Friday 28 July 2017

ພັດທະສີມາ ຫຼື ສິມ ໝາຍເຖິງຫຍັງ? ມີຈັກປະເພດ? ນິມິດໝາຍເຖິງຫຍັງ? ມີຈັກປະການ? ແລະ ລູກນີມິດມີຈັກລູກ ມີຫຍັງແດ່?

ພັດທະສີມາ ຫຼືສິມ ມາຈາກຄຳວ່າ ສີມາ ຊຶ່ງເປັນພາສາບາລີໝາຍເຖິງ ເຂດແດນທີ່ພຣະສົງຄ໌ກຳນົດໄວ້ເປັນບ່ອນປະຊຸມ ຂອງພຣະສົງຄ໌ , ພຣະທັມປິດົກ (ປ.ອ.ປຍຸຕໂຕ) ກ່າວວ່າ ສີມາ ໝາຍເຖິງເຂດກຳນົດຄວາມພ້ອມພຽງຂອງພຣະສົງຄ໌ ເຂດທີ່ພຣະສົງຄ໌ຕົກລົງໄວ້ ສຳຫຼັບພິກຂຸທັງຫຼາຍທີ່ຢູ່ພາຍໃນເຂດນັ້ນຈະຕ້ອງທຳສັງຄະກັມຮ່ວມກັນ ແລະ ວັຈນານຸກົມພຸທສາດ ສະບັບປະມວນທັມໃຫ້ຄຳ ຈຳກັດຄວາມສີມາວ່າ: ກໍາແພງ, ເຂດ, ແດນ ເຊັ່ນ ເຂດບ້ານ, ແດນນາ, ຊຶ່ງກົງກັບພາສາອັງກິດວ່າ boundary, limit, precinct, consecrated area.
ສະຫຼຸບແລ້ວ ພັດທະສີມາຫຼືສີມ ໝາຍເຖິງ ເຂດແດນ ຫຼືອານາເຂດທີ່ໄດ້ກຳນົດຂື້ນເພື່ອໃຊ້ໃນກິດຈະກັມຂອງພຣະສົງຄ໌ ຊຶ່ງຕ້ອງທຳໃນພັດທະສີມາ ຫຼືສີມເທົ່ານັ້ນ
ພຸທສາສະນິກະຊົນຄວນມີຄວາມຮູ້ໃນເຣື່ອງ ສີມາ ແລະ ນິມິດ ຊຶ່ງສີມາແປວ່າເຂດຫຼືແດນ ເໝືອນກັບເສົາຫິນ ເປັນເຄື່ອງບອກ ເຂດແດນຂອງຊາວບ້ານທົ່ວໄປນັ້ນເອງ ຕາມພຣະວິນັຍສີມາຫຼືພັດທະສີມາ ມີຢູ່ 2 ປະເພດໃຫຽ່ໆ ຄື:
ພາບສິມ ທີ່ວັດສີເມືອງ, ນະຄອນຫຼວງ
(ພາບຈາກເນັດ)
 1.     ພັດທະສີມາ :  ເຂດ ຫຼືແດນທີ່ພຣະສົງຄ໌ກໍານົດເອົາເອງ ໂດຍຈັດຕັ້ງລູກນິມິດ ແປວ່າ ເຄື່ອງໝາຍຊຶ່ງ ມີຫີນ ເປັນຕົ້ນ ວາງໄວ້ເປັນຈຸດໆ 4 ທິດຫຼື 8 ທິດກໍໄດ້ ສ່ວນຫຼາຍນິຍົມໃຊ້ລູກນິມິດນອກສີມາ 8 ໝ່ວຍ ກາລຕໍ່ມາໄດ້ເພີ່ມ ລູກນິມິດ ເຄິ່ງກາງ ສີມາອີກ 1 ໜ່ວຍ ຊຶ່ງມີພຣະພຸດທານຸຍາດໃຫ້ສົງຄ໌ກໍານົດຂນາດສີມາຕາມຄວາມຈຳເປັນ ບໍ່ນ້ອຍຫຼືບໍ່ໃຫຽ່ ເກີນໄປ ຂນາດນ້ອຍ ສຸດໃຫ້ພຣະສົງຄ໌ເຂົ້ານັ່ງຫັດຖະບາດ (ຄືນັ່ງຕົວຊື່ເດ່ແຂນອອກໄປຈັບຕົວຄົນອື່ນໄດ້) ໄດ້ບໍ່ໜ້ອຍກວ່າ 21 ອົງ ເພາະການທຳ ສັງຄະກັມບາງຢ່າງຕ້ອງມີຈຳນວນພຣະສົງຄ໌ 21 ອົງ ເຊັ່ນ ສູດອັພພານ (ສູດປະກາດໃຫ້ພຣະສົງຄ໌ຜູ້ຕ້ອງອາບັຕສັງຄາທິເສສ ເມື່ອຮັບໂທດດ້ວຍການຢູ່ກັມຕາມເວລາ ທີ່ປົກປິດໄວ້ບວກກັບ ການຢູ່ມານັດ ເພື່ອກຽມຕົວເປັນພຣະສົງຄ໌ຜູ້ມີສີລບໍຣິສຸດອີກ ຫົກຄືນ) ແຕ່ຫາກຈະທຳສີມາໃຫຽ່ມີພຣະພຸດທານຸຍາດ ຂນາດກວ້າງບໍ່ເກີນ 3 ໂຍດ (ມາດຕາແທກທາງຍາວຕາມແບບພາສາ ບາລີ ໂຍດນຶ່ງເທົ່າກັບ 16 ກ.ມ.ຫຼື 200 ເສັ້ນ) ຖ້າເກີນຂນາດກໍານົດນີ້ຖືວ່າໃຊ້ບໍ່ໄດ້ (ສີມາວິບັດ) ພັດທະສີມານີ້ແບ່ງອອກເປັນ 4 ປະເພດ ໄດ້ແກ່

