຄຸມຫມໍຄົງໄດ້ ການໄປຊົມພູທະວີບຈະງ່າຍຂື້ນ,
ເມື່ອໃດກໍ່ຕາມທີ່ເຮົາເກີດຄວາມໂກດ ຫຼື ໂທສະ ເຮົາກໍ່ເປັນຄືກັບງໍຄົງ ສະແດງລິດ ພິນາດ ພັງທະລາຍໄດ້.

ແຕ່ງໍຄົງ ຍອມແພ້ໃຫ້ກັບສິ່ງໃດ? ຖືກຂັງໄວ້ທີ່ໃດ?

ຄໍາຕອບຄື ງໍຄົງ ຍອມແພ້ ແລະ ຢ້ານ ຝ່າມືຢູໄລ ແລະ ຖືກຂັງໄວ້ທີ່ພູເຂົາ 5ນິ້ວ ຄວາມໝາຍກໍ່ຄື ຝ່າມືຢູໄລ
ແລະພູເຂົາ 5ນິ້ວແມ່ນໝາຍເຖິງ ຂັນ5
ຕໍ່ໃຫ້ຈິດເຮົາແນ່ໜັກພຽງໃດສຸດທ້າຍກໍ່ຕ້ອງຍອມແພ້ ເສຍໃຫ້ກັບຂັນ5
ໄດ້ແກ່ຮູບ, ເວທະນາ, ສັນຍາ, ສັນຂານ ແລະ ວິນຍານ.
ນອກຈາກນີ້ ງໍຄົງຍັງມີກະບອງວິເສດຈັດການປີສາດໄດ້ຕະຫຼອດ ກະບອງນັ້ນແທນປັນຍາ
ແຕ່ຖ້າມີຈິດກັບປັນຍານັ້ນມັກເກີດບັນຫາ ພຣະຢູໄລຈຶ່ງປະທານມຸງຄຸນ ມາຮັດຫົວໄວ້
ໃຫ້ພຣະຄັງຄອຍດູແລມຸງຄຸນນັ້ນ
ກໍ່ແທນໃຫ້ ສະຕິຊຶ່ງມົງຄຸນເປັນເສັ້ນຮັດກັນ 3 ເສັ້ນ ເປັນເສັ້ນມົງຄຸນ ແທນໃຫ້ ໄຕຣລັກ
ມີ ອະນິດຈັງ ທຸກຂັງ ແລະ ອະນັດຕາ
ຜີສາດແຕ່ລະໂຕແມ່ນແທນໃຫ້ກິເລດ ທີ່ເຮົາຕ້ອງຄ່ອຍກໍາຈັດອອກໄປ
ຕອນເຈີກັນທຳອິດ ເຫັງເຈ້ງບອກພຣະຖັງວ່າ ໄປຊົມພູທະວີບ ຂ້ານ້ອຍພາອາຈານຕີລັງກາໄປໄດ້ 7ເທື່ອ ກະຮອດແລ້ວ ມາມົວແຕ່ເສຍເວລາຍ່າງໄປເຮັດຫຍັງ”, ພຣະຖັງຕອບວ່າຕ້ອງເດີນໄປ
ປິດສະໜາທໍາຂໍ້ນີ້ຄື: ຈິດກັບປັນຍາ ຟັງຄົນອື່ນເວົ້າ ຟັງເຂົາບອກ ຄິດເອົາເອງກະວ່າງ່າຍ ບຶດດຽວກະໄປເຖິງພຣະນິບພານແລ້ວ ເຊົ່ນ ຄົນເລົ່າໃຫ້ຟັງວ່າ ອະຣິຍະສັຈ 4 ທາງດັບທຸກ ຟັງເຂົ້າໃຈແລ້ວ ແຕ່ຈິງໆແລ້ວບໍ່ໄດ້ເຂົ້າໃຈ, ທັມມະຕ້ອງລົງມືປະຕິບັດ ຄືກັບ ງໍຄົງບອກວ່າ ຕີລັງຫາໄປ 7 ເທື່ອກະໄປຮອດແລ້ວ ຕ້ອງຄ່ອຍໆເດີນໄປ ສຶກສາໄປ ປະຕິບັດໄປ ມັນເຖິງຈະບັນລຸໄດ້ft
