Tuesday 29 August 2017

ອົງປະກອບທີ່ສໍາຄັນຂອງ ສາສນາພຸດ ຫຼື ພຸດທະສາສນາ ມີຫຍັງແດ່?

   ສາສນາພຸດ ກໍ່ເຊັ່ນດຽວກັນກັບທຸກໆ ສາສນາໃນໂລກທີ່ມີຄວາມເປັນມາ ແລະ ຕ້ອງດຳລົງຄົງຕົວສືບຕໍ່ໄປນານເທົ່າທີ່ອົງປະກອບຂອງສາສນາສາມາດຂັບເຄື່ອນໄປຢ່າງເປັນລະບົບ ແລະ ປະສານສໍາພັນກັນໄປຢ່າງດີ ມີປະສິດທິພາບ ແລະ ຄຸນນະພາບ ໂດຍທົ່ວໄປແລ້ວສາສນາທຸກສາສນາ ຈະຕ້ອງມີອົງປະກອບສໍາຄັນຢູ່ 4 ຢ່າງດ້ວຍກັນ, ສໍາລັບພຸດທະສາສນາຂອງເຮົານັ້ນ ແມ່ນມີດັ່ງນີ້:
1.)ຫຼັກທັມຄໍາສອນ ຫຼື ພຣະທັມ ເຊິ່ງເປັນຄໍາສອນຂອງອົງສົມເດັດສັມມາສັມພຸດທະເຈົ້າ ທີ່ປະກົດຢູ່ໃນພຣະຄໍາພີ ທີ່ຊື່ວ່າ ພຣະໄຕຣປີດົກ, ທີ່ບັນດາພຣະອະຣິຍະສົງເຈົ້າໃນຍຸກຕ່າງໆໄດ້ບັນທຶກ ຄັດລອກສືບທອດກັນມາ ຈົນມາເຖິງຍຸກປັດຈຸບັນ ຄໍາສອນດັ່ງກ່າວ ຍັງຄົງດຳລົງ ແລະ ເປັນຈິງສະເໝີມາ, ພຣະໄຕຣປີດົກ ແບ່ງອອກເປັນ 3 ພາກສ່ວນຫຼັກໆ ປະກອບດ້ວຍ ພຣະວິນັຍປີດົກ, ພຣະສຸດຕັນຕະປິດົກ(ຫຼື ພຣະສູດ) ແລະ ພຣະອະພິທັມ, ເນື້ອໃນຄໍາສອນຂອງພຸດທະສາສນາ ລວມໆແລ້ວ ແມ່ນແນ່ໃສ່ຜົນສາມປະການຄື 1.​ ສອນໃຫ້ລະເວັ້ນຈາກການກະທຳຄວາມຊົ່ວທັງປວງ,  2. ແນະແນວທາງໃຫ້ປະຕິບັດຕົນໄປທາງທີ່ດີ ແລະ 3.​ ຄື ສອນໃຫ້ໝັ່ນເຝິກຈິດໃຈໃຫ້ຜ່ອງໃສ ຫຼື ສະຫຼຸບ ກໍ່ຄືໃຫ້ລະເວັ້ນກຳຊົ່ວ ສ້າງຄວາມດີ ແລະ ທຳຈິດໃຈໃຫ້ຜ່ອງໃສ.
ພາບ ຕູ້ເກັບມ້ຽນໜັງສືພຣະໄຕຣປີດົກ
 2.)ພຸດທະບໍລິສັດ ແມ່ນບັນດາບຸກຄະລາກອນໃນພຣະພຸດທະສາສນາ ເອີ້ນວ່າ ພຸດທະສາສະນິກກະຊົນ ເຊິ່ງປະກອບມີ ພິກຂຸ(ຄູບາ, ຈົວ), ພິກຂຸນີ(ພຣະຜູ້ຍິງ,ຈົວຜູ້ຍິງ) ອຸປະສົກ(ພໍ່ອອກ) ແລະ ອຸບາສິກາ(ແມ່ອອກ) ລວມກັນເຮົາເອີ້ນວ່າ ພຸດທະບໍລິສັດທັງ4, ແຕ່ລະສ່ວນເຮັດໜ້າທີ່ຕ່າງກັນ ໂດຍມີເປົ້າໝາຍຫຼັກຢ່າງດຽວກັນຄື ທະນຸບໍາລຸງ ແລະ ສືບທອດພຣະພຸດທະສາສນາເປັນສໍາຄັນ, ພຸດທະບໍລິສັດ4 ເປັນພາກສ່ວນຜູ້ຂັບເຄື່ອນພຸດທະສາສນາທີ່ສໍາຄັນ ເປັນຜູ້ທະນຸບໍາລຸງ, ເສີມຂະຫຍາຍ, ປະຕິບັດ ຕາມຫຼັກທັມຄໍາສອນ ແລະ ເລື່ອງອື່ນໆ, ພຸດທະບໍລິສັດທັງ4ນີ້ ລ້ວນແລ້ວແຕ່ມີການພົວພັນຢ່າງສະນິດແໜ້ນ ມີບົດບາດ ແລະ ມີໂອກາດໄດເຂົ້າເຖິງຈຸດສູງສຸດຫຼັກທັມຄໍາສອນໄດ້ເທົ່າກັນ ແລະ ສະເໝີພາບກັນທັງນັ້ນ.
ພາບ: ພໍ່ອອກ ແທ່ອອກໃສ່ບາດ ທີ່ເມືອງຫຼວງ
 3.)ພຸດທະພິທີກຳ ໝາຍເຖິງພິທີກຳຕ່າງໆຂອງສາສະນາພຸດ ເປັນຮູບແບບການປະຕິບັດໃນລະດັບຕ່າງໆໃນຍາມເຮັດບຸນກັນເຊັ່ນ: ການສູດມົນເພື່ອລະນຶກເຖິງຄຸນພຣະສີລັດຕະນະໄຕຣ, ການປະຕິບັດເພື່ອເຮັດໃຫ້ຈິດໃຈສະຫງົບ, ລະເວັ້ນຈາກການກະທຳຄວາມຊົ່ວ ໂດຍຕັ້ງໃຈກະທຳຄວາມດີ, ພິທີກໍາທີ່ສໍາຄັນ ເຊັ່ນ ພິທີອຸປະສົມບົດ, ພິທີເຮັດບຸນເນື່ອງໃນໂອກາດຕ່າງໆ. ໂອກາດວັນສໍາຄັນທາງພຣະພຸດສາສນາ ເຊັ່ນ ວັນມາຄະບູຊາ, ວັນອາສາລະຫະບູຊາ(ບຸນເຂົ້າພັນສາ), ບຸນວິສາຂະບູຊາເປັນຕົ້ນ. ສາສນາພິທີ ສາມາດສ້າງຄວາມັກຄີຝູງຊົນ ໃຫ້ເປັນໜຶ່ງໃຈດຽວກັນ, ບົ່ງບອກເຖິງຄວາມເປັນເອກະລັກຂອງຊາດທາງດ້ານຮີດຄອງ-ປະເພນີ-ວັດທະນະທຳ ສະນັ້ນ; ສາສະນາພິທີ ຈຶ່ງມີຄວາມສໍາຄັນ ທັງພາຍໃນ ແລະ ພາຍນອກໄປດ້ວຍກັນ.
ພາບ ພຣະສົງກຳລັງໄຫວ້ພຣະ ສູດມົນຮ່ວມກັນ

