ພໍເຖິງວັນວິສາຂະ
ຂອງທຸກປີຊາວພຸດທົ່ວໂລກຈະພາກັນສະເຫຼີມສະຫຼອງວັນດັ່ງກ່າວ
ໂດຍສະເພາະຊາວພຸດແລະປະເທດທີ່ນັບຖືພຸດທະສາສນາ ເຊັ່ນ: ສີລັງກາ ພະມ້າ ໄທ ລາວ ກຳປູເຈຍ ແລະບາງສ່ວນຂອງອິນເດຍ ມາເລເຊຍ ສິງກະໂປ ອິນໂດເນເຊຍ
ແລະປະເທດທີ່ນັບຖືພຸດທະສາສະນາມະຫາຍານເຊ່ນຍີ່ປຸນ ຈີນ ໄຕ້ຫວັນ ຫວຽດນາມ ພູຖານ ເນປານ
ມົງໂກນ...ໄດ້ພາກັນປະຕິບັດບູຊາ ພຣະພຸທທະເຈົ້າອັນເປັນຜູ້ຄົ້ນພົບສັດຈະທຳແລະ
ນຳມາສັ່ງສອນສາວົກສືບກັນມາເຖິງທຸກວັນນີ້ ນັບເປັນເວລາ 2561 ປີແລ້ວ ກົງກັບເພັງ15ຄ່ຳ ເດືອນ6 ລາວ ຂອງທຸກໆປີ
ຄວາມເປັນມາ
ວັນສິສາຂະເປັນວິນທີ່ກົງກັບເຫດການສຳຄັນຂອງ ພຣະພຸດທະເຈົ້າ 3ວັນຄື:
- ເປັນວັນປະສູຕຂອງເຈົ້າຊາຍສິດທັດຖະທີ່ສວນລຸມພິນີ
ປະຈຸບັນຢູ່ປະເທດເນປານ ກ່ອນພຸດທະສັກກະຫລາດ 80 ປີ
- ເປັນວັນຕັດສະຮູ້ຄົ້ນພົບພຣະສັດຈະທັມແລະ
ຈາກເຈົ້າຊາຍມາເປັນພຣະພຸທທະເຈົ້າ ແປວ່າຜູ້ຮູ້ ຜູ້ຕື່ນ ຜູ້ມີຄວາມສຸກ
ທີ່ເມືອງອຸລຸເວລາເສນານິຄົມ ປັດຈຸບັນຄືພຸດທະຄະຍາປະເທດອິນເດຍ
- ເປັນວັນສະເດັດດັບຂັນປະຣິນິບພານ(ຕາຍ)
ຂອງພຣະພຸດທະເຈົ້າກ້ອງຕົ້ນສາຣະ ທີ່ເມືອງກຸສິນາຣາ ປະເທດອິນເດຍ
ຫລາຍຄົນເມື່ອໄດ້ອ່ານໄດ້ຮຽນແລ້ວ
ບາງຄົນກໍ່ຄິດໄປວ່າເປັນໄປບໍໄດ້ທີ່ຈະກົງມື້ດຽວກັນ ອັນນີ້ແລ້ວແຕ່ຄົນທີ່ຈະຄິດ
ເຮົາເປັນຊາວພຸດເຮົາຕ້ອງເຊື່ອທີ່ປະກອບໄປດ້ວຍປັນຍາ ບໍ່ແມ່ນເຊື່ອໂດຍບໍມີເຫດຜົນ
ດັ່ງທີ່ພຣະພຸດທະເຈົ້າສະແດງລະດັບປັນຍາຂອງຄນໄວ້ 4 ຂັ້ນຄືກັບດອກບົວ
4 ເຫຼົ່າ
ຄວາມເຊື່ອຂອງຄົນທີ່ມີສັດທາໝັ້ນຄົງຢ່າງດຽວກໍ່ບໍ່ຕ້ອງຄຶດຫຍັງຫລາຍ
ກໍ່ເພາະພຣະພຸທທະເຈົ້າເປັນຄົນວິເສດ ຊົງເປັນຄູຂອງຄົນທັງຫລາຍ ສາມາດທີ່ຈະຮູ້ໄດ້ທຸກສິ່ງ
ການທີ່ວັນທັງສາມມາກົງກັນກໍ່ເປັນທຳມະດາຂອງພຣະພຸດທະເຈົ້າ
ອີກຄວາມເຊື່ອຂອງຄົນທີ່ມີສັດທາແລະ
ປະກອບໄປດ້ວຍປັນຍາກໍ່ບໍ່ໄດ້ຄິດໄປກວ່າວ່າວັນທັງສາມມາກົງກັນ ທີ່ແທ້ກໍ່ເປັນວັນດຽວກໍ່ຄືວັນຕັດສະຮູ້
ຖ້າເຮົາຄິດໃຫ້ດີໆ ວັນຕັດສະຣູ້ນີ້ກໍ່ເປັນວັນເກິດຂື້ນຂອງພຣະພຸທທະເຈົ້າ