      (ກ) ຂັນທະສີມາຄື ສີມາຂນາດນ້ອຍທີ່ສົງຄ໌ກໍານົດຜູກສະເພາະໂຮງອຸໂບສົດທີ່ຢູ່ໃນມະຫາສີມາ ໂດຍມີວັດຖຸປະສົງເປັນ ເຄື່ອງຂັ້ນແດນ (ສີມັນຕຣິກ) ລະຫວ່າງມະຫາສີມາກັບຂັນທະສີມາ ເພື່ອບໍ່ໃຫ້ສີມາທັງ 2 ຄາບກ່ຽວກັນ

      (ຂ) ມະຫາສີມາຄື ສີມາທີ່ທ່ານກໍານົດຜູກທົ່ວບໍຣິເວນວັດ

      (ຄ) ສີມາ 2 ຊັ້ນ ໝາຍເຖິງ ມະຫາສີມາກັບຂັນທະສີມາໃນວັດດຽວກັນ
      (ງ) ນະທີປາຣສີມາຄື ສີມາທີ່ສົມມຸດກວມຝັ່ງນໍ້າທັງ 2 ໂດຍເປີດແມ່ນໍ້າໄວ້ກາງສີມາຊະນິດນີ້ ຊົງພຣະພຸດທານຸຍາດ ໃຫ້ສົມມຸດ ໄດ້ສະເພາະໃນເຂດທີ່ມີເຮືອໄປມາຢູ່ສເມີ

2.    ອະພັດທະສີມາ : ເຂດຫຼືແດນທີ່ພຣະສົງຄ໌ບໍ່ໄດ້ກໍານົດເອົາເອງ ຊຶ່ງທາງຣາຊການ ເຈົ້າໜ້າທີ່ບ້ານເມືອງກໍານົດໄວ້ໃນ ສມັຍກ່ອນພຣະສົງຄ໌ໃຊ້ເປັນເຂດປະຊຸມສົງຄ໌ ເພື່ອທຳສັງຄະກັມຊົ່ວຄາວ ແຕ່ສົງຄ໌ບໍ່ມີກຳມະສິດເອົາເປັນຂອງສົງຄ໌ຢ່າງຖາວອນ ເນື່ອງຈາກບໍ່ຮູ້ວ່າ ທາງຣາຊການຈະຍຶດຄືນເມື່ອໃດ ສມັຍນີ້ຈຶ່ງບໍ່ນິຍົມໃຊ້ອະພັດທະສີມາ

