Wednesday 26 July 2017

ສະຖານທີ່ອະນຸຍາດ ແລະ ຫ້າມພິກຂຸຈໍາພັນສາ ມີສະຖານທີ່ແບບໃດແດ່? ແລະ ການເດີນທາງອອກເຂດອາວາດ(ວັດ)ແບບໃດທີ່ເຮັດໃຫ້ພິກຂຸບໍ່ຂາດ ແລະ ຂາດພັນສາ?

ການເຂົ້າຈໍາວັດສາ ຫຼື ພັນສາ ພຣະພຸດທະເຈົ້າຊົງອະນຸຍາດໃຫ້ຈໍາວັດສາພຽງ 3 ເດືອນ ທີ່ເອີ້ນວ່າ ໄຕຮມາດ, ໃນເດືອນທ້າຍລະດູຝົນໜຶ່ງເດືອນເປັນຈີວອນກາລ (ເຊິ່ງຊາວພຸດໄດ້ເຮັດບຸນ ຖວາຍຜ້າສະບົງ ຫຼື ຜ້າຂາວ ທີ່ເຮົາເອີ້ນວ່າ ຜ້າຈໍາພັນສາ ຫຼື ຜ້າຈໍາຍາມຝົນ ຫຼື ຜ້າອາບນໍ້າຝົນ) ເປັນຄາວສະແຫວງຫາຜ້າມາເຮັດຈີວອນຂອງພະສົງ ເພື່ອປ່ຽນຜ້າໄຕຈີວອນໂຕເດີມ.

ສະຖານທີ່ອະນຸຍາດໃຫ້ຈໍາວັດສາ ຕ້ອງເປັນເສນາສະນະ(ທີ່ຢູ່) ທີ່ມີມຸ້ງ ມີທີ່ບັງ ມີບານປະຕູໄຂ ອັດໄດ້ ເຫຼົ່ານີ້ແມ່ນທ່ານອະນຸຍາດໃຫ້ຈໍາວັດສາໄດ້. ທີ່ປະສະຈາກທີ່ມຸງ ທີ່ບັງ ບໍ່ມີບານປະຕູອັດ ໄຂໄດ້, ໂລງຜີ, ໃນຮົ່ມ(ເຊັ່ນກົດພະທຸດົງ, ຫຼື ກຸດຕິທີ່ເປັນຜ້າ ເຊັ່ນ ເຕັ້ນ), ໃນອ່າງນໍ້າ, ໃນໂກນໄມ້, ຫຼື ງ່າໄມ້ ທີ່ເຫຼົ່ານີ້ແມ່ນ ທ່ານຫ້າມບໍ່ໃຫ້ພິກຂຸຈໍາວັດສາ.

ການຈໍາວັດສາ ຂອງພິກຂຸ ຕ້ອງຢູ່ທີ່ແຫ່ງດຽວ ພາຍໃນເຂດທີ່ກຳນົດ ຕລອດ 3 ເດືອນ ຈົນພົ້ນຈາກວັນປະວາຣະນາ(ມື້ອອກພັນສາ)ໄປ ຈຶ່ງສາມາດເດີນທາງໄປທີ່ອື່ນໄດ້, ຖ້າມີທຸລະ ຈໍາເປັນແທ້ໆ ຊົງອະນຸຍາດໃຫ້ໄປໄດ້ແຕ່ຕ້ອງກັບມາພາຍໃນ 7 ວັນ, ຖ້າເກີນກຳນົດແມ່ນວັດສາຂາດ(ເວັ້ນແຕ່ຕັ້ງໃຈຈະກັບມາແຕ່ມີອັນຕລາຍຖືວ່າບໍ່ຂາດພັນສາ), ໃນບາລີບໍ່ໄດ້ລະບຸວ່າໄປໄດ້ເທື່ອດຽວ ຫຼື ຫຼາຍເທື່ອ ແຕ່ເພິ່ນກຳນົດອະນຸຍາດໃຫ້ໄປຫຼາຍເທື່ອໄດ້ ສະນັ້ນກໍລະນີນີ້ ຖ້າຫາກໄປໆ - ກັບໆ ມາຫຼາຍໆເທື່ອ ລວມກັນບໍ່ໃຫ້ເກີນ 7 ວັນ ຖ້າເກີນຖືວ່າຂາດພັນສາ.

ສ່ວນເຫດທີ່ ວັດສາຂາດ ຫຼື ພັນສາຂາດ ແຕ່ບໍ່ເປັນອາບັດ ມີຄື:
     1.     ຖືກສັດຮ້າຍ, ໂຈນ, ບຽດບຽນ
     2.    ເສນາສານະ(ທີ່ຢູ່ ຫຼື ວັດ) ຖືກໄຟໄໝ້, ນໍ້າຖ້ວມ
     3.    ເກີດໄພໃຫ້ມີການໂຄຈອນ(ຊາວບ້ານອົບພະຍົບ ໄປນໍາເຂົາກໍ່ສົມຄວນ)
     4.    ອຶດຢາກອາຫານ, ໄພແລ້ງ, ຫຼື ບໍ່ໄດ້ອຸປະຖາກທີ່ຄວນ(ຖ້າຈໍາແທ້ໆຈຶ່ງໂຄຈອນໄດ້)
     5.    ມີໄພຕໍ່ການປະພຶດພົມມະຈັນ(ມີຍິງມາກ່ອມ ຫຼື ຍາດມາວົນລໍ້ໃຫ້ລາສິກຂາ)
     6.    ພະສົງໃນອາວາດອື່ນ(ວັດອື່ນ)ມີການແຕກແຍກ ຕ້ອງເດີນທາງເພື່ອຈະຫ້າມ ຫຼື ເພື່ອຈະຊ່ວນສະໝານສາມັກຄິກັນຄືນ
ພາບມື້ບຸນອອກພັນສາ ຢູ່ຫຼວງພະບາງ
(ພາບຈາກເນັດ)
  - LaoBuddhistMonk ຄັດຫຍໍ້ຈາກໜັງສືວິນັຍມຸຂ ເຫຼັ້ມ2 ສິບັບມາດຕະຖານ ໜ້າ74-78, ຮວບຮວມ ແລະ ຮຽບຮຽງໂດຍ ມະຫາທອງຄໍາ ຫຼ່ຽມບຸນເຮືອງ 

No comments:

Post a Comment

ຫົວຂ້ທີ່ໂດດເດັ່ນ

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ  ພາບຈາກ: theconversation.com 1.      ຄວາມຮັກ ຮັກສາທຸກສິ່ງ      ຄວາມກຽດຊັງ ບໍ່ອ...

ໂພສທີ່ຖືກອ່ານຫຼາຍທີ່ສຸດ