ຕື້ໂປ່ຍກາຍ ຄື ສິນ 8, ຊັວເຈັ້ງ ຄືສະມາທິ. ສັດທາ+ ປັນຍາ + ສີນ
+ ສະມາທິ ຈຶ່ງພົ້ນຈາກທຸກ.
ແຕ່ບາງຄັ້ງຜີສາດກໍ່ເປັນໂຕທີ່ເກັ່ງກາດ ດຸຮ້າຍ
ຈຶ່ງຕ້ອງໄປຕາມຫາເຈົ້າແມ່ກວນອິມມາຊ່ວຍ,
ເຈົ້າແມ່ກວນອິມໝາຍເຖິງ ຄວາມເມດຕາ.
ປັນຍາ + ເມດຕາ ຈະກາຍເປັນສໍາມາທິດຖີ,ທັມມະຊັ້ນສູງເຊິ່ງປາບກິເລດໄດ້ສະເໝີ ແຕ່ເຈົ້າແມ່ກວນອິມ ມັກໃຫ້ເຫັງເຈ້ຍ ລອງສູ້ຈົນໝົດແຮງກ່ອນ
ເຖິງຈະມາຊ່ວຍ ເໝືອນກັບວ່າຫາກມີກິເລດຄວນໃຊ້ປັນຍາປາບລອງເບີ່ງກ່ອນ ເກີນກໍາລັງແລ້ວຈຶ່ງໃຫ້ເມດຕາປ່ອຍວາງ
ຖ້າເກີດກໍາລັງຄວາມເມດຕາເຈົ້າແມ່ກວນອິມ ຊ່ວຍບໍ່ໄຫວ
ຜູ້ສຸດທ້ານທີ່ຈະມາຊ່ວນຄື ພຣະຢູໄລ. ພຮະູຢູໄລ ແທນໃຫ້ ພຣະອະຣິຍະສົງ ທ້າຍສຸດຖ້າປະຕິບັດບໍ່ໄຫວກໍ່ໃຫ້ຖາມຜູ້ຮູ້ເອົາ ບັນຫາຈຶ່ງແກ້ອອກໄດ້.
ລໍາດັບຜີສາດແຕ່ລະໂຕໃນເລື່ອງໄຊອິວ ລ້ວນແຕ່ເປັນຜີສາດທີ່ມີລິດເດດ ແລະ ອັນຕະລາຍ ເຊັ່ນ ເມື່ອເລີ້ມອອກເດີນທາງ ກໍ່ເຈີກັບໂຈນທັງຫົກ ຂັດຂວາງບໍ່ໃຫ້ໄປ ສຸດທ້າຍເຫັງເຈ້ຍເລີຍເອົາກະບອງຕີຈົນຕາຍ
ໂຈນທັງຫົກ ຄື ຮູບ ສຽງກິ່ນ ລົດ ສໍາຜັດ ແລະ ອາລົມ ຕ້ອງເອົາ ປັນຍາ(ກະບອງ) ຟາດໃຫ້ຕາຍກ່ອນເຖິງຈະເລີ້ມອອກເດີນທາງໄດ້
ສະຫຼຸບຄື: ສັດທາ + ປັນຍາ + ສີລ + ສະມາທິ ເດີນທາງກໍາກັດກິເລດ ໄປຈົນເຖິງຊົມພູທະວີບ ແລ້ວໄດ້ຫຍັງ?

