ຂໍ້ຄິດມຸມມອງຊີວິດ
"ຖ້າການເຮັດຊົ່ວພຽງຄັ້ງໜຶ່ງຂອງຄົນໜຶ່ງ ສາມາດເປັນກາບາບຕິດໜ້າຜາກໃຫ້ກັບເຂົາຜູ້ເຮັດຜິດນັ້ນໄປ ຕະຫຼອດຊີວິດໄດ້ ແລ້ວເປັນຫຍັງການເຮັດດີຄັ້ງໜຶ່ງຂອງຄົນໜຶ່ງ ຈຶ່ງບໍ່ສາມາດເປັນກາບຸນຕິດຕົວເຂົາຜູ້ເຮັດດີນັ້ນໄປ #ຕະຫຼອດຊີວິດໄດ້"
ຖ້າຄິດກົງກັນຂ້າມ ຄົນທຸກຄົນຄືຄົນບຸນກັນທັ້ງນັ້ນ ຫຼື ເພາະຄົນເຮົາຄິດເຖິງແຕ່ບາບ ຫຼາຍກວ່າບຸນຂອງຄົນອື່ນ
(ມັນແນວຄວາມຄິດຂອງຄົນໂລກສວຍງາມຕ້ອງທຳໃຈ)😁)😃
![]() |
ພາບຈາກເນັດ |
"ບຸນເຮັດໃຫ້ໃຈເບີກບານ ສ່ວນບາບເຮັດໃຫ້ຈິດເສົ້າໜອງ"
ໃຈເບີກບາກຄື ການຊື່ນອົກຊື່ນໃຈຈາກການເຮັດດີ(ບໍ່ແມ່ນຊື່ນອົກຊື່ນໃຈ ຈາກການເຮັດຊົ່ວ ທີ່ເວົ້າແບບນີ້ເພາະເຮົາຈະຊື່ນອົກ ຊື່ນໃຈ ຈາກການເຮັດຊົ່ວໄດ້ຄືກັນ, ແຕ່ຈິງແລ້ວ ໜ້າຈະເອີ້ນວ່າການຫຼົງໃນຄວາມຊົ່ວ ຄືຫຼົງວ່າເຮັດບາບກະມີຄວາມເບີກບານ, ມີຄວາມສຸກ ແລະ ຄວາມຊື່ນໃຈໄດ້ຄືກັນ. ບາງກະວ່າຄວາມພໍໃຈສ່ວນບຸກຄົນ ແຕ່ຢ່າງທີ່ຮູ້ ເຮົາສາມາດຫຼີກລ້ຽງກົດໝາຍໄດ້ ແຕ່ບໍ່ສາມາດຫຼີກລ້ຽງກົດແຫ່ງກັມ ຫຼື ວົງຈອນແຫ່ງການກະທຳນັ້ນໄດ້ຕະຫຼອດໄປ ຄືຖ້າການກະທຳຊົ່ວນັ້ນໄດ້ສໍາເລັດໄປແລ້ວ ປັດໄຈຂອງມັນກໍ່ພ້ອມທີ່ຈະສະສົມ ແລະ ເກີດຜົນໄດ້ທຸກເມື່ອ ໂດຍອາດຈະເກີດຂື້ນໂດຍບໍ່ຮູ້ຕົວໃນເວລາໃດທີ່ແນ່ນອນໃນອານາຄົດກະໄດ້.
![]() |
ພາບຈາກເນັດ |
"ບຸນເປັນໂຕເບີກທາງສູ່ຄວາມສຸກ ບາບເປັນໂຕເປີດທາງໃຫ້ຄວາມທຸກ"
ເຮັດບຸນເບີກບານແຕ່ໜ້າຕາພາຍນອກ ເສົ້າໝອງທຸກພາຍໃນຈິດໃຈ ມັນກະບໍ່ຄຸ້ມທຶນ. ເສຍເວລາ ເສຍຊັບ ແລະ ຄວາມຮູ້ສຶກຊື່ໆ ຫຼື ເວົ້າອີກຢ່າງວ່າຍິ້ມນອກ ຊອກຊໍ້າໃນກະບໍ່ຜິດ #ໄວລຸ້ນໄວແຫ່ງຄວາມຮູ້ສຶກນິຍົມເວົ້າກັນ. ທາງແກ້ ຄືຕ້ອງມີສັດທາ ແລະ ຫາເຫດຜົນມາອ້າງອີງສະນັບສະນູນໃສ່ການເຮັດບຸນດ້ວຍຈະເປັນການດີ. #ຄົນທີ່ມີເຫດຜົນແລະເຮັດບຸນກັບພຣະຈົວຢ່າງໃກ້ຊິດເປັນປະຈຳຈະເຂົ້າໃຈ ແຕ່ຄົນເຫຼົ່ານີ້ຈະມັກເກງໃຈຄົນ.
![]() |
ພາບຈາກເນັດ |
No comments:
Post a Comment