Thursday 22 February 2018

ບຸນເຂົ້າຈີ່

   ບຸນເຂົ້າຈີ່ ເປັນນຶ່ງໃນບຸນຂອງເດືອນທີ່ສາມ ຂອງຮີດ 12 ຂອງລາວທີ່ໄດ້ປະຕິບັດມາແຕ່ບູຮານນະການ. ເດືອນສາມເປັນ ເດືອນເກັບກ່ຽວເຂົ້າແລະຂົນເຂົ້າຂຶ້ນເລົ້າຂຶ້ນສາງຮຽບຮ້ອຍແລ້ວ ຊາວນາທັງຫລາຍ ໝົດວຽກໄຮ່ການນາ ແລ້ວ ຈຶ່ງພາກັນເຮັດ ບຸນເຂົ້າຈີ່ ຖວາຍແກ່ພຣະສົງຄ໌.

  ຄຳວ່າເຂົ້າຈີ່ ໄດ້ແກ່ເຂົ້າໜຽວ ປັ້ນເປັນກ້ອນ ຈີ່ໃຫ້ສຸກດ້ວຍໄຟ ຮຽກວ່າເຂົ້າຈີ່. ການເຮັດບຸນນີ້ ຈະນິຍົມເຮັດໃນ       ເດືອນສາມ ຈະເປັນຂ້າງຂຶ້ນ ຫລືຂ້າງແຮມກໍໄດ້ ແຕ່ເຄີຍເຮັດກັນມາແມ່ນກາງເດືອນສາມຈຶ່ງຮຽກວ່າບຸນເດືອນສາມກໍໄດ້. 

ພາບ: ຍາດໂຍມ ນໍາເອົາເຂົ້ສຈີ່ ຖວາຍພຣະ ຕາມຮີດຄອງ
  ມື້ທີ່ຈະເຮັດບຸນນີ້ ຄນະວັດ/ທາງວັດ ເພິ່ນຈະປະກາດໃຫ້ຊາວບ້ານໄປເຕົ້າໂຮມກັນທີ່ວັດເພື່ອ ຕຽມເຂົ້າທີ່ຈະຈີ່ ຕຽມໄມ້ ໄວ້ ສຽບເຂົ້າ ເຄື່ອງທາ ເຂົ້າຈີ່ ຈະເປັນໄຂ່ ຫລື ໃສ່ນໍ້າອ້ອຍຂ້າງໃນ ໃຫ້ຫອມຫວານມັນ ກໍແລ້ວແຕ່ສັທທາຂອງ ບຸກຄົນນັ້ນໆ. ການຕັ້ງໄຟຈີ່ເຂົ້າ ຕ້ອງໄດ້ເຮັດ ແຕ່ເຊົ້າ ພໍເຂົ້າຈີ່ສຸກ ກໍເອົາໄປຖວາຍພ້ອມຈັງຫັນເລີຍ ພ້ອມກັບ ອາຫານ ຫວານຄາວຢ່າງອື່ນໆ. ເມື່ອເຖິງຍາມຖວາຍ ເພິ່ນຈະ ນິມົນພຣະສົງຄ໌ສາມະເນນພາຍໃນວັດມາໂຮມກັນທີ່ຫໍແຈກ, ຫົວໜ້າພາໄຫວ້ພຣະຮັບສີລຈົບແລ້ວ ພຣະສົງສູດຖວາຍພອນ ແລ້ວຈຶ່ງນຳເຂົ້າຈີ່ນັ້ນໃສ່ບາຕ ແລ້ວຍໍໄປຖວາຍພຣະສົງຄ໌ ພ້ອມພາເຂົ້າ. ເມື່ອສັນສຳເຣັດແລ້ວ ພຣະສົງຄ໌ໃຫ້ພອນ ອະນຸໂມທະນາ ແລະ ເທສນາຊາດົກ ເຣື່ອງນາງປຸນນະທາສີຖວາຍ ເຂົ້າຈີ່ແດ່ພຣະພຸທທະເຈົ້າດັ່ງຕໍ່ໄປນີ້ : 