      ໃນການສ້າງພັດທະສີມານັ້ນນິຍົມໃຫ້ດ້ານໜ້າຂອງສີມາປິ່ນໄປທາງທິດຕະເວັນອອກ ຊຶ່ງມີຄວາມເຊື່ອວ່າ ເປັນ ທິດມຸງຄຸນ ຕາມທີ່ພຣະພຸທເຈົ້າຊົງປະທັບຕຣັສຮູ້ ໂດຍປິ່ນພຣະພັກໄປທາງທິດຕະເວັນອອກແລະເປັນທິດທີ່ ດວງຕະເວັນ ເຣິ່ມຂື້ນສູ່ທ້ອງຟ້າ ສ່ອງແສງສວ່າງລົງສູ່ຜືນແຜ່ນດິນ ຈະເຮັດໃຫ້ອາວາສຫຼືອາຮາມເຂດແຫ່ງນັ້ນເປັນມຸງຄຸນສະຖານ ຢ່າງໃດກໍ່ຕາມ ຫາກຕ້ອງການ ສ້າງພັດທະສີມາຈຳເປັນຕ້ອງເບິ່ງສະຖານທີ່ແລະຄວາມເໝາະສົມ ດ້ວຍເຫດຜົນດັ່ງກ່າວ ຈຶ່ງມີຫຼາຍວັດບໍ່ວ່າໃນເມືອງລາວຫລື ໃນປະເທດອື່ນທີ່ນັບຖືພຣະພຸທສາສນາໄດ້ສ້າງພັດທະສີມາ ໂດຍໃຫ້ດ້ານໜ້າ ຂອງສີມປິ່ນໄປໃນທິດທີ່ແຕກຕ່າງກັນ

  ນິມິດ ແປວ່າ ເຄື່ອງໝາຍຫຼືວັດຖຸທີ່ໃຊ້ເປັນເຄື່ອງໝາຍເຂດແຫ່ງສີມາ ພຣະພຸດທະເຈົ້າກຳນົດໄວ້ມີ 8 ປະການຄື (1) ພູເຂົາ (2) ສິລາ (ຫິນ) (3) ປ່າໄມ້ (4) ຕົ້ນໄມ້ (5) ໂພນປວກ (6) ຫົນທາງ (7) ແມ່ນໍ້າ (8) ສະນໍ້າ ຊຶ່ງນິມິດເຫຼົ່ານີ້ມີຢູ່ຕາມທໍາມະຊາດ ເຮັດໃຫ້ການກໍານົດເຂດແດນທໍາສັງຄະກັມ ປະຊຸມສົງຄ໌ເຮັດໄດ້ຍາກແລະມັກຄາດເຄື້ອນເຊັ່ນ ຫາກໃຊ້ຕົ້ນໄມ້ເປັນເຄື່ອງໝາຍ ບອກເຂດແດນ ເມື່ອຕົ້ນໄມ້ນັ້ນຫັກຂົ່ນລົງຫຼືຕາຍໄປ ກໍ່ຈະເຮັດໃຫ້ເຂດແດນທີ່ອາໃສຕົ້ນໄມ້ນັ້ນເປັນເຄື່ອງໝາຍຈະຄາດເຄື້ອນໄປ
ກາລຕໍ່ມາ ຈຶ່ງໄດ້ກໍານົດນິມິດປະເພດນຶ່ງຂື້ນແທນ ຊຶ່ງເປັນການສ້າງຫຼືເຮັດຂື້ນເຊັ່ນ ຂຸດບໍ່ນໍ້າ ຄັນຄູນໍ້າ ສະນໍ້າ ແລະ ກ້ອນຫິນ ໂດຍສະເພາະກ້ອນຫິນເປັນທີ່ນິຍົມກັນຫຼາຍເພາະໝັ້ນຄົງ ທົນທານແລະເຄື້ອນຍ້າຍໄດ້ຍາກ ຕໍ່ມາເມື່ອເທກໂນໂລຍີມີຄວາມ ກ້າວໜ້າມາກຂື້ນ ຈຶ່ງມີການເຮັດ (ປະດິດ) ກ້ອນຫິນໃຫ້ເປັນໜ່ວຍມົນໆ ປະມານເທົ່າ ບາຕຂອງພຣະສົງຄ໌ເປັນ ເຄື່ອງໝາຍ ຂື້ນແທນ ເອີ້ນວ່າ ລູກນິມິດ ດັ່ງທີ່ເຫັນຢູ່ໃນປັດຈຸບັນ ເມື່ອມີລູກນິມິດ ເປັນເຄື່ອງໝາຍບອກເຂດແດນ ຕໍ່ມາຈຶ່ງມີພິທີກັມ ເອີ້ນວ່າການ ຝັງລູກນິມິດ ຂື້ນ

