1. ຄວາມເປັນມາໃນການເຄນສິ່ງຂອງແກ່ພຣະສົງຄ໌

ໃນສະໄໝນັ້ນ ພຣະຜູ້ມີພຣະພາກເຈົ້າປະທັບຢູ່ທີ່ກູດດາຄານສາລາປ່າມະຫາວັນ
ເຂດພຣະນະຄອນເວສາລີ
ຄາວນັ້ນມີພຣະພິກຂຸອົງຄ໌ຫນຶ່ງ ອາສັຍຢູ່ໃນເຂດປ່າຊ້າ
ທ່ານໄດ້ໄປເອົາສິ່ງຂອງທຸກຢ່າງທີ່ມີຢູ່ໃນປ່າຊ້ານັ້ນ ເພື່ອນຳມາໃຊ້ສອຍອຳນວຍຄວາມສະດວກໃນການບຳເພັນສະມະນະທັມ
ທ່ານບໍ່ປາຖນາທີ່ຈະຮັບອາຫານ ແລະ ເຄື່ອງນຸ່ງຫົ່ມທີ່ປະຊາຊົນຖວາຍ ຈິ່ງຊອກເກັບເອົາອາຫານເຄື່ອງບວງສວງໄຫວ້ເຈົ້າຕາມ
ປ່າຊ້າ ເຫງົ້າໄມ້ໃຫຍ່ ແລະ
ຕາມແຄມປະຕູເປັນຕົ້ນມາສັນເອງ ປະຊາຊົນຈຶ່ງເພ່ງໂທດຕິຕຽນຕ່າງໆນາໆ
ວ່າເຫດໃດພິກຂຸທ່ານນີ້ຈຶ່ງໄດ້ເກັບເອົາອາຫານ ເຄື່ອງບວງສວງຂອງໄຫວ້ເຈົ້າ
ຂອງພວກເຮົາໄປສັນເອງເຊັ່ນນີ້ ຈິ່ງເຮັດໃຫ້ອ້ວນຖ້ວນສົມບູນ
ບາງທີອາດສັນຊິ້ນມະນຸດເປັນອາຫານນຳກະບໍ່ຮູ້
ພິກຂຸທັງຫລາຍໄດ້ຍີນປະຊາຊົນພວກນັ້ນເພັ່ງໂທດຕິຕຽນຕ່າງໆນາໆ
ບັນດາພຣະສົງຄ໌ເປັນຜູ້ມັກຫນ້ອຍສັນໂດດຕ່າງໆ ກໍ່ເພັ່ງໂທດຕິຕຽນຕ່າງໆນາໆເຊັ່ນກັນວ່າ:
ເຫດໃດ ທ່ານຈຶ່ງກືນອາຫານທີ່ເຂົາຍັງບໍ່ທັນໄດ້ໃຫ້ເຫລົ່າ!?
ແລ້ວຈິ່ງໄດ້ຂາບທູນເລື່ອງນັ້ນແດ່ພຣະຜູ້ມີພຣະພາກເຈົ້າ
ພຣະຜູ້ມີພຣະພາກເຈົ້າຈິ່ງໄດ້ສອບຖາມພິກຂຸນັ້ນວ່າ! ຂ່າວວ່າ
ທ່ານກືນອາຫານທີ່ເຂົາຍັງບໍ່ໄດ້ໃຫ້ມີຈິງບໍ່? ພິກຂຸນັ້ນທູນຮັບວ່າເປັນຄວາມຈິງ ພຣະຜູ້ມີພຣະພາກເຈົ້າຊົງ
ຕິຕຽນການກະທຳເຊັ່ນນັ້ນວ່າ: ດູກ່ອນໂມຄະບຸຣຸດ(ບຸຣຸດຜູ້ຫວ່າງເປົ່າ) ເຫດໃດທ່ານຈິ່ງໄດ້ກືນອາຫານທີ່ເຂົາຍັງບໍ່ທັນໄດ້ໃຫ້ເຫລົ່າ!?
