Showing posts with label ຮີດ12. Show all posts
Showing posts with label ຮີດ12. Show all posts

Tuesday, 3 April 2018

ຄວາມເປັນມາຂອງນາງສັງຂານ (ປີໃໝ່ລາວ)


ພະຍາກະບິນລະພົມ ທ້າສະໝອງລອງປັນຍາ ກັບ ທ່ານນັກປາດຜູ້ຮຽນຈົບໄຕເພດ(ຄວາມຮູ້ຂັ້ນສູງສາມຢ່າງ ໂຫລາສາດ, ຄຸລຸສາດ ແລະ ພາສາສາດ) ຄື:ທຳມະບານກຸມມານແຕ່ປາງກ່ອນບຸດຊາຍເສດຖີຄົນນຶ່ງຊື່ວ່າ: “ທຳມະບານກຸມານ“ ຮຽນຈົບວິຊາໄຕເພດ(ຄວາມຮູ້ຂັ້ນສູງສາມຢ່າງ ໂຫລາສາດ,ຄຸລຸສາດ ແລະ ພາສາສາດ)ເປັນນັກປາດຜູ້ມີປັນຍາສະຫຼາດຫຼັກແຫຼມເໜືອກວ່າເພື່ອນມະນຸດດ້ວຍກັນ ສາມາດຮູ້ຮອດພາສາສັດຕ່າງໆໃນນັ້ນລວມທັງພາສານົກ.ເມື່ອມີຄົນມາຖາມປັນຫາໃດ ບໍ່ວ່າຄະຕິໂລກ ຫຼື ຄະຕິທຳ ເຂົາສາມາດແກ້ໄດ້ໝົດ,ຄວາມຊ່າລືກ່ຽວກັບທຳມະບານມີສະຕິປັນຍາແຫຼມຄົມ ສາມາດແກ້ບັນຫາໄດ້ຢ່າງບໍ່ຂ້ອງບໍ່ຄາຊື່ສຽງດັ່ງກ່າວໄດ້ດັງກ້ອງໄປຮອດພະພົມຢູ່ສວງສະຫວັນ. ຕອນນັ້ນມີພະພົມອົງນຶ່ງຊຶ່ງເປັນເຈົ້າແຫ່ງພົມ ແລະ ເທວະດາທັງຫຼາຍ ຊື່ວ່າ:ພະຍາກະບິນລະພົມ, ເມື່ອຊາບຊື່ສຽງດັ່ງກ່າວ ຈຶ່ງຢາກທົດສອບຄວາມຮູ້ຂອງທຳມະບານກຸມມານລອງເບີ່ງ ຈຶ່ງໄດ້ເຫາະລົງມາຍັງໂລກມະນຸດ ແລະ ໄດ້ພົບກັບທຳມະບານກຸມມານຢູ່ຫໍປະສາດ 7 ຊັ້ນ ຊຶ່ງອາໄສຢູ່ຄົນດຽວ.ພະຍາກະບິນລະພົມໄດ້ຖາມທຳມະບານກຸມມານ 3 ຂໍ້ຄື: ສິລິຂອງຄົນຢູ່ໃສ? ໃນຕອນເຊົ້າ, ຕອນສວາຍ ແລະ ຕອນແລງ.(ສິລິ ແມ່ນຈຸດສຳຄັນຂອງຮ່າງກາຍ) ພະຍາກະບິນລະພົມບໍ່ທັນໃຫ້ທຳມະບານກຸມມານຕອບທັນທີແຕ່ພັດວ່າ ອີກ 7 ວັນ ຈະລົງມາຟັງຄຳຕອບ ໂດຍໄດ້ວາງເງື່ອນໄຂໄວ້ວ່າ ຖ້າຕອບບໍ່ໄດ້ທຳມະບານຈະຖຶກຕັດຄໍ ແລະ ໃນທາງກົງກັນຂ້າມ ຖ້າຕອບໄດ້ຕົນເອງກໍຈະຍອມໃຫ້ຕັດຄໍເຊັ່ນກັນ.



ດັ່ງນັ້ນ, ຕາມການຕົກລົງນີ້ໃນເຈັດມື້ຂ້າງໜ້າ ລະຫວ່າງ ພະຍາ ກະບິນລະພົມ ກັບ ທຳມະບານກຸມມານຈະຕ້ອງມີຜູ້ໜຶ່ງຖຶກຕັດຄໍ, ຫຼັງຈາກພະຍາກະບິນລະພົມກັບໄປແລ້ວ ທຳມະບານກຸມມານຕ້ອງໄດ້ໃຊ້ສະໝອງຢ່າງໜັກເພື່ອຊອກຫາຄຳຕອບ ແຕ່ກໍ່ຊອກບໍ່ເຫັນ,ບໍ່ມີຄຳພີດີກາເຫຼັ້ມໃດເລີຍທີ່ກ່າວເຖິງຄຳວ່າສິລິຂອງຄົນ,ວັນເວລາລ່ວງເລີຍໄປ 6 ມື້ ນັບແຕ່ທຳມະບານກຸມມານຕັ້ງໜ້າຄົ້ນຄວ້າຫາຄຳຕອບຈົນບໍ່ມີເວລາພັກຜ່ອນຫຼັບນອນ ຫຼື ກິນເຂົ້າກິນນ້ຳ ເຮັດໃຫ້ຕົນໂຕເຂົາຈ່ອຍຜອມລ່າເຫຼືອງ ເຫຼືອແຕ່ໜັງຫຸ້ມດູກ.ເມື່ອຮູ້ໂຕວ່າຈະຕ້ອງຖຶກຕັດຄໍແນ່ນອນແລ້ວ ທຳມະບານ ກຸມມານ ຈິ່ງຕັດສິນໃຈຄັ້ງສຸດທ້າຍວ່າ:(ເຮົາເປັນຄົນລະດັບນັກປາດມີຊື່ສຽງກັງວານກ້ອງ ໂລກ ຜູ້ໜຶ່ງ ຊິໄປຍອມໃຫ້ຕັດຄໍປະຈານໃຫ້ເສຍຊື່ສຽງເຮັດຫຍັງ, ແໜງສູ້ໄປຕາຍເອງດີກວ່າ).ຂະນະນັ້ນເປັນເວລາຄ່ຳມືດແລ້ວ ທຳມະບານກຸມມານພາຮ່າງກາຍອັນຈ່ອຍຜອມຍ່າງໂຊ ຊັກໂຊເຊລົງຈາກຫໍປະສາດ 7 ຊັ້ນ ມຸ້ງໜ້າເຂົ້າປ່າ ເມື່ອເຫັນວ່າຈະຍ່າງຕໍ່ໄປບໍ່ໄຫວ ເຂົາຈຶ່ງໂຍບນັ່ງລົງກ້ອງຕົ້ນຕານຕົ້ນໜຶ່ງ ໂດຍຄິດວ່າຄວາມອິດເມື່ອຍ ແລະ ຄວາມຫິວທີ່ເພີ້ມຂຶ້ນຊັກໄຊ້ ນັ້ນຈະເຮັດໃຫ້ເຂົາຈົບຊີວິດລົງຢູ່ສະຖານທີ່ແຫ່ງນີ້,ແຕ່ສະຫວັນໄດ້ເປັນໃຈທຳມະບານກຸມມານຢູ່ເທິງຕົ້ນຕານລຳນັ້ນມີແຮ້ງສອງຜົວເມຍອາໄສຢູ່ ຕອນເດິກສະຫງັດຄືນນັ້ນແຮ້ງສອງຜົວເມຍ ໄດ້ລົມ ກັນກ່ຽວກັບແຜນການຈະໄປກິນອາຫານໃນມື້ອື່ນໂດຍເມຍຖາມຜົວວ່າ ມື້ອື່ນຈະໄປຫາກິນ ທາງໃດ?.

