Monday 18 December 2017

ເຮັດບຸນ-ຕັກບາດຢາດນໍ້າ " ໄດ້ບຸນແທ້ບໍ່?

   - ເຮັດບຸນ-ຕັກບາດຢາດນໍ້າ " ໄດ້ບຸນແທ້ບໍ່?

ພຣະ ດຣ ອນິລມານ(พระ ดร.อนิลมาน) ໄດ້ກ່າວເຖິງວິທີການເຮັດບຸນ ທີ່ຖືກຕ້ອງຕາມລັກສາສະໜາວ່າ ຖ້າຈະເຮັດບຸນແລ້ວໃຫ້ໄດ້ບຸນ
ພາບຈາກ: napasorn1781.blogspot.com
   ທຳອິດເຮົາຕ້ອງຮູ້ວ່າ ບຸນແປວ່າຫຍັງ ຕາມພາສາປາລີ ບຸນແມ່ນ ການຊໍາລະລ້າງຈິດໃຈໂດຍໃຊ້ທໍາມະ ເຮັດໃຫ້ຈິດໃຈປາສະຈາກກິເລດ ໂລບ ໂກດ ຫຼົງໄດ້ ນັ້ນຄືບຸນ ດັ່ງນັ້ນ ການເຮັດບຸນ ຄືການທີ່ຫຼຸດກິເລດທັງປວງ

   ດັ່ງນັ້ນ ການໃສ່ບາດ ທີ່ຖືກຕ້ອງ ຕ້ອງບໍ່ໃສ່ເພາະ "ຫວັງ" ຫຼືຕ້ອງການສິ່ງຕອບແທນ ແຕ່ໃສ່ເພາະເຫັນຄວາມສໍາຄັນຂອງເພາະ ຢາກໃຫ້້ພຣະມີສຸຂະພາບດີ ຢາກ   "ໃຫ້"  ພຣະມີອາຫານສັນ ນັ້ນຄື "ການແບ່ງປັນ"  ຊຶ່ງມັນແມ່ນການຫຼຸດກິເລດ ຄື ຄວາມໂລບ

   ທຸກມືື້ນີ້ເວລາຄົນໃສ່ບາດ ຈະອະທິຖານແລ້ວ ອະທິຖານອີກ ໃສ່ແລ້ວໆ ກໍ່ຖ້າຂໍພອນ ຈາກພຣະອີກ ກາຍເປັນວ່າເຮັດບຸນ 30 ບາດ(ໄທ) ນັ້ນ ກາຍເປັຮຄວາມໂລບ ຕ້ອງການຂໍອະນິສົງ ທີ່ໄດ້ຈາກການໃສ່ບາດທຸກໆຢ່າງ ຊຶງແມ່ນການເຮັດບຸນທີ່ບໍ່ເຂົ້າໃຈ ກັບກາຍເປັນຍິ່ງເພື່ອກິເລດ ເພື່ອຄວາມໂລບ ຄວາມລົງຕື່ມອີກ
 ດັ່ງນັ້ນ; ຫາກທຸກຄົນເຂົ້າໃຈ ແລະຕ້ອງການພອນຈາກພຣະ ຄືຢາກໄດ້ອາຍຸ ວັນນະ ສຸຂະ ພະລະ ທຸກຄົນກໍ່ຄວນສ້າງເຫດແຫ່ງການໄດ້ມາດ້ວຍສິ່ງເຫຼົ່ານັ້ນ ໄດ້ດ້ວຍຈາກຕົນເອງ ບໍ່ຕ້ອງມາຂໍຈາກພຣະ ເພາະພຣະມີນ້າທີ່່ຕັກເຕືອນ ທຸກສິ່ງຢ່າງເກີດຂື້ນໄດ້ຍ້ອນມີເຫດ ແລະຜົນ ເປັນປັດໃຈ ເທົ່ານັ້ນ

    ສ່ວນການ ຢາດນໍ້າຫຼັງໃສ່ບາດນັ້ນ ເພາະເຮົາໃຊ້ນໍ້າເປັນສື່ສັນຍາລັກໃນການອຸທິດສ່ວນບຸນກຸສົນ ໃຫ້ຜູ້ທີ່ລວ່ງລັບໄປແລ້ວ ແລະຈະໄດ້ຮັບສ່ວນອະນຸໂມທະນານັ້ນ ຊຶ່ງການໃສ່ບາດທີ່ຖືກຕ້ອງ ຄືບໍ່ຕ້ອງໄປຫວັງຜົນ ເພາະການຫຼຸດຄວາມໂລບ ແລະເປັນການຫຼຸດກິເລດ

    ນອກຈາກນັ້ນ ຍັງມີກິເລດໂຕທີ່ສອງ ຄື ຄວາມໂກດ ທີ່ເຮົາຈະຕ້ອງຮູ້ຈັກການໃຫ້ອະໄພ ຊຶ່ງເປັນສິິ່ງທີ່ຍາກກວ່າການໃຫ້ສິ່ງຂອງ ເພາະຄວາມຈິງການໃຫ້ອະໄພບໍ່ໄດ້ເປັນການໃຫ້ຄົນອື່ນ ແຕ່ເປັນການໃຫ້ກັບໂຕເອງ ເພາະການໃຫ້ອະໄພໃນຄວາມເປັນຈິງເກີດຈາກເຮົາສ້າງເງື່ອນໄຂ ຫຼືສິ່ງແວດລ້ອມຂອງຕົວຕົນເພື່ອໃຫ້ເຮົາປອດໄພ ບໍ່ຕ້ອງພົບກັບອັນຕະລາຍຕ່າງໆ
ດັ່ງນັ້ນ ພຣະພຸດທະເຈົ້າ ບອກໄວ້ວ່າ ການໃຫ້ທັມມະ ຄືການໃຫ້ປັນຍາ ຊະນະການໃຫ້ທັງປວງ ເພາະຖ້າເຮົາມີປັນຍາ ຄວາມໂລບ ໂກດ ຫຼົງ ທັງປວງນີ້ ເຮົາກໍ່ສາມາດຂ້າໄດ້

      ເຖິງຢ່າງໃດກໍ່ຕາມ ພິທີກໍາເປັນພຽງ ກຸສະໂລບາຍ ຂອງບັນພະບຸລຸດ ເພື່ອໃຫ້ມີການກະກຽມຄວາມພ້ອມທີ່ເຮັດໃຫ້ເຮົາຕ້ອງປະຕິບັດຕາມວ່າ ໃນພິທີກໍາຕ້ອງເຮັດແນວໃດແດ່ ແຕ່ກໍ່ບໍ່ໄດ້ມາຍວ່າພິທີກໍາບໍ່ມີຄວາມສໍາຄັນຫຍັງເລີຍ ແຕ່ເພາະເປັນ ກຸສະໂລບາຍ ຂອງບັນພະບຸລຸດທີ່ໃຫ້ໄວ້ ສໍາລັບຄົນທີ່ຫຍາບ ຄົນທີ່ບໍ່ເຂົາໃຈ ແຕ່ຖ້າເຮົາເຂົ້າໃຈທັ້ງໝົດນັ້ນກໍ່ບໍ່ຈໍາເປັນກໍໄດ້.

ຫົວຂ້ທີ່ໂດດເດັ່ນ

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ  ພາບຈາກ: theconversation.com 1.      ຄວາມຮັກ ຮັກສາທຸກສິ່ງ      ຄວາມກຽດຊັງ ບໍ່ອ...

ໂພສທີ່ຖືກອ່ານຫຼາຍທີ່ສຸດ