ການກະທໍາຂອງທ່ານບໍ່ເປັນໄປເພື່ອຄວາມເຫຼື່ອມໃສ
ຂອງຊຸມຊົນທີ່ຍັງບໍ່ເຫລື່ອມໃສ ຫຼື ເພື່ອຄວາມເຫລື່ອມໃສຍິ່ງຂອງຊຸມຊົນທີ່ເຫລື່ອມໃສແລ້ວ
ຈິ່ງຊົງບັນຍັດສິກຂາບົດຂຶ້ນວ່າ: ພິກຂຸອົງໃດກືນອາຫານທີ່ເຂົາຍັງບໍ່ທັນໄດ້ໃຫ້(ເຄນ)
ເປັນອາບັດປາຈິດຕີ ແລະ ພາຍຫລັງມີການບັນຍັດເພີ່ມເຕິມອີກທີ່ເປັນຂໍ້ຍົກເວັ້ນ ເຊັ່ນ:
ນ້ຳ(ປະເພດເຕົ້ານ້ຳ), ງ້ຽງ, ແປງຖູແຂ້ວ, ຜ້າ, ບາດ ສີ່ງທີ່ຕ້ອງໃຊ້ປະຈໍາວັນ ອະນຸໂລມເຂົ້າກັນໄດ້ ຄື:
ບໍ່ຕ້ອງປະເຄນກໍ່ໄດ້.
2. ຄວາມຫມາຍຂອງການເຄນ:
ການ ເຄນ ຫມາຍເຖິງການມອບໃຫ້,
ເອົາໃຫ້(ໃຊ້ສຳຫຼັບເອົາສີ່ງຂອງໃຫ້ພິກຂຸສາມະເນນ
ຫຼືພຣະເຈົ້າແຜ່ນດິນ); ຊື່ງກົງກັບ ພາສາອັງກິດວ່າ: (give;
offer), ໃນຄວາມໝາຍຂອງພຣະພຣົມຄຸນາພອນ
(ປ.ອ.ປະຍຸຕໂຕ) ຫມາຍເຖິງ ການມອບ ຖວາຍສີ່ງຂອງໃດໜຶ່ງ ໃຫ້ແກ່ພຣະພິກຂຸ;
ສົ່ງສີ່ງຂອງຖວາຍພຣະພາຍ ນຫັດຖະບາດ;
ສົ່ງໃຫ້ເຖິງມື;
ແລະ ພິກຂຸຜູ້ຮັບຈະຮັບດ້ວຍກາຍກໍໄດ້
ດ້ວຍຂອງເນື່ອງດ້ວຍກາຍກໍໄດ້ເຊັ່ນ: (ເວລາຜູ້ຍິງເຄນໃຊ້ຜ້າຂາບ "ຜ້າເຫຼືອງນ້ອຍໆ
ເໝືອນ ແພມົນ" ໃຊ້ຜ້າເຊັດໜ້າທີ່ສະອາດຮັບກໍ່ໄດ້)
ແຕ່ການຮັບເຄນທາງພາກເໜືອຂອງປະເທດໄທຍ
(8 ແຂວງພາກເຫນືອ), ປະເທດພະມ້າ ແລະ ສີລັງກາ ສະຕີ (ຜູ້ຍິງ)
ເຄນກໍ່ຮັບກັບມືໄດ້ເລີຍເໝືອນຜູ້ຊາຍທົ່ວໄປ ແຕ່ສ່ວນຫລາຍປະເພນີລາວ ເຮົາຈະມອບໃຫ້ເປັນຫນ້າທີ່ຜູ້ຊາຍຫລາຍກວ່າ
(ຖືວ່າຂັດພຸດທະບັນຍັດ) ແລະ ໃນວິໄນບັນຍັດພຣະພິກຂຸກໍ່ສາມາດຮັບເຄນຈາກຜູ້ຍິງໄດ້ ທີ່ໃຊ້ຜ້າຮອງຮັບນັ້ນເປັນການບັນຍັດຂຶ້ນມາໃໝ່ເທົ່ານັ້ນເອງ.
source:http://www.watmai.com.au/37203760377637163737375437643784371937143757371937793755378537423747376037543771371937163788-3777373837383779373237203766378437193734376737133733.html
No comments:
Post a Comment