Friday 10 August 2018

ຄວາມເປັນມາໃນການເຄນສິ່ງຂອງແກ່ພຣະສົງຄ໌ ແລະ ຄວາມຫມາຍຂອງການເຄນ


  1. ຄວາມເປັນມາໃນການເຄນສິ່ງຂອງແກ່ພຣະສົງຄ໌


    ໃນສະໄໝນັ້ນ ພຣະຜູ້ມີພຣະພາກເຈົ້າປະທັບຢູ່ທີ່ກູດດາຄານສາລາປ່າມະຫາວັນ ເຂດພຣະນະຄອນເວສາລີ  ຄາວນັ້ນມີພຣະພິກຂຸອົງຄ໌ຫນຶ່ງ ອາສັຍຢູ່ໃນເຂດປ່າຊ້າ ທ່ານໄດ້ໄປເອົາສິ່ງຂອງທຸກຢ່າງທີ່ມີຢູ່ໃນປ່າຊ້ານັ້ນ ເພື່ອນຳມາໃຊ້ສອຍອຳນວຍຄວາມສະດວກໃນການບຳເພັນສະມະນະທັມ ທ່ານບໍ່ປາຖນາທີ່ຈະຮັບອາຫານ ແລະ ເຄື່ອງນຸ່ງຫົ່ມທີ່ປະຊາຊົນຖວາຍ ຈິ່ງຊອກເກັບເອົາອາຫານເຄື່ອງບວງສວງໄຫວ້ເຈົ້າຕາມ ປ່າຊ້າ ເຫງົ້າໄມ້ໃຫຍ່  ແລະ ຕາມແຄມປະຕູເປັນຕົ້ນມາສັນເອງ ປະຊາຊົນຈຶ່ງເພ່ງໂທດຕິຕຽນຕ່າງໆນາໆ ວ່າເຫດໃດພິກຂຸທ່ານນີ້ຈຶ່ງໄດ້ເກັບເອົາອາຫານ ເຄື່ອງບວງສວງຂອງໄຫວ້ເຈົ້າ ຂອງພວກເຮົາໄປສັນເອງເຊັ່ນນີ້ ຈິ່ງເຮັດໃຫ້ອ້ວນຖ້ວນສົມບູນ ບາງທີອາດສັນຊິ້ນມະນຸດເປັນອາຫານນຳກະບໍ່ຮູ້ ພິກຂຸທັງຫລາຍໄດ້ຍີນປະຊາຊົນພວກນັ້ນເພັ່ງໂທດຕິຕຽນຕ່າງໆນາໆ ບັນດາພຣະສົງຄ໌ເປັນຜູ້ມັກຫນ້ອຍສັນໂດດຕ່າງໆ ກໍ່ເພັ່ງໂທດຕິຕຽນຕ່າງໆນາໆເຊັ່ນກັນວ່າ: ເຫດໃດ ທ່ານຈຶ່ງກືນອາຫານທີ່ເຂົາຍັງບໍ່ທັນໄດ້ໃຫ້ເຫລົ່າ!? ແລ້ວຈິ່ງໄດ້ຂາບທູນເລື່ອງນັ້ນແດ່ພຣະຜູ້ມີພຣະພາກເຈົ້າ ພຣະຜູ້ມີພຣະພາກເຈົ້າຈິ່ງໄດ້ສອບຖາມພິກຂຸນັ້ນວ່າ! ຂ່າວວ່າ ທ່ານກືນອາຫານທີ່ເຂົາຍັງບໍ່ໄດ້ໃຫ້ມີຈິງບໍ່? ພິກຂຸນັ້ນທູນຮັບວ່າເປັນຄວາມຈິງ ພຣະຜູ້ມີພຣະພາກເຈົ້າຊົງ ຕິຕຽນການກະທຳເຊັ່ນນັ້ນວ່າ: ດູກ່ອນໂມຄະບຸຣຸດ(ບຸຣຸດຜູ້ຫວ່າງເປົ່າ) ເຫດໃດທ່ານຈິ່ງໄດ້ກືນອາຫານທີ່ເຂົາຍັງບໍ່ທັນໄດ້ໃຫ້ເຫລົ່າ!? ການກະທໍາຂອງທ່ານບໍ່ເປັນໄປເພື່ອຄວາມເຫຼື່ອມໃສ ຂອງຊຸມຊົນທີ່ຍັງບໍ່ເຫລື່ອມໃສ ຫຼື ເພື່ອຄວາມເຫລື່ອມໃສຍິ່ງຂອງຊຸມຊົນທີ່ເຫລື່ອມໃສແລ້ວ ຈິ່ງຊົງບັນຍັດສິກຂາບົດຂຶ້ນວ່າ: ພິກຂຸອົງໃດກືນອາຫານທີ່ເຂົາຍັງບໍ່ທັນໄດ້ໃຫ້(ເຄນ) ເປັນອາບັດປາຈິດຕີ ແລະ ພາຍຫລັງມີການບັນຍັດເພີ່ມເຕິມອີກທີ່ເປັນຂໍ້ຍົກເວັ້ນ ເຊັ່ນ: ນ້ຳ(ປະເພດເຕົ້ານ້ຳ), ງ້ຽງ, ແປງຖູແຂ້ວ, ຜ້າ, ບາດ ສີ່ງທີ່ຕ້ອງໃຊ້ປະຈໍາວັນ ອະນຸໂລມເຂົ້າກັນໄດ້ ຄື: ບໍ່ຕ້ອງປະເຄນກໍ່ໄດ້.