4.)ພຸດທະສະຖານ ແລະ ວັດຖຸສໍາຄັນ, ສະຖານທີ່ສໍາຄັນທາງສາສະນາພຸດ ເຊິ່ງມີ ສັງເວຊະນີຍະສະຖານ ທີ່ເປັນສະຖານທີ່ພຣະພຸດທະເຈົ້າປະສູດ, ຕັດສະຮູ້, ແລະ ປະລິນິບພານ, ວັດ, ໂບດ, ວິຫານ,  ສໍາລັບສາສະນາວັດຖຸຄືໝາຍເຖິງວັດຖຸຕ່າງໆ ທີ່ເປັນຂອງພຸດທະສາສະນາ ທີ່ມີຄວາມສໍາຄັນໄດ້ແກ່ ພຣະໄຕຣປີດົກ, ພຣະພຸດທະຮູບ ຊຶ່ງເປັນສັນຍາລັກຂອງພຣະພຸດທະອົງ ນອກນັ້ນ ກໍ່ມີວັດຖຸມົງຄຸນຕ່າງໆ ຊຶ່ງສ້າງຂື້ນເພື່ອໃຫ້ສາທຸຊົນໄດ້ຍຶດໜ່ຽວ ແລະ ເຕືອນສະຕິ ເພື່ອລະເວັ້ນການກະທຳຄວາມຊົ່ວໂດຍໃຫ້ກະທຳດີ.
ພາບ: ພຸດທະສັງເວຊະນີຍະຖານ ປະເທດອິນເດຍ
ນອກນັ້ນ ຍັງມີສັນຍາລັກຕ່າງໆ ເຊິ່ງກໍ່ເປັນສ່ວນອົງປະກອບທີ່ສໍາຄັນເຊັ່ນດຽວກັນເຊັ່ນ ພາບທັມມະຈັກ, ແລະ ທຸງຫຼາກສີ ເຊິ່ງເປັນສັນຍາລັກ ເຊີ້ງສະເພາະພິເສດ.

No comments:

Post a Comment

ຫົວຂ້ທີ່ໂດດເດັ່ນ

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ  ພາບຈາກ: theconversation.com 1.      ຄວາມຮັກ ຮັກສາທຸກສິ່ງ      ຄວາມກຽດຊັງ ບໍ່ອ...

ໂພສທີ່ຖືກອ່ານຫຼາຍທີ່ສຸດ