ຕອນຈົບ ພຣະຖັງ ແລະ ຄະນະ ມາຮອດແມ່ນໍ້າແຫ່ງໜຶ່ງ ສາຍນໍ້າໄຫຼແຮງຫຼາຍ ຈົນບໍ່ຮູ້ວ່າຈະຂ້າມໄປໄດ້ແນວໃດ ຈົນມາເຈີເຮືອ ທີ່ບໍ່ມີທ້ອງຈອດຢູ່ ພຣະຖັງກັງວົນຫຼາຍ ເພາະເຮືອບໍ່ມີທ້ອງຈະພາຍຂ້າມໄປອີກຟາກໄດ້ແນວໃດ ແຕ່ສຸດທ້າຍ ກໍ່ຍອມໃຊ້ເຮືອລໍານັ້ນຂ້າມໄປ.
ແມ່ນໍ້າທີ່ໄຫຼແຮງໆນັ້ນ ແມ່ນກອງກິເລດ, ເຮືອລໍານັ້ນ ແທນສຸນຍະຕາ ຄືຄວາມບໍ່ຍຶດໝັ້ນຖືໝັ້ນ
ເມື່ອຂ້າມມາແລ້ວກໍ່ເຖິງຊົມພູທະວີບ ແລະ ໄດ້ພຣະຄໍາພີມາເປັນໜັງສືລ້າໆ ບໍ່ມີບົດຫຍັງໃນໜັງສືເຫຼັ້ມນັ້ນເລີຍ
ແທນທໍາມະ ຊຶ່ງກໍ່ແມ່ນຄວາມວ່າງເປົ່າ...ນິບພານ...
ແຕ່ສຸດທ້າຍເຫ້ງເຈ້ຍຂໍໃຫ້ມີຫຍັງກະໄດ້ ກັບໄປຈີນ ເພາະຄົນທໍາມະຄົງບໍ່ເຂົ້າໃຈ ເລີຍໄດ້ຄໍາພີມາອີກເຫຼັ້ມໜຶ່ງ ເຕັມໄປດ້ວຍໂຕອັກສອນ ບັນທຶກການເດີນທາງ ເອີ້ນວ່າ: ພຣະໄຕຣປີດົກ....
------------------ຈົບ------------------

ທຸກປີຊາວພຸດທົ່ວໂລກຈະພາກັນສະເຫຼີມສະຫຼອງວັນດັ່ງກ່າວ..............


ພໍເຖິງວັນວິສາຂະ ຂອງທຸກປີຊາວພຸດທົ່ວໂລກຈະພາກັນສະເຫຼີມສະຫຼອງວັນດັ່ງກ່າວ ໂດຍສະເພາະຊາວພຸດແລະປະເທດທີ່ນັບຖືພຸດທະສາສນາ ເຊັ່ນ: ສີລັງກາ ພະມ້າ ໄທ ລາວ ກຳປູເຈຍ ແລະບາງສ່ວນຂອງອິນເດຍ ມາເລເຊຍ ສິງກະໂປ ອິນໂດເນເຊຍ ແລະປະເທດທີ່ນັບຖືພຸດທະສາສະນາມະຫາຍານເຊ່ນຍີ່ປຸນ ຈີນ ໄຕ້ຫວັນ ຫວຽດນາມ ພູຖານ ເນປານ ມົງໂກນ...ໄດ້ພາກັນປະຕິບັດບູຊາ ພຣະພຸທທະເຈົ້າອັນເປັນຜູ້ຄົ້ນພົບສັດຈະທຳແລະ ນຳມາສັ່ງສອນສາວົກສືບກັນມາເຖິງທຸກວັນນີ້ ນັບເປັນເວລາ 2561 ປີແລ້ວ ກົງກັບເພັງ15ຄ່ຳ ເດືອນ6 ລາວ ຂອງທຸກໆປີ

ຄວາມເປັນມາ


ວັນສິສາຂະເປັນວິນທີ່ກົງກັບເຫດການສຳຄັນຂອງ ພຣະພຸດທະເຈົ້າ 3ວັນຄື:


  • ເປັນວັນປະສູຕຂອງເຈົ້າຊາຍສິດທັດຖະທີ່ສວນລຸມພິນີ ປະຈຸບັນຢູ່ປະເທດເນປານ ກ່ອນພຸດທະສັກກະຫລາດ 80 ປີ
  •  ເປັນວັນຕັດສະຮູ້ຄົ້ນພົບພຣະສັດຈະທັມແລະ ຈາກເຈົ້າຊາຍມາເປັນພຣະພຸທທະເຈົ້າ ແປວ່າຜູ້ຮູ້ ຜູ້ຕື່ນ ຜູ້ມີຄວາມສຸກ ທີ່ເມືອງອຸລຸເວລາເສນານິຄົມ ປັດຈຸບັນຄືພຸດທະຄະຍາປະເທດອິນເດຍ
  • ເປັນວັນສະເດັດດັບຂັນປະຣິນິບພານ(ຕາຍ) ຂອງພຣະພຸດທະເຈົ້າກ້ອງຕົ້ນສາຣະ ທີ່ເມືອງກຸສິນາຣາ ປະເທດອິນເດຍ