  2. ຄວາມຫມາຍຂອງການເຄນ:

ການ ເຄນ ຫມາຍເຖິງການມອບໃຫ້, ເອົາໃຫ້(ໃຊ້ສຳຫຼັບເອົາສີ່ງຂອງໃຫ້ພິກຂຸສາມະເນນ ຫຼືພຣະເຈົ້າແຜ່ນດິນ); ຊື່ງກົງກັບ ພາສາອັງກິດວ່າ: (give; offer), ໃນຄວາມໝາຍຂອງພຣະພຣົມຄຸນາພອນ (ປ.ອ.ປະຍຸຕໂຕ) ຫມາຍເຖິງ ການມອບ ຖວາຍສີ່ງຂອງໃດໜຶ່ງ ໃຫ້ແກ່ພຣະພິກຂຸ; ສົ່ງສີ່ງຂອງຖວາຍພຣະພາຍ ນຫັດຖະບາດ; ສົ່ງໃຫ້ເຖິງມື; ແລະ ພິກຂຸຜູ້ຮັບຈະຮັບດ້ວຍກາຍກໍໄດ້ ດ້ວຍຂອງເນື່ອງດ້ວຍກາຍກໍໄດ້ເຊັ່ນ: (ເວລາຜູ້ຍິງເຄນໃຊ້ຜ້າຂາບ "ຜ້າເຫຼືອງນ້ອຍໆ ເໝືອນ ແພມົນ"  ໃຊ້ຜ້າເຊັດໜ້າທີ່ສະອາດຮັບກໍ່ໄດ້) ແຕ່ການຮັບເຄນທາງພາກເໜືອຂອງປະເທດໄທຍ (8 ແຂວງພາກເຫນືອ), ປະເທດພະມ້າ ແລະ ສີລັງກາ ສະຕີ (ຜູ້ຍິງ) ເຄນກໍ່ຮັບກັບມືໄດ້ເລີຍເໝືອນຜູ້ຊາຍທົ່ວໄປ ແຕ່ສ່ວນຫລາຍປະເພນີລາວ ເຮົາຈະມອບໃຫ້ເປັນຫນ້າທີ່ຜູ້ຊາຍຫລາຍກວ່າ (ຖືວ່າຂັດພຸດທະບັນຍັດ) ແລະ ໃນວິໄນບັນຍັດພຣະພິກຂຸກໍ່ສາມາດຮັບເຄນຈາກຜູ້ຍິງໄດ້ ທີ່ໃຊ້ຜ້າຮອງຮັບນັ້ນເປັນການບັນຍັດຂຶ້ນມາໃໝ່ເທົ່ານັ້ນເອງ.


source:http://www.watmai.com.au/37203760377637163737375437643784371937143757371937793755378537423747376037543771371937163788-3777373837383779373237203766378437193734376737133733.html

No comments:

Post a Comment

ຫົວຂ້ທີ່ໂດດເດັ່ນ

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ  ພາບຈາກ: theconversation.com 1.      ຄວາມຮັກ ຮັກສາທຸກສິ່ງ      ຄວາມກຽດຊັງ ບໍ່ອ...

ໂພສທີ່ຖືກອ່ານຫຼາຍທີ່ສຸດ