Tuesday 29 August 2017

ອົງການພຸດທະສາສນາສຳພັນລາວ ແມ່ນອົງການແນວໃດ? ແລະ ປະຫວັດ ຄວາມເປັນມາຂອງແນວໃດ?

ອົງການພຸດທະສາສະນາສຳພັນລາວ ຫລື ມີຊື່ຫຍໍ້ວ່າ ອພສ.(ພາສາອັງກິດ:Lao Buddhist Fellowship Organization) ມີສຳນັກງານສູນກາງ ອພສ ທີ່ເຄື່ອນໄຫວກິດຈະກຳທາງດ້ານສາສະນາ ຢູ່ທີ່ວັດທາດຫລວງເຫນືອ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເປັນອົງການຫນຶ່ງ ທີ່ສ້າງຕັ້ງຂຶ້ນເພື່ອເຄື່ອນໄຫວວຽກງານທາງດ້ານສາສະນາ ສິນລະທຳ ຖືກຕ້ອງຕາມກົດຫມາຍຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນອົງການທີ່ຄຸ້ມຄອງ ພຣະພຸດທະສາສະນາໃນ ສປປ. ລາວ ແລະສາມາດເຄື່ອນໄວເຜີຍແຜ່ຫລັກທັມຄຳສອນໃນທາງພຣະພຸດທະສາສະນາໃຫ້ປະຊາຊົນລາວໃຫ້ຮູ້ ໃນ ບາບ, ບຸນ ຮູ້ຈັກຫລັກຂອງສີລທັມ ແລະຈະຣິຍະທັມຂອງ ອົງສົມເດັດສຳມາສໍາພຸທເຈົ້າຫລາຍຂື້ນ.  
ຮູບພາບ ກາທັມມະຈັກ ສັນຍາລັກແທນ ມັກມີອົງແປດ
ອົງການພຸດທະສາສະນາສໍາພັນລາວ ເປັນອົງການທີ່ມີພາລະບົດບາດ, ສິດ ແລະ ໜ້າທີ່ ໃນການຄຸ້ມຄອງບໍລິຫານ, ເຜີຍແຜ່ສີລະທັມ, ການສຶກສາສົງ, ການບູລະນະກໍ່ສ້າງ, ການຈັດຕັ້ງປະຕິບັດພຣະທັມມະວິໄນ, ເຕົ້າໂຮມຄວາມສາມັກຄີພຸດທະສາສະນິກະຊົນບັນດາເຜົ່າ ແລະ ການພົວພັນສາກົນກ່ຽວກັບສາສນາ ພາຍໃຕ້ຂອບເຂດຄວາມຮັບຜິດຊອບຂອງຕົນ.ພຣະພູດທະສາສະນາໃນປະເທດລາວ ເປັນພຣະພຸດທະສາສະນາແບບເຖຣະວາດ ຫລືມະຫານິກາຍ ເອີ້ນວ່າ ''ພຣະສົງລາວ'' ອົງການດັ່ງກ່າວ ແມ່ນລັດຖະບານລາວ ,ແນວລາວສ້າງຊາດ ແລະ ຊາວສາສະນາສະນິກກະຊົນລາວທົ່ວປະເທດເປັນຜູ້ອຸປະຖຳ.