ຜົວ: ມື້ອື່ນພວກເຮົາບໍ່ຕ້ອງບິນໄປຫາກິນໄກໃຫ້ເມື່ອຍປີກດ໋ອກ ຖ້າກິນຊີ້ນມະນຸດຢູ່ເມືອງນີ້ ແຫລະ.
ເມຍ: ຊິມີຊີ້ນມະນຸດມະນາມາແຕ່ທາງໃດໃຫ້ພວກເຮົາກິນບໍ? ຫລືວ່າຕີເອິກເສືອເພື່ອ ໃຫ້ກາກິນຊັ້ນເບາະ?
ຜົວ: ພະຍາກະບິນລະພົມ ຊິລົງມາຕັດຄໍທຳມະບານກຸມມານ ແລະ ເຮົາຊິໄດ້ກິນຊີ້ນເຂົາ;
ເມຍ: ໄປຕັດຄໍເຂົາເຮັດຫຍັງ?;
ຜົວ: ຕັດລະບໍແນວວ່າຕອບບັນຫາເພີ່ນບໍ່ໄດ້;
ເມຍ: ເພີ່ນຖາມວ່າແນວໃດ? ຍາກແທ້ຫວ໋ະ? ຂັ້ນນັກປາດຄືທຳມະບານກຸມມານກໍ່ຍັງ ຕອບບໍ່ໄດ້ຊັ້ນຫວ໋ະ?
ຜົວ: ມັນຊິຍາກຫຍັງ! ແຕ່ທຳມະບານກຸມມານບໍ່ໄດ້ຮຽນເຖິງກໍ່ເລີຍຕອບບໍ່ໄດ້. ເພີ່ນຖາມ ວ່າ ສິລິ
ຂອງຄົນຢູ່ໃສໃນຕອນເຊົ້າ, ຕອນສວາຍ, ຕອນແລງ?
ເມຍ: ຄັນຊັ້ນເຈົ້າຮູ້ບໍ່ວ່າທັງ 3 ເວລານັ້ນ ສິລິ ຂອງຄົນຢູ່ໃສ?
ຜົວ: ເປັນຫຍັງຊິບໍ່ຮູ້ ງ່າຍຊິຕາຍ
ເມຍ: ຄັນຊັ້ນເວົ້າໃຫ້ຂ້ອຍຟັງແດ່ດູ
ຜົວ: ເວົ້າບໍ່ໄດ້ເດິກດື່ນແລ້ວ ນອນສາ
ເມຍ: ບໍ່! ຄັນເຈົ້າບໍ່ເວົ້າໃຫ້ຂ້ອຍຟັງຂ້ອຍຊິກັ້ນໃຈຕາຍປະເຈົ້າ
ຜົວ: ເວົ້າກະເວົ້າ! ຄືວ່າ ຕອນເຊົ້າ ສິລິ ຂອງຄົນຢູ່ໜ້າ ສະນັ້ນ ຕື່ນເຊົ້າມາເຂົາ ເຈົ້າພາ ກັນສ່ວຍໜ້າລ້າງຕາ,


ຕອນສວາຍຢູ່ໜ້າເອິກ ຄົນທັງຫລາຍຈຶ່ງມັກເອົານ້ຳລູບໜ້າເອິກ ຫລື ລ້າງ ສ່ວຍຕົນໂຕເລົາຄີງ,ຕອນແລງ ສິລິ ແມ່ນຢູ່ຕີນ ເຂົາເຈົ້າຈຶ່ງພາກັນລ້າງຕີນໃຫ້ສະອາດກ່ອນ ຈຶ່ງເຂົ້ານອນ.ດັ່ງໄດ້ກ່າວຕອນຕົ້ນແລ້ວວ່າ ທຳມະບານກຸມມານຮູ້ພາສານົກ ດັ່ງນັ້ນຄຳສົນທະນາຂອງ ແຮ້ງສອງຜົວເມຍ ຈຶ່ງປຽບເໝືອນສິ່ງສັກສິດຊ່ວຍໃຫ້ເຂົາລອດພົ້ນຈາກຄວາມຕາຍຢ່າງປາຕິຫານ. ເຂົາຟ້າວລຸກຈາກກ້ອງຕົ້ນຕານແລ່ນກັບຄືນສູ່ຫໍປະສາດ ດ້ວຍຄວາມສຸກໃຈຢ່າງຫາອັນປຽບບໍ່ໄດ້. ເຊົ້າມື້ຕໍ່ມາຊຶ່ງເປັນມື້ຖ້ວນເຈັດ ເມື່ອໄດ້ຟັງການຕອບບັນຫາທັງສາມຂໍ້ຂອງທຳມະບານກຸມມານ ຢ່າງຖຶກຕ້ອງແລ້ວ ເຮັດໃຫ້ພະຍາກະບິນລະພົມມີຄວາມປະຫຼາດໃຈບໍ່ໜ້ອຍ, ແຕ່ຊິເຮັດແນວໃດໄດ້ ເມື່ອຕົນເອງເອີຍປາກທ້າພະນັນຂັນຕໍ່ຕັດຄໍ ຈຶ່ງຕົກລົງໃຫ້ຕັດ ເພື່ອບໍ່ໃຫ້ເສຍສັດຈະທີ່ຕົນໄດ້ໃຫ້ ໄວ້ກັບມະນຸດຜູ້ໝຸ່ມນ້ອຍຄົນນີ້ ແຕ່ຍ້ອນພະຍາກະບິນລະພົມມີລິດເດດເກ່ງກ້າເໝືອກວ່າເທວະດາ ແລະ ມະນຸດທັງຫຼາຍ ພຽງແຕ່ຫົວຂອງເພີ່ນກໍຈະເຮັດໃຫ້ໂລກມະນຸດພິນາດໄປໄດ້ຖ້າຫາກປ່ອຍ ໃຫ້ຫົວ ແລະ ເລືອດຂອງພະຍາກະບິນລະພົມຕົກລອງດິນມັນຈະເປັນໄຟມະໄລກັນ ໄໝ້ໂລກ, ຖ້າໂຍນຫົວພະຍາກະບິນລະພົມຂຶ້ນສູ່ເວຫາກໍຈະໄໝ້ອາກາດເຮັດໃຫ້ມວນມະນຸດ ແລະ ສັດສາວາສິ່ງໝົດອາກາດຫາຍໃຈ, ຖ້າໂຍນລົງນໍ້າກໍຈະເຮັດແມ່ນໍ້າຄົງຄາມະຫາສະມຸດເຫືອດແຫ້ງ ເກີດໄພພິບັດແຫ້ງແລ້ງ ຂົ່ມຂູ່ມວນມະນຸດໃນທົ່ວໂລກ. ດັ່ງນັ້ນ ເພື່ອຊ່ວຍມວນມະນຸດ ໃຫ້ຫຼຸດ ພົ້ນຈາກໄພພິບັດເຫຼົ່ານັ້ນ ກ່ອນຖຶກຕັດຄໍ ພະຍາກະບິນລະພົມ ຈຶ່ງເອີ້ນເອົາທິດາສາວທັງ 7 ນາງ ມາພົບເປັນການດ່ວນ.
ລູກສາວທັງ 7 ນາງແມ່ນແທນໃຫ້ 7 ວັນ ໃນວັນໜຶ່ງອາທິດຊຶ່ງນາງສາວທັງ 7 ຈະມີພາ ຫະນະປະຈຳຕົວ
ຂອງແຕ່ລະນາສາວຄື:

–
ນາງ ທຸງສະເທວີ ວັນອາທິດ ພາຫະນະ ຂີ່ ຄຸດ – ນາງ ໂຄລະຄະເທວີ ວັນຈັນ ພາຫະນະ ຂີ່ ເສືອໂຄ່ງ
–
ນາງ ຮາກສະເທວີ ວັນອັງຄານ ພາຫະນະ ຂີ່ ໝູ
–
ນາງ ມົນທາເທວີ ວັນພຸດ ພາຫະນະ ຂີ່ ມ້າ (ລໍ) – ນາງ ກີລີນີເທວີ ວັນພະຫັດ ພາຫະນະ ຂີ່ ຊ້າງ – ນາງ ກິມີທາເທວີ ວັນສຸກ ພາຫະນະ ຂີ່ ຄວາຍ – ນາງ ມະໂຫທອນ ເທວີ ວັນເສົາ ພາຫະນະ ຂີ່ ນົກຍຸງ
ເມື່ອທັງ 7 ນາງມາພ້ອມໜ້າພ້ອມຕາກັນແລ້ວ ຜູ້ເປັນພໍ່ຈິ່ງສັ່ງຄວາມວ່າ: ຕອນພໍ່ຖຶກຕັດຄໍໃຫ້ພວກລູກເອົາພາຖາດຄຳມາຮອງຮັບ ບໍ່ໃຫ້ເລືອດ ແລະ ຫົວຂອງພໍ່ຕົກລົງດິນ ຈາກນັ້ນໃຫ້ເອົາໄປໄວ້ຢູ່ຖ້ຳເຂົາສຸເມນໂນລາດ.
ເມື່ອເຖິງເດືອນຫ້າ ຟ້າລ່ວງ ຫຼື ກຸດສົງການປີໃດ
ຖ້າສັງຂານລ່ວງຖຶກວັນໃດ ໃຫ້ລູກສາວປະຈຳວັນນັ້ນ ( ຫຼື ນາງສັງຂານ ) ຂີ່ສັດພາຫະນະຂອງຕົນ.

 ທີ່ມາ: http://raosukunfung.com


Thursday, 22 February 2018

ບຸນມາຄະບູຊາ

ຄຳວ່າ ມາຄະ ເປັນຊື່ຂອງເດືອນສາມ ຊຶ່ງຫຍໍ້ມາຈາກຄຳວ່າ "ມາຄະປຸຣນະມີ"  ດັັງນັ້ນ  ວັນມາຄະບູຊາ ຈຶ່ງໝາຍຄວາມວ່າ ການບູຊາພຣະໃນວັນເພັງເດືອນມາຄະ ຫລື ເດືອນສາມ ຕາມປະຕິທິນຂອງອິນເດັຽ ຊຶ່ງກົງກັບ ວັນຂຶ້ນ 15 ຄໍ່າ ເດືອນສາມ (ຖ້າຢູ່ລາວຫລືໄທຍ ກໍຈະຕົກຢູ່ໃນເດືອນກຸມພາຫລືເດືອນມີນາ ).
ພຣະສັມມາສັມພຸທທະເຈົ້າ ຊົງສະແດງ ໂອວາທປະຕິໂມກ