ລູກນິມິດທັງ 9 ລູກນັ້ນ ຈຳນວນ 1 ລູກເປັນນິມິດເອກຕັ້ງຢູ່ກາງສີມາ ເພື່ອເປັນການຖວາຍບູຊາພຣະພຸທເຈົ້າ ສ່ວນຈຳນວນ 8 ລູກ ຈະຖືກຈັດໃຫ້ຢູ່ຕາມທິດຕ່າງໆ ໂດຍຮອບສີມາເອີ້ນວ່າ ທິດທັງ 8 ມີຄວາມໝາຍເປັນມຸງຄຸນຄື ເປັນອົງແທນພຣະອໍຣະຫັນ ສາວົກ ຊຶ່ງການຝັງລູກນິມິຕຈຳນວນ 8 ລູກນັ້ນນິຍົມຝັງຫ່າງຈາກຕົວສີມາປະມານ 2-4 ແມັດ ລູກນິມິດ 9 ລູກນັ້ນ ມີຄວາມໝາຍດັ່ງນີ້: 
ລູກນິມິດທີ່ໃຊ້ໃນພິທີຝັງລູກນິມິດ
(ພາບຈາກເນັດ)
1.     ນິມິດລູກເອກ : ເປັນລູກທີ່ມີຄວາມສໍາຄັນຫຼາຍ ຖືເປັນປະທານຂອງລູກນິມິດທັງໝົດຈະຝັງໄວ້ບໍຣິເວນໃຈກາງສີມາ (ສະບືສິມ) ໂດຍອ້ອມດ້ວຍລູກນິມິດອີກ 8 ລູກ ຊຶ່ງເປັນການຖວາຍບູຊາພຣະພຸທເຈົ້າ ຜູ້ເປັນສາສດາຂອງພຣະພຸທສາສນາ ເປັນພຣະປະມຸກແຫ່ງສົງຄ໌ ເປັນການອັນເຊີນ ແລະບູຊາພຣະເກດ ເທພຜູ້ຮັກສາສະຖານທີ່ສ່ວນກາງຂອງສີມາ.
2.    ທິດຕະເວັນອອກ (ບູຣະພາ) : ລູກທີ່ຢູ່ດ້ານໜ້າຂອງສີມາ ຖືເປັນລູກນິມິດບໍຣິວານທີ່ມີຄວາມໂດດເດັ່ນເປັນພິເສດ ເປັນລູກທຳອິດທີ່ເລີ້ມນັບ ດັ່ງນັ້ນ ຈຶ່ງປຽບນິມິດລູກນີ້ເໝືອນປະຖົມສາວົກຂອງພຣະພຸດທະເຈົ້າຄື ພຣະອັນຍາໂກນທັນຍະ ພຣະອັຄຣະສາວົກຜູ້ໄດ້ຮັບຍົກຍ້ອງວ່າ ເປັນເອຕທັຄຄະຜູ້ຮູ້ຣາຕີກາລນານຄື ມີຄວາມຮູ້ຫຼາຍ ຜ່ານໂລກມາຫຼາຍ ການຝັງລູກນິມິດໄວ້ດ້ານນີ້ ເພື່ອເປັນການບູຊາພຣະອັນຍາໂກນທັນຍະ ເປັນການອັນເຊີນແລະບູຊາພຣະຈັນ ເທພຜູ້ຮັກສາສະຖານທີ່ສ່ວນດ້ານໜ້າຂອງສີມາ.
3.    ທິດຕະເວັນອອກສ່ຽງໃຕ້ (ອາຄະເນ) : ຢູ່ດ້ານໜ້າຝັ່ງຂວາຂອງສີມາ ການຝັງລູກນິມິດໄວ້ທາງທິດນີ້ເພື່ອບູຊາ ພຣະມະຫາກັສປະເຖຣະ ພຣະອັຄຣະສາວົກຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະຜູຊົງທຸດົງ ກາລຕໍ່ມາໄດ້ເປັນປະທານສົງຄ໌ ທຳສັງຄາຍະນາ ເປັນການອັນເຊີນແລະບູຊາພຣະອັງຄານ ເທພຜູ້ຮັກສາສະຖານທີ່ທາງດ້ານທິດ ຕະເວັນອອກສ່ຽງໃຕ້ ຂອງສີມາ ອີກອົງນຶ່ງ.
4.    ທິດໃຕ້ (ທັກສິນ) : ເປັນລູກນິມິດທີ່ຢູ່ທາງດ້ານຂວາຂອງສີມາ ເປັນການບູຊາພຣະສາຣີບຸຕ ພຣະອັຄຣະສາວົກຝ່າຍຂວາ ຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະຜູ້ເລີດໃນທາງປັນຍາ ເປັນການອັນເຊີນແລະບູຊາພຣະພຸດ ເທພຜູ້ຮັກສາ ສະຖານທີ່ ດ້ານທິດໃຕ້ຂອງສີມາ.
5.    ທິດຕະເວັນຕົກສ່ຽງໃຕ້ (ຫໍຣະດີ) : ທິດດ້ານຫຼັງຝັ່ງຂວາຂອງສີມາ ການຝັງລູກນິມິດທາງດ້ານນີ້ ເພື່ອບູຊາພຣະອຸບາລີ ເຖຣະ ພຣະອັຄຣະສາວົກຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະຜູ້ເລີດໃນທາງວິນັຍ ເປັນການອັນເຊີນແລະບູຊາພຣະເສົາ ຊຶ່ງເປັນເທພນຶ່ງໃນນົພເຄາະທັງ 9 ຄື ເທພຜູ້ດູແລຮັກສາສະຖານທີ່ດ້ານຕະເວັນຕົກສ່ຽງໃຕ້ຂອງສີມາ.
6.    ທິດຕະເວັນຕົກ (ປະຈິມ) : ເປັນລູກນິມິດທີ່ຝັງຢູ່ດ້ານຫຼັງຂອງສີມາ ເປັນເຄື່ອງໝາຍຂອງເງົາ ຊຶ່ງປຽບໄດ້ກັບພຣະເຖຣະ ທີ່ເປັນພຸດທະອຸປຖາກ ຄອຍເຝົ້າຕິດຕາມຮັບໃຊ້ພຣະພຸດທະອົງເໝືອນເງົາຕາມຕົວ ດັ່ງນັ້ນ ການຝັງລູກນິມິດທາງທິດນີ້ເພື່ອ ເປັນການບູຊາ ພຣະອານົນເຖຣະ ພຣະອັຄຣະສາວົກຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະຜູ້ເລີດໃນທາງພະຫຸສູດແລະ ເປັນມະຫາພຸດທະອຸປຖາກແດ່ພຣະພຸດທະເຈົ້າ ແລະອັນເຊີນບູຊາພຣະພະຫັດ ເທພຜູ້ຮັກສາທິດຕະເວັນຕົກ.
7.    ທິດຕະເວັນຕົກສ່ຽງເໜືອ (ພາຍັບ) : ການຝັງລູກນິມິດທີ່ຢູ່ດ້ານຫຼັງຝັ່ງຊ້າຍຂອງສີມານີ້ ເປັນການບູຊາ ພຣະຄວັມປະຕິເຖຣະ ພຣະອັຄຣະສາວົກຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະຜູ້ເລີດໃນທາງລາບສັກຣະແລະຮູບງາມ ແລະອັນເຊີນບູຊາພຣະຣາຫູ ຊຶ່ງເປັນເທພປະຈຳທິດນີ້.
8.    ທິດເໜືອ (ອຸດອນ) : ລູກນິມິດທີ່ຝັງທາງດ້ານນີ້ ຖືວ່າເປັນລູກທີ່ສໍາຄັນອີກລູກນຶ່ງ ຊຶ່ງຢູ່ດ້ານຊ້າຍຂອງສີມາ ເພື່ອເປັນ ການບູຊາ ພຣະໂມຄຄັລລານະ ພຣະອັຄຣະສາວົກຝ່າຍຊ້າຍຂອງພຣະພຸດທະເຈົ້າຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະ ຜູ້ເລີດໃນທາງສະແດງລິດ ແລະອັນເຊີນບູຊາພຣະສຸກ ເທພຜູ້ຮັກສາປະຈຳທິດນີ້.
9.    ທິດຕະເວັນອອກສ່ຽງເໜືອ (ອີສານ) : ລູກນິມິດທີ່ຝັງຢູ່ດ້ານໜ້າຝັ່ງຊ້າຍຂອງສີມາທາງທິດ ເໜືອນີ້ ເປັນເຄື່ອງໝາຍ ແຫ່ງຄວາມຜູກພັນ ມີຜົນທາງດ້ານຈິຕໃຈ ຖືເປັນທິດສຸດທ້າຍເພື່ອເປັນການບູຊາ ພຣະຣາຫຸນເຖຣະ ຊຶ່ງເປັນພຣະໂອຣົສ ຂອງເຈົ້າຊາຍສິດທັດຖະ ພຣະອັຄຣະສາວົກຜູ້ໄດ້ຮັບການຍົກຍ້ອງວ່າ ເປັນເອຕທັຄຄະຜູ້ເລີດ ໃນທາງການສຶກສາ ແລະອັນເຊີນ ບູຊາພຣະອາທິດ ເທພຜູ້ຮັກສາປະຈຳທິດນີ້.
ພາບລູກນິມິດເອກ ທີ່ໃຊ້ຝັງໃຈການສິມ
(ພາຍຈາກເນັດ)
ໃນງານບຸນຕິດທອງຝັງລູກນິມິຕ ນິຍົມໃສ່ປື້ມຂຽນຫຼືແຜ່ນທອງ ສໍຂຽນ ເຂັມ ດ້າຍ ລົງໃນຂຸມດ້ວຍ ເພາະມີຄວາມ ເຊື່ອວ່າ ຫາກຜູ້ທຳບຸນຂຽນຂໍ້ຄວາມທີ່ອະທິຖານລົງປື້ມຂຽນຫຼືແຜ່ນທອງ ຈະມີຄວາມຈຳດີ ບໍ່ຫຼົງລືມງ່າຍ ສ່ວນເຂັມມີຄວາມໝາຍວ່າ ຈະມີປັນຍາແຫຼມຄົມ ດ້າຍໝາຍເຖິງ ຄວາມຕໍ່ເນື່ອງມີຊີວິຕຍືນຍາວແລະ ການຕິດທອງ ລູກນິມິຕ ເພື່ອໃຫ້ກາຍຜ່ອງໃສຜິວພັນ ສວຍງາມ ນອກຈາກນີ້ຜູ້ມີຈິຕສັດທາຈະນຳຂອງມີຄ່າໃສ່ລົງໄປໃນຂຸມດ້ວຍເຊັ່ນ ແກ້ວແຫວນເງິນທອງ ເພາະຖືວ່າເປັນການຝາກ ວັດຖຸເຫຼົ່ານີ້ໄວ້ໃນພຣະພຸທສາສນາ ເມື່ອສິ້ນຊີວິຕແລ້ວຈະໄດ້ໄປເກີດໃນ ພົບພູມທີ່ດີ ມີຊັບສົມບັດແກ້ວແຫວນ ເງິນທອງ ໂດຍສ່ວນຫຼາຍນິຍົມນຳຂອງມີຄ່າໃສ່ລົງໄປໃນຂຸມນິມິຕລູກເອກ ຊຶ່ງເປັນຈຸດສູນກາງຂອງສີມາຈະມີຄວາມປອດໄພ ຈາກ ຄົນລັກຂະໂມຍຂຸດຂື້ນມາ ເນື່ອງຈາກ ເມື່ອຝັງລູກນິມິຕແລ້ວຈະ ຖົມດິນໃຫ້ແໜ້ນໜາ ເທປູນຊີມັງບໍຣິເວນດ້ານໃນຂອງສີມາ ຫຼືສີມໃນບາງວັດຈະປູກະເບື້ອງ(tiles)ອີກຊັ້ນຫນຶ່ງ

