Wednesday 23 May 2018

ທຸກປີຊາວພຸດທົ່ວໂລກຈະພາກັນສະເຫຼີມສະຫຼອງວັນດັ່ງກ່າວ..............


ພໍເຖິງວັນວິສາຂະ ຂອງທຸກປີຊາວພຸດທົ່ວໂລກຈະພາກັນສະເຫຼີມສະຫຼອງວັນດັ່ງກ່າວ ໂດຍສະເພາະຊາວພຸດແລະປະເທດທີ່ນັບຖືພຸດທະສາສນາ ເຊັ່ນ: ສີລັງກາ ພະມ້າ ໄທ ລາວ ກຳປູເຈຍ ແລະບາງສ່ວນຂອງອິນເດຍ ມາເລເຊຍ ສິງກະໂປ ອິນໂດເນເຊຍ ແລະປະເທດທີ່ນັບຖືພຸດທະສາສະນາມະຫາຍານເຊ່ນຍີ່ປຸນ ຈີນ ໄຕ້ຫວັນ ຫວຽດນາມ ພູຖານ ເນປານ ມົງໂກນ...ໄດ້ພາກັນປະຕິບັດບູຊາ ພຣະພຸທທະເຈົ້າອັນເປັນຜູ້ຄົ້ນພົບສັດຈະທຳແລະ ນຳມາສັ່ງສອນສາວົກສືບກັນມາເຖິງທຸກວັນນີ້ ນັບເປັນເວລາ 2561 ປີແລ້ວ ກົງກັບເພັງ15ຄ່ຳ ເດືອນ6 ລາວ ຂອງທຸກໆປີ

ຄວາມເປັນມາ


ວັນສິສາຂະເປັນວິນທີ່ກົງກັບເຫດການສຳຄັນຂອງ ພຣະພຸດທະເຈົ້າ 3ວັນຄື:


  • ເປັນວັນປະສູຕຂອງເຈົ້າຊາຍສິດທັດຖະທີ່ສວນລຸມພິນີ ປະຈຸບັນຢູ່ປະເທດເນປານ ກ່ອນພຸດທະສັກກະຫລາດ 80 ປີ
  •  ເປັນວັນຕັດສະຮູ້ຄົ້ນພົບພຣະສັດຈະທັມແລະ ຈາກເຈົ້າຊາຍມາເປັນພຣະພຸທທະເຈົ້າ ແປວ່າຜູ້ຮູ້ ຜູ້ຕື່ນ ຜູ້ມີຄວາມສຸກ ທີ່ເມືອງອຸລຸເວລາເສນານິຄົມ ປັດຈຸບັນຄືພຸດທະຄະຍາປະເທດອິນເດຍ
  • ເປັນວັນສະເດັດດັບຂັນປະຣິນິບພານ(ຕາຍ) ຂອງພຣະພຸດທະເຈົ້າກ້ອງຕົ້ນສາຣະ ທີ່ເມືອງກຸສິນາຣາ ປະເທດອິນເດຍ



       ຫລາຍຄົນເມື່ອໄດ້ອ່ານໄດ້ຮຽນແລ້ວ ບາງຄົນກໍ່ຄິດໄປວ່າເປັນໄປບໍໄດ້ທີ່ຈະກົງມື້ດຽວກັນ ອັນນີ້ແລ້ວແຕ່ຄົນທີ່ຈະຄິດ ເຮົາເປັນຊາວພຸດເຮົາຕ້ອງເຊື່ອທີ່ປະກອບໄປດ້ວຍປັນຍາ ບໍ່ແມ່ນເຊື່ອໂດຍບໍມີເຫດຜົນ

        ດັ່ງທີ່ພຣະພຸດທະເຈົ້າສະແດງລະດັບປັນຍາຂອງຄນໄວ້ 4 ຂັ້ນຄືກັບດອກບົວ 4 ເຫຼົ່າ ຄວາມເຊື່ອຂອງຄົນທີ່ມີສັດທາໝັ້ນຄົງຢ່າງດຽວກໍ່ບໍ່ຕ້ອງຄຶດຫຍັງຫລາຍ ກໍ່ເພາະພຣະພຸທທະເຈົ້າເປັນຄົນວິເສດ ຊົງເປັນຄູຂອງຄົນທັງຫລາຍ ສາມາດທີ່ຈະຮູ້ໄດ້ທຸກສິ່ງ ການທີ່ວັນທັງສາມມາກົງກັນກໍ່ເປັນທຳມະດາຂອງພຣະພຸດທະເຈົ້າ