       ຫລາຍຄົນເມື່ອໄດ້ອ່ານໄດ້ຮຽນແລ້ວ ບາງຄົນກໍ່ຄິດໄປວ່າເປັນໄປບໍໄດ້ທີ່ຈະກົງມື້ດຽວກັນ ອັນນີ້ແລ້ວແຕ່ຄົນທີ່ຈະຄິດ ເຮົາເປັນຊາວພຸດເຮົາຕ້ອງເຊື່ອທີ່ປະກອບໄປດ້ວຍປັນຍາ ບໍ່ແມ່ນເຊື່ອໂດຍບໍມີເຫດຜົນ

        ດັ່ງທີ່ພຣະພຸດທະເຈົ້າສະແດງລະດັບປັນຍາຂອງຄນໄວ້ 4 ຂັ້ນຄືກັບດອກບົວ 4 ເຫຼົ່າ ຄວາມເຊື່ອຂອງຄົນທີ່ມີສັດທາໝັ້ນຄົງຢ່າງດຽວກໍ່ບໍ່ຕ້ອງຄຶດຫຍັງຫລາຍ ກໍ່ເພາະພຣະພຸທທະເຈົ້າເປັນຄົນວິເສດ ຊົງເປັນຄູຂອງຄົນທັງຫລາຍ ສາມາດທີ່ຈະຮູ້ໄດ້ທຸກສິ່ງ ການທີ່ວັນທັງສາມມາກົງກັນກໍ່ເປັນທຳມະດາຂອງພຣະພຸດທະເຈົ້າ


        ອີກຄວາມເຊື່ອຂອງຄົນທີ່ມີສັດທາແລະ ປະກອບໄປດ້ວຍປັນຍາກໍ່ບໍ່ໄດ້ຄິດໄປກວ່າວ່າວັນທັງສາມມາກົງກັນ ທີ່ແທ້ກໍ່ເປັນວັນດຽວກໍ່ຄືວັນຕັດສະຮູ້ ຖ້າເຮົາຄິດໃຫ້ດີໆ ວັນຕັດສະຣູ້ນີ້ກໍ່ເປັນວັນເກິດຂື້ນຂອງພຣະພຸທທະເຈົ້າ ຫລືຈາກເຈົ້າຊາຍມາເປັນພຣະພຸທທະເຈົ້າ ແລະເປັນວັນຄົ້ນພົບສັດຈະທຳ ແລະວັນປະຣິນິບພານ ທີ່ຈິງນິບພານແປວ່າເຢັນລົງ ຫລືຫມົດຈາກກິເລດຕັນຫາທັ້ງປວງ ແຕ່ຍັງມີຂັນຫ້າ ມີກາຍມີໃຈຄອງຢູ່ ອີກນິບພານໜຶ່ງກໍ່ຄືໝົດກິເລດພ້ອມກັບການດັບລົງຂອງຂັນຫ້າ ທີ່ພາສາເຮົາວ່າຕາຍຫັ້ນແຫລະ ແຕ່ເຮົາຕາຍນັ້ນບໍ່ຮູ້ວ່າຈະໄປໃສ ຮູ້ແຕ່ວ້າຕ້ອງໄປທີ່ວັດ ຫຼືປ່າຊ້າ ແຕ່ພຣະອໍຣະຫັນຕາຍແລ້ວເພິ່ນມີທາງຂອງເພິ່ນເຮົາບໍ່ສາມາດທີ່ຈະຮູ້ໄດ້ ຕາບໃດທີ່ເຮົາຍັງບໍ່ໄປເຖິງຈຸດນັ້ນ ຄືເຕົ່າກັບປາຖຽງກັນເລື່ອງມີວ່າເຕົ່າສາມາດຂຶ້ນມາເທິງບົກໄດ້ ໄດ້ເຫັນຫລາຍສິ່ງຫລາຍຢ່າງເທິງບົກ ແລ້ວນຳໄປເລົ່າໃຫ້ປາຟັງຢາກທີ່ປາຈະເຊື່ອເຕົ່າວ່າມີເທິງບົກຢູ່ຈິງ ຄົນເຮົາກໍ່ຄືກັນເຮົາຈະຮູ້ວ່າເກືອຈະເຄັມກໍ່ເພາະເຮົາເຄີຍກິນມາແລ້ວ