  ມູນເຫດຂອງບຸນນີ້ ມີໃຈຄວາມວ່າ ພຣະພຸທທະເຈົ້າປະທັບຢູ່ ວັດເຊຕະວັນມະຫາວິຫານ ໃນເມືອງສາວັຕຖີ, ໃນເວລາໃກ້ຈະແຈ້ງ ພຣະອົງໄດ້ເລັງພຣະຍານ ກວດເບິ່ງໃນໝູ່ສັຕໂລກ ກໍປາກົດເຫັນນາງປຸນນະທາສີ ວ່າ ນາງຈະຕ້ອງຕາຍໃນວັນນີ້ແນ່ນອນ ແລະ ຖ້າພຣະອົງບໍ່ໄດ້ໄປອະນຸເຄາະ ນາງກໍຈະຕ້ອງໄປສູ່ທຸຄຄະຕິຢ່າງແນ່ແທ້. ພຣະພຸທທະອົງຊົງມີຄວາມເມຕຕາກະຣຸນາແກ່ສັຕໂລກທຸກໝູ່ເລົ່າ ໃຫ້ພົ້ນຈາກບາບອະກຸສົນ ໃຫ້ໄດ້ບັນລຸເຖິງຄວາມສຸກ ມີມັຄຜົນນິພພານຕາມບາຣະມີຂອງສັຕນັ້ນໆ ວ່າເຄີຍໄດ້ສະສົມບຸນນັ້ນໄວ້ໜ້ອຍຫລາຍປານໃດມາແລ້ວ. ສ່ວນນາງປຸນນະທາສີ ນີ້ກໍເຊັ່ນດຽວກັນວ່າ ຈະຕ້ອງໄປໂຜດນາງກ່ອນທີ່ຈະເສັຽຊີວິດ, ດັ່ງນັ້ນ ພຣະພຸທທະອົງພ້ອມພຣະອານົນທີ່ອຸ້ມບາຕ ຕາມຫລັງ ພຣະອົງ ອອກເດີນທາງມຸ່ງໜ້າໄປທີ່ບ່ອນນາງປຸນນະທາສີ ເຮັດວຽກຢູ່ ເພື່ອໄປບິນທະບາຕ ໂຜດນາງ.
ເຂົ້າຫນ້ຽວທີ່ກຳລັງຖືກ
     ໃນເມືອງຣາຊຄຣຶນີ້ ມີຍິງຍາກໄຮ້ເຂັນໃຈຢູ່ນາງນຶ່ງ ຊຶ່ງໃນເວລາຕໍ່ມາ ນາງໄດ້ໄປເປັນທາສີຮັບໃຊ້ ເຮືອນເສດຖີຄົນນຶ່ງ ຊື່ວ່າ ນາງປຸນນະທາສີ.  ວັນນຶ່ງ ເສດຖີຄົນນັ້ນ ໄດ້ໃຊ້ໃຫ້ນາງໄປຕຳເຂົ້າ ຊຶ່ງນາງກໍຕຳຈົນໝົດມື້ຈົນຮອດຄໍ່າກໍຍັງບໍ່ແລ້ວ. ມື້ຕໍ່ມາ ນາງໄດ້ລຸກແຕ່ເດິກ ໄຕ້ໄຟຕຳເຂົ້າຕໍ່ຈົນຟ້າແຈ້ງ ວຽກຈຶ່ງແລ້ວ, ນາງໄດ້ເອົາຮຳເຂົ້າໂດຍເຮັດເປັນແປ້ງ ປັ້ນແລ້ວ ໄດ້ນຳ ແປ້ງເຂົ້າ ນັ້ນໄປຈີ່ໃຫ້ສຸກ ແລ້ວເອົາໃສ່ໃນພົກຜ້າໄວ້ກິນເອງ ແລ້ວກໍຍ່າງໄປຕັກນໍ້າ. ພໍຍ່າງໄປຫາທ່ານໍ້າ ນາງໄດ້ເຫັນ ພຣະພຸທ ທະເຈົ້າ ແລະ ພຣະອານົນ ກໍເລີຍເກີດຄວາມສັທທາ ເຫລື້ອມໃສ ໂດຍມາຄຶດວ່າ ຕົວເຮົານີ້ຕົກທຸກໄດ້ຍາກ ລຳບາກແສນເຂັນ ທັງກາຍແລະໃຈ ຕ້ອງເປັນທາສີ ອາສັຍເສດຖີລ້ຽງຊີວິດຢູ່ເປັນມື້ເປັນວັນໄປເທົ່ານັ້ນ ກໍເພາະວ່າ ເຮົາບໍ່ໄດ້ເຮັດບຸນໃຫ້ທານ ຮັກສາສີລໄວ້ໃນຊາດ ປາງກ່ອນ ມາເຖິງຊາດນີ້ ເຮົາຈຶ່ງໄດ້ເດືອດຮ້ອນລຳບາກເຫລືອຫລາຍ ແຕ່ວ່າເຮົາໄດ້ພົບພຣະພຸທ ທະເຈົ້າແລ້ວ ແຕ່ບໍ່ໄດ້ມີຫຍັງ ມາຖວາຍ ນອກຈາກແປ້ງເຂົ້າຈີ່ນີ້ທີ່ເປັນຂອງຕ້ອຍຕໍ່າ ແລະບໍ່ ຄຶດວ່າພຣະພຸທທະອົງ ຈະຮັບສັນໄດ້  ອີກໃຈນຶ່ງກໍຄຶດວ່າ ພຣະພຸທທະອົງຍ່ອມມີຄວາມເມຕຕາກະຣຸນາອັນຍິ່ງໃຫຍ່ ອາດຈະບໍ່ ຖືວ່າເປັນຂອງ ສົກກະປົກຫລືຕໍ່າ . ເມື່ອນາງຄຶດໄດ້ດັ່ງນັ້ນ ແລ້ວ ຈຶ່ງຍ່າງ ເຂົ້າໄປຫາພຣະບໍຣົມມະສາສດາວ່າ ພັນເຕ ຂ້າແດ່ ພຣະອົງຜູ້ ຈະເຣີນ ຂໍພຣະອົງຊົງຮັບເຂົ້າຈີ່ປັ້ນນີ້ ຂອງຜູ້ຂ້າຜູ້ເປັນ ຄົນຍາກຈົນເຂັນໃຈນີ້ດ້ວຍເທີ້ນ. ພຣະພຸທທະອົງໄດ້ເປີດບາຕ ຮັບເອົາເຂົ້າຈີ່ຈາກນາງປຸນນະທາສີ, ນາງກໍຄຶດໃນໃຈວ່າ ພຣະພຸທ ທະອົງຈະເດີນທາງໄປບ້ານ ເສດຖີ ຍ່ອມຈະມີອາຫານ ອັນປານີດ ມີກິ່ນຫອມແລະໜ້າສັນທັ້ງນັ້ນ ແລະເຂົ້າຈີ່ທີ່ນາງຖວາຍ ໄປນີ້ ກໍຄົງຈະເອົາໄປຖິ້ມເປັນ ອາຫານຂອງນົກ ຂອງກາ ເປັນແນ່ແທ້.  