        ອີກຄວາມເຊື່ອຂອງຄົນທີ່ມີສັດທາແລະ ປະກອບໄປດ້ວຍປັນຍາກໍ່ບໍ່ໄດ້ຄິດໄປກວ່າວ່າວັນທັງສາມມາກົງກັນ ທີ່ແທ້ກໍ່ເປັນວັນດຽວກໍ່ຄືວັນຕັດສະຮູ້ ຖ້າເຮົາຄິດໃຫ້ດີໆ ວັນຕັດສະຣູ້ນີ້ກໍ່ເປັນວັນເກິດຂື້ນຂອງພຣະພຸທທະເຈົ້າ ຫລືຈາກເຈົ້າຊາຍມາເປັນພຣະພຸທທະເຈົ້າ ແລະເປັນວັນຄົ້ນພົບສັດຈະທຳ ແລະວັນປະຣິນິບພານ ທີ່ຈິງນິບພານແປວ່າເຢັນລົງ ຫລືຫມົດຈາກກິເລດຕັນຫາທັ້ງປວງ ແຕ່ຍັງມີຂັນຫ້າ ມີກາຍມີໃຈຄອງຢູ່ ອີກນິບພານໜຶ່ງກໍ່ຄືໝົດກິເລດພ້ອມກັບການດັບລົງຂອງຂັນຫ້າ ທີ່ພາສາເຮົາວ່າຕາຍຫັ້ນແຫລະ ແຕ່ເຮົາຕາຍນັ້ນບໍ່ຮູ້ວ່າຈະໄປໃສ ຮູ້ແຕ່ວ້າຕ້ອງໄປທີ່ວັດ ຫຼືປ່າຊ້າ ແຕ່ພຣະອໍຣະຫັນຕາຍແລ້ວເພິ່ນມີທາງຂອງເພິ່ນເຮົາບໍ່ສາມາດທີ່ຈະຮູ້ໄດ້ ຕາບໃດທີ່ເຮົາຍັງບໍ່ໄປເຖິງຈຸດນັ້ນ ຄືເຕົ່າກັບປາຖຽງກັນເລື່ອງມີວ່າເຕົ່າສາມາດຂຶ້ນມາເທິງບົກໄດ້ ໄດ້ເຫັນຫລາຍສິ່ງຫລາຍຢ່າງເທິງບົກ ແລ້ວນຳໄປເລົ່າໃຫ້ປາຟັງຢາກທີ່ປາຈະເຊື່ອເຕົ່າວ່າມີເທິງບົກຢູ່ຈິງ ຄົນເຮົາກໍ່ຄືກັນເຮົາຈະຮູ້ວ່າເກືອຈະເຄັມກໍ່ເພາະເຮົາເຄີຍກິນມາແລ້ວ

     ສະນັ້ນເຮົາຈະເຊື່ອວ່ານິບພານມີຢູ່ຈິງກໍ່ເກິດຈາກເຮົາປະຕິບັດເອົາ ບໍ່ມີໃຜທີ່ຈະລິຂິດຊີວິດຂອງເຮົາໄດ້ນອກຈາກເຮົາເອງ ພຣະພຸດທະເຈົ້າກໍ່ບໍ່ສາມາດທີ່ຈະຊ່ອຍໄດ້ ພຣະອົງເປັນພຽງຜູ້ບອກທາງເທົ່ານັ້ນ ຄົນວຽງຈັນຈະຮູ້ວ່າຫລວງພຣະບາງງາມສ່ຳໃດເຮົາຕ້ອງໄປເບິ່ງເອົງ ເຊັ່ນດຽວກັບຄົນຫລວງພຣະບາງຈະຮູ້ວ່າວຽງຈັນງາມສ່ຳໃດກໍ່ຕ້ອງມາເບິ່ງເອງ ການທີ່ເຮົາຈະເຊື່ອໂດຍບໍ່ໄດ້ສຳຜັດຈາກຕົວເອງແລະຂາດເຫດຜົນ ປັນຍາ ແລ້ວຄວາມເຊື່ອຂອງເຮົາກໍ່ບໍ່ມີປະໂຫຍດ
 
        ແຕ່ບໍ່ຕ້ອງຄິດຫຍັງຫລາຍສຳຫລັບຜູ້ທີ່ມັກຊີວິດລຽບງ່າຍໆ ບໍ່ຄ່ອຍທີ່ຈະຄິດເລື່ອງແບບນີ້ກໍ່ ຄິດແຕ່ວ່າເຣົາຈະເຮັດແນວໃດໃຫ້ມີຄວາມສຸກທັ້ງກາຍແລະໃຈ ໃນປະຈຸບັນຊາດນີ້ ເຮົາກໍ່ຂົນຂວາຍເຮັດແຕ່ສິ່ງທີ່ດີ ສິ່ງທີ່ດີທີ່ແທ້ຈິງກໍ່ຄືວ່າ ເຮົາໄດ້ເຮັດໄປແລ້ວທາງກາຍ ວາຈາ ທາງໃຈທີ່ຄິດລົງໄປກະທຳລົງໄປເວົ້າອອກໄປແລ້ວ ຕົວເຮົາແລະຄົນອື່ນບໍ່ເດືອດຮ້ອນ ບໍ່ນຳມາເຊິ່ງນ້ຳຕາ ແຕ່ນຳມາເຊິ່ງສຽງຫົວຄວາມພູມໃຈທັ້ງໃນປະຈຸບັນແລະ ອະນາຄົດນີ້ແຫລະເປັນສິ່ງທີ່ດີ 


ບົດນີ້ແມ່ນອີງຕາມ ພັນຄອມລາວ ຖ້າບໍ່ຄົບຖ້ວນກະລຸນາປັບປຸງຊ່ວຍ ຂໍຂອບໃຈ



No comments:

Post a Comment

ຫົວຂ້ທີ່ໂດດເດັ່ນ

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ  ພາບຈາກ: theconversation.com 1.      ຄວາມຮັກ ຮັກສາທຸກສິ່ງ      ຄວາມກຽດຊັງ ບໍ່ອ...

ໂພສທີ່ຖືກອ່ານຫຼາຍທີ່ສຸດ