     ສະນັ້ນເຮົາຈະເຊື່ອວ່ານິບພານມີຢູ່ຈິງກໍ່ເກິດຈາກເຮົາປະຕິບັດເອົາ ບໍ່ມີໃຜທີ່ຈະລິຂິດຊີວິດຂອງເຮົາໄດ້ນອກຈາກເຮົາເອງ ພຣະພຸດທະເຈົ້າກໍ່ບໍ່ສາມາດທີ່ຈະຊ່ອຍໄດ້ ພຣະອົງເປັນພຽງຜູ້ບອກທາງເທົ່ານັ້ນ ຄົນວຽງຈັນຈະຮູ້ວ່າຫລວງພຣະບາງງາມສ່ຳໃດເຮົາຕ້ອງໄປເບິ່ງເອົງ ເຊັ່ນດຽວກັບຄົນຫລວງພຣະບາງຈະຮູ້ວ່າວຽງຈັນງາມສ່ຳໃດກໍ່ຕ້ອງມາເບິ່ງເອງ ການທີ່ເຮົາຈະເຊື່ອໂດຍບໍ່ໄດ້ສຳຜັດຈາກຕົວເອງແລະຂາດເຫດຜົນ ປັນຍາ ແລ້ວຄວາມເຊື່ອຂອງເຮົາກໍ່ບໍ່ມີປະໂຫຍດ
 
        ແຕ່ບໍ່ຕ້ອງຄິດຫຍັງຫລາຍສຳຫລັບຜູ້ທີ່ມັກຊີວິດລຽບງ່າຍໆ ບໍ່ຄ່ອຍທີ່ຈະຄິດເລື່ອງແບບນີ້ກໍ່ ຄິດແຕ່ວ່າເຣົາຈະເຮັດແນວໃດໃຫ້ມີຄວາມສຸກທັ້ງກາຍແລະໃຈ ໃນປະຈຸບັນຊາດນີ້ ເຮົາກໍ່ຂົນຂວາຍເຮັດແຕ່ສິ່ງທີ່ດີ ສິ່ງທີ່ດີທີ່ແທ້ຈິງກໍ່ຄືວ່າ ເຮົາໄດ້ເຮັດໄປແລ້ວທາງກາຍ ວາຈາ ທາງໃຈທີ່ຄິດລົງໄປກະທຳລົງໄປເວົ້າອອກໄປແລ້ວ ຕົວເຮົາແລະຄົນອື່ນບໍ່ເດືອດຮ້ອນ ບໍ່ນຳມາເຊິ່ງນ້ຳຕາ ແຕ່ນຳມາເຊິ່ງສຽງຫົວຄວາມພູມໃຈທັ້ງໃນປະຈຸບັນແລະ ອະນາຄົດນີ້ແຫລະເປັນສິ່ງທີ່ດີ 


ບົດນີ້ແມ່ນອີງຕາມ ພັນຄອມລາວ ຖ້າບໍ່ຄົບຖ້ວນກະລຸນາປັບປຸງຊ່ວຍ ຂໍຂອບໃຈ



ຫົວຂ້ທີ່ໂດດເດັ່ນ

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ  ພາບຈາກ: theconversation.com 1.      ຄວາມຮັກ ຮັກສາທຸກສິ່ງ      ຄວາມກຽດຊັງ ບໍ່ອ...

ໂພສທີ່ຖືກອ່ານຫຼາຍທີ່ສຸດ