  ພຣະພຸທທະອົງໄດ້ຊາບເຖິງວາຣະຈິດຂອງນາງ ຈຶ່ງໄດ້ບອກໃຫ້ພຣະອານົນປູອາສະນະໃຕ້ຮົ່ມໄມ້ແຄມທາງນັ້ນ ແລ້ວນັ່ງສັນ ເຂົ້າຈີ່ກ້ອນນັ້ນໃຫ້ນາງປຸນນະທາສີເຫັນ. ຫລັງຈາກສັນເຂົ້າຈີ່ນັ້ນແລ້ວ,ພຣະອົງຊົງໂຜດນາງປຸນນະທາສີໂດຍ ສະແດງພຣະ ທັມມະ ເທສນາອະນຸໂມທະນາວ່າ ຂຶ້ນຊື່ວ່າໂພຄະສົມບັດຂອງບຸກຄົນຕະນີ່ ອັນມີຢູ່ໃນມະນຸສໂລກນີ້ ຈະມາກມາຍເປັນໝື່ນ ເປັນແສນ ຫລືຫລາຍກວ່ານັ້ນກໍຕາມ ຫາປະເສີດເທົ່າກັບເຂົ້າປັ້ນນຶ່ງອັນບຸກຄົນໃຫ້ທານດ້ວຍຄວາມສັທທາບໍ່ໄດ້ ເພາະວ່າ ໂພຄະຊັບທີ່ມີຢູ່ກັບ ຄົນຕະນີ່ນັ້ນບໍ່ເປັນປໂຍດອັນໃດເລີຍ ແມ້ນແຕ່ຕົນເອງຈະກິນກໍຍັງທັງຍາກ ແຖມຍັງຈະໝົດເປືອງ ໄປລ້າໆ ຄັ້ນຜູ້ຕະນີ່ຄົນນັ້ນ ຕາຍໄປ ສົມບັດເຫລົ່ານັ້ນກໍເປັນຂອງຄົນອື່ນ ແລະກໍບໍ່ໄດ້ຕິດຕາມຕົນໄປສູ່ປໍຣະພົບຂ້າງໜ້າ ປຽບທຽບ ກັບທານອັນມີປະມານ ນ້ອຍທີ່ບຸກຄົນນັ້ນໄດ້ຖວາຍແກ່ພຣະອະຣິຍະເຈົ້ານັ້ນເປັນບັນໄດສູ່ສວັນ ສູ່ສຸຄຕິ ແລະເປັນສະບຽງ ລ້ຽງຕົນໄປໃນຫົນທາງທຸລະ ກັນດານໃນຄາວທີ່ຕົນໄດ້ຕາຍໄປແລ້ວ. ເມື່ອພຣະພຸທທະເຈົ້າເທສນາຈົບລົງແລ້ວ ນາງປຸນນະທາສີ ໄດ້ຊ້ອງສາທຸການໃນ ທານສົມບັດ ທີ່ຕົນໄດ້ກະທຳນັ້ນ ແລະ ຂາບລາເພື່ອໄປຕັກນໍ້າຕໍ່. 
ເຂົ້າຈີ່
    ດ້ວຍຄວາມຍິນດີ ອີ່ມເອີບໃນບຸນທີ່ຕົນໄດ້ທຳນັ້ນ ເລີຍບໍ່ທັນໄດ້ ເບິ່ງທາງຍ່າງວ່າມີງູເຫົ່າຢູ່ທີ່ນັ້ນ ເລີຍຖືກງູເຫົ່າຕອດທີ່  ຕີນ ພິດຮ້າຍໄດ້ແລ່ນໄປທີ່ຫົວໃຈ ເຮັດໃຫ້ນາງປຸນນະທາສີ ເສັຽຊີວິດໃນທີ່ນັ້ນ ຈາກນັ້ນນາງກໍໄດ້ໄປເກີດຢູ່ເມືອງສວັນສເວີຍ ທິພສົມບັດ ມີນາງຟ້າພັນນຶ່ງເປັນບໍລິວານ ກໍເພາະອະນິສົງທີ່ນາງໄດ້ ຖວາຍເຂົ້າຈີ່ ປັ້ນນັ້ນແກ່ພຣະພຸທທະເຈົ້ານັ້ນແລ.

source: 
1. http://www.tholakhong.com/2015/03/blog-post_4.html?m=1
2. http://www.watmai.com.au/37383768373737453762371637603738376937223762.html

No comments:

Post a Comment

ຫົວຂ້ທີ່ໂດດເດັ່ນ

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ  ພາບຈາກ: theconversation.com 1.      ຄວາມຮັກ ຮັກສາທຸກສິ່ງ      ຄວາມກຽດຊັງ ບໍ່ອ...

ໂພສທີ່ຖືກອ່ານຫຼາຍທີ່ສຸດ