"ເມື່ອຄູບາບາງອົງ ແລະ ຍາດໂຍມບາງທ່ານສັບສົນ"
ຈິງໆ ແລ້ວຫຼັກພຸດສາສນາແມ່ນບໍ່ມີຄວາມເຊື່ອ ເລື່ອງມີພະເຈົ້າແບບໜຶ່ງອົງດຽວ ທີ່ເປັນອົງປະທານ ແລະ ມອບສິ່ງນັ້ນ ສິ່ງນີ້ໃຫ້ ຕາມຄຳຮ້ອງຂໍ ຫຼືຕັ້ງໃຈມອບໃຫ້ຂອງພະເຈົ້າ ຄືກັບຍາດໂຍມຊາວຄຣີສຕຽນ ແລະ ຊາວອິສລາມ. ຄົນລາວພຸດຈຶ່ງບໍ່ມັກໄດ້ອ້າງເຖິງການມອບຂອງຂວັນຈາກພະເຈົ້າ(ຈິງໆກໍ່ເຊື່ອວ່າບໍ່ມີພະເຈົ້າ) ຖ້າອ້າງກໍ່ຈະເວົ້າວ່າ "ທີ່ທຳມະຊາດມີຢູ່ແລ້ວ" ແທນຄຳວ່າ "ພະເຈົ້າມອບໃຫ້"ຕົວຢ່າງ: #ຖ້າຈະເວົ້າວ່າ ="ມະນຸດທຸກຄົນມີພອນສະວັນ ທີ່ເປັນຂອງຂັວນຈາກພະເຈົ້າໃນໂຕຢູ່ແລ້ວ ພຽງແຕ່ຄົ້ນຫາມັນໃຫ້ເຈີ #ເຮົາກໍປ່ຽນເປັນ = "ມະນຸດທຸກຄົນມີຄວາມສາມາດ/ມີພະລັງ/ມີພອນສະຫວັນ ໃນໂຕຂອງໃຜລາວໂດຍທຳມະຊາດຢູ່ແລ້ວ ພຽງແຕ່ຄົ້ນຫາມັນໃຫ້ເຈີ" ແບບນີ້ເປັນຕົ້ນ.
ອີກປະເດັນໜຶ່ງຄື ວັນທີ່ 24ທັນວາ ລັດກຳນົດເປັນວັນ ຄຄ ກະໜ້າແປກຢູ່ເປັນຫຍັງລັດ ບໍ່ກຳນົດເອົາຊ່ວງປີໃຫມ່ລາວ ເພາະເປັນວັນພັກຂອງຄົນລາວໂດຍແທ້ ແລະ ເນື້ອແທ້ຈິງ ຄົນລາວກະພັກຜ່ອນ ທ່ຽວຫຼິ້ນ ແລະ ກັບໄປລວມຍາດ ຢາມພໍ່ແມ່ ຢາມຄອບຄົວແທ້ ຕາມທີ່ເຫັນ ບໍ່ວ່າຢູ່ໃສທີ່ເຮົາໄປ ຄົນສ່ວນຫຼາຍຈະໄປຢາມ ຄຄ ໃນຊ່ວງປີໃຫມ່ ສ່ວນໂຕແລ້ວຄິດວ່າ ພັກລັດກຳນົດອອກມາໂດຍບໍ່ເບີ່ງເງື່ອນໄຂທາງດ້ານວັດທະນະທຳ ເນື້ອແທ້ຕົວຈິງຄົນລາວເລີຍ ຕາມບໍລິບົດ ຄວາມຈິງຕາມສະພາບຂອງວັດທະນະທຳ ຄວາມເຊື່ອ ແລະ ທີ່ເຄີຍເຫັນມາ ຄວນເປັນຊ່ວງປີໃຫມ່ຕາມປະຕິທິນລາວ ຈະເໝາະສົມກວ່າ.
ສ່ວນວັນຄຣີສມາສ ເປັນວັດທະນະທຳຂອງຊາວຕາເວັນຕົກ ແລະ ຂອງຊາວຄຣີສຕຽນ ແຕ່ຊາວພຸດລາວ ທີ່ບໍ່ຮູ້ ບໍ່ເຂົ້າໃຈ ແລະ ບໍ່ສົນໃຈ ກໍສະຫຼອງນຳເພິ່ນ ບໍ່ເວົ້າຫຼາຍໄປໄກຂະໜາດ ແມ່ນແຕ່ຄູບາອາຈານ ກະຍັງເອົານຳເພິ່ນ ສະແດງເຖິງຄວາມອ່ອນແອ ແລະ ຄວາມບໍ່ເຂົ້າໃຈຂອງຊາວພຸດເອງ(ມື້ກ່ອນ ມີທັງຄູບາ ແລະ ຍາດໂຍມສົ່ງ merry christmas (Xmas)ມາໃຫ້ຄູບາ) ຄູບາເອງກະຄິດຢູ່ວ່າ ຕົກລົງຄູບາອາຈານເຫຼົ່ານັ້ນ ຮູ້ຫຍັງຢູ່ບໍ ຫຼື ແນວໃດ ເພາະວັນທີ່ 25ທັນວາ ຖ້າຈື່ບໍ່ຜິດ ແມ່ນເປັນວັນປະສູດ ຫຼື ວັນເກີດຂອງພະເຢຊູ ທີ່ເປັນສາສະດາຂອງຊາວຄຣີສ. ຖ້າເປັນຍາດໂຍມກະພໍເຂົ້າໃຈຢູ່ ອາດບໍ່ເຂົ້າໃຈ ຫຼື ສະຫຼອງໄປນຳໜູ່ຄູ່ ຢູ່ຕາມໂຮງຮຽນ ບໍລິສັດ ຫຼືທີ່ອື່ນໆ ແຕ່ນີ້ເປັນພຣະ ເປັນຄູບາ ເອົາຫຍັງຫຼາຍຂະໜາດພະຍັງບໍ່ຮູ້ເລື່ອງແລ້ວ. ສ່ວນອົງທີ່ຮູ້ກໍ່ບໍ່ມັກສະແດງອອກ ເພາະເກງໃຈຍາດໂຍມ ແລະ ເຄົາລົບຕໍ່ພີ່ນ້ອງຄຣີສຕຽນ ດຽວກະຫາວ່າເປັນພຸດແບບສຸດໂຕ້ງ ຕໍ່ຕ້ານພີ່ນ້ອງຕ່າງສາສນາ ເພາະເປັນມື້ທີ່ສຳຄັນຫຼາຍສຳລັບເຂົາເຈົ້າ. ແຕ່ສ່ວນໂຕແລ້ວເປັນວັນທີ່ໃຜກໍສາມາດສະຫຼອງໄດ້ຕາມສິດພື້ນຖານໃຜລາວ ແຕ່ສຳລັບຊາວພຸດ ໂດຍສະເພາະຄູບາອາຈານຢູ່ວັດ ລວມທັງທິດຊຽງ ຄວນເປັນແບບຢ່າງເປັນຜູ້ເລີ່ມຕົ້ນ
ແຕ່ສຳລັບຊາວພຸດແລ້ວ ວັນວິສາຂະບູຊາ(ວັນເກີດ, ຕັດສະຮູ້ ແລະ ປະຣິນິບພານຂອງ ພຣະພຸດທະເຈົ້າ ຢູ່ເດືອນ6ລາວ), ວັນມາຄະບູຊາ(ມື້ປະກາດພຣະສາສນາ ຊ່ວງເດືອນ3ລາວ), ວັນອາສາລະຫະບູຊາ ຫຼື ວັນປະຖົມມະເທດສະນາ(ເຂົ້າພັນສາ ມື້ທີ່ພຣະພຸດທະເຈົ້າເທດສະນາກັນແລກຫຼັງຕັດສະຮູ້ ເດືອນ8ລາວ) ແລະ ວັນເທໂວໂລຫະນະ(ເດືອນ11ລາວ) ຊຶ່ງ 4ວັນນີ້ ແມ່ນເປັນວັນທີ່ສຳຄັນທີ່ສຸດ.
ສ່ວນວັນອື່ນໆເປັນພຽງຮີດຄອງ ແລະ ວັນສ້າງນ້ຳກະທຳບຸນທົ່ວໄປເທົ່ານັ້ນ ຕາມຫຼັກຊາວພຸດ.
ຂໍພຽງຮູ້ ເຂົ້າໃຈ ໃຈກວ້າງ ບໍ່ສຸດໂຕ້ງ (ເວົ້າແບບການເມືອງບໍ່ຊ້າຍຈັດ ຂວາໂພດ) ບໍ່ວ່າຈະເຮັດຫຍັງ ຢູ່ໃສກະບໍ່ມີໃຜ ທຳລາຍໄດ້ ແລະ ຊີວິດມີສຸກ.
Subscribe to:
Post Comments (Atom)
ຫົວຂ້ທີ່ໂດດເດັ່ນ
24 ຄວາມປ່ຽນແປງຂອງຊີວິດ ທີ່ຄວນຮຽນຮູ້ຈາກ ພຣະພຸດທະເຈົ້າ
ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ ພາບຈາກ: theconversation.com 1. ຄວາມຮັກ ຮັກສາທຸກສິ່ງ ຄວາມກຽດຊັງ ບໍ່ອ...
ໂພສທີ່ຖືກອ່ານຫຼາຍທີ່ສຸດ
-
1. ເປັນຫຍັງ ຈຶ່ງຕ້ອງ ສູດມົນຂ້າມປີ ? ພາບຈາກເພຈ ໜ້າຂ່າວຊາວພຸດ ການຈັດງານຕ້ອງໃຊ້ທຶນ ລວບລວມທຶນ ເພື່ອຈະຈັດງານ ຮອງຮັບຄົນເປັນຫຼາ...
-
- ເຮັດບຸນ-ຕັກບາດຢາດນໍ້າ " ໄດ້ບຸນແທ້ບໍ່? ພຣະ ດຣ ອນິລມານ(พระ ดร.อนิลมาน) ໄດ້ກ່າວເຖິງວິທີການເຮັດບຸນ ທີ່ຖືກຕ້ອງຕາມລັກສາສະໜາວ່າ ຖ້າຈະເ...
-
ຫຼາຍສິ່ງທີ່ເຮົາສາມາດ ປະຕິບັດ ຮຽນຮູ້ ຈາກພະພຸດທະເຈົ້າ ພາບຈາກ: theconversation.com 1. ຄວາມຮັກ ຮັກສາທຸກສິ່ງ ຄວາມກຽດຊັງ ບໍ່ອ...
Classic and Vintage Tinting Brass Tinting - Tinting.com
ReplyDeleteClassic titanium wood stove and Vintage titanium guitar chords Tinting Brass titanium engagement rings for her Tinting. Made of a silver plating metal plate, titanium astroneer these tinting brass pieces feature a silver-plated edge titanium tent stakes along with a $39.95 · In stock
s490j6uknal894 wholesale sex toys,huge dildos,sex chair,women sex toys,sex chair,realistic dildo,dildo,realistic dildo,women sexy toys o143a1xvabt440
ReplyDeleteh484b4zacqa450 realistic dildo,black dildos,anal toys,sex chair,vibrators,wolf dildo,anal toys,male masturbator,wolf dildo j982v8qumsi407
ReplyDelete