ວັນມາຄະບູຊາເປັນວັນສຳຄັນວັນນຶ່ງຂອງພຸທທະສາສນາ ເນື່ອງຈາກມີເຫດການທີ່ສຳຄັນເກີດຂຶ້ນເມື່ອ 2500 ກວ່າປີມາແລ້ວ ຄື ພຣະສັມມາສັມພຸທທະເຈົ້າ ຊົງສະແດງ ໂອວາທປະຕິໂມກ ທ່າມກາງທີ່ປະຊຸມມະຫາສັງຄະສັນນິບາຕຄັ້ງໃຫຍ່  ເພື່ອໃຫ້ພຣະສົງຄ໌ ນຳໄປປະພຶດ ປະຕິບັດ ເພື່ອສືບຕໍ່ພຣະພຸທທະສາສນາໃຫ້ຈະເຣີນຮຸ່ງເຮືອງຕໍ່ໄປ. ໃນວັນນີ້ເອງໄດ້ມີເຫດການ ເກີດຂຶ້ນຢ່າງໜ້າ ອັສຈັນ ສີ່ປະການ ຫລືຈະຮຽກວັນນີ້ອີກຢ່າງນຶ່ງວ່າ ວັນຈາຕຸຣົງສັນນິບາຕ ຄືວັນທີ່ມີການປະຊຸມພ້ອມດ້ວຍອົງຄ໌ສີ່. 
ຄຳວ່າ ຈາຕຸຣະ ແປວ່າ ສີ່, ອົງຄ໌ ແປວ່າ ສ່ວນ ແລະ ສັນນິບາຕ ແປວ່າ ປະຊຸມ. 

    ເຫດການພິເສດທີ່ເກີດຂຶ້ນໃນວັນນີ້ຄື :


   1. ເປັນວັນທີ່ພຣະສົງຄ໌ສາວົກຂອງພຣະພຸທທະເຈົ້າ ຈຳນວນ ໑໒໕໐ ອົງມາປະຊຸຸມໂດຍພ້ອມພຽງກັນ ທີ່ ເວລຸວັນວິຫາຣ ໃນກຣຸງຣາຊຄຣຶ ແຄວ້ນມະຄົດ ໂດຍບໍ່ມີການນັດໝາຍກັນມາກ່ອນ.
   2. ພຣະພິກຂຸສົງຄ໌ເຫລົ່ານີ້ລ້ວນແຕ່ເປັນ "ເອຫິພິກຂຸອຸປະສັມປາທາ" ຄື ເປັນຜູ້ທີ່ພຣະພຸທທະເຈົ້າຊົງເປັນຜູ້ບວດໃຫ້ເອງທັ້ງສິ້ນ.
   3. ພຣະພິກຂຸສົງຄ໌ທຸກອົງຄ໌ ທີ່ມາຮ່ວມປະຊຸມໃນຄັ້ງນີ້ ລ້ວນແຕ່ເປັນຜູ້ໄດ້ບັນລຸພຣະອໍຣະຫັນແລ້ວທຸກໆອົງຄ໌ ຄືມີ ອະພິນຍາຫົກ.
   4. ເປັນວັນທີ່ພຣະຈັນເຕັມດວງກຳລັງສເວີຍ "ມາຄະຣືກ" (ເປັນປາກົດການທາງທັມມະຊາດຂອງດວງຈັນທີ່ໂຄຈອນຜ່ານກຸ່ມດາວມາຄະໃນເດືອນສາມ ທາງຈັນທະຣະຄະຕິ ແລະໃນຣະຍະນີ້ ກໍຈະມີວັນນຶ່ງ ທີ່ພຣະຈັນເພັງ ໃນຂະນະທີ່ໂຄຈອນຜ່ານກຸ່ມດາວມາຄະ ຈຶ່ງນິຍົມຮຽກວ່າ ພຣະຈັນສເວີຍມາຄະຣືກ) .

   ໝາຍເຫດ:  ໃນປີທໍາອິດຂອງການຕັສຮູ້ຂອງພຣະພຸທທະອົງ ຄື ຫລັງຈາກຕັສຮູ້ມາແລ້ວ 9 ເດືອນ, ພຣະອໍຣະຫັນຕ່າງລະລຶກໄດ້ວ່າ ໃນເດືອນສາມເພັງນັ້ນ ເປັນວັນສຳຄັນຂອງສາສນາພຣາມ ອັນເປັນສາສນາເດີມ ກ່ອນທີ່ພຣະອໍຣະຫັນເຫລົ່ານັ້ນຈະປ່ຽນມານັບຖື ພຣະທັມມະວິນັຍຂອງພຣະພຸທທະເຈົ້າ. ໃນສາສນາພຣາມນັ້ນ ເມື່ອເຖິງມື້ເພັງ ເດືອນມາຄະ ຈະນັບຖືວ່າເປັນວັນສິວາຣາຕຣີ ໂດຍຈະທຳການບູຊາພຣະສິວະດ້ວຍ ການລອຍບາບຫລືລ້າງບາບດ້ວຍນໍ້າ. ແຕ່ມາບັດນີ້ ຕົນໄດ້ເລີກລັທທິເດີມແລ້ວ ຈຶ່ງພ້ອມໃຈ ກັນໄປເຂົ້າເຝົ້າພຣະພຸທທະເຈົ້າໂດຍບໍ່ໄດ້ນັດໝາຍ.

