Thursday 23 August 2018

ຍ້ອນຫຍັງເຮົາຈຶ່ງໄຫວ້ພຣະສູດມົນ

1. ບາງຄົນ ໄຫວ້ເພາະຕ້ອງການຄວາມສະຫງົບດ້ານຈິດໃຈ.
2. ບາງຄົນ ໄຫວ້ເພາະຂໍພອນໃຫ້ສົມຫວັງ ທີ່ຕັ້ງເປົ້າໄວ້.
3. ບາງຄົນ ໄຫວ້ເພາະເປັນຫ່ວງນຳຮີດຄອງ ປະເພນີ.
4. ບາງຄົນ ໄຫວ້ເພາະມັນເປັນກົດລະບຽບຂອງວັດ.
5. ບາງຄົນ ໄຫວ້ເພາະເພື່ອລະນຶກເຖິງຄຸນພຣະຣັດຕະນະໄຕ.
6. ບາງຄົນ ໄຫວ້ເພາະຢາກລະນຶກ ແລະ ອຸທິດບຸນໃຫ້ຍາດພີ່ນ້ອງ
7. ບາງຄົນ ໄຫວ້ເພາະສ້າງກຸສົນ ບຸນໃຫ້ກັບຕົນເອງ.
8. ບາງຄົນ ໄຫວ້ເພາະໃຫ້ຄົນເຫັນວ່າຕົນເອງເປັນຜູ້ສັດທາທີ່ດີຜູ້ໜຶ່ງຂອງສາສນາ.
9. ບາງຄົນ ໄຫວ້ເພາະຊ່ວຍລະລືມຄວາມທຸກຕ່າງໆໄດ້ ແລະ ຮູ້ສຶກສະບາຍໃຈ ເວລາໄດ້ໄຫວ້.
10. ບາງຄົນ ໄຫວ້ເພາະເພື່ອການສ້າງສັດທາເພີ່ມພູນໃຫ້ຕົນເອງ.
11. ບາງຄົນ ໄຫວ້ເພາະເພື່ອໃຫ້ຄົນອື່ນມີສັດທາຕໍ່ພຣະສາສນາ.
12. ບາງຄົນ ໄຫວ້ເພາະຢາກລະການຖືຕົນ ຖືໂຕ.
13. ບາງຄົນ ໄຫວ້ເພາະບໍ່ມີຄົນໄຫວ້ ຈຳເປັນຕ້ອງໄຫວ້.
14. ບາງຄົນ ໄຫວ້ຕາມພໍ່ແມ່ ເຖົ້າແກ່ ຄູບາອາຈານຊັກຊວນ.
15. ບາງຄົນ ໄຫວ້ເພາະບໍ່ໄດ້ໄຫວ້ມາດົນແລ້ວ.
16. ບາງຄົນ ໄຫວ້ເພາະຢາກຮຽນຮູ້ຮີດຄອງ ແລະ ຄວາມໝາຍຂອງບົດສູດມົນ.
ພາບຈາກອິນເຕີເນັດ