- ຄັດຈາກ: ຄວາມຮູ້ເບື້ອງຕົ້ນກ່ຽວກັບພັດທະສີມາ ເວບໄຊ: ທັມມະພຣະລາວ
- website: http://www.dhammalao.com/ 

2 comments:

  1. ທາງພາກເໜືອຂອງລາວເອີ້ນວ່າ“ບືສິມ” ເປັນຈຸດທີ່ຢູ່ກາງສິມບ່ອນທີສາຍຕາພຣະພຸທຮູບຕົກ ເຮັດເປັນຂຸມໃຫຽ່ ແລະໃສ່ຂອງມີຄ່າເຊັ່ນແກ້ວແຫວນເງິນຄໍາຫຼືເສັ້ນຜົມຂອງຕົນເພື່ອຝາກຝັງໄວ້ໃນພຣະພຸທສາສນາ

    ReplyDelete
    Replies
    1. ໂດຍ ພາກກາງກະເອີ້ນແບບນັ້ນຄືກັນເຈົ້າ

      Delete

ຫົວຂ້ທີ່ໂດດເດັ່ນ

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ  ພາບຈາກ: theconversation.com 1.      ຄວາມຮັກ ຮັກສາທຸກສິ່ງ      ຄວາມກຽດຊັງ ບໍ່ອ...

ໂພສທີ່ຖືກອ່ານຫຼາຍທີ່ສຸດ