   ໂອວາທປະຕິໂມກ 
  ເປັນຫລັກຄຳສອນສຳຄັນຂອງພຣະພຸທທະສາສນາ ຫລື ຄຳສອນອັນເປັນຫົວໃຈຂອງພຣະພຸທທະສາສນາ ໄດ້ແກ່ ພຣະພຸທທະພົດ 3 ຄາຖາ ທີ່ພຣະພຸທທະເຈົ້າໄດ້ກ່າວແກ່ ພຣະອໍຣະຫັນ ໑໒໕໐ ຮູປ ຜູ້ໄປປະຊຸຸມກັນ ໂດຍບໍ່ມີການນັດໝາຍ  ທີ່ ພຣະເວລຸວະນາຣາມ ໃນມື້ເພັງເດືອນສາມ ທີ່ເຮົາຮຽກກັນວ່າ ວັນມາຄະບູຊາ. 
ຄາຖາໂອວາທປະຕິໂມກ ມີດັ່ງນີ້:


ສັພພະປາປັສສະ ອະກະຣະນັງ ກຸສະລັສສູປະສັມປະທາ                       
ສະຈິຕຕະປະຣິໂຍທະປະນັງ ເອຕັງ ພຸທທານະສາສະນັງ                    
ຂັນຕີ ປະຣະມັງ ຕະໂປ ຕີຕິກຂາ            
ນິພພານັງ ປະຣະມັງ ວະທັນຕິ ພຸທທາ     
ນະ ຫິ ປັພພະຊິໂຕ ປະຣູປະຄາຕີ 
ສະມະໂນ ໂຫຕິ ປະຣັງ ວິເຫຖະຍັນໂຕ       
ອະນູປະວາໂທ ອະນູປະຄາໂຕ ປະຕິໂມກເຂ ຈະ ສັງວະໂຣ                      
ມັຕຕັນຍຸຕາ ຈະ ພັຕຕັສສມິງ ປັນຕັນຈະ ສະຍະນາສະນັງ                      
ອະທິຈິຕເຕ ຈະ ອາໂຍໂຄ ເອຕັງ ພຸທທານະສາສະນັງ.           

   ແປວ່າ:  ການບໍ່ທຳຄວາມຊົ່ວທັງປວງ  ໑, ການບໍາເພັນແຕ່ຄວາມດີ ໑,  ການທໍາຈິດຂອງຕົນໃຫ້ຜ່ອງໃສ.໑  ນີ້ເປັນຄໍາສອນ ຂອງພຣະພຸທທະເຈົ້າທັ້ງຫລາຍ, 
ຂັນຕິ ຄືຄວາມອົດກັ້ນ ເປັນຕະບະຢ່າງຍິ່ງ, ພຣະພຸທທະເຈົ້າທັ້ງຫລາຍກ່າວວ່າ ນິພພານ ເປັນບໍຣົມມະທັມ, ຜູ້ທຳຮ້າຍຄົນອື່ນ ບໍ່ໄດ້ຊື່ວ່າເປັນບັນພະຊິດ, ຜູ້ບຽດບຽນຄົນອື່ນ ບໍ່ໄດ້ຊື່ວ່າເປັນສະມະນະ. ການບໍ່ທຳຮ້າຍ ໑  ການສຳລວມໃນປະຕິໂມກ ໑ ຄວາມເປັນຜູ້ຮູ້ຈັກປະມານໃນອາຫານ ໑  ທີ່ນັ່ງນອນອັນສງັດ ໑ ຄວາມພຽນໃນອະທິຈິຕ(ສະມາທິ) ໑,  ທັມເຫລົ່ານີ້ ເປັນຄຳສັ່ງສອນຂອງພຣະພຸທທະເຈົ້າທັ້ງຫລາຍ
  ການປະຕິບັດໃນວັນມາຄະບູຊານີ້ກໍຄື  ການຕັກບາຕ, ໃຫ້ທານ,ຖວາຍເພລແລະ ຮັບຟັງພຣະທັມມະເທສນາໃນຕອນເຊົ້າເຖິງບ່າຍ ແລະ ຕອນກາງຄືນ ບາງວັດ ຊາວພຸທກໍຈະພາກັນໄປຮັກສາສີລ,ສູດມົນແລະນັ່ງສະມາທິ ແຕ່ສ່ວນມາກແລ້ວຕາມເຂດບ້ານທົ່ວໄປ ຈະນິຍົມເອົາດອກໄມ້ ທູບທຽນ ໄປທີ່ວັດ ເພື່ອຮ່ວມພິທີວຽນທຽນ ອ້ອມສີມ ໂດຍພຣະສົງຄ໌ຈະກ່າວຄຳຖວາຍ ດອກໄມ້ທູບທຽນ ແລ້ວໃຫ້ທຸກຄົນວ່າຕາມ ຈົບແລ້ວ ຍ່າງວຽນທາງຂວາ. ຕລອດເວລາທີ່ວຽນທຽນນັ້ນ ໃຫ້ລະລຶກເຖິງ ພຣະພຸທທະຄຸນ ພຣະທັມມະຄຸນ ພຣະສັງຄະຄຸນ ຈົນຄົບສາມຮອບແລ້ວ ນຳດອກໄມ້ທູບທຽນໄປປັກບູຊາຕາມສະຖານທີ້່  ທີ່ວັດນັ້ນໆ ຕຽມໄວ້ໃຫ້ ກໍເປັນອັນວ່າຈົບພິທີ. 

source: 1. http://www.watmai.com.au/37383768373737453762371637603738376937223762.html
2. http://www.tholakhong.com/2015/03/blog-post_4.html?m=1

Friday, 5 January 2018

ຮີດສິບສອງຄອງສິບສີ່ ມີຫຍັງແດ່?

1. ຮີດສິບສອງຄອງສິບສີ່

ພາບປະກອບ
    “ຮີດ”​ແລະ“ຄອງ” ມີ​ຄວາມ​ໝາຍ​ໃກ້​ຄຽງ​ກັນ ​ແຕ່​ບໍ່​ແມ່ນ​ອັນ​ດຽວ​ກັນ. ຄຳ​ວ່າ “ຮີດ” ​ແມ່ນ​ໝາຍ​ເຖິງ​ສິ່ງ​ທີ່​ໄດ້​ປະພຶດ​ປະຕິບັດ​ກັນ​ມາ​ເປັນ​ເວລາ​ດົນ​ນານ, ສ່ວນ​ຄຳ​ວ່າ “ຄອງ” ໝາຍ​ເຖິງ​ກົດຫຼື​ແນວທາງ​ທີ່​ວາງ​ໄວ້​ເພື່ອ​ປະຕິບັດ​ຕາມ. ​ເມື່ອ​ເຮົາ​ເອົາ “ຮີດ” ​ແລະ “ຄອງ” ມາ​ລວມ​ເຂົ້າກັນ ຈະ​ກາຍ​ເປັນ​ຄຳ​ວ່າ​ “ຮີດຄອງ” ທີ່​ມີ​ຄວາມ​ໝາຍວ່າ: “​ແນວທາງ​ການ​ປະ​ພຶດປະຕິບັດ​ທີ່​ສືບ​ທອດ​ກັນ​ມາ​ເປັນ​ເວລາ​ດົນ​ນານ”.