ແລະ ຍັງມີອີກຫຼາຍຄົນໄຫວ້ ຕັ້ງມີໃຈຢາກໄຫວ້ສູດມົນເພາະມີສັດທາ(ຄວາມເຊື່ອແບບອື່ນໆ) ແຕ່ບໍ່ສາມາດອະທິບາຍເວົ້າເປັນເຫດຜົນໄດ້.
ແຕ່ທີ່ສຸດແລ້ວ ບໍ່ວ່າເຮົາຈະໄຫວ້ດ້ວຍເຫດຜົນໃດ ໃຫ້ໄຫວ້ດ້ວຍ ກາຍທີ່ສັງລວມ_ໃຈທີ່ເປັນມິດ_ຄິດໃຫ້ເປັນບວກ_ເຮັດໃຈເບີກບານ ແລະ ດ້ວຍຄວາມໝັ້ນໃຈ ກໍ່ວ່າເປັນບຸນແລ້ວ(ສີນ).
ເພາະໄຫວ້ແລ້ວບໍ່ໄດ້ຄິດຮ້າຍໃຜ ບໍ່ໄດ້ທຳລາຍໃຜ ແລະ ອີກຢ່າງເຮົາຈະໄດ້ເຝິກຄວາມອົດທົນ ອົດກັ້ນ(ຂັນຕິ), ໄດ້ເຝິກໃຊ້ຄວາມຕັ້ງໃຈ ຄວາມໜັກແໜ້ນຕໍ່ສິ່ງທີ່ກຳລັງເຮັດຢູ່(ສະມາທິ), ແລະ ຍັງມີຫຼາຍກວ່ານັ້ນຖ້າມີຄວາມຕັ້ງໃຈແລະ ເຂົ້າໃຈຄວາມໝາຍຂອງບົດໄຫວ້ພຣະ(ປັນຍາ)ເຊັ່ນ:
1. ບົດແຜ່ເມດຕາ ຈະສື່ບອກວ່າເຮົາເປັນຄົນໃຈກວ້າງ (ຂໍແຜ່ບຸນກຸສົນໃຫ້ທຸກໆສິ່ງບໍ່ມີການຍົກເວັ້ນ ບໍ່ວ່າຈະເປັນສັດຕູ, ມິດ, ແລະ ອື່ນໆ;
2. ບົດພິຈາລະນາປັດຈະເວກ.(ຮູ້ພິຈາລະນາເຖິງປັດໄຈຄວາມສຳຄັນພື້ນຖານຂອງຊີວິດຈິງໆ);
3. ບົດພິຈາລະນາສັງຂານ, ບົດກ່າວຄຳສັນລະເສີນພຣະລັດຕະນະໄຕ ແລະ ບົດອື່ນໆ(ຮູ້ເນື້ອແທ້ຂອງສິ່ງທັງປວງ ແລະ ຄຸນຕ່າງໆຂອງພຣະລັດຕະນະໄຕ).
ສະຫຼຸບແລ້ວໄດ້ ສິນ, ຂັນຕິ, ສະມາທິ ແລະ ປັນຍາ
ພາບຈາກໂຄງການເມດຕາທັມ

ແຕ່ກົງກັນຂ້າມ ຖ້າເຮົາໄຫວ້ແລ້ວເຮັດສິ່ງທີ່ກົງກັນຂ້າມ ຫຼື ໄດ້ສິ່ງທີ່ກົງກັນຂ້າມກັບທີ່ເວົ້າມາຂ້າງເທິງ ໃຫ້ປ່ຽນວິທີຄິດຈະດີສຸດ.
ຖ້າຖາມວ່າ ໄຫວ້ພຣະແລ້ວໄດ້ຫຍັງ? 

ຄໍາຕອບ ຢູ່ທີ່ວ່າ ເຮົາໄດ້ທຳກາຍ ວາຈາ ແລະ ໃຈ ຂອງເຮົາເປັນແບບໃດເວລາໄຫວ້". ແຕ່ຖ້າໄຫວ້ແລ້ວບໍ່ໄດ້ສິ່ງໜຶ່ງ ກະໄດ້ສິ່ງໜຶ່ງເປັນສີ່ງແນ່ນອນຢູ່ແລ້ວ ບໍ່ໄດ້ບວກ ກະລົບ ແລະ ຢ່າເອົາແຕ່ເຊື່ອໆ ຈົນລືມຄຳນວນເຫດຜົນນຳ.
ແລ້ວເຈົ້າໄຫວ້ພຣະສູດມົນເພາະຫຍັງ ແລະ ຄິດວ່າຕົນເອງໄດ້ຫຍັງ?

No comments:

Post a Comment

ຫົວຂ້ທີ່ໂດດເດັ່ນ

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ  ພາບຈາກ: theconversation.com 1.      ຄວາມຮັກ ຮັກສາທຸກສິ່ງ      ຄວາມກຽດຊັງ ບໍ່ອ...

ໂພສທີ່ຖືກອ່ານຫຼາຍທີ່ສຸດ