ການບໍລິຫານຈັດການ ຂອງ ອພສ ແບ່ງອອກເປັນຂັ້ນ ສາຍໄຍຕ່າງໆ ເຊິ່ງເຮັດໜ້າທີ່ປະສານຕໍ່ວຽກງານຈາກສູນກາງໄປທ້ອງຖິ່ນ ໃນການດຳເນີນກິດຈະການງານບຸນສາສນາຕ່າງໆ ເພື່ອໃຫ້ວ່ອງໄວ ທົ່ວເຖິງ ແລະ ມີປະສິດທິພາບ. ນອກນັ້ນກໍ່ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານ ໃຫ້ສອດຄ່ອງກັບລັດຖະທຳມະນູນຂອງສົງ ແລະ ລະບຽບກົດໝາຍຂອງຝ່າຍບ້ານເມືອງ. ຫ້ອງການຂອງ ອພສ ແມ່ນມີຢູ່ທົ່ວປະເທດຕາມລໍາດັບ ແລະແບ່ງອອກເປັນຂັ້ນຕ່າງໆ ມີລະບົບການບໍຣິຫານງານສູນກາງ ອພສ  3 ຄະນະ, 4 ກັມມາທິການ ແລະ 1  ຫ້ອງການສູນກາງ ອພສ.ດັ່ງນີ້:
ຄະນະປະຈຳ ຫ້ອງການແຕ່ລະກຳມາທິການ
1.    ຄະນະປະຈຳສູນກາງ ອພສ.
2.   ປະທານແລະຮອງປະທານ ສູນກາງ ອພສ.
3.   ຄະນະບໍຣິຫານງານສູນກາງ ອພສ.
ກັມມາທິການຕ່າງໆໃນລະບົບສາຍໄຍການບໍລິຫານຂອງ ອພສ
1.     ກັມມາທິການປົກຄອງສົງ
2.    ກັມມາທິການສຶກສາສົງ
3.    ກັມມາທິການເຜີຍແຜ່ສີລທັມແລະປະຕິບັດກັມມາຖານ
4.    ກັມມາທິການສາທາຣະນູປະການ
ຫ້ອງການສູນກາງ ອພສ.

    I.      ປະຫວັດຄວາມເປັນມາຂອງ ອົງການພຸດທະສາສນາສໍາພັນລາວ
ໃນປີ ຄ.ສ. 1960 ເມື່ອກະແສແຫ່ງການຕໍ່ສູ້ກູ້ຊາດ ພາຍໃນປະເທດໃນສະໄໝນັ້ນ ໄດ້ສ້າງເງື່ອນໄຂ ແລະເປັນປັດໃຈ ໃຫ້ແກ່ຄະນະສົງທົ່ວປະເທດ ແລະອອກຕົນຍາດໂຍມ ປຶກສາຫາລຶກັນໃນການສ້າງ ຄວາມສາມັກຄີພາຍໃນຊາດສາສະນາ ໃຫ້ມີຂຶ້ນ ເພາະໃນສະໄໝກ່ອນ ປວງຊົນຊາວລາວໃນທົ່ວປະເທດ ຍັງບໍ່ທັນເປັນຫນຶ່ງດຽວ ບໍ່ມີອົງກອນນຳພາ ໃນການສ້າງຄວາມສາມັກຄີ ຕ່າງຝ່າຍຕ່າງສູ້ຕາມກຳລັງຂອງຕົນເອງ ໃນແຕ່ລະເຂດ. ໂດຍມີປະນິທານປະຊາທິປະໄຕ ພາຍໃຕ້ສີລະທັມ ທີ່ວ່າ ພຣະສົງບໍ່ຕັດແຍກອອກຈາກ ອອກຕົນຍາດໂຍມ, ພຣະພຸດທະສາສະນາບໍ່ຕັດແຍກອອກຈາກຊາດ, ສີລະທັມບໍ່ຕັດແຍກອອກຈາກການເມືອງ ຊາດໄດ້ວາງເປົ້າຫມາຍຢ່າງໃດ ພຣະສົງ -ສາມະເນນໄດ້ຖືເອົາເປັນເປົ້າຫມາຍຢ່າງນັ້ນ ພ້ອມກັບຄວບຄູ່ໄປດ້ວຍ ຫລັກພຣະທັມ ວິນັຍ ຍຶດຖື ຄວາມມີສະເຫມີພາກ ທັງທາງດ້ານຄຸນນະທັມແລະຈະຣິຍະທັມ ອັນເປັນຫລັກຄຳສອນໃນທາງພຣະພຸດທະສາສະນາ ດັ່ງນັ້ນ ຕາມຄວາມຮຽກຮ້ອງຂອງສະພາບບ້ານເມືອງ ແລະ ຕາມຄວາມສັດທາ ຂອງສາສະນິກກະຊົນ ອົງການພຸດທະສາສະນາສໍາພັນລາວຈຶ່ງໄດ້ກໍ່ກຳເນີດ ແລະ ໄດ້ເຄື່ອນໄຫວ ສົ່ງເສີມອົບຮົມສີລະທັມໃຫ້ປະຊາຊົນລາວເຮົາ ຕາມນະໂຍບາຍທາງດ້ານຝ່າຍສົງ ແລະ ຝ່າຍພັກລັດ ບ້ານເມືອງສະເໝີມາ

1.   ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດຄັ້ງທີ 1
ຕໍ່ມາເມື່ອອົງການພຸດທະສາສະນາສຳພັນລາວ ໄດ້ດຳເນີນງານການເຄື່ອນໄຫວໄປໃນລະຍະຫນຶ່ງ ຈິ່ງເຫັນວ່າ ລະບົບການຈັດຕັ້ງ ແລະການບໍຣິຫານງານຄວນປັບປຸງມໃຫ້ດີຂຶ້ນກວ່າເກົ່າ ດັ່ງນັ້ນ; ໃນປີ ພ.ສ. 2504 (ຄ.ສ. 1962) ໂດຍໄດ້ເຫັນດີເປັນເອກະພາບ ຈາກສູນກາງແນວລາວຮັກຊາດ ໃຫ້ເປີດກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງການພຸດທະສາສະນາສຳພັນລາວ ໃນວັນທີ 3 ເດືອນ ມິຖຸນາ ຄ.ສ.1962 ທີ່ ວັດໂພນສະຫວັນ ເມືອງແປກ ແຂວງຊຽງຂວາງ ມີພຣະສົງ ເຂົ້າຮ່ວມທັງຫມົດ 160 ອົງ ໂດຍມີ ພຣະອາຈານໃຫຍ່ມະຫາບົວຄຳ ວໍຣະເພັດ ເປັນອົງອາວຸໂສ ມີພັນສາຫລາຍກວ່າ ອົງອື່ນ ກອງປະຊຸມໃຫຍ່ດັ່ງກ່າວ ເຫັນດີ ເປັນເອກະສັນ ແຕ່ງຕັ້ງພຣະສົງ 15 ອົງ ເປັນຄະນະບໍຣິຫານງານຂອງອົງການພຣະພຸດທະສາສະນາສຳພັນລາວ ໃນນັ້ນມີ ຮອງປະທານ 2 ອົງ ພຣະອາຈານມະຫາຄຳຕັນ ເທພບົວລີ ເປັນປະທານອົງການພຸດທະສາສະນາສໍາພັນລາວ ແລະພຣະອາຈານໃຫຍ່ມະຫາບົວຄຳ ວໍລະເພັດ ເປັນປະທານກິດຕິມະສັກ. ສ່ວນທາງດ້ານສູນກາງແນວລາວຮັກຊາດໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນັ້ນ ມີ:
1.   ທ່ານຫນູຮັກ ພູມສະຫວັນ
2.  ທ່ານສິງກະໂປ ສີໂຄດຈຸນລະມະນີ
3.  ທ່ານປ້າເພັຽຄຳສຸກ ວົງວິຈິຕ
