Thursday 22 February 2018

ບຸນມາຄະບູຊາ

ຄຳວ່າ ມາຄະ ເປັນຊື່ຂອງເດືອນສາມ ຊຶ່ງຫຍໍ້ມາຈາກຄຳວ່າ "ມາຄະປຸຣນະມີ"  ດັັງນັ້ນ  ວັນມາຄະບູຊາ ຈຶ່ງໝາຍຄວາມວ່າ ການບູຊາພຣະໃນວັນເພັງເດືອນມາຄະ ຫລື ເດືອນສາມ ຕາມປະຕິທິນຂອງອິນເດັຽ ຊຶ່ງກົງກັບ ວັນຂຶ້ນ 15 ຄໍ່າ ເດືອນສາມ (ຖ້າຢູ່ລາວຫລືໄທຍ ກໍຈະຕົກຢູ່ໃນເດືອນກຸມພາຫລືເດືອນມີນາ ).
ພຣະສັມມາສັມພຸທທະເຈົ້າ ຊົງສະແດງ ໂອວາທປະຕິໂມກ


ວັນມາຄະບູຊາເປັນວັນສຳຄັນວັນນຶ່ງຂອງພຸທທະສາສນາ ເນື່ອງຈາກມີເຫດການທີ່ສຳຄັນເກີດຂຶ້ນເມື່ອ 2500 ກວ່າປີມາແລ້ວ ຄື ພຣະສັມມາສັມພຸທທະເຈົ້າ ຊົງສະແດງ ໂອວາທປະຕິໂມກ ທ່າມກາງທີ່ປະຊຸມມະຫາສັງຄະສັນນິບາຕຄັ້ງໃຫຍ່  ເພື່ອໃຫ້ພຣະສົງຄ໌ ນຳໄປປະພຶດ ປະຕິບັດ ເພື່ອສືບຕໍ່ພຣະພຸທທະສາສນາໃຫ້ຈະເຣີນຮຸ່ງເຮືອງຕໍ່ໄປ. ໃນວັນນີ້ເອງໄດ້ມີເຫດການ ເກີດຂຶ້ນຢ່າງໜ້າ ອັສຈັນ ສີ່ປະການ ຫລືຈະຮຽກວັນນີ້ອີກຢ່າງນຶ່ງວ່າ ວັນຈາຕຸຣົງສັນນິບາຕ ຄືວັນທີ່ມີການປະຊຸມພ້ອມດ້ວຍອົງຄ໌ສີ່. 
ຄຳວ່າ ຈາຕຸຣະ ແປວ່າ ສີ່, ອົງຄ໌ ແປວ່າ ສ່ວນ ແລະ ສັນນິບາຕ ແປວ່າ ປະຊຸມ. 

    ເຫດການພິເສດທີ່ເກີດຂຶ້ນໃນວັນນີ້ຄື :


   1. ເປັນວັນທີ່ພຣະສົງຄ໌ສາວົກຂອງພຣະພຸທທະເຈົ້າ ຈຳນວນ ໑໒໕໐ ອົງມາປະຊຸຸມໂດຍພ້ອມພຽງກັນ ທີ່ ເວລຸວັນວິຫາຣ ໃນກຣຸງຣາຊຄຣຶ ແຄວ້ນມະຄົດ ໂດຍບໍ່ມີການນັດໝາຍກັນມາກ່ອນ.
   2. ພຣະພິກຂຸສົງຄ໌ເຫລົ່ານີ້ລ້ວນແຕ່ເປັນ "ເອຫິພິກຂຸອຸປະສັມປາທາ" ຄື ເປັນຜູ້ທີ່ພຣະພຸທທະເຈົ້າຊົງເປັນຜູ້ບວດໃຫ້ເອງທັ້ງສິ້ນ.
   3. ພຣະພິກຂຸສົງຄ໌ທຸກອົງຄ໌ ທີ່ມາຮ່ວມປະຊຸມໃນຄັ້ງນີ້ ລ້ວນແຕ່ເປັນຜູ້ໄດ້ບັນລຸພຣະອໍຣະຫັນແລ້ວທຸກໆອົງຄ໌ ຄືມີ ອະພິນຍາຫົກ.
   4. ເປັນວັນທີ່ພຣະຈັນເຕັມດວງກຳລັງສເວີຍ "ມາຄະຣືກ" (ເປັນປາກົດການທາງທັມມະຊາດຂອງດວງຈັນທີ່ໂຄຈອນຜ່ານກຸ່ມດາວມາຄະໃນເດືອນສາມ ທາງຈັນທະຣະຄະຕິ ແລະໃນຣະຍະນີ້ ກໍຈະມີວັນນຶ່ງ ທີ່ພຣະຈັນເພັງ ໃນຂະນະທີ່ໂຄຈອນຜ່ານກຸ່ມດາວມາຄະ ຈຶ່ງນິຍົມຮຽກວ່າ ພຣະຈັນສເວີຍມາຄະຣືກ) .