    “ຮີດ​ສິບ​ສອງ​ຄອງ​ສິບ​ສີ່” ​ແມ່ນ​ແນວທາງ​ການ​ປະພຶດ​ປະຕິບັດ​​ ທີ່​ເຈົ້າຟ້າ​ງຸ່ມມະຫາລາດ ​ໄດ້​ກຳນົດ​ຂຶ້ນ ພາຍຫຼັງທີ່​ທ້ອນ​ໂຮມບັນດາ​ຫົວ​ເມືອງ​ລາວ​ເຂົ້າ​ເປັນ​ອານາຈັກ​ລ້ານ​ຊ້າງ​ເອກະພາບ. ຈຸດປະສົງ​ກໍ​ແມ່ນ​ເພື່ອ​​ໃຫ້​ປະຊາ​ຊົນ​ທີ່​ເຊື່ອ​ຖື​ຜີ​ສາງ​ນາງ​​ໄມ້​ທີ່​ ງົມງວາຍ ​ໃຫ້​ມານັບຖື​ສາສະໜາ​ພຸດ ​ໂດຍ​ມີ​ແນວທາງປະຕິບັດ ຄື ຮີດ​ສິບ​ສອງ​ຄອງ​ສິບ​ສີ່​ແທນ.

     ຄອງ​ສິບ​ສີ່
     ຄອງ​ສິບ​ສີ່​ໝາຍ​ເຖິງ​ຂໍ້​ກຳນົດ 14 ຂໍ້ ທີ່​ປະຊາຊົນ​ລາວ​ເຮົາ ​ຖື​ເປັນ​ທຳນຽມ​ປະຕິບັດ​ມາຕັ້ງ​ແຕ່​ດົນ​ນານ ​ແລະ​ໃນ​ປັດຈຸບັນ​ກໍ​ຍັງ​ເຊື່ອ​ຖື​ຢູ່ ​ແຕ່​ອາດ​ຈະ​ບໍ່​ເຂັ້ມງວດ ຫຼືບາງ​ຂໍ້​ ​ໃນ​ບາງ​ທ້ອງ​ຖິ່ນ​ກໍ​ປ່ອຍ​ວາງ​ໄປ​ແລ້ວ. ຄອງ​ສິບ​ສີ່​ມີ​ຄື:
     ຮີດ​ສິບ​ສອງ
   ໃນ​ແຕ່ລະ​ເດືອນ​ຂອງ​ປີ​ໜຶ່ງ ຈະ​ມີ​ການ​ເຮັດບຸນ​ປະ​ເພນີ​ຂອງ​ພຸດທະ​ສາສະ​ນິກະ​ຊົນ​ທີ່​ແຕກ​ຕ່າງ​ກັນ​ໄປ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ສິ່ງ​ສັກສິດ ທີ່​ຊ່ວຍ​ໃຫ້​ຕົນ​ເອງ​ມີ​ຊີວິດການ​ເປັນ​ຢູ່​ທີ່​ດີ. 

2. ຮີດສິບສອງຄອງສິບສີ່ ມີຫຍັງແດ່? 

     ກ. ຮີດ​ສິບ​ສອງ​ປະກອບ​ມີ:
       1. ​ເດືອນ​ຈຽງ (​ເດືອນ​ໜຶ່ງ) ບຸນ​ນິມົນ​ພະສົງ​ເຂົ້າກຳ
       2. ​ເດືອນ​ຍີ່ (​ເດືອ​ນສອງ) ​ເຮັດບຸນ​ລານ​ເຂົ້າ ຫຼືບຸນຄຸນ​ເຂົ້າ, ບາງ​ທ້ອງ​ຖິ່ນ​ຍັງ​ເອີ້ນ​ວ່າ ບຸນ​ກອງ​ເຂົ້າກໍ​ມີ.
       3. ​ເດືອນ​ສາມ ​ເຮັດບຸນ​ເຂົ້າຈີ່
       4. ​ເດືອນ​ສີ່ ​ເຮັດບຸນ​ພະ​ເວດ
       5. ​ເດືອນ​ຫ້າ ​ເຮັດບຸນ​ສົງ​ພະ ຫຼືບຸນປີ​ໃໝ່​ລາວ
       6. ​ເດືອນ​ຫົກ ​ເຮັດບຸນ​ບັ້ງ​ໄຟ
       7. ​ເດືອນ​ເຈັດ ​ເຮັດບຸນ​ບ້ານ ຫຼືບຸນ​ລ້ຽງ​ຜີ​ມະ​ເຫ​ສັກ​ຫຼັກ​ເມືອງ
       8. ​ເດ​ືອນ​ແປ​ດ ບຸນ​ເຂົ້າພັນ​ສາ
       9. ​ເດືອນ​ເກົ້າ ບຸນ​ຫໍ່​ເຂົ້າປະດັບ​ດິນ
      10. ​ເດືອນສິບ ບຸນ​ຫໍ່​ເຂົ້າສະຫຼາກ
      11. ​ເດືອນ​ສິບ​ເອັດ ບຸນ​ອອກ​ພັນ​ສາ
      12. ​ເດືອນ​ສິບ​ສອງ ບຸນ​ທອດ​ກະຖິນ
ພະສົງ ແລະ ຍາດໂຍມກຳລັງປະກອບພິທີບຸນເດືອນ7(ບຸນຊໍາຮະ ຫຼື ຊໍາລະ)


    
ຂ. ຄອງ​ສິບ​ສີ່
ປະກອບ​ມີ:

      1. ຢ່າ​ຢຽບ​ເງົາ​ຂອງ​ພະສົງ ຫຼືຜູ້​ມີ​ສິນ​ບໍລິສຸດ
      2. ຢ່າ​ເອົາ​ອາຫານ​ເຫຼືອ ຫຼື​ເງື່ອນ​ໄປ​ໃຫ້​ພະສົງ​ສັນ
      3. ຢ່າ​ເສບ​ກາ​ມະ​ຄຸນ​ໃນ​ມື້​ວັນ​ສິນ, ວັນ​ເຂົ້າພັນ​ສາ, ວັນ​ມາຄະ​ບູຊາ, ວັນ​ວິສາຂະບູຊາ ແລ​ະ ວັນ​ກຸດ​ສົງການ​ຢ່າງ​ເດັດຂາດ.
    4. ​ເມື່ອ​ພະສົງ​ກາຍ​ມາ​ໃຫ້​ນັ່ງລົງ, ນົບ​ມື​​​ໄຫວ້ ​​​ແລ້ວຈຶ່ງ​ຄ່ອຍ​ຍ່າງ​ກາຍ ຫຼືຈຶ່ງຄ່ອຍ​ລົມ​ນຳ​ເພິ່ນ.
     5. ມື້​ພະສົງ​ເຂົ້າກຳ​ໃຫ້ມີດ​ອກ​ໄມ້​ທູບ​ທຽນ ແລະ​​ ເຄື່ອງ​ບໍລິຂານ​ໄປ​ທານ​ຮ່ວມ​ເພິ່ນ.
     6. ກ່ອນ​ຈະ​ເຂົ້ານອນ​ໃຫ້​ອາບນ້ຳ ຫຼືລ້າງ​ຕີນ​ເສຍ​ກ່ອນ
    7. ​ເມື່ອ​ເຖິງ​ວັນ​ສິນ​ດັບ​-ສິນ​ເພັງໃຫ້​ເຮັດບຸນ​ໃສ່​ບາດ ຫຼືນິມົນ​ພະສົງ​ມາ​ສູດ​ມຸງ​ຄຸນ​ເຮືອນ.
     8. ​ເມື່ອ​ເຖິງ​ວັນ​ສິນ​ເພັງ​ໃຫ້​ແຕ່ງຂັນ​ດອກ​ໄມ້ ທູບ​ທຽນ ໄປ​ສົມ​ມາ​ຜົວ​ຂອງຕົນ
     9. ​ເມື່ອ​ພະສົງ​ສາມະ​ເນນ​ມາ​ບິນທະບາດ ຢ່າ​ໃຫ້​ເພິ່ນ​ຄອຍ​ຖ້າ, ​ເວລາ​ປ່ອນ​ບາດ​ຢ່າ​ໃຫ້​ມື​ຊູນ​ບາດ ຫຼືຊູນ​ຖືກ​ພະສົງ​ສາມະ​ເນນ, ຍາມ​ປ່ອນ​ບາດ​ຢ່າ​ໃສ່​ໝວກ, ​ຢ່າ​ເອົາ​ຜ້າ​ປົກ​ຫົວ, ຢ່າ​ໃສ່​ເກີບ, ຢ່າ​ອຸ້ມ​​ເດັກນ້ອຍ, ຢ່າ​ຖື​ມີດ​ຖື​ພ້າ ຫຼືຢ່າ​ຖື​ອາວຸດ​ໃດໆ.
    10. ​ເມື່ອ​ຮອດ​ວັນ​ສິນ 8 ຄໍ່າ, 14 ຫຼື 15 ຄໍ່າ ​ໃຫ້​ພາກັນ​ສົມ​ມາ​ກ້ອນ​ເສົ້າ, ​ແມ່ຂັ້ນ​​ໄດ ​ແລະ​ປະຕູ​ເຮືອນ.(ປັດຈຸບັນ ຢູ່​ຊົນນະບົດ​ບາງ​ບ່ອນ​ຍັງ​ປະຕິບັດ​ຢູ່).
    11. ກ່ອນ​ຈະ​ຂຶ້ນ​ເຮືອນ​ໃຫ້​ລ້າງ​ຕີນ​ສາກ່ອນ.
    12. ​ໃຫ້​ພາກັນ​ເຮັດ​ຮົ້ວອ້ອມ​ວັດ​ແລະ​ບ້ານ​ເຮືອນ​ຂອງ​ຕົນ​ໃຫ້​ດີ.
    13. ​ເມື່ອ​ເຖິງ​ລະດູ​ການ​ເກັບ​ກ່ຽວ​ຜົນລະ​ປູກ ຢ່າ​ຟ້າວ​ກິນ​ກ່ອນ ໃຫ້​ເອົາ​ໄປ​​ເຮັດ​ບຸນ​ໃຫ້​ທານ​ແກ່​ຜູ່ມີ​ສິນ​ກ່ອນ ​ແລ້ວ​ຈຶ່ງ​ຄ່ອຍ​ກິນ.(ຕົວຢ່າງ: ຍາມ​ເຂົ້າ​ໃໝ່ ກໍ​ເອົາ​ໄປ​ບູຊາ ຫຼື​ໃສ່​ບາດ​ກ່ອນ, ​ແລ້ວ​ຈຶ່ງ​ຄ່ອຍ​ກິນ).
   14. ຢ່າ​ພາກັນ​ລັກ​ໂລບ​ຕາຊິງ, ຢ່າ​ພາກັນ​ຈ່າຍ​ເງິນ​ແດງ​ແປງ​ເງິນ​ຄວ່າງ, ຢ່າ​ກ່າວ​ຄຳ​ຫຍາບຊ້າ​ ກ້າ​ແຂງ ຕໍ່​ກັນ​ແລະ​ກັນ.

ທີ່ມາ:​ວີກີພີເດຍ

Monday, 4 September 2017

ເລື່ອງການໃຫ້ທານ ແລະ ຜົນບຸນຂອງການໃຫ້ທານ ໃນບຸນເຂົ້າສະຫຼາກ

   ໃນສະໄໝໜຶ່ງຂອງພຣພຸດທະເຈົ້າໄດ້ສະເດັດ ໄປພາຣານາສີ ໃນຕອນນັ້ນມີສາມີ ແລະ ພັນລະຍາທຸກຍາກຄູ່ໜຶ່ງ ປະກອບອາຊີບຕັດຟືນຂາຍຂາຍ ແຕ່ກໍ່ເປັນຜູ້ເຫຼືອມໃສໃນພຣະພຸດທະສາສນາຫຼາຍ
   ມາມື້ໜຶ່ງຜູ້ເປັນສາມີກໍ່ໄດ້ປຶກສາກັບພັນລະຍາຕົນວ່າ “ເຮົາຍາກຈົນໃນປັດຈຸບັນນີ້ເປັນເພາະບໍ່ເຄີຍເຮັດບຸນ-ໃຫ້ທານ ຮັກສາສິນຕັ້ງແຕ່ອາດີດເລີຍ ດັ່ງນັ້ນ ຈຶ່ງຄວນທີ່ເຮົາຈັກໄດ້ເຮັດບຸນກຸສົນ ອັນຈັກເປັນທີ່ເພິ່ງຂອງຕົນໃນພົບຊາດໜ້າ”  ພັນລະຍາໄດ້ຟັງດັ່ງນັ້ນແລ້ວ ກໍ່ເຫັນດີນໍາ, ມາວັນໜຶ່ງທັງສອງໄດ້ພາກັນເຂົ້າປ່າເກັບຜັກຟືນມາຂາຍໄດ້ຊັບແລ້ວ ນໍາໄປແລ້ວປ່ຽນເອົາຫມໍ້ເຂົ້າ 1 ໃບ, ຫມໍ້ແກງ 1 ໃບ, ອ້ອຍຍ 4 ລໍາ, ກ້ວຍ 4 ໜ່ວຍ ແລ້ວກໍ່ນໍາມາຈັດແຈງໄວ້ເປັນລະບຽບ ແລ້ວກໍ່ນໍາອອກໄປວັດ ເພື່ອຖວາຍເປັນສະຫຼາກ ພັດຕາຫານ ພ້ອມອຸບາສົກ ອຖບາສິກາຄົນອື່ນໆ ສາມີ ພັນລະຍາຄູ່ນັ້ນ ໄດ້ຈັບສະຫຼາກຖືກພິກຂຸອົງໜຶ່ງ ແລ້ວກໍ່ມີຈິດໃຈຊື່ນຍິນດີ ຈຶ່ງນ້ອມພັດຕາຫານຂອງຕົນເຂົ້າໄປຖວາຍ ສໍາເລັດແລ້ວ ກໍ່ໄດ້ຫຼັ່ງນໍ້າຢາດໃສ່ແຜ່ນປັດຖະພີແລ້ວຕັ້ງຄວາມປາຖະໜາ “ດ້ວຍຜົນທານທັ້ງນີ້ ຂ້າພະເຈົ້າເກີດໃນພົບໃດທ ຂື້ນຊື່ວ່າຄວາມຍາກຈົນເຂັ້ນໃຈ ຢ່າໄດ້ເກີດມີແກ່ຂ້າພະເຈົ້າທັງສອງເຖິດ ຂໍໃຫ້ຂ້າພະເຈົ້າທັ້ງສອງເປັນຜູ້ມັ່ງຄັ່ງ ສົມບູນພຽບພ້ອມດ້ວຍຊັບສົມບັດ ແລະ ມີລິດເດດ ໃນປາຣະພົບໜ້ານັ້ນເຖິດ”.

   ເມື່ອສອງສາມີ ພັນລະຍາ ນັ້ນ ຢູ່ພໍສົມຄວນແກ່ອາຍຸໄຂແລ້ວ ກໍ່ດັບຊີບວາຍຊົນ ໄປຕາຍສະພາບຂອງສັງຂານ ດ້ວຍອານິສົງແຫ່ງສະຫຼາກພັດຕາທານ ຈຶ່ງໄດ້ໄປເກີດເປັນເທພະບຸດ ເທພທິດາ ໃນດາວະດຶງສະຫວັນ ສະເຫວີຍສົມບັດທິບຢູ່ໃນວິມານທອງອັນຜຸດຜ່ອງໂສຕາການ ພ້ອມໄປດ້ວຍແສນສຸຣາງນາງເທພອັກສອນລ້ອມເປັນບໍລິວານ ມີນາມວ່າ “ສະຫຼາກພັດຕາເທພະບຸດເທພທິດາ”
ແລະ ເມື່ອຈຸຕິຈາກສະຫວັນແລ້ວກໍ່ໄດ້ລົງມາເກີດເປັນກະສັດໃນເມືອງພາຣານາສີ ມີນາມວ່າພຣະເຈົ້າສັດທາດິດສະ ສະເຫວີຍຣາຊະສົມບັດຢູ່ 84,000 ປີ ຄັນເບື່ອໜ່າຍຈຶ່ງສະເດັດອອກບັນພະຊາ ຄັນສູນສິ້ນຊີວາລົງແລ້ວກໍ່ໄດ້ໄປເກີດໃນພົມມະໂລກ ແລະ ຕໍ່ມາກໍ່ໄດ້ມາອຸບັດເປັນ ພຣະຕະຖາຄົດຂອງເຮົານັ້ນເອງ.


    ນີ້ຄືອານິສົງແຫ່ງການຖວາຍສະຫຼາກພັດຕາ ນັບວ່າຍິ່ງໃຫຍ່ໄພສານຍິ່ງໜັກ ສາມາດອຳສຸກສະຫວັດດີແກ່ຜູ້ບໍາເພັນທັ້ງຊາດມະນຸດ ແລະ ສະຫວັນ ໃນທີ່ສຸດເຖິງຄວາມເປັນພຣະພຸດທະເຈົ້າໄດ້.

ເບີ່ງຄວາມເປັນມາໃນຢູ່ທູບ


ຫົວຂ້ທີ່ໂດດເດັ່ນ

24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ

ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ  ພາບຈາກ: theconversation.com 1.      ຄວາມຮັກ ຮັກສາທຸກສິ່ງ      ຄວາມກຽດຊັງ ບໍ່ອ...

ໂພສທີ່ຖືກອ່ານຫຼາຍທີ່ສຸດ