4.  ທ່ານເດືອນ ສຸນນະລາດ
ແລະ ອີກຫລາຍໆ ທ່ານ ລວມທັງໝົດ 20 ທ່ານ ກອງປະຊຸມໃຫຍ່ພຣະສົງໃນຄັ້ງນັ້ນໄດ້ ຜ່ານກົດລະບຽບໂຄງສ້າງດຳເນີນງານຢູ່ 7 ຫົວຂໍ້ ສືບຕໍ່ນຳພາພຣະສົງ - ສາມະເນນ ຄຽງຄູ່ກັບແນວລາວຮັກຊາດ ເພື່ອສ້າງຄວາມເປັນເອກະພາບ ສັນຕິພາບ ປະຊາທິປະໄຕ ໃນສັງຄົມລາວໃຫ້ມີຂຶ້ນ ໂດຍນຳຫລັກສີລະທັມທາງພຣະພຸດທະສາສະນາ ນອກຈາກນີ້ ເພື່ອໃຫ້ ຊາດ ແລະສາສະນາ ຄຽງຄູ່ໄປດ້ວຍກັນ ຈຶງປະສົມປະສານກັບນະໂຍບາຍຂອງແນວລາວຮັກຊາດ ເມື່ອກອງປະຊຸມໃຫຍ່ໄດ້ສຳເລັດ ໄດ້ມີມະຕິຕົກລົງ ແບ່ງຫນ້າທີ່ຂອງແຕ່ລະເມືອງ ພາຍໃນ ແຂວງຊຽງຂວາງ ໂດຍແບ່ງເປັນ 5 ຕົວເມືອງ
1.   ເມືອງແປກ
2.  ເມືອງຄຸນ
3.  ເມືອງຄຳ
4.  ເມືອງຫນອງແຮດ
5.  ເມືອງສູ້ຍ
ນອກຈາກນັ້ນ ຍັງໃຫ້ໄປປະຈຳຢູ່ ເມືອງຍົມມະລາດມະຫາໄຊ, ແຂວງຫົວພັນ ແລະອີກຫລາຍໆແຂວງທາງພາກເຫນືອຂອງລາວ ໂດຍຖືເອົາແຂວງຊຽງຂວາງ ແລະແຂວງຫົວພັນເພື່ອເຄື່ອນໄຫວວຽກງານເຜີຍແຜ່ສີລທັມ ໃຫ້ເຂົ້າເຖິງອອກຕົນຍາດໂຍມ

2.   ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດຄັ້ງທີ 2
ກອງປະຊຸມໃຫຍ່ພຣະສົງທົ່ວປະເທດຄັ້ງທີ 2 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນ ວັນທີ 6 ເດືອນ 6 ຄ.ສ. 1976 ທີ່ມະຫາກຸຕິ ວັດທາດຫລວງເຫນືອ ນະຄອນຫລວງວຽງຈັນ ໂດຍມີຜູ້ແທນພຣະສົງເຂົ້າຮ່ວມທັ້ງຫມົດ 79 ອົງ ໃນທົ່ວປະເທດ ຈຸດປະສົງຂອງການປະຊຸມໃຫຍ່ໃນຄັ້ງນີ້ ແມ່ນ: ຍຶດອຳນາດການປົກຄອງສົງໃນລະບອບເກົ່າ ແລະສ້າງຕັ້ງລະບອບໃຫມ່ ແລະສ້າງຕັ້ງອົງປະທານຄະນະສົງຂຶ້ນໃຫມ່ ຄະນະຜູ້ແທນຝ່າຍບ້ານເມືອງມີບຸກຄົນສຳຄັນເຂົ້າຮ່ວມ ດັ່ງນີ້
1.   ສົມເດັດເຈົ້າສຸພານຸວົງ ປະທານປະເທດໃນສະໄໝນັ້ນ
2.  ສົມເດັດເຈົ້າສຸວັນນະພູມມາ ທີ່ປຶກສາລັດຖບານ
3.  ພະຍາພູມມີ ວົງວິຈິຕ ລັດຖະມົນຕີກະຊວງສຶກສາທິການກິລາ ແລະທັມມະການ
4.  ທ່ານມະຫາສຸວັນນະເມທີ ລັດຖະມົນຕີກະຊວງຍຸຕິທັມ
ມີບຸກຄົນສຳຄັນອື່ນອີກ 16 ທ່ານ ທີ່ເຂົ້າຮ່ວມໃນກອງປະຊຸມໃນຄັ້ງນັ້ນ ຄະນະຈັດຕັ້ງໄດ້ ຈະເຣີນພອນ ເຊີນ ພະຍາພູມີ ວົງວິຈິຕ ອອກຄວາມຄິດ ຄວາມເຫັນ ໃນທີ່ປະຊຸມກ່ອນ ແຕ່ທ່ານພະຍາພູມີ ວົງວິຈິຕ ເຊີນສົມເດັດປະທານ ສຸພານຸວົງ ໃຫ້ສະແດງຄວາມຄິດເຫັນກ່ອນ ໃນທີ່ປະຊຸມ ຕໍ່ຈາກນັ້ນຈິ່ງເປັນພະຍາພູມີ ວົງວິຈິຕ ຄະນະຜູ້ແທນໃນທີ່ປະຊຸມໄດ້ຕົກລົງ ເປັນເອກະສັນ ຮັບຮອງເອົາ ເອົາມະຕິ 9 ຂໍ້ ເອີ້ນວ່າ ມະຕິ33” ເນື້ອຫາ ໃນມະຕິ 9 ຂໍ້ນັ້ນ ສະຫລຸບວ່າ ລົບລ້າງພຣະພຸດທະສາສະນາແບບທັມຍຸຕຕິກະນິກາຍ ແລະພຣະພຸດທະສາສະນາແບບມະຫານິກາຍ ຢ່າງສິ້ນເຊີງ ເພື່ອຈະເອົາພຣະພຸດທະສາສະນາທັ້ງ ສອງນິກາຍນີ້ລວມເຂົ້າດ້ວຍກັນ ເອີ້ນວ່າ ຄະນະສົງລາວ ເທົ່ານັ້ນ ອົງການພຸດທະສາສະນາສຳພັນລາວ ເປັນອົງການດຽວທີ່ຈັດຕັ້ງຂຶ້ນ ຖືກຕ້ອງ ຕາມກົດຫມາຍ ເຊິ່ງມີບົດບາດ ຫນ້າທີ່ ໃນການຄຸ້ມຄອງພຣະພຸດທະສາສະນາ ນຳພາພຣະສົງ-ສາມະເນນ ເຜີຍແຜ່ສີລທັມໃຫ້ເຂົ້າເຖິງຊາວບ້ານໃນທົ່ວປະເທດ ແລະພັນທະນາປະເທດຊາດຄ່ຽງຄູ່ໄປດ້ວຍກັນ ໃນການປະຊຸມຄັ້ງນັ້ນໄດ້ເລືອກຄະນະປະທານກິຕຕິມະສັກ 4 ອົງ ຄະນະບໍຣິຫານງານສູນກາງ ອ.ພ.ສ. 30 ອົງ ແລະຄະນະປະຈຳ ອີກ 9 ອົງ ເຊິ່ງແມ່ນພຣະອາຈາຣຍ໌ມະຫາຄຳຕັນ ເທບບົວລີ ເປັນປະທານ ອົງການພຣະພຸດທະສາສະນາສຳພັນລາວ

3.   ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດຄັ້ງທີ 3
ເພື່ອເຮັດໃຫ້ພຣະພຸດທະສາສະນາໃນທົ່ວປະເທດຫມັ້ນຄົງ ແລະອອກຕົນຍາດໂຍມຮູ້ຈັກພຣະພຸດທະສາສະນຫລາຍຂຶ້ນ ຈາກທີ່ເຄີຍນັບຖືຜີສ້າງ ເທວະດາ ໂດຍທົ່ວກັນນັ້ນ ກອງປະໃຫຍ່ຜູ້ແທນພຣະສົງທົ່ວປະເທດຄັ້ງທີ່ສາມ ກໍໄດ້ໄຂຂຶ້ນໃນ ວັນທີ່..... ເດືອນ 9 ປີ ຄ.ສ. 1987 ທີ່ ວັດອູບມຸງ ນະຄອນຫຼວງວຽງຈັນ ໂດຍມີພຣະສົງພາຍໃນ  ແລະຕ່າງປະເທດເຂົ້າຮ່ວມ ແລະມີຜູ້ແທນຝ່າຍບ້ານເມືອງເຂົ້າຮ່ວມ ພະນະທ່ານພູມີ ວົງວິຈິຕ ຮອງປະທານປະເທດ ປະທານສູນກາງແນວລາວສ້າງຊາດເປັນກຽດເຂົ້າຮ່ວມ ພ້ອມທັງປາໄສ ໃນທີ່ປະຊຸມ ຈຸດປະສົງຂອງການປະຊຸມໃນຄັ້ງນີ້ ແມ່ນ ເພື່ອປັບປຸງການຈັດຕັ້ງຂອງ ອົງການພຸດທະສາສະນາ ຂັ້ນຕ່າງໆ ໃຫ້ດີກວ່າເກົ່າ ແລະເສິີມຂະຫຍາຍບົດບາດຂອງພຣະສົງລາວ ໃນການນຳເອົາ ຫຼັກທັມຄຳສັ່ງສອນ ໃນທາງພຣະພຸດທະສາສະນາ ເຂົ້າໄປມີບົດບາດໃນນະໂຍບາຍຂອງພັກ ແລະລັດ ທີ່ໄດ້ວາງອອກ ແລະເຜີຍແຜ່ສີລທັມ ໃຫ້ອອກຕົນຍາດໂຍມໄດ້ເຂົ້າໃຈໃນຫລັກ ທັມຄຳສອນ ທີ່ເປັນຄຸນງາມຄວາມດີ ພ້ອມກັບຮັກສາຄວາມບໍຣິສຸດແຫ່ງພຣະພຸດທະສາສະນາ ເພື່ອບໍ່ໃຫ້ໃຜມາທຳລາຍໄດ້ ຄຽງຄູ່ກັບການພັດທະນາບ້ານເມືອງຕາມນະໂຍບາຍຂອງ ພັກ ລັດ ທີ່ໄດ້ວາງອອກນັ້ນ
ຮູບພາບ ທຸງຫຼາກສີ ທີ່ເປັນສັນຍາລັກ ຂອງພຮະພຸດທະສາສນາ

4.   ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດຄັ້ງທີ 4-5
ໃນ 5 ປີຕໍ່ມາ ອົງການພຣະພຸດທະສາສະນາ ຫລື ອ.ພ.ສ. ໄດ້ໄຂຂຶ້ນຢ່າງເປັນທາງການອີກຄັ້ງ ທີ່ ສາລາໂຮງທັມ ວັດມະຫາພຸດທະວົງ ໂສກປ່າຫລວງ ໂດຍມີຕົວແທນພຣະສົງໃນທົ່ວປະເທດເຂົ້າຮ່ວມປະຊຸມ ແລະຄະນະຜູ້ແທນຝ່າຍບ້ານເມືອງ ມີ ທ່ານອຸດົມ ຂັນຕິຍະວົງ,  ທ່ານສີສະຫວາດ ແກ້ວບຸນພັນ ກອງປະຊຸມດັ່ງກ່າວໄດ້ມີມະຕິແຕ່ງຕັ້ງ ກັມມາທິການສູນກາງ ອ.ພ.ສ. ໃນນັ້ນ ຄະນະປະຈຳ 9 ອົງ ກັມມາທິການ ກິຕຕິມະສັກ 9 ອົງ ແລະທີ່ສຳຄັນໃນກອງປະຊຸມຄັ້ງນີ້ ແມ່ນກອງປະຊູມໄດ້ມີມະຕິ ແຕ່ງຕັ້ງ 4 ກັມມາທິການ ຄື
1.   ກັມມາທິການປົກຄອງສົງແລະຄຸ້ມຄອງພຣະພຸດທະສາສະນາ
2.  ກັມມາທິການສຶກສາສົງ
3.  ກັມມາທິການເຜີຍແພ່ສີລທັມ ແລະປະຕິບັຕວິປັສສະນາກັມມະຖານ
4.  ກັມມາທິການສາທາລະນູປະການ

5.   ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດຄັ້ງທີ 6
ປີ ຄ.ສ. 2011 ອົງການພຣະພຸດທະສາສະນາ ໄດ້ເປິດກອງປະຊູມໃຫຍ່ຜູ້ແທນພຣະສົງທົ່ວປະເທດຂຶ້ນອີກຄັ້ງ ທີ່ ຫໍທັມມະສະພາ ວັດທາດຫລວງເຫນືອ ນະຄອນຫລວງວຽງຈັນ ຈຸດປະສົງຫລັກຂອງການປະຊຸມໃນຄັ້ງນີ້ ແມ່ນເລືອກຕັ້ງ ປະທານ ອົງການພຣະພຸດທະສາສະນາສຳພັນລາວ ອົງໃຫມ່ ແທນພຣະອາຈາຣຍ໌ໃຫຍ່ມະຫາວິຈິຕ ສິງຫາຣາຊ ປະທານ ສູນກາງ ອ.ພ.ສ. ອົງເກົ່າ ທີ່ໄດ້ມໍຣະນະພາບໄປ ແລະເພື່ອປັບປຸງ ລະບົບການບໍຣິຫານງານ ການຈັດຕັ້ງໃນ 4 ກັມມາທິການໃຫ້ດີເພິ່ມຕື່ມອີກດ້ວຍ. ໂດຍຖືເປັນກຽດເຂົ້າຮ່ວມກອງປະຊຸມຂອງ ພະນະທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕຣີ ແລະລັດຖະມົນຕຣີ ກະຊວງການຕ່າງປະເທດ.

6.   ກອງປະຊຸມໃ ຫຍ່ຜູ້ແທນພຣະສົງທົ່ວປະເທດຄັ້ງທີ 7
ໃນວັນທີ 19-20 ເດືອນ 9 ພ.ສ. 2559 ຄ.ສ. 2016 ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ ສູນການຮ່ວມມືສາກົນ ແລະການຝຶກອົບຮົມ ICTC (International Cooperation and training Center) ຫລັກ 5 ນະຄອນຫລວງວຽງຈັນ ໂດຍມີ ພຣະອັຄຄະມະຫາສັທທັມມະໂຊຕິກະທະຊະ (ຍາທ່ານໃຫຍ່ມະຫາງອນ ດຳຣົງບຸນ) ອົງທີ 5 ແຫ່ງຄະນະສົງລາວ ທົ່ວປະເທດ ເປັນປະທານຝ່າຍພຣະສົງ ເຊິ່ງໄດ້ ຖືກແຕ່ງຕັ້ງກ່ອນຫນ້ານີ້ ເມື່ອວັນທີ 17 ທັນວາ ປີ ຄ.ສ. 2015 ແທນປະທານອົງທີ່ ມໍຣະນະພາບໄປ ຄື ຍາທ່ານໃຫຍ່ມະຫາຜ່ອງ ສະມາເລີກ, ຍາທ່ານມະຫາມີ.... ພຣະສົງທົ່ວປະເທດເຂົ້າຮ່ວມທັງຫມົດ ..... ແລະປະທານຝ່າຍຄະລຶຫັດ ແມ່ນ ທ່ານໄຊສົມພອນ ພົມວິຫານ ນອກຈາກນີ້ຍັງມີປະທານອົງການພຣະພຸດທະສາສະນາ ຈາກ ສ.ສ ຫວຽດນາມ ຄື ພຣະອາຈານໃຫຍ່ທິດທຽນເຍືອນ ແລະທ່ານຫມິງຢີ້ ວັດຫລົວຕິ່ງ ຫລິງຊັນ ສປ. ຈີນ, ມູນນິທິໂພທິຄະຍາ ວິດຊາໄລ ຣາຊະອານາຈັກໄທ ຊຸມນຸມນິສິດ ນັກສຶກສາລາວ ທີ່ໄປສຶກສາຢູ່ໃນ ຣາຊະອານາຈັກໄທ ຈາກທົ່ວປະເທດ ເຂົ້າຮ່ວມອີກດ້ວຍ ເພື່ອໃຫ້ກອງປະຊຸມດຳເນີນໄປຢ່າງມີຄຸນຄ່າ ຈຶ່ງໄດ້ມີການສະແດງຄວາມຄິດ ຄວາມເຫັນໃນທີ່ປະຊຸມ ໂດຍການຕາງຫນ້າຂອງແຕ່ລະ ອົງການ ຫນ່ວຍງານ ທັງພາຍໃນ  ແລະຕ່າງປະເທດ ບໍ່ວ່າຈະເປັນ ຈາກກະຊວງພາຍໃນ ຂຶ້ນປະກອບຄວາມເຫັນໃນຫົວຂໍ້ ການຄຸ້ມຄອງລັດ ຕໍ່ວຽກງານສາສະນາໃນ ສປປ.ລາວ”, ຈາກ ກະຊວງສຶກສາທິການ ສະແດງຄວາມຄິດເຫັນໃນຫົວຂໍ້ ຄວາມສຳຄັນຂອງການສຶກສາສົງໃນປັດຈຸບັນ”, ຈາກກະຊວງຖະແຫລງຂ່າວ ວັດທະນະທັມ ແລະ ທ່ອງທ່ຽວ ສະແດງຄວາມຄິດເຫັນໃນຫົວຂໍ້ ການມີສ່ວນຮ່ວມຂອງພຣະສົງກັບການອະນຸລັກຮັກສາປູຊະນີຍະສະຖານ ແລະ ວັດຖຸບູຮານໃນທາງພຣະພຸດທະສາສະນາຈາກສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ສະແດງຄວາມຄິດເຫັນໃນຫົວຂໍ້ ການມີສ່ວນຮ່ວມຂອງພຣະສົງກັບການສຶກສາອົບຮົມຊາວຫນູ່ມເຍົາວະຊົນລາວຈາກ ສູນກາງສະຫະພັນແມ່ຍິງລາວ ສະແດງຄວາມຄິດເຫັນໃນຫົວຂໍ້ ບົດບາດຂອງແມ່ຍິງລາວກັບການອຸປະຖຳພຣະພຸດທະສາສະນານອກຈາກນີ້ຍັງມີປະທານອົງການພຣະພຸດທະສາສະນາສຳພັນລາວແຂວງອື່ນໆ ທີ່ຂຶ້ນປະກອບຄວາມເຫັນ ມີ ແຂວງສະຫວັນນະເຂດ ສະແດງຄວາມຄິດເຫັນໃນຫົວຂໍ້ ວຽກງານສາທາລະນູປະການ ແລະການເຜີຍແຜ່ສີລທັມທີ່ພົ້ນເດັ່ນພາຍໃນແຂວງສະຫວັນນະເຂດ ໂດຍ ພະອາຈານໃຫຍ່ ມະຫາສົມບູນ ສິຣິປັນໂຍ ປະທານອົງການພຸດທະສາສະນາສໍາພັນລາວແຂວງສະຫວັນນະເຂດ, ປະທານ ອ.ພ.ສ. ແຂວງຫລວງພຣະບາງ, ປະທານ ອ.ພ.ສ. ແຂວງຈຳປາສັກ ແລະຈາກຜູ້ຊົງຄຸນນະວຸທິ ທີ່ໄດ້ເຊີນເຂົ້າມາຮ່ວມອີກ ຫລາຍໆ ທ່ານ
- ຂໍ້ມູນຈາກ ຫ້ອງການສູນກາງ ອພສ ໂດຍ ພຣະ ອຈ ປທ ພູຄໍາ ຮອງຫົວໜ້າຫ້ອງການສູນກາງອພສ

No comments:

Post a Comment

ຫົວຂ້ທີ່ໂດດເດັ່ນ

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ  ພາບຈາກ: theconversation.com 1.      ຄວາມຮັກ ຮັກສາທຸກສິ່ງ      ຄວາມກຽດຊັງ ບໍ່ອ...

ໂພສທີ່ຖືກອ່ານຫຼາຍທີ່ສຸດ