   ໝາຍເຫດ:  ໃນປີທໍາອິດຂອງການຕັສຮູ້ຂອງພຣະພຸທທະອົງ ຄື ຫລັງຈາກຕັສຮູ້ມາແລ້ວ 9 ເດືອນ, ພຣະອໍຣະຫັນຕ່າງລະລຶກໄດ້ວ່າ ໃນເດືອນສາມເພັງນັ້ນ ເປັນວັນສຳຄັນຂອງສາສນາພຣາມ ອັນເປັນສາສນາເດີມ ກ່ອນທີ່ພຣະອໍຣະຫັນເຫລົ່ານັ້ນຈະປ່ຽນມານັບຖື ພຣະທັມມະວິນັຍຂອງພຣະພຸທທະເຈົ້າ. ໃນສາສນາພຣາມນັ້ນ ເມື່ອເຖິງມື້ເພັງ ເດືອນມາຄະ ຈະນັບຖືວ່າເປັນວັນສິວາຣາຕຣີ ໂດຍຈະທຳການບູຊາພຣະສິວະດ້ວຍ ການລອຍບາບຫລືລ້າງບາບດ້ວຍນໍ້າ. ແຕ່ມາບັດນີ້ ຕົນໄດ້ເລີກລັທທິເດີມແລ້ວ ຈຶ່ງພ້ອມໃຈ ກັນໄປເຂົ້າເຝົ້າພຣະພຸທທະເຈົ້າໂດຍບໍ່ໄດ້ນັດໝາຍ.

   ໂອວາທປະຕິໂມກ 
  ເປັນຫລັກຄຳສອນສຳຄັນຂອງພຣະພຸທທະສາສນາ ຫລື ຄຳສອນອັນເປັນຫົວໃຈຂອງພຣະພຸທທະສາສນາ ໄດ້ແກ່ ພຣະພຸທທະພົດ 3 ຄາຖາ ທີ່ພຣະພຸທທະເຈົ້າໄດ້ກ່າວແກ່ ພຣະອໍຣະຫັນ ໑໒໕໐ ຮູປ ຜູ້ໄປປະຊຸຸມກັນ ໂດຍບໍ່ມີການນັດໝາຍ  ທີ່ ພຣະເວລຸວະນາຣາມ ໃນມື້ເພັງເດືອນສາມ ທີ່ເຮົາຮຽກກັນວ່າ ວັນມາຄະບູຊາ. 
ຄາຖາໂອວາທປະຕິໂມກ ມີດັ່ງນີ້:


ສັພພະປາປັສສະ ອະກະຣະນັງ ກຸສະລັສສູປະສັມປະທາ                       
ສະຈິຕຕະປະຣິໂຍທະປະນັງ ເອຕັງ ພຸທທານະສາສະນັງ                    
ຂັນຕີ ປະຣະມັງ ຕະໂປ ຕີຕິກຂາ            
ນິພພານັງ ປະຣະມັງ ວະທັນຕິ ພຸທທາ     
ນະ ຫິ ປັພພະຊິໂຕ ປະຣູປະຄາຕີ 
ສະມະໂນ ໂຫຕິ ປະຣັງ ວິເຫຖະຍັນໂຕ       
ອະນູປະວາໂທ ອະນູປະຄາໂຕ ປະຕິໂມກເຂ ຈະ ສັງວະໂຣ                      
ມັຕຕັນຍຸຕາ ຈະ ພັຕຕັສສມິງ ປັນຕັນຈະ ສະຍະນາສະນັງ                      
ອະທິຈິຕເຕ ຈະ ອາໂຍໂຄ ເອຕັງ ພຸທທານະສາສະນັງ.           

   ແປວ່າ:  ການບໍ່ທຳຄວາມຊົ່ວທັງປວງ  ໑, ການບໍາເພັນແຕ່ຄວາມດີ ໑,  ການທໍາຈິດຂອງຕົນໃຫ້ຜ່ອງໃສ.໑  ນີ້ເປັນຄໍາສອນ ຂອງພຣະພຸທທະເຈົ້າທັ້ງຫລາຍ
ຂັນຕິ ຄືຄວາມອົດກັ້ນ ເປັນຕະບະຢ່າງຍິ່ງ, ພຣະພຸທທະເຈົ້າທັ້ງຫລາຍກ່າວວ່າ ນິພພານ ເປັນບໍຣົມມະທັມ, ຜູ້ທຳຮ້າຍຄົນອື່ນ ບໍ່ໄດ້ຊື່ວ່າເປັນບັນພະຊິດ, ຜູ້ບຽດບຽນຄົນອື່ນ ບໍ່ໄດ້ຊື່ວ່າເປັນສະມະນະ. ການບໍ່ທຳຮ້າຍ ໑  ການສຳລວມໃນປະຕິໂມກ ໑ ຄວາມເປັນຜູ້ຮູ້ຈັກປະມານໃນອາຫານ ໑  ທີ່ນັ່ງນອນອັນສງັດ ໑ ຄວາມພຽນໃນອະທິຈິຕ(ສະມາທິ) ໑ທັມເຫລົ່ານີ້ ເປັນຄຳສັ່ງສອນຂອງພຣະພຸທທະເຈົ້າທັ້ງຫລາຍ
  ການປະຕິບັດໃນວັນມາຄະບູຊານີ້ກໍຄື  ການຕັກບາຕ, ໃຫ້ທານ,ຖວາຍເພລແລະ ຮັບຟັງພຣະທັມມະເທສນາໃນຕອນເຊົ້າເຖິງບ່າຍ ແລະ ຕອນກາງຄືນ ບາງວັດ ຊາວພຸທກໍຈະພາກັນໄປຮັກສາສີລ,ສູດມົນແລະນັ່ງສະມາທິ ແຕ່ສ່ວນມາກແລ້ວຕາມເຂດບ້ານທົ່ວໄປ ຈະນິຍົມເອົາດອກໄມ້ ທູບທຽນ ໄປທີ່ວັດ ເພື່ອຮ່ວມພິທີວຽນທຽນ ອ້ອມສີມ ໂດຍພຣະສົງຄ໌ຈະກ່າວຄຳຖວາຍ ດອກໄມ້ທູບທຽນ ແລ້ວໃຫ້ທຸກຄົນວ່າຕາມ ຈົບແລ້ວ ຍ່າງວຽນທາງຂວາ. ຕລອດເວລາທີ່ວຽນທຽນນັ້ນ ໃຫ້ລະລຶກເຖິງ ພຣະພຸທທະຄຸນ ພຣະທັມມະຄຸນ ພຣະສັງຄະຄຸນ ຈົນຄົບສາມຮອບແລ້ວ ນຳດອກໄມ້ທູບທຽນໄປປັກບູຊາຕາມສະຖານທີ້່  ທີ່ວັດນັ້ນໆ ຕຽມໄວ້ໃຫ້ ກໍເປັນອັນວ່າຈົບພິທີ. 

source: 1. http://www.watmai.com.au/37383768373737453762371637603738376937223762.html
2. http://www.tholakhong.com/2015/03/blog-post_4.html?m=1

No comments:

Post a Comment

ຫົວຂ້ທີ່ໂດດເດັ່ນ

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ  ພາບຈາກ: theconversation.com 1.      ຄວາມຮັກ ຮັກສາທຸກສິ່ງ      ຄວາມກຽດຊັງ ບໍ່ອ...

ໂພສທີ່ຖືກອ່ານຫຼາຍທີ່ສຸດ