ຫລືຈາກເຈົ້າຊາຍມາເປັນພຣະພຸທທະເຈົ້າ ແລະເປັນວັນຄົ້ນພົບສັດຈະທຳ ແລະວັນປະຣິນິບພານ
ທີ່ຈິງນິບພານແປວ່າເຢັນລົງ ຫລືຫມົດຈາກກິເລດຕັນຫາທັ້ງປວງ ແຕ່ຍັງມີຂັນຫ້າ
ມີກາຍມີໃຈຄອງຢູ່ ອີກນິບພານໜຶ່ງກໍ່ຄືໝົດກິເລດພ້ອມກັບການດັບລົງຂອງຂັນຫ້າ
ທີ່ພາສາເຮົາວ່າຕາຍຫັ້ນແຫລະ ແຕ່ເຮົາຕາຍນັ້ນບໍ່ຮູ້ວ່າຈະໄປໃສ ຮູ້ແຕ່ວ້າຕ້ອງໄປທີ່ວັດ
ຫຼືປ່າຊ້າ ແຕ່ພຣະອໍຣະຫັນຕາຍແລ້ວເພິ່ນມີທາງຂອງເພິ່ນເຮົາບໍ່ສາມາດທີ່ຈະຮູ້ໄດ້
ຕາບໃດທີ່ເຮົາຍັງບໍ່ໄປເຖິງຈຸດນັ້ນ ຄືເຕົ່າກັບປາຖຽງກັນເລື່ອງມີວ່າເຕົ່າສາມາດຂຶ້ນມາເທິງບົກໄດ້
ໄດ້ເຫັນຫລາຍສິ່ງຫລາຍຢ່າງເທິງບົກ
ແລ້ວນຳໄປເລົ່າໃຫ້ປາຟັງຢາກທີ່ປາຈະເຊື່ອເຕົ່າວ່າມີເທິງບົກຢູ່ຈິງ
ຄົນເຮົາກໍ່ຄືກັນເຮົາຈະຮູ້ວ່າເກືອຈະເຄັມກໍ່ເພາະເຮົາເຄີຍກິນມາແລ້ວ
ສະນັ້ນເຮົາຈະເຊື່ອວ່ານິບພານມີຢູ່ຈິງກໍ່ເກິດຈາກເຮົາປະຕິບັດເອົາ ບໍ່ມີໃຜທີ່ຈະລິຂິດຊີວິດຂອງເຮົາໄດ້ນອກຈາກເຮົາເອງ
ພຣະພຸດທະເຈົ້າກໍ່ບໍ່ສາມາດທີ່ຈະຊ່ອຍໄດ້ ພຣະອົງເປັນພຽງຜູ້ບອກທາງເທົ່ານັ້ນ
ຄົນວຽງຈັນຈະຮູ້ວ່າຫລວງພຣະບາງງາມສ່ຳໃດເຮົາຕ້ອງໄປເບິ່ງເອົງ
ເຊັ່ນດຽວກັບຄົນຫລວງພຣະບາງຈະຮູ້ວ່າວຽງຈັນງາມສ່ຳໃດກໍ່ຕ້ອງມາເບິ່ງເອງ
ການທີ່ເຮົາຈະເຊື່ອໂດຍບໍ່ໄດ້ສຳຜັດຈາກຕົວເອງແລະຂາດເຫດຜົນ ປັນຍາ
ແລ້ວຄວາມເຊື່ອຂອງເຮົາກໍ່ບໍ່ມີປະໂຫຍດ
ແຕ່ບໍ່ຕ້ອງຄິດຫຍັງຫລາຍສຳຫລັບຜູ້ທີ່ມັກຊີວິດລຽບງ່າຍໆ
ບໍ່ຄ່ອຍທີ່ຈະຄິດເລື່ອງແບບນີ້ກໍ່ ຄິດແຕ່ວ່າເຣົາຈະເຮັດແນວໃດໃຫ້ມີຄວາມສຸກທັ້ງກາຍແລະໃຈ
ໃນປະຈຸບັນຊາດນີ້ ເຮົາກໍ່ຂົນຂວາຍເຮັດແຕ່ສິ່ງທີ່ດີ ສິ່ງທີ່ດີທີ່ແທ້ຈິງກໍ່ຄືວ່າ
ເຮົາໄດ້ເຮັດໄປແລ້ວທາງກາຍ ວາຈາ ທາງໃຈທີ່ຄິດລົງໄປກະທຳລົງໄປເວົ້າອອກໄປແລ້ວ
ຕົວເຮົາແລະຄົນອື່ນບໍ່ເດືອດຮ້ອນ ບໍ່ນຳມາເຊິ່ງນ້ຳຕາ
ແຕ່ນຳມາເຊິ່ງສຽງຫົວຄວາມພູມໃຈທັ້ງໃນປະຈຸບັນແລະ ອະນາຄົດນີ້ແຫລະເປັນສິ່ງທີ່ດີ
ບົດນີ້ແມ່ນອີງຕາມ ພັນຄອມລາວ ຖ້າບໍ່ຄົບຖ້ວນກະລຸນາປັບປຸງຊ່ວຍ ຂໍຂອບໃຈ
